ປະຊາຊົນຫາກິນຍາກຍ້ອນຖືກ ຍຶດ ທີ່ ດິນ

ສິດນີ
2014.05.22
f-land ທີ່ດິິນ ຕົກແຕ່ງເປັນ ສນາມກອຝ
Mek/fb

 

ກຸ່ມ ນັກເຄື່ອນໄຫວ ແລະ ນັກຊ່ຽວຊານ ເວົ້າວ່າ ການຍຶດ ເອົາພື້ນທີ່ ຂອງ ປະຊາຊົນ ຜູ້ທີ່ ທຸກຍາກ ຢູ່ແລ້ວ ໃນ ສປປລາວ ໂດຍ ສະເພາະ ພວກ ຊົນເຜົ່າ ແຮ່ງເຮັດ ໃຫ້ ຂະເຈົ້າ ທຸກຍາກ ເພີ້ມຂຶ້ນ ອີກ ຍ້ອນ ບໍ່ມີ ບ່ອນ ທຳມາ ຫາກິນ ລ້ຽງ ຄອບຄົວ.

ທ່ານ ຊານ ມາລີ ກຸດຕາ ນັກວິຈັຍຈາກ ອົງການ GLOBAL SOUTH ທີ່ ມີສູນກາງ ຢູ່ ບາງກອກ ປະເທດ ທີ່ ກຳລັງ ເຮັດວຽກ ກ່ຽວກັບ ການ ສົ່ງເສີມ ຄວາມ ເປັນທັມ ໃນ ສັງຄົມ ລາວ ເວົ້າວ່າ; ເມື່ອ ເວລາ ເນື້ອທີ່ ດິນ ຂອງ ຊາວບ້ານ ຖືກເອົາ ໃຫ້ ບໍຣີສັດ ສຳປະທານ ຫລື ເຮັດ ອຸດສາຫະກັມ ການກະເສດ ຫລື ແນວໃດ ແນວນຶ່ງ ມັນເປັນ ການ ທຳລາຍ ຮາກເຫງົ້າ ພື້ນຖານ ຊິວິດ ການເປັນຢູ່ ຂອງ ຊາວບ້ານ ຮ່ວມທັງ ການທຳ ລາຍ ແຫລ່ງ ອາຫານ ການກິນ ການ ສ້າງລາຍໄດ້ ແລະ ແຫລ່ງ ຢາຮັກສາ ໂຣຄ ຂອງ ປະຊາຊົນ ທ້ອງຖີ່ນ.

ທ່ານວ່າ ການໃຫ້ ສຳປະທານ ເນື້ອທີ່ ເປັນ ຈຳນວນ ຫລວງຫລາຍ ຫລື ການຍຶດ ດິນ ຊາວບ້ານ ທີ່ ກຸ່ມຕໍ່ຕ້ານ ກ່າວນັ້ນ ສາເຫດ ແມ່ນ ມາຈາກ ໂຄງການ ໃຫຍ່ໆ ຂອງ ນັກລົງທຶນ ຕ່າງຊາດ ທີ່ ເປັນ ຄົນກາງ ຣະຫວ່າງ ຣັຖບານ ກັບ ບໍຣິສັດ ເອກຊົນ ພຶດຕິກັມ ດັ່ງກ່າວ ໄດ້ເພີ້ມ ຫລາຍຂຶ້ນ ໃນຊ່ວງ 10 ປີ ຜ່ານມາ ການລົງທຶນ ຈາກ ບໍຣິສັດ ຕ່າງຊາດ ໄດ້ກວມ ເອົາ ເນື້ອທີ່ ຂອງ ຊາວບ້ານ ຫລາຍພັນ ເຮັກຕາ ໃນຫລາຍ ຫມູ່ ບ້ານ ໃນທົ່ວ ປະເທດ. ກຸ່ມຊົນເຜົ່າ ສ່ວນໃຫຍ່ ອາສັຍ ຢູ່ໃນພື້ນທີ່ ທີ່ ມີ ຊັພຍາກອນ ທັມມະຊາດ ເປັນຜູ້ ໄດ້ຮັບ ຜົລກະທົບ ຫລາຍ ກວ່າຫມູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.