ເງິນກີບກໍາລັງໄຮ້ຄ່າ ແມ່ຄ້າ ເຂົ້າຕາຈົນ

ອຸ່ນແກ້ວ ສຸກສະຫວັນ
2021.08.17
ເງິນກີບກໍາລັງໄຮ້ຄ່າ ແມ່ຄ້າ ເຂົ້າຕາຈົນ ສິນຄ້າເຄື່ອງ ອຸປໂພກ-ບໍຣິໂພກ ທີ່ຈໍາເປັນ ຊື້ຂາຍຈໍາໜ່າຍ ໃນຕລາດແຕ່ລະມື້
ນັກຂ່າວພົລເມືອງ

ອັດຕຣາເງິນກີບເຟີ້ ຂຶ້ນສູງ ເມື່ອທຽບໃສ່ເງິນບາດ ແລະ ເງິນໂດລາ ເຮັດໃຫ້ຊາວຄ້າຂາຍຢູ່ລາວ ໄດ້ຮັບຜົລກະທົບ.

ອັດຕຣາແລກປ່ຽນ ຢູ່ທະນາຄານ ແຫ່ງ ສປປ ລາວ ໃນວັນທີ 16 ສິງຫາ 2021 ກໍຄື ຖ້າເຮົາເອົາເງິນກີບ ໄປແລກເອົາເງິນໂດລາ ຈະຢູ່ໃນອັດຕຣາ 1 ໂດລາ ຕໍ່ 9,596 ກີບ, ແຕ່ຖ້າ ເອົາເງິນໂດລາໄປແລກເງິນກີບ ຈະຢູ່ໃນອັດຕຣາ 1 ໂດລາ ຕໍ່ 9,594 ກີບ. ແຕ່ໃນຕົວຈິງລາຄາ ທີ່ເຂົາເຈົ້າແລກກັນຢູ່ທາງນອກ ທີ່ບໍ່ແມ່ນທະນາຄານ ແລະ ຮ້ານແລກປ່ຽນເງິນຕຣາ ສູງກວ່ານັ້ນ.

ນັກທຸຣະກິຈທ່ານນຶ່ງ ຢູ່ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 16 ສິງຫາ 2021 ວ່າ: ອັດຕຣາແລກປ່ຽນຢູ່ທາງນອກ ຢູ່ທີ່ 1 ໂດລາ ຕໍ່ 12,000 ກີບ ຈາກແຕ່ກ່ອນ 1 ໂດລາ ຕໍ່ 9,500 ກີບ, ສ່ວນວ່າ ອັດຕຣາເງິນບາດ ປັດຈຸບັນ 1 ບາດ ຕໍ່ 350 ກີບ ຈາກແຕ່ກ່ອນ 1 ບາດ ຕໍ່ 260 ກີບ.

ຊາວຄ້າຂາຍ ອີກທ່ານນຶ່ງ ທີ່ຂາຍເຄື່ອງຢູ່ຕລາດ ໃນນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 16 ສິງຫາ ວ່າ:

ນັກຂ່າວ: ບາດນີ້ ຂາຍເຄື່ອງ ຂາຍຂອງ ເປັນຈັ່ງໃດລະ ໄດ້ຂາຍດີຢູ່ຕີ້?

ແມ່ຄ້າ: ບໍ່ປານໃດ ຂາຍເຄື່ອງຍາກ ຕລາດກະຫຼາຍ ແຕ່ຂະເຈົ້າເປີດຕລາດບຶງທາດຫຼວງມານີ້ ກະຂາຍເຄື່ອງຍາກ ມັນຫຼາຍຕລາດ. ບໍ່ຕິໃຜຂະເຈົ້າ ກະຫາເງິນຍາກ ພໍໄດ້ກິນກຸ້ມປາກ ກຸ້ມທອງໄປແຕ່ລະມື້ ບໍ່ຄືແຕ່ກີ້ ໄຫໃຫຍ່ລົ້ນ ໄຫນ້ອຍບໍ່ເຕັມເດ້ ເຮັດຈັ່ງໃດລະ.

ນັກຂ່າວ: ເຮົາຂາຍເຄື່ອງ ຊ້ວງກ່ອນໂຄວິດ ເຮົາໄດ້ຂາຍດີຂນາດໃດ ນີ້?

ແມ່ຄ້າ: ກະສົມມຸດວ່າ ຊ້ວງກ່ອນໂຄວິດ ນີ້ ປະມານ 100 ຊ້ວງ ໂຄວິດມານີ້ ກະ 80.

ນັກຂ່າວ: ມັນຫຼຸດກັນປະມານ 20 ເປີເຊັນ ຊັ້ນເທາະ.

ແມ່ຄ້າ: ທຸກມື້ນີ້ບໍ່ອຸກໃຈຫຍັງ ອຸກໃຈແຕ່ເຣື່ອງເງິນເດີ ເຣື່ອງເງິນຂຶ້ນເດີ ຄືແມ່ຄ້າ ພວກຂ້ອຍນີ້ເງິນບາດຂຶ້ນແທ້ ຂຶ້ນວ່າ ທັງເງິນດອນ ເງິນດອນກະຂຶ້ນ ເງິນບາດກະຂຶ້ນ ຊິຕາຍລະ. ບາດນີ້ ບ້ານເຮົາລະຊື້ມາແຕ່ນຳເຂົາ ຜລິດເອງກະບໍ່ເປັນ.

ນັກຂ່າວ: ແລ້ວມັນຂຶ້ນ ທໍ່ໃດ?

ແມ່ຄ້າ: ດຽວນີ້ເງິນບາດ ຫັ້ນ 350,000 ລະໄດ໋ [ຕໍ່ 1,000 ບາດ] ແລກກັນຢູ່ຕລາດ ຢູ່ ທະນາຄານກະຖືກກ່ອນ.

ນັກຂ່າວ: ເງິນດອນ 1,160,000 ກີບ [ຕໍ່ 100 ໂດລາ]. ຂຶ້ນແທ້ ຂຶ້ນວ່າ ຊິຕາຍລະບາດນີ້ ເງິນດອນ ຊ້ຳພັດຊິຕາຍຄັກ.

ທະນາຄານໂລກ ໄດ້ຣາຍງານ ໃນເດືອນມົກກະຣາ 2021 ວ່າ: ປີ 2020 ອັດຕຣາເງິນເຟີ້ ໃນເວລາຊື້ອາຫານ ຈະເພີ່ມຂຶ້ນປະມານ 4 ເປີເຊັນ, ສົມມຸດວ່າ ຈາກທີ່ເຮົາເຄີຍຊື້ເຂົ້າ 1 ກິໂລກຼາມ ໃນລາຄາ 1,000 ກີບ ແຕ່ ປັດຈຸບັນ ເຮົາຊື້ ໃນລາຄາກິໂລກຼາມ ລະ 1,040 ກີບ ໂດຍປະມານ.

ທະນາຄານໂລກ ຍັງລະບຸອີກວ່າ: ປັດຈຸບັນ ປະເທດລາວ ຂາດເຂີນເງິນຕຣາຕ່າງປະເທດ ໃນຕລາດແລກປ່ຽນເງິນຕຣາຕ່າງປະເທດ ຊຶ່ງມັນສົ່ງຜົລກະທົບ ກໍ່ໃຫ້ເກີດຊ່ອງຫວ່າງ ໃນອັດຕຣາແລກປ່ຽນເງິນຕຣາ.

ນອກຈາກນີ້ ຢູ່ໃນກອງປະຊຸມສໄມວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ 9 ຣັຖບານກໍໄດ້ເວົ້າເຖິງການຂາດເຂີນເງິນຕຣາ ຕ່າງປະເທດ ຢູ່ໃນຄັງສະສົມ ສະນັ້ນຣັຖບານ ໄດ້ອອກນະໂຍບາຍ ສົ່ງເສີມການຜລິດສິນຄ້າສົ່ງອອກ ແລະ ການປະຢັດ ເພື່ອໃຫ້ມີ ເງິນຕຣາຕ່າງປະເທດ ໄວ້ໃນຄັງສະສົມ.

ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ໄດ້ກ່າວຢູ່ໃນກອງປະຊຸມສໄມສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ 9 ໃນວັນທີ 6 ສິງຫາ 2021 ຕອນນຶ່ງ ວ່າ: ການສ້າງຖານຜລິດ ໃໝ່ ຊິແມ່ນ ສົ່ງອອກນັ້ນ ສົ່ງອອກນີ້ ຫຼືວ່າ ການປະຢັດນີ້ ແລ້ວເຮົາຈຶ່ງຈະມີເງິນ ງົບປະມານຂອງເຮົາໄປຝາກໄວ້ນຳທະນາຄານ ຈັ່ງຊິເຫັນເງິນຕຣາສຳຮອງ ເງິນຕຣາຕ່າງປະເທດ ມັນເພີ່ມຂຶ້ນ ເພີ່ມຂຶ້ນ ມັນຈັ່ງຊິ ເຂັ້ມແຂງ.

ນອກຈາກນີ້ ສະພາບການແຜ່ຣະບາດ ຂອງໂຄວິດ-19 ກໍຍັງບໍ່ມີທ່າທີ່ວ່າຈະເບົາບາງ ທີ່ເຮັດໃຫ້ເສຖກິດຢຸດສະງັກ ແລະ ຜູ້ຄົນກໍພັກ ຢູ່ແຕ່ໃນບ້ານ ສະພາບບັນຍາກາດຖນົນຫົນທາງ ງຽບເຫງົາ ມີຣົດແລ່ນບໍ່ຫຼາຍ.

ປະຊາຊົນຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ໄດ້ໃຫ້ສຳພາດຕໍ່ເອເຊັຽເສຣີ ວ່າ:

ປະຊາຊົນ: ມັນກະມາຈາກ ພວກມາແຕ່ໄທຍ ຫັ້ນດອກ.

ນັກຂ່າວ: ເພິ່ນມີການກວດຂັນຈັ່ງໃດ ຢູ່ວຽກດຽວນີ້ນະ?

ປະຊາຊົນ: ຢູ່ໂຕວຽງນີ້ແທ້ກະບໍ່ມີການກວດຂັນຫຍັງດອກ ໄປໄປມາມາແບບທັມດາສ່ວນຫຼາຍພວກຢູ່ໃນນີ້ ກະມີການສັກຢາໝົດລະ.

ນັກຂ່າວ: ເພິ່ນມີການເຂັ້ມງວດບໍ່ ເວລາໄປ ເວລາມາ?

ປະຊາຊົນ: ບໍ່ ກະທັມດາ ໜ້າກາກນີ້ ກະໄດ້ໃສ່ຢູ່.

ນັກຂ່າວ: ເຂົາໃຫ້ຂາຍເຄື່ອງຂາຍຂອງບໍ່ ຮ້ານຄ້າ ຮ້ານຂາຍເດ້ ເປັນຈັ່ງໃດ.

ປະຊາຊົນ: ທັມດາ ບ່ອນເລັກບ່ອນນ້ອຍ ເຂົາກະຂາຍຢູ່ ມີແຕ່ວ່າ ຮ້ານໃຫຍ່ນັ້ນ ບໍ່ທັນຂາຍເທື່ອ.

ນັກຂ່າວ: ຄົນກະເປັນແນວໃດ ຄົນຮູ້ສຶກຢ້ານຢູ່ເບາະ ມັນຣະບາດຮອບນີ້ ຄືຈັ່ງໃດຕາມທີ່ໄດ້ລົມກັບຄົນຢູ່ເຮືອນ ຫຼືຢູ່ອ້ອມຂ້າງຫັ້ນນະ?

ປະຊາຊົນ: ກະທັມດາໄດ໋ ກະມີການໄປໄປມາມາ ແຕ່ວ່າ ການທຽວຖນົນຫົນທາງ ນີ້ຢາກເບົາບາງແດ່.

ນັກຂ່າວ: ຄົນເຂົາເຈົ້າໄປ ເຂົາເຈົ້າມາ ເຂົາເຈົ້າກະປ້ອງກັນຕົວເອງຢູ່ເບາະ?

ປະຊາຊົນ: ເອີ ເຂົາກະປ້ອງກັນຕົວເອງ ເຂົາກະບໍ່ປະດອກໃສ່ໜ້າກາກ. ຈັ່ງວ່າ ທຽວໄປທຽວມາ ກະທັມດາດອກ ແຕ່ວ່າຈະໃຫ້ມັນ ຫຼວງຫຼາຍຄືແຕ່ກີ້ ກະບໍ່ ເບົາບາງຢູ່.

ນັກຂ່າວ: ເບົາບາງຫຼາຍປານໃດນີ້ ຈາກແຕ່ກ່ອນເຄີຍຂີ່ເຕັມຖນົນນີ້?

ປະຊາຊົນ: ແຕ່ກີ້ ຮ່ວມເລັກ ຮ້ອມນ້ອຍ ກະມີຣົດມາຈອດເຕັມນີ້ ແຕ່ດຽວນີ້ ກະບໍ່ສູ້ມີເດ້ ມີແຕ່ດ້າມຄັນ ສອງຄັນດອກ ທໍ່ນັ້ນ ແຕ່ກີ້ ນີ້ໂອ ລຽນແຖວກັນ.

ນັກຂ່າວ: ຫວ່າງເລີຍແມ່ນບໍ່ ຊອຍນ້ອຍ ຮ່ອມນ້ອຍ ຢູ່ຖນົນເປັນຈັ່ງໃດ?

ປະຊາຊົນ: ຖນົນກະມີການທຽວໄປທຽວມາຢູ່ດອກ ຖນົນໃຫຍ່ນີ້ ເຂົາກະທຽວຢູ່. ເອີ ກະມີບາງບ້ານໄດ໋ ແຕ່ວ່າ ເຂົາກະປົດລ໊ອກລະ. ແຕ່ວ່າ ສ່ວນຫຼາຍດຽວນີ້ ໜັກນີ້ລະແມ່ນ ທາງໃຕ້ ນີ້ນະ ສວັນນະເຂດ ຈຳປາສັກ ນີ້.

ນັກຂ່າວ: ເຮົາຢູ່ຈັ່ງໃດລະຕອນນີ້ ເຮົາໄດ້ອອກໄປນອກຢູ່ເບາະ?

ປະຊາຊົນ: ກະໄປຢູ່ ໄປຕລອດ ຕລາດ.

ນອກຈາກນີ້ ຊາວຄ້າຂາຍ ທ່ານ ຍັງໄດ້ກ່າວຕື່ມວ່າ:

ແມ່ຄ້າ: ລ໊ອກແຕ່ພວກເມືອງສັງທອງເດ້ ເຣື່ອງເຂົາເຈົ້າທ່ອງທ່ຽວ ບ່ອນຣະບາດຫັ້ນແຫຼະ. ເຂົາເຈົ້າລ໊ອກແຕ່ບ້ານນັ້ນແຫຼະ.

ນັກຂ່າວ: ແຕ່ວ່າທົ່ວໄປ ຍັງອັນນັ້ນເນາະ?

ແມ່ຄ້າ: ຊ່ຳວ່າລ໊ອກ ແຕ່ບໍ່ບອກວ່າລ໊ອກ ແຕ່ຫາກບໍ່ໄດ້ເປີດປົກກະຕິ.

ນັກຂ່າວ: ຕລາດເດ້ ເຮົາໄດ້ໄປຂາຍບໍ່ ຫຼື ບໍ່ໄດ້ໄປ?

ແມ່ຄ້າ: ປົກກະຕິ ອັນນັ້ນນະ.

ນັກຂ່າວ: ຄົນບ້ານໃກ້ເຮືອນຄຽງເຮົາເດ້ ເຂົາກະໃສ່ຜ້າອັດປາກ-ດັງ ຢູ່ຫວະ?

ແມ່ຄ້າ: ບາງຄົນກໍໃສ່ ດຽວນີ້ມັນເລີ່ມອ່ອນລະເດ້ ມັນບໍ່ໄດ້ແຂງຄືຕອນນັ້ນ. ຕອນນັ້ນ ມັນຕັ້ງແຂງ ມັນຕ້ອງໄດ້ໃສ່ ດຽວນີ້ ບາງຄົນ ມັນກະ ຄວາມມັນມັກງ່າຍ ຍ້ອນບໍ່ຖືກັບຕົວເອງເດ້ ມັນກະເລີຍມັກງ່າຍ ແຕ່ວ່າ ພວກແມ່ຄ້າ ຄືພວກຂ້ອຍ ມັນຕ້ອງໄດ້ເຮັດໄດ໋ ລະບຽບ ຄົນຊື້ບາງຄົນ ກະມັກງ່າຍ ບໍ່ໃສ່ມາ ແຕ່ເຮົາກະເວົ້າ ເວົ້າເຂົາກະບໍ່ໄດ້ສົນໃຈ ແບບມັນບໍ່ຖືກກັບເຂົາ ລະເຂົາກະບໍ່ຕື່ນໂຕ ຫັ້ນນະ.

ຫຼ້າສຸດໃນວັນທີ 16 ສິງຫາ, ຄະນະສເພາະກິດຄວບຄຸມໂຄວິດ-19 ໄດ້ຣາຍງານວ່າ ພົບຜູ້ຕິດເຊື້ອໃໝ່ 349 ຄົນ ຈາກຜົລກວດ ທັງໝົດ 2,487 ຄົນ, ຕິດເຊື້ອສະສົມ 10,441 ຄົນ, ກຳລັງປິ່ນປົວ 4,188 ຄົນ, ເສັຽຊີວິດ 9 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.