ປີໃໝ່ສາກົລ ຄົນງານລາວ ໃນໄທຍ ຢາກເມືອເຮືອນ
2020.12.29

ຄົນງານລາວ ຜູ້ນຶ່ງ ທີ່ຖືວີຊາທ່ອງທ່ຽວ ມາເຮັດວຽກເປັນລູກຈ້າງຂາຍເຄື່ອງຫຼີ້ນເດັກນ້ອຍ ຢູ່ບາງກອກ ປະເທດໄທຍ ເວົ້າວ່າ ລາວຢາກກັບບ້ານ ຢູ່ປະເທດລາວ ໃນຊ່ວງບຸນປີໃໝ່ສາກົລນີ້, ແຕ່ກໍກັບບໍ່ໄດ້ ຍ້ອນບໍ່ມີເງິນ ພາຍຫຼັງຖືກເລີກຈ້າງກະທັນຫັນໄດ້ 3 ມື້ແລ້ວ ຍ້ອນຜົລກະທົບ ຈາກການແຜ່ຣະບາດຂອງເຊື້ອໄວໂຄວິດ-19 ຮອບສອງ, ດັ່ງຄົນງານຜູ້ນຶ່ງ ເວົ້າວກັບວິທຍຸເອເຊັຽເສຣີ ໃນວັນທີ 28 ທັນວານີ້ວ່າ:
“ຍັງບໍ່ໄດ້ເຮັດຮອດງານ ເຂົາປິດຮ້ານ ຢູ່ພີ້ ເງິນກໍບໍ່ໄດ້ ບ້ານເຊົ່າເຂົ້າຊື້ ກໍຢາກເມືອລາວ ກໍຈັກຍາມໃດ ຄືພວກນໍ້າຖ້ວມຢູ່ລາວ ເຂົາຊິຫາຫຍັງກິນ ຄັນບໍ່ມາຫາເງິນ.”
ສໍາລັບການຣະບາດ ຂອງເຊື້ອໄວຣັສໂຄວິດ-19 ຮອບ 2 ຢູ່ໄທຍ ມີຄົນລາວ ເພດຊາຍ ຕິດເຊື້ອພຍາດນີ້ ນຶ່ງຄົນ ຊຶ່ງມີປວັດເດີນທາງໄປຕລາດມະຫາໄຊ ຢູ່ແຂວງສະມຸດສາຄອນ ເພື່ອນໍາຫອຍໄປສົ່ງຕລາດປາກນໍ້າ ແຂວງສະມຸດປາການ, ປັດຈຸບັນ ຄົນລາວທີ່ຕິດເຊື້ອໂຄວິດ-19 ນັ້ນ ຍັງນອນປິ່ນປົວຢູ່ໂຮງໝໍ, ຂນະທີ່ ການຣະບາດຂອງເຊື້ອໄວຣັສໂຄວິດ-19 ຮອບ 2 ຢູ່ໄທຍ ທີ່ແຂວງສະມຸດສາຄອນ ມີຈໍານວນຜູ້ຕິດເຊື້ອ ໃນວັນທີ 27 ທັນວາ 2020 ເພີ້ມຂຶ້ນເປັນ 66 ຄົນ.
ໃນຂນະດຽວກັນ ຄົນງານລາວ ທີ່ເຮັດວຽກກໍ່ສ້າງ ຕາມສັນຍາ MOU ຣະຫວ່າງ ລາວ-ໄທຍ ຢູ່ເມືອງຣັງສິດ ແຂວງປະທຸມທານີ ປະເທດໄທຍ ກໍເວົ້າວ່າ ຢາກກັບບ້ານຢູ່ລາວຄືກັນ ໃນຊ່ວງບຸນປີໃໝ່ສາກົລ ຄິດຮອດພໍ່ແມ່, ແຕ່ກໍກັບບໍ່ໄດ້ ຍ້ອນດ່ານຊາຍແດນລາວ-ໄທຍປິດ ເນື່ອງມາຈາກ ການແຜ່ຣະບາດຂອງເຊື້ອໄວຣັສໂຄວິດ-19 ຢູ່ໄທຍ ຮອບ 2.
“ແບບວ່າ ຄ້າງຄາ ກໍເຣື່ອງດຽວແຫຼະ ເຣື່ອງໂຄວິດ-19 ຫັ່ນແຫຼະ ຢາກໃຫ້ມັນເຊົາໄວໆຢູ່ ເມືອກໍຢ້ານ ແບບຖ້າເປັນຊ່ວງໂຄວິດ-19 ນິ່ ເມືອແລ້ວກໍອອກມາບໍ່ໄດ້ ແລ້ວຈະບໍ່ມີຄົນຫາເງິນໃຫ້ເພິ່ນ ກໍເລີຍຕັດສິນໃຈຢູ່ ໄທຍ.”
ຄົນງານລາວ ອີກຄົນນຶ່ງ ທີ່ເຮັດວຽກກໍ່ສ້າງຢູ່ໄທຍ ກໍເວົ້າວ່າ ຢາກກັບບ້ານຢູ່ລາວ ໃນໄລຍະບຸນປີໃໝ່ສາກົລນີ້ຄືກັນ ຍ້ອນບໍ່ຮູ້ວ່າ ໃນຕໍ່ໜ້າ ຈະໄດ້ກັບຫຼືບໍ່:
“ຈະກັບຢູ່ ແຕ່ມັນກັບບໍ່ໄດ້ຊ້ວງນີ້ ເຂົາບໍ່ໃຫ້ອອກເລີຍເດ້ ຊ້ວງນີ້ ຍັງຢູ່ໄດ້ຢູ່ ແຕ່ຕໍ່ໜ້າ ບໍ່ຮູ້ຈະເປັນແນວໃດ.”
ຊາວບ້ານ ຢູ່ນະຄອນຫຼວງວຽງຈັນ ທີ່ມີເອື້ອຍ ໄປແຕ່ງງານ ຢູ່ແຂວງສະມຸດປາການ ປະເທດໄທຍ ເວົ້າວ່າ ເອື້ອຍຂອງຕົນສະບາຍດີຢູ່ ລາວແຕ່ງງານກັບຄົນໄທຍ ໄດ້ 20 ປີແລ້ວ ພ້ອມທັງເປີດຮ້ານຂາຍເຄື່ອງນໍາ ແຕ່ໄລຍະນີ້ ອາຈຂາຍບໍ່ຄ່ອຍດີ ຍ້ອນການຣະບາດຂອງໂຄວິດ-19 ຮອບ 2.
“ບໍ່ ເພິ່ນກໍບໍ່ຢາກກັບເດ້ ເພາະວ່າ ເພິ່ນເຮັດເປັນຫຼັກ ເປັນແຫຼ່ງຢູ່ພຸ້ນເດ້ ກໍຂາຍແມ່ນຫຍັງໄປຕລາດຕະລີ ແມ່ນຫຍັງນີ້ແຫຼະ ຂາຍຜັກ, ຂາຍມີ່ໄປນັ້ນແຫຼະ ບໍ່ໄດ້ແບບວ່າ ບໍ່ໄດ້ເລາະແມ່ນຫຍັງ ຄືເຂົາເຈົ້າໄປ-ມາ ແບບຫາກິນນໍາບ້ານ ແມ່ນຫຍັງຫັ່ນນ່າ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກະຊວງການຕ່າງປະເທດ ກ່າວວ່າ ໃຫ້ລໍຖ້າໝົດປີກ່ອນ ທາງຂັ້ນເທິງ ຈະມີແຈ້ງການ ແຜນຮອງຮັບແຮງງານລາວ ກັບຄືນປະເທດ, ປັດຈຸບັນ ແຮງງານຈາກຕ່າງປະເທດ ໂດຍສະເພາະປະເທດໄທຍ ຍັງບໍ່ມີແຜນຮອງຮັບ ຄົນງານລາວກັບລາວເທື່ອ.
“ລໍຖ້າແຈ້ງການສບັບໃໝ່ ແຈ້ງການອອກມາກ່ອນເນາະ ເພາະວ່າດຽວນີ້ ເພິ່ນໂຈະ ເພາະວ່າ ມີການແຜ່ຣະບາດຢູ່ໄທຍເນາະ ເພິ່ນໂຈະຊົ່ວຄາວ ເພິ່ນບໍ່ໃຫ້ເຂົ້າມາເທື່ອ ຊ່ວງນີ້ນ່ະ.”
ກ່ຽວກັບການມາຕການປ້ອງກັນ ເຊື້ອພຍາດໂຣຄໂຄວິດ-19 ໃນລາວ ລ່າສຸດ ເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການເລຂທີ 067/ຈສທ ລົງວັນທີ 25 ທັນວາ 2020 ຫ້າມບໍ່ໃຫ້ບຸກຄົນ, ນິຕິບຸກຄົນ, ພໍ່ແມ່ປະຊາຊົນ ລັກລອບຂ້າມໄປ-ມາ ຕາມຊາຍແດນ ຣະຫວ່າງເມືອງສັງທອງ ກັບເມືອງສັງຄົມ (ປະເທດໄທຍ) ເພື່ອສະກັດກັ້ນ ແລະປ້ອງກັນແຜ່ຣະບາດຂອງເຊື້ອພຍາດໂຄວິດ-19.
ສະພາບການຣະບາດ ຂອງເຊື້ອພຍາດໂຄວິດ-19 ຢູ່ປະເທດລາວ ໂດຍອີງຕາມຂໍ້ມູນ ຈາກສູນວິເຄາະ ແລະຣະບາດວິທະຍາ ກະຊວງສາທາຣະນະສຸຂ ແຫ່ງ ສປປລາວ ຣະບຸວ່າ ມີຜູ້ຕິດເຊື້ອພຍາດໂຄວິດ-19 ຢູ່ລາວ ທັງໝົດ 41 ໃນນັ້ນ ປິ່ນປົວດີແລ້ວ 40 ຄົນ, ຍັງນອນປິ່ນປົວຢູ່ໂຮງໝໍມິຕພາບ 150 ຕຽງ 1 ຄົນ.
ນອກຈາກນີ້ ກະຊວງສາທາຣະນະສຸຂ ຍັງໄດ້ຖແລງຂ່າວ ແຈ້ງມາຕການຜ່ອນຜັນ 13 ຂໍ້ ນັບແຕ່ວັນທີ 23 ທັນວາ 2020 ຫາ 31 ມົກກະຣາ 2021 ນຶ່ງໃນນັ້ນ ແມ່ນສືບຕໍ່ໂຈະການອອກວີຊ້ານັກທ່ອງທ່ຽວ ແລະຢ້ຽມຢາມ ສໍາລັບຄົນຕ່າງປະເທດ ແລະສືບຕໍ່ປິດດ່ານປະເພນີ ແລະດ່ານທ້ອງຖິ່ນ, ສໍາລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ ແລະການຂົນສົ່ງສິນຄ້າ ຍົກເວັ້ນ ບາງດ່ານປະເພນີ ຫຼືດ່ານທ້ອງຖິ່ນ ທີ່ໄດ້ຮັບອະນຸຍາດຈາກຣັຖບານ ໃຫ້ຣົດຂົນສົ່ງສິນຄ້າເຂົ້າ-ອອກໄດ້ ແຕ່ຕ້ອງໄດ້ຮັບການສີດຢາຂ້າເຊື້ອພຍາດ ຕາມເຕັກນິກຂອງຂແນງການທີ່ກ່ຽວຂ້ອງກໍານົດ