ປິດຮ້ານແລກປ່ຽນເງິນ ທົ່ວປະເທດ ແຕ່ເງິນກີບຍັງອ່ອນຄ່າ ລົງເລື້ອຍໆ
ຊາວລາວ ມີການແລກປ່ຽນ ເງິນຕຣາຕ່າງປະເທດ ນອກລະບົບ ຫຼາຍຂຶ້ນ ຍ້ອນທະນາຄານ ບໍ່ສາມາດຕອບສນອງ ດ້ານເງິນຕຣາ ຕ່າງປະເທດ ໃຫ້ໄດ້ ເປັນຕົ້ນ ເງິນບາທ ແລະເງິນໂດລ້າຣ໌ ສະຫະຣັຖ ໂດຍສະເພາະພາຍຫຼັງ ທີ່ຣັຖບານສັ່ງປິດຮ້ານແລກ ເງິນທັງໝົດ.
-
ພອນ ພູມມີທອນ
2023-05-11 -
-
-
Your browser doesn’t support HTML5 audio
ທາງການລາວ ສັ່ງປິດຮ້ານແລກປ່ຽນເງິນຕຣາ ໄປຈໍານວນ 419 ຮ້ານ ໃນທົ່ວປະເທດ ແລະ ອະນຸຍາດໃຫ້ມີການແລກປ່ຽນ ເງິນຕຣາ ໄດ້ຕາມ ທະນາຄານທຸຣະກິຈ ທີ່ທາງການ ອະນຸຍາດເທົ່ານັ້ນ ແຕ່ຊາວລາວຫຼາຍຄົນ ມັກແລກປ່ຽນເງິນຕຣາ ຕ່າງປະເທດ ນອກລະບົບກັນຫຼາຍຂຶ້ນ.
ຍ້ອນ ທະນາຄານ ບໍ່ມີເງິນຕຣາ ຕ່າງປະເທດໃຫ້ແລກ. ຖ້າເຈົ້າໜ້າທີ່ ກວດພົບເຫັນວ່າ ມີການແລກປ່ຽນເງິນນອກລະບົບ ຜູ້ແລກປ່ຽນຈະຖືກ ດໍາເນີນຄະດີ ຕາມກົດໝາຍທັນທີ ເພື່ອແກ້ໄຂບັນຫາເງິນເຟີ້ ແລະ ເງິນກີບອ່ອນຄ່າ. ເຖິງປານນັ້ນ ຣັຖບານລາວ ຍັງບໍ່ສາມາດ ແກ້ໄຂບັນຫາເງິນເຟີ້ ແລະ ບັນຫາເງິນກີບອ່ອນຄ່າໄດ້ເທື່ອ ເພາະ ທະນາຄານ ຂາດແຄນເງິນຕຣາປະເທດ ບໍ່ສາມາດໃຫ້ຄົນລາວ ແລກເງິນຕຣາຕ່າງປະເທດໄດ້ ຈຶ່ງມີຮ້ານແລກປ່ຽນ ນອກລະບົບເກີດຂຶ້ນ ໂດຍຊາວລາວ ຈະແລກປ່ຽນເງິນຕຣາຕ່າງປະເທດ ກັນ ຢ່າງລັບໆ ແລະ ອັດຕຣາແລກປ່ຽນ ກໍຈະສູງກວ່າເຣດຂອງທະນາຄານ.
ດັ່ງຊາວລາວ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 11 ພຶສພາ ນີ້ວ່າ:
“ເງິນ ມັນຂຶ້ນມາອີກແລ້ວນ່າ ຕີງຂຶ້ນອີກພຸ້ນລະ ກໍມີແຕ່ແລກເຖື່ອນ ກັນຫັ້ນແຫຼະ ກໍມີຫຼາຍຢູ່ ຢູ່ທີ່ວ່າເຮົາຈະແລກກັນ. ບາງເທື່ອກໍຂຶ້ນ, ບາງເທື່ອກໍລົງ ທະນາຄານເຖິງເຣດ ໃຫ້ໜ້ອຍ ກໍບໍ່ມີໃຫ້ເຮົາເລີຍ ບໍ່ມີເງິນບາທ ມີແຕ່ບອກອັດຕຣາ ແຕ່ບໍ່ມີໃຫ້.”
ເຊິ່ງໃນວັນທີ 11 ພຶສພາ 2023 ນີ້ ອັຕຣາແລກປ່ຽນເງິນຕຣາ ຕ່າງປະເທດ ສູງຂຶ້ນກ່ວາເກົ່າຫຼາຍ ໂດຍສະເພາະ ຮ້ານແລກປ່ຽນນອກລະບົບ ທີ່ຍັງມີການແລກປ່ຽນເງິນຕຣາ ຕ່າງປະທດກັນຢ່າງລັບໆ ຈະມີການແລກປ່ຽນເງິນຕຣາ ໃນລາຄາສູງກ່ວາທະນາຄານ ແຕ່ລະຮ້ານ ກໍຈະໃຫ້ເລທເງິນ ແຕກຕ່າງກັນໄປ. ເປັນຕົ້ນ ມື້ນີ້ ເອົາເງິນກີບໄປແລກບາທ ຈໍານວນ 1,000 ບາທ ຈະແລກເງິນກີບໄດ້ປະມານ 548,000 ກີບ ແລະຖ້າເອົາເງິນບາທ ໄປແລກເງິນກີບ ໃນຈໍານວນ 1,000 ບາທ ກໍຈະໄດ້ປະມານ 543,000 ສ່ວນເຣດ ຂອງທະນາຄານ ຈະແລກໄດ້ ປະມານ 520,000. ສໍາລັບເງິນໂດລ້າຣ໌ສະຫະຣັຖ 1 ໂດລ້າຣ໌ ຈະແລກໃນຕລາດນອກລະບົບ ໄດ້ປະມານ 18,440 ກີບ, ສ່ວນຢູ່ທະນາຄານໄດ້ 17500 ກີບ.
ດັ່ງ ຊາວລາວ ທ່ານນຶ່ງກ່າວວ່າ:
“ໄລຍະນີ້ ເງິນກີບອ່ອນຄ່ານ່າ ມັນຂຶ້ນຢູ່ກັບຕລາດເຂົາແຫຼະ ເອົາກີບຊື້ບາທ ອັນນ່າ ພັນນຶ່ງຕໍ່ ຫ້າແສນ ສີ່ສິບແປດພັນ ກໍເລທນອກແຫຼະນີ້ ຖ້າເລທໃນ ທະນາຄານຈະຫລຸດກ່ວານີ້ ກີບ ໂດລ່າ ສິບແປດພັນສີ່ຮ້ອຍສີ່ສິບກີບ ຕໍ່ 1 ໂດລ້າຣ໌ ທີ່ມັນຂຶ້ນມານີ້”
ຂະນະທີ່ຊາວລາວ ອີກທ່ານນຶ່ງ ກ່າວວ່າ ບັນຫານີ້ ຣັຖບານ ບໍ່ສາມາດປາບປາມ ໄດ້ໝົດເທື່ອ ເພາະ ທະນາຄານ ບໍ່ມີເງິນຕຣາຕ່າງປະເທດ ໃຫ້ແລກ ຊາວລາວ ຈໍາເປັນມີການແລກປ່ຽນ ເງິນຕຣາກັນ ແບບລັບໆ ເຊິ່ງມື້ນີ້ ເຣດເງິນກີບ ຂຶ້ນສູງອີກແລ້ວ ບາງຮ້ານນໍາເງິນ 1,000 ບາທ ໄປແລກເງິນກີບໄດ້ 550,000 ກີບ.
“ຍັງມີເປັນເຖື່ອນຢູ່ ຍັງປາບປາມບໍ່ທັນໄດ້ ຄືເຈົ້າກັບຂ້ອຍ ຮູ້ຈັກກັນກໍໂທຫາກັນ ມາປ່ຽນກັນຢູ່ທີ່ບ້ານນ່າ ແບບນີ້ ບາງຮ້ານກະ 1,000 ບາທ ກະ 550,000 ກີບ ແຕ່ລະມື້ກໍຍັບໆຂຶ້ນໜ້ອຍດຽວ ແຕ່ລະມື້ກໍຍັບລົງໜ້ອຍດຽວ.”
ຂະນະດຽວກັນ ຮ້ານແລກປ່ຽນເງິນຕຣາ ຮ້ານນຶ່ງ ກໍໃຫ້ລາຄາແລກ ເຣດເງິນບາທເປັນເງິນກີບ ທີ່ລາຄາສູງກ່ວາ ທະນາຄານເຊັ່ນກັນ ໂດຍຈໍານວນ 1,000 ບາທ ແລກເງິນກີບໄດ້ປະມານ 538,000 ກີບ ສ່ວນ ເຣດຂອງທະນາຄານລາວ ຢູ່ປະມານ 520,000 ກີບ ສ່ວນ 1 ໂດລ້າຣ໌ ແລກໄດ້ 18,200 ກີບ ສ່ວນຂອງທະນາຄານ ຢູ່ທີ່ 17,550 ກີບ.
“ຫ້າແສນສາມສິບແປດພັນ ເຣດເຮົານີ້ແຫຼະ ເຣດຮ້ານແລກປ່ຽນເລີຍ 1 ໂດລ້າຣ໌ ນຶ່ງແປດສອງສູນໆນ່າ ບໍ່ໄດ້ເອົາເຣດທະນາຄານ.”
ບັນຫາດັ່ງກ່າວນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກໍກ່າວວ່າ ທີ່ຜ່ານມາຣັຖບານ ສັ່ງປິດຮ້ານແລກປ່ຽນເງິນຕຣາ ໄປຫຼາຍຮ້ອຍຮ້ານແລ້ວ, ແຕ່ກໍຍັງ ມີຄົນລັກລອບ ແລກປ່ຽນເງິນຕຣາ ຕ່າງປະເທດ ຄືເກົ່ານັ້ນ ສ່ວນສາເຫດ ກໍເປັນເຣຶ່ອງຍາກ ທີ່ຈະຕອບໄດ້ ແຕ່ທີ່ຜ່ານມາ ກໍໃຫ້ເຈົ້າໜ້າທີ່ ລົງກວດກາຕລອດ.
“ກວດ ສັ່ງປິດໝົດ ແຕ່ກໍຄືຮູ້ຫັ້ນແຫຼະ ໝົດຫົນທາງ ຊີ້ຊາງຈະຕອບແລ້ວ ໂຕນີ້”
ເຖິງຢ່າງໃດກໍຕາມ ຖ້າຫາກເຈົ້າໜ້າທີ່ ມີການກວດກາພົບເຫັນວ່າ ມີຮ້ານລັກລອບເປີດ ບໍຣິການ ໃຫ້ແລກປ່ຽນເງິນຕຣາ ຕ່າງປະເທດ ຈະດໍາເນີນຕາມ ມາຕການຕ່າງໆ ທີ່ໜັກຂຶ້ນກ່ວາເກົ່າ ຕາມທີ່ກໍານົດໄວ້ ໃນລະບຽບກົດໝາຍ ເຊິ່ງໃນລະຫວ່າງເດືອນເມສາ ທີ່ຜ່ານມາ ໃນນະຄອນຫຼວງວຽງຈັນ ກໍກວດພົບຮ້ານແລກປ່ຽນ ເງິນຕຣາຈໍານວນນຶ່ງ ຍັງມີການລັກລອບ ເປີດບໍຣິການ ແບບເປີດແປນ ແລະ ບໍ່ມີໜ້າຮ້ານ ມີການປະກາດ ໂຄສະນາ ອັດຕຣາແລກປ່ຽນ ທັງເປັນບ່ອນຕິດຕໍ່ຊື້-ຂາຍ ເງິນຕຣາ ຜ່ານສື່ຕ່າງໆ ໃນສັງຄົມອອນລາຍນ໌ ໂດຍບໍ່ຢ້ານກົວ ລະບຽບກົດໝາຍ.