ນາຍົກຣັຖມົນຕຣີລາວ ແຕ່ງຕັ້ງ ຄະນະສະເພາະກິຈ ແກ້ໄຂບັນຫາ ເສຖກິຈ
ນາຍົກຣັຖມົນຕຣີລາວ ແຕ່ງຕັ້ງຄະນະສະເພາະກິຈ ເພື່ອແກ້ໄຂບັນຫາ ນໍ້າມັນເຊື້ອເພີງ, ລາຄາສິນຄ້າ ແພງ ແລະການຂາດແຄນ ເງິນຕຣາຕ່າງປະເທດ ຢູ່ໃນຂະນະນີ້, ແຕ່ປະຊາຊົນລາວ ຈໍານວນນຶ່ງບໍ່ເຊື່ອວ່າ ຄະນະສະເພາະກິຈ ຈະສາມາດແກ້ໄຂ ບັນຫາເຫລົ່ານີ້ໄດ້ ໃນໄລຍະເວລາອັນສັ້ນ.
-
ຈຳປາທອງ
2022-06-08 -
-
-
Your browser doesn’t support HTML5 audio
ທ່ານ ພັນຄໍາ ວິພາວັນ ນາຍົກຣັຖມົນຕຣີ ໄດ້ອອກຂໍ້ຕົກລົງວ່າດ້ວຍການແຕ່ງ ຕັ້ງຄະນະສະເພາະກິຈ ຮັບຜິດຊອບຊີ້ນໍາ ແລະວາງມາຕການແບບຮີບດ່ວນ ໃນການແກ້ໄຂບັນຫານໍ້າມັນເຊື້ອເພີງ, ລາຄາສິນຄ້າ ແລະເງິນຕຣາຕ່າງປະເທດ ໃນມື້ວັນທີ 6 ມິຖຸນາ 2022 ນີ້. ໃນນັ້ນ ໄດ້ແຕ່ງຕັ້ງທ່ານ ສອນໄຊ ສີພັນດອນ ຮອງນາຍົກຣັຖມົນຕຣີ ເປັນຫົວໜ້າຄະນະ ພ້ອມດ້ວຍສະມາຊິກອີກ 7 ຄົນ ເພື່ອແກ້ໄຂ 3 ບັນຫາດັ່ງກ່າວ ຊຶ່ງເປັນບັນຫາສໍາຄັນຂອງປະເທດ ທີ່ຈະຕ້ອງໄດ້ຮັບການແກ້ໄຂໃນປັດຈຸບັນນີ້.
ກ່ຽວກັບເຣື່ອງດັ່ງກ່າວ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາສໍານັກງານນາຍົກຣັຖມົນຕຣີ ເພື່ອຂໍຮູ້ຂໍ້ມູນເພີ່ມຕື່ມ, ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ບໍ່ສາມາດໃຫ້ຣາຍລະອຽດຫລາຍໄປກວ່ານັ້ນໄດ້.
ແຕ່ເຖິງຢ່າງໃດກໍຕາມ ປະຊາຊົນລາວຫລາຍຄົນກໍເຫັນວ່າ ເຖິງແມ່ນມີການແຕ່ງຕັ້ງຄະນະສະເພາະກິຈ ເພື່ອແກ້ໄຂບັນຫານໍ້າມັນເຊື້ອເພີງ, ລາຄາສິນຄ້າແລະເງິນຕຣາຕ່າງປະເທດກໍຕາມ ແຕ່ກໍເຊື່ອວ່າ ບັນຫາດັ່ງກ່າວ ຍັງເປັນບັນຫາທີ່ຈະແກ້ໄຂໄດ້ຍາກທີ່ສຸດ ແລະອາຈໄຊ້ເວລາດົນພໍສົມຄວນ ກ່ອນຈະແກ້ໄຂໃຫ້ມັນກັບຄືນສູ່ສະພາບປົກກະຕິໄດ້ ໂດຍສະເພາະເຣື່ອງລາຄາສິນຄ້າ ແລະເງິນ ຕຣາຕ່າງປະເທດ ຫລືແມ່ນແຕ່ນໍ້າມັນເຊື້ອເພິງ ກໍຍັງໜັກໜ່ວງຢູ່.
ດັ່ງປະຊາຊົນ ຢູ່ນະຄອນຫລວງວຽງຈັນນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 8 ມິຖຸນານີ້ວ່າ:
“ກາສິຍາກເຕີບຢູ່ແຫລະ ເພາະວ່າຄໍາກາຂຶ້ນເນາະ ປະຊາຊົນນີ້ຈັ່ງໃດກາແຮງສິທຸກວ່າຊີ້ສາ ດຽວນີ້ໄປຕລາດເງິນແສນນຶ່ງນີ້ ຊື້ໄດ້ແຕ່ປາແດກ ແປ້ງນົວ ບາດຫັ້ນ 100 ນຶ່ງ 25,000 ກີບ ແຕ່ດຽວນີ້ຂຶ້ນ 100 ນຶ່ງ 50,000 ກີບແລ້ວ.”
ທີ່ແຂວງຫລວງພຣະບາງ ປະຊາຊົນນາງນຶ່ງເວົ້າໃນມື້ດຽວກັນນີ້ວ່າ ສໍາລັບສະພາບເສຖກິຈຢູ່ແຂວງຫລວງພຣະບາງ ໃນທຸກມື້ນີ້ ຖືວ່າຍັງໜັກໜ່ວງຢູ່ ໂດຍສະເພາະສິນຄ້າປະເພດຕ່າງໆ ທີ່ນໍາເຂົ້າມາຈາກຕ່າງປະເທດ ແມ່ນລາຄາເພີ່ມສູງຂຶ້ນ ຕາມອັດຕຣາແລກປ່ຽນເງິນຕຣາຕ່າງປະເທດ, ເປັນບັນຫາທີ່ຣັຖບານ ຈະຕ້ອງເລັ່ງແກ້ໄຂ.
“ກາວ່າຢາກໃຫ້ທາງການລາວແກ້ໄຂດ່ວນຢູ່ ເພາະວ່າປະຊາຊົນກະທຸກຍາກຫລາຍເນາະ ເຣື່ອງນໍ້າມັນກັບຄ່າເງິນນີ້ແຢ້ລົງ ຢູ່ນີ້ນ່າ ເພາະວ່າເງິນນີ້ແຮງຂຶ້ນ 100 ບາດມັນຖືກຢູ່ 55,000 ແລ້ວໂອ໊ ຢູ່ລາວກາປະເພດຫຍັງກາຂຶ້ນໝົດ ທົບ 2 ທົບ 3 ພຸ້ນນ່າ.”
ປະຊາຊົນອີກຜູ້ນຶ່ງ ຢູ່ແຂວງຫລວງພຣະບາງ ກໍເວົ້າວ່າ ປໍ້ານໍ້າມັນເຊື້ອເພີງຫລາຍແຫ່ງ ຂາດນໍ້າມັນຢູ່ນະຄອນຫລວງພຣະບາງ, ມາຮອດມື້ນີ້ ສະພາບກໍຍັງບໍ່ທັນດີຂຶ້ນປານໃດ, ມີແຕ່ເພິ່ມຈໍານວນປໍ້ານໍ້າມັນ ເປີດໃຫ້ບໍຣິການຊື່ໆ. ແຕ່ປະຊາຊົນຫລາຍຄົນ ກໍຍັງຕ້ອງຕໍ່ແຖວລຽນຄິວ ຊື້ນໍ້າມັນກັນຫລາຍຢູ່ຄືເກົ່າ.
“ນໍ້າມັນຣົຖນີ້ກາຂ້ອນຂ້າງ ວ່າຢາກຍາກໜ້ອຍນຶ່ງ ຍັງບໍ່ທັນດີຂຶ້ນເທື່ອ ດຽວນີ້ເບິ່ງມີແຕ່ 4-5 ປໍ້າຫັ້ນນ່າ ບໍ່ເປີດຫລາຍ ເພາະວ່ານໍ້າມັນ ມັນບໍ່ປ່ອຍມາເທື່ອ ມາຮອດເທື່ອ ຕ້ອງໄດ້ລຽນຄິວຕໍ່ໄປ.”
ຜູ້ປະກອບທຸຣະກິຈປະເພດຕ່າງໆ ໃນຫລາຍແຂວງ ເປັນຕົ້ນທຸຣະກິຈເຮືອນພັກ ແລະຮ້ານອາຫານຫລາຍແຫ່ງ ຍັງປະສົບກັບບັນຫາເສຖກິດ ແລະກໍຍັງບໍ່ໄດ້ກັບມາເປີດບໍຣິການເທື່ອ ຍ້ອນຕ້ອງໄດ້ໃຊ້ເງິນຫລາຍກວ່າແຕ່ກ່ອນ ໃນການລົງທຶນເປີດຮ້ານຄືນ ແລະກໍຫວັງວ່າ ຄະນະສະເພາະກິຈດັ່ງກ່າວ ຈະຊ່ອຍຫລຸດ ຜ່ອນບັນຫາຕ່າງໆນັ້ນໄດ້ ດັ່ງຜູ້ປະກອບການເຮືອນພັກ ແລະຮ້ານອາຫານແຫ່ງນຶ່ງ ຢູ່ແຂວງຊຽງຂວາງ ເວົ້າ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ມິຖຸນານີ້ວ່າ:
“ເພິ່ນວ່າສິແກ້ໄດ້ຢູ່ ເພິ່ນວ່າກາກໍາລັງປັບປຸງຢູ່ເດ໋ ກາຄິດວ່າຢາກເປີດຢູ່ໄດ໊ ຍັງກໍາລັງຊອກຢູ່ ຊອກສະຖານທີ່ຢູ່ ມັນກາແພງຂຶ້ນໝົດທຸກອັນພຸ້ນແຫລະ ເພາະວ່າເຂົາເຈົ້າຊື້ວັດຖຸດິບ ຊື້ອັນນັ້ນມັນແພງເດ໊ ເງິນບາດເງິນນັ້ນມັນຂຶ້ນ.”
ໃນຂະນະດຽວກັນ ຜູ້ປະກອບການເຮືອນພັກ ແລະຮ້ານອາຫານ ອີກແຫ່ງນຶ່ງຢູ່ແຂວງໄຊຍະບູຣີ ກໍເວົ້າວ່າ ຕົນກໍຍັງບໍ່ທັນໄດ້ເປີດໃຫ້ບໍຣິການຄືນເທື່ອ ຍ້ອນບັນຫາຫລາຍຢ່າງ ທີ່ກ່ຽວພັນກັບເສຖກິຈ, ມີແຕ່ລໍຖ້າໃຫ້ຣັຖບານ ສາມາດແກ້ໄຂບັນຫານໍ້າມັນ, ລາຄາສິນຄ້າ ແລະເງິນຕຣາຕ່າງປະເທດໄດ້ກ່ອນ ຈຶ່ງຈະກັບມາເປີດຮ້ານຄືນອີກ.
“ຮອດດຽວນີ້ເຮົາບໍ່ໄດ້ເປີດ ໂອ໋ ກາແພງຂຶ້ນກວ່າປົກຕິ ມັນກາຕາມໆກັນໄປຫັ້ນແຫລະ ນໍ້າມັນກາແພງຂຶ້ນແມ່ນຫບັງການແພງຂຶ້ນຂຶ້ນໄປຕາມໆກັນແຫລະ ອາຫານກາດາຍ.”
ກ່ຽວກັບເຣື່ອງທີີ່ວ່ານີ້ ອາດີດເຈົ້າໜ້າທີ່ລາວທ່ານນຶ່ງ ເວົ້າໃນມື້ດຽວກັນນັ້ນວ່າ ພາຍຫລັງທີ່ນາຍົກຣັຖມົນຕຣີ ໄດ້ແຕ່ງຕັ້ງຄະນະສະເພາະກິຈນັ້ນຂຶ້ນ ກໍເປັນສັນຍານທີ່ດີ ໃນການແກ້ໄຂບັນຫານໍ້າມັນ, ລາຄາສິນຄ້າ ແລະເງິນຕຣາຕ່າງປະເທດ ແລະເຊື່ອວ່າ ເພິ່ນໜ້າຈະເລັ່ງແກ້ໄຂບັນຫາ ນໍ້າມັນກ່ອນບັນຫາອື່ນໆ. ສ່ວນເຣື່ອງທີ່ວ່າ ຈະແກ້ໄດ້ຍາກ-ງ່າຍສໍ່າໃດນັ້ນ ກໍຕ້ອງລໍຕິດຕາມເບິ່ງຕໍ່ໄປ.
ດັ່ງທີ່ທ່ານກ່າວວ່າ:
“ເພິ່ນກາແກ້ກັນຢູ່ນີ້ແຫລະ ແກ້ໄຂບັນຫາ ຍົກຕົວຢ່າງວ່າ ຄືນໍ້າມັນ ເຮົາຊື້ນໍ້າມັນເບື້ອງໄທຍນີ້ 70% ສ່ວນໃຫຍ່ເຮົາຕ້ອງນໍາເຂົ້າແຕ່ເບື້ອງໄທຍ ບາດນີ້ລາຄານໍ້າມັນມັນກາ ຄືດຽວນີ້ຂາຍຢູ່ຕາມທ້ອງຕລາດກັບຕາມປໍ້າຕາມຫຍັງ ເຮົາກໍວ່າ 18 ພັນກີບ ແຕ່ວ່າເຂົາຂາຍມັນກາ 24 ພັນ-25 ພັນ.”
ລາຄານໍ້າມັນຫລ້າສຸດຢູ່ລາວ ອີງຕາມແຈ້ງການຂອງກະຊວງອຸດສາຫະກັມ ແລະການຄ້າ ແອັດຊັງທັມມະດາ ຕໍ່າສຸດແມ່ນ 19,830 ກີບຕໍ່ລິດ, ສູງສຸດ 20,310 ກີບ. ແອັດຊັງພິເສດ ຕໍ່າສຸດ 27,920 ກີບຕໍ່ລິດ, ສູງສຸດ 28,560 ກີບ ແລະກາຊັວນ ຕໍ່າສຸດ 19,420 ກີບຕໍ່ລິດ, ສູງສຸດ 20,060 ກີບ.
ອັດຕຣາແລກປ່ຽນ ເງິນຕຣາຕ່າງປະເທດ ອີງຕາມທະນາຄານຕ່າງໆໃນວັນທີ 8 ມິຖຸນານີ້ ແມ່ນ 1 ບາດ ຕໍ່ 495 ກີບ, 1 ໂດລ້າຣ໌ສະຫະຣັຖ ຕໍ່ 14,333 ກີບ ແລະ 1 ຢັວນ ຕໍ່ 2,137 ກີບ.
ກ່ຽວກັບບັນຫາຕ່າງໆທີ່ເວົ້າມານັ້ນ ໃນກອງປະຊຸມສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9 ທີ່ຈະມີຂຶ້ນໃນມື້ວັນທີ 13 ມິຖຸນານີ້ ກໍຈະມີການປຶກ ສາຫາລື ແລະແກ້ໄຂ.