ສະຫະພັນເຕະບານອາຊຽນ ຕັດສິນ ທ.ຄໍາແພງ ທ.ແລມໂບ

ສິດນີ
2020.02.26
F-Soccer ນັກເຕະບານ ທິມຊາດລາວ ທ້າວ ຄຳແພງ ໄຊຍະວຸດທິ ( ຂວາ ) ທີ່ຖືກສັ່ງຫ້າມ ເຂົ້າແຂ່ງຂັນ ເຕະບານ ຣະດັບຟາກຟື້ນ ຕລອດຊິວິດ.
Citizen Journalist

ສະຫະພັນເຕະບານເອເຊັຽ ຫລື AFC ໄດ້ອອກຄຳສັ່ງລົງໂທດ ທ້າວ ຄຳແພງ ໄຊຍະວຸດທິ ແລະ ທ້າວ ແລມໂບ້ ໄຊຊະນະ ສອງນັກເຕະ ບານທີມຊາດລາວ ຫ້າມບໍ່ໃຫ້ເຕະບານຕລອດຊີວິດ ໃນຂໍ້ຫາລົ້ມບານ ໃນນັດແຂ່ງຂັນກັບ ທີມ Hong Kong ໃນປີ 2017.

ຫລັງຈາກຄຳສັ່ງດັ່ງກ່າວອອກມາ, ສະຫະພັນບານເຕະ ແຫ່ງຊາດລາວ ໄດ້ກຽມສົ່ງໜັງສືແຈ້ງການ ໃຫ້ນັກເຕະທັງສອງຄົນ ບໍ່ໃຫ້ໄປຫຍຸ້ງ ກ່ຽວກັບກິລາ ເຕະບານລາວ ໃນທຸກກໍຣະນີ. ເຈົ້າໜ້າທີ່ ຈາກ ສະຫະພັນ ບານເຕະແຫ່ງຊາດລາວ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 27 ກຸມພາ ວ່າ:

"ໂຕນີ້ພວກເຮົາກະແຈ້ງການສະບັບດັ່ງກ່າວ ອອກໃຫ້ນັກກິລາ ຜູ້ກ່ຽວ ລວມເຖິງວົງຂ່າວ ແລ້ວກະແຈ້ງໃຫ້ທຸກໆ ພາກສ່ວນທີ່ກ່ຽວຂ້ອງ ບໍ່ ສະເພາະແຕ່ທີມຊາດ ທຸກການແຂ່ງຂັນ ໃນ ສປປ ລາວ ສອງຄົນນີ້ຈະບໍ່ໄດ້ຮັບສິດ ໃຫ້ລົງແຂ່ງຂັນອີກຕໍ່ໄປ."

ກ່ຽວກັບບັນຫາການລົ້ມບານ ແລະ ໃນໄລຍະກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ່ 8, ທ່ານ ຊົມຊູ ພົງສາ ຜູ້ຊ່ວຍຣັຖມົນຕຼີ ກະຊວງສຶກສາທິການ ແລະ ກິລາ ໄດ້ອະທິບາຍກ່ຽວກັບການລົ້ມບານ ໃນລາວ ໃນຕອນນຶ່ງວ່າ:

"ຖ້າວ່າພວກເຮົາຍັງມີການລົ້ມກິລາຢູ່ນີ້ ພວກເຮົາຈະບໍ່ສາມາດພັທນາ ຈະມີເງິນຫລາຍປານໃດກໍຢ່າ ເພາະວ່າການແຊກຊຶມ ໃນການລົ້ມ ກິລາ ນີ້ມັນບໍ່ແມ່ນຍ້ອນນັກກິລາ ຢາກລົ້ມ ຜູ້ຊື້ຈ້າງຈອບອອຍ ຢູ່ຕ່າງປະເທດພຸ້ນ ເຂົາສົ່ງສັນຍານກັນໂດຍສາຍ ໂທລະສັບໂດຍທີ່ເຮົາບໍ່ຮູ້."

ອີງຕາມໜັງສືແຈ້ງຂ່າວ AFC, ນັກເຕະລາວທັງສອງ ຖືກຈັບໄດ້ວ່າ ລົ້ມບານນັ້ນ ໃນເວລາທີ່ລົງແຂ່ງຂັນອຸ່ນ ເຄື່ອງກັບ ທີມ Hong Kong ໃນວັນທີ 5 ຕຸລາ 2017 ໂດຍແມ່ນທີມ Hong Kong ຊະນະ ລາວ 4 ປະຕູ ຕໍ່ 0.

ເຖິງຢ່າງໃດກໍຕາມ, AFC ບໍ່ໄດ້ໃຫ້ຣາຍລະອຽດ ເພີ້ມເຕີມຫຍັງກ່ຽວກັບ ການລົ້ມບານ ຂອງສອງນັກເຕະລາວໃນຄັ້ງນີ້ວ່າ ນັກເຕະລາວທັງ ສອງໄດ້ຮັບເງິນເທົ່າໃດ ແລະ ຈາກໃຜ ໃນການລົ້ມບານ, ແລະ ສາເຫດຂອງການລົ້ມບານ ໃນຄັ້ງນີ້ ຍ້ອນຫຍັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.