ເງິນກີບລາວນັບມື້ຕົກຕໍ່າ ທຽບໃສ່ ເງິນບາດໄທຍ
2021.07.10
ປະເທດລາວ ກຳລັງປະເຊີນກັບອັດຕຣາເງິນເຟີ້ສູງຂຶ້ນ, ເຣີ່ມຈາກເດືອນມົກກະຣາ ຢູ່ທີ່ 2.1% ເພີ່ມເປັນ 3.5% ໃນເດືອນພຶສພາ, ປັຈຈຸບັນສົ່ງຜົລໃຫ້ຊາວຄ້າຂາຍ ແລະ ປະຊາຊົນ ໄດ້ຮັບຜົລກະທົບຢ່າງໜັກ ເນື່ອງຈາກຣາຄາສິນຄ້າແພງຂຶ້ນ ຂນະທີ່ເງິນກີບອ່ອນ ຄ່າລົງຫຼາຍ ເມື່ອທຽບໃສ່ເງິນບາດ ແລະ ເງິນໂດລາ ສະຫະຣັຖ. ດັ່ງຜູ້ປະກອບການ ຂາຍເຄື່ອງ ແລະ ແລກປ່ຽນເງິນຕຣາ ໃນ ນະຄອນຫຼວງວຽງຈັນ ກ່າວຕໍ່ເອເຊຽເສຣີ ໃນວັນທີ 9 ກໍຣະກະດາ ນີ້ວ່າ.
"ແມ່ນແຫຼະດຽວນີ້ 350 ແລ້ວ ຕີິຂຶ້ນຫຼາຍຂຶ້ນ ຫຼາຍກວ່າ ບໍ່ໄດ້ລົງ ບໍ່ຈຳເປັນເຂົາກາບໍ່ຄ່ອຍຊື້ ເພາະວ່າຊ່ວງນີ້ຄືເສຖກິຈນີ້ແຫຼະຊື້ຂາຍ ຢູ່ລາວ ມັນໜ້າຈະເປັນກີບຫຼາຍກ່ອນນ່າ ພວກຊື້ຣາຍໃຫຍ່ສ່ວນຫຼາຍ ເພິ່ນຈະເອົາເງິນບາດຊື້ຫັ້ນນ່າ ຄັນເຮົາສັ່ງເຄື່ອງມາເອງກາ ເປັນເງິນບາດຫັ້ນແຫຼະ."
ຜູ້ປະກອບການຜູ້ນີ້ ກ່າວຕື່ມວ່າ ດຽວນີ້ອັດຕຣາແລກປ່ຽນເງິນຕຣາ ຖ້າເປັນຮ້ານແລກປ່ຽນທົ່ວໄປ ຈະຢູ່ທີ່ 340-350 ກີບຕໍ່ 1 ບາດ ແລະ 11,000-11,060 ກີບຕໍ່ 1 ໂດລາ ສະຫະຣັຖ ເຊິ່ງຖືວ່າເງິນກີບອ່ອນຄ່າລົງຫຼາຍ ເມື່ອທຽບໃສ່ ປີ 2020 ຜ່ານມາ ສ່ວນນຶ່ງ ແມ່ນຄົນຈຳນວນຫຼາຍ ຍັງມີການໃຊ້ຈ່າຍດ້ວຍເງິນບາດ ໂດຍສະເພາະກຸ່ມຊາວຄ້າຂາຍ ທີ່ຕ້ອງນຳເຂົ້າ ສິນຄ້າມາຈາກ ໄທຍ ກໍຕ້ອງຈ່າຍດ້ວຍເງິນບາດ. ອີງຕາມອັດຕຣາແລກປ່ຽນ ຂອງທະນາຄານແຫ່ງຊາດລາວ ເມື່ອເດືອນທັນວາ ປີ 2020 ຜ່ານມາຣະບຸ ອັດຕຣາ ແລກປ່ຽນເງິນກີບ ຢູ່ທີ່ 9,288 ກີບຕໍ່ 1 ໂດລາ ສະຫະຣັຖ ແລະ 335 ກີບຕໍ່ 1 ບາດ.
ຜູ້ປະກອບການຂາຍເຄື່ອງຍ່ອຍ ແລະ ແລກປ່ຽນເງິນຕຣາໃນແຂວງບໍ່ແກ້ວ ກ່າວຕໍ່ເອເຊເສຣີ ໃນມື້ດຽວກັນວ່າດຽວນີ້ວ່າ ເງິນກີບເຟີ້ ສູງຖ້າຈະທຽບໃສ່ ປີກ່ອນ. ຂນະທີ່ຄົນລາວ ສ່ວນຫຼາຍເວລາຊື້ເຄື່ອງຂອງໃນຮ້ານ ກໍມັກຈະໃຊ້ເງິນບາດແທນ ແລະ ເກັບເງິນກີບ ເອົາໄວ້ໃຊ້ພາຍຫຼັງ.
"ແມ່ນຖືວ່າເຟີ້ແຮງເພາະເງິນບາດ ກາຂຶ້ນສູງແຮງດຽວນີ້ ແມ່ນດຽວນີ້ມັນ 340 ແລະ 345 ບໍ່ຈັກມື້ນີ້ນ່າສູງຂຶ້ນນັບມື້ ຄົນລາວສູ່ມື້ນີ້ ຫັ້ນຢາກໃຊ້ແຕ່ເງິນບາດ ເງິນລາວອ່ອນຄ່າລົງ ຈັກນ້ອຍກາເຟີ້ແຫຼະ."
ຊາວນະຄອນຫຼວງວຽງຈັນ ທີ່ນຳເຂົ້າສິນຄ້າ ຈາກໄທຍມາຂາຍໃນລາວ ກ່າວຕໍ່ເອເຊຽເສຣີ ໃນມື້ດຽວກັນວ່າບໍ່ໄດ້ນຳເຂົ້າສິນຄ້າ ໄທຍມາຂາຍໄດ້ປະມານ 3 ເດືອນແລ້ວ ຍ້ອນເງິນກີບອ່ອນຄ່າລົງຫຼາຍ.
ເນື່ອງຈາກເວລາທີ່ຊື້ສິນຄ້າຈາກໄທຍ ມາຂາຍນັ້ນຕ້ອງເອົາເງິນກີບໄປແລກເງິນບາດ ແລ້ວເອົາເງິນບາດໄປຊື້ເຄື່ອງ ແລະດ້ວຍ ສະພາບຂອງເງິນກີບອ່ອນຄ່າໜັກ ຈຶ່ງມີຄວາມຈຳເປັນຕ້ອງໄດ້ຢຸດ ນຳເຂົ້າສິນຄ້າຈາກໄທຍ ມາຂາຍໃນໄລຍະນີິຍ້ອນມັນບໍ່ຄຸ້ມຄ່າ.
"ຮອບສອງມານີ້ ບໍ່ໄດ້ນຳເຂົ້າເລີຍເຈົ້າ ກາໄດ້ຮັບຜົລກະທົບຢູ່ ເພາະວ່າເຮົາໄດ້ເອົາເງິນກີບໄປແລກບາດເດ້ ໄດ້ເອົາບາດຊື້ເນາະ."
ຊາວນະຄອນຫຼວງວຽງຈັນ ອີກຜູ້ນຶ່ງໄດ້ກ່າວຕໍ່ ເອເຊັຽເສຣີ ໃນມື້ດຽວກັນວ່າ ຣາຄາສິນຄ້າໃນລາວ ເກືອບທຸກປະເພດແພງຂຶ້ນ ໂດຍສະເພາະປະເພດພືດຜັກ ອາຫານສົດ ແລະ ອາຫານທະເລ ໂຕຢ່າງຊີ້ນໝູກ້ອນ ຈາກ ຣາຄາ 38 ພັນກີບ ຂຶ້ນມາເປັນ 40 ພັນກີບຕໍ່ກິໂລ, ຊີ້ນສັນຄໍຈາກຣາຄາ 45 ພັນກີບ ຂຶ້ນມາເປັນ 50 ພັນກີບຕໍ່ກິໂລ, ສ່ວນເຂົ້າໜຽວກັບເຂົ້າ ຈ້າວ ຍັງຣາຄາຄົງທີ່ ສໍ່າປີຜ່ານມາ ຄືຢູ່ປະມານ 280,000 ຫາ 400,000 ກີບຕໍ່ເປົາ.
"ເງິນກີບລາວ ເງິນບາດໄທຍ ມັນແພງແທ້ໄດ໋ດຽວນີ້ນ່າ ພວກຊີ້ນກ້ອນ ມັນໜ້າຈະໂລລະ 40,50 ພັນກີບ ແລ້ວດຽວນີ້ຂື້ນໝົດ ແພງຄູ່ອັນໃດ ເຂົ້າຈ້າວຍັງຣາຄາຄືເກົ່າຢູ່ ສົ່ງໄປໃສ ບໍ່ໄດ້ເຂົາກາຂາຍຖືກ ແລ້ວເນາະເຂົ້າຂາຍຖືກໄດ໋ເຂົ້າໜຽວຂາຍຖືກ ຄົນຊື້ກິນຊື້ນ້ອຍ ເຂົາບໍ່ມີເງິນ."
ຜູ້ປະກອບການຮ້ານຂາຍເຄື່ອງຍ່ອຍ ໃນນະຄອນປາກເຊ ແຂວງຈຳປາສັກ ກ່າວຕໍ່ເອເຊຽເສຣີໃນມື້ດຽວກັນວ່າ ເງິນກີບເຟີ້ໜັກ ຫຼາຍ ໃນໄລຍະນີ້ອາດຈະເປັນຍ້ອນ ສະພາບເສຖກິຈ ໃນປັດຈຸບັນກຳລັງຕົກຕໍ່າລົງ. ຂນະທີ່ປະເທດລາວ ບໍ່ສາມາດຜລິດສິນຄ້າມາຂາຍໄດ້ ຕາມປົກກະຕິເປັນຕົ້ນ ໝູ ເຫັດ ເປັດ ໄກ່ ບໍ່ມີຂາຍໃນຕລາດສົດ ຄືແຕ່ກ່ອນແລ້ວ ຈຳເປັນຕ້ອງ ໄດ້ນຳເຂົ້າຈາກໄທຍ ແລະ ຍັງຕ້ອງຈ່າຍເປັນເງິນບາດອີກ.
"ຕ້ອງເບິ່ງກັບສະພາບເສຖກິຈຄືກັນວ່າ ມັນຊິເປັນແນວໃດ ເພາະວ່າຊ້ວງນີ້ມັນອາດຈະແບບວ່າ ຄົນຊື້ກັບທາງໄທຍຫຼາຍເນາະ ເລີຍຕ້ອງໃຊ້ເງິນບາດສຳຣະ ໄປທາງພຸ້ນຫຼາຍ ກາເລີຍເຮັດໃຫ້ຄ່າເງິນຂຶ້ນ."
ນອກຈາກນີ້ອັດຕຣາເງິນເຟີ້ ທີ່ເພີ່ມສູງຂຶ້ນຍັງສົ່ງຜົລໃຫ້ຣາຄາຄຳ ໃນລາວ ປັບໂຕສູງຂຶ້ນເຣື້ອຍໆ ປັດຈຸບັນຄຳນໍ້າໜັກ 1 ບາດ ຣາຄາ 10 ລ້ານປາຍກີບ ແລ້ວເມື່ອທຽບໃສ່ຣາຄາຄຳ ໃນໄລຍະຕົ້ນປີ 2021 ຈະຢູ່ທີ່ 8 ລ້ານ ປາຍກີບ.
ຂນະທີ່ເຈົ້າໜ້າທີ່ ທະນາຄານພັທນາເອເຊັຽ ຫຼື ADB ປະຈຳລາວ ທ່ານນຶ່ງບໍ່ປະສົງອອກຊື່ ແລະສຽງ ກ່າວຕໍ່ເອເຊຽເສຣີ ໃນມື້ ດຽວກັນວ່າ ໃນປີ 2020 ທີ່ຜ່ານມາອັດຕຣາເງິນເຟີ້ ໃນລາວ ສະເລັ່ຽຢູ່ທີ່ 5,7% ຕໍ່ປີ ເຊິ່ງຖືວ່າສູງ ແລະ ໄດ້ສົ່ງຜົລກະທົບ ຕໍ່ສະພາບເສຖກິຈ ໂດຍຮວມຢ່າງໜັກ ໂດຍຕາມຫຼັກການ ຕ້ອງຄວບຄຸມບໍ່ໃຫ້ເກີນ 5% ຕໍ່ປີ.
ສ່ວນໃນປີ 2021 ນີ້ ປັດຈຸບັນອັດຕຣາເງິນເຟີ້ ຢູ່ທີ່ 3,5% ຖືວ່າຢູ່ໃນຣະດັບປານກາງ ແລະມີທ່າທີຈະເພີ່ມຂຶ້ນອີກ ສາເຫດມາຈາກ ການຊື້ສິນຄ້າຕ່າງໆ ຂອງຄົນລາວ ຫຼຸດລົງ. ບາງຄົນບໍ່ມີກຳລັງຊື້ພຽງພໍ ຍ້ອນການຣະບາດຂອງ ໂຄວິດ-19 ແຕ່ໃນຂນະດຽວກັນ ທາງການລາວ ຍັງຕ້ອງນຳສິນຄ້າເຂົ້າ ຈາກຕ່າງປະເທດຄືເກົ່າ ໂດຍສະເພາະໄທຍ ທັງນໍ້າມັນ ເຊື້ອເພີງ, ອຸປກອນການກໍ່ສ້າງ ແລະ ສິນຄ້າອຸປໂພກ-ບໍຣິໂພກ ສົ່ງຜົລກະທົບ ໄປທຸກຂແນງການຮວມເຖິງ ສະພາບການອ່ອນຄ່າຂອງເງິນກີບ ສລຸບຄືທາງການລາວ ນໍາເຂົ້າສິນຄ້າ ຫຼາຍກວ່າສົ່ງສີນຄ້າອອກ ໄປຂາຍຕ່າງປະເທດ.