ຣັຖບານ ຂຶ້ນເງິນເດືອນ ໃຫ້ຣັຖກອນ ທ່າມກາງເງິນກີບເຟີ້ສູງ
ເພື່ອຊ່ວຍເຫຼືອ ພະນັກງານຣັຖກອນ ໃນຍຸກເສຖກິຈຝຶດເຄືອງນີ້, ທາງກະຊວງການເງິນ ມີທິດທາງແກ້ໄຂດ້ວຍການ ປັບຂຶ້ນເງິນເດືອນ ແລະເງິນບຳນານ ແຕ່ພະນັກງານຣັຖ ຫຼາຍຄົນເຫັນວ່າ ຍັງບໍ່ເໝາະສົມກັບສະພາບເສຖກິຈ ໃນປັດຈຸບັນ ທີ່ທຸກຢ່າງແພງຂຶ້ນ.
-
ໄຊຍາ
2023-01-23 -
-
-
Your browser doesn’t support HTML5 audio
ທ່ານ ບຸນໂຈມ ອຸບົນປະເສີດ ຣັຖມົນຕຣີ ກະຊວງການເງິນ ໄດ້ຊີ້ແຈງຕໍ່ບັນຫາປັບຂຶ້ນເງິນເດືອນ ຂອງພະນັກງານຣັຖກອນ ໃນວັນທີ 07 ທັນວາ 2022 ວ່າ ສຳລັບການປັບຂຶ້ນເງິນເດືອນ ດັ່ງກ່າວ ທາງກະຊວງການເງິນ ມີທິດທາງແກ້ໄຂຊີວິດ ການເປັນຢູ່ຂອງພະນັກງານ, ຣັຖກອນ, ທະຫານ-ຕຳຣວດ ແມ່ນຢູ່ໃນແຜນຈັດສັນປີ 2023 ແລ້ວ ຈຳນວນ 13,300 ຕືິ້ກີບ ຂອງຄັງເງິນເດືອນໃນນັ້ນ ຈຳນວນ 1,700 ຕື້ກີບ ໄດ້ຈັດສັນເຂົ້າໃໝ່ ເພື່ອແກ້ໄຂປັບປຸງຄ່າຄອງຊີພ ຂອງພະນັກງານ.
ດັ່ງວັນທີ 09 ມົກກະຣາ ທີ່ຜ່ານມາ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສງົບ ໄດ້ອອກ ໜັງສືແຈ້ງການສະບັບເລຂທີ 144/ກພລ ກ່ຽວກັບການຄິດໄລ່ດັດສະນີ ເງິນເດືອນພື້ນຖານ, ເງິນເພີ່ມອຸດໜູນຄ່າຄອງຊີພ ຂອງນາຍ ແລະ ພົນຕຳຣວດ ແລະ ພະນັກງານບຳນານ ໃຫ້ຄິດໄລ່ ເປັນເງິນ 7,350 ກີບ/ດັດສະນີ ແລະ ເພີ່ມເງິນອຸດໜູນ ຄ່າຄອງຊີພ 150,000 ກີບ/ຄົນ/ເດືອນໂດຍເງິນອຸດໜູນ ຄ່າຄອງຊີພຈະບໍ່ຖືກຄິດໄລ່ ພັນທະອາກອນ ແລະ ບໍ່ຫັກ 8% ເຂົ້າບັນຊີ ກອງທຶນປະກັນສັງຄົມ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຕຳຣວດ ຫລາຍຄົນຕ່າງກໍຮູ້ສຶກດີໃຈ ພາຍຫລັງທາງການລາວ ອອກນະໂຍບາຍດັ່ງກ່າວນີ້ ແຕ່ຫລາຍຄົນພັດຍັງເຫັນວ່າ ເປັນຈຳນວນເງິນໜ້ອຍຢູ່ ແລະຍັງບໍ່ເໝາະສົມກັບສະພາບເງິນເຟີ້ ແລະ ຄ່າຄອງຊີພທີ່ເພີ່ມສູງຂຶ້ນ ຢ່າງຕໍ່ເນື່ອງໃນປັດຈຸບັນ.
ດັ່ງເຈົ້າໜ້າທີ່ ຕຳຣວດຊັ້ນຜູ້ນ້ອຍ ຢູ່ນະຄອນຫລວງວຽງຈັນ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 23 ມົກຣາ 2023 ນີ້ວ່າ:
“ແມ່ນແຫລະກໍເພີ່ມໜ້ອຍດຽວນ່າ ຄືກັນເບິດພນັກງານຣັຖກອນ ຄືວ່າເພີ່ມດັດສະນີກັນເບິດ ຕາມຊັ້ນຕາມຂັ້ນຫັ້ນແຫລະ ບໍ່ຊ່າງຊິວ່າຂັ້ນມັນມີຂັ້ນນ້ອຍ ຂັ້ນໃຫຍ່ ຂັ້ນກາງເງິນ ອຸດໜູນບຳນານ ກໍໄດ້ພ້ອມເງິນເດືອນຣັຖກອນຫັ້ນແຫລະ ພ້ອມດຽວກັນອີງໃສ່ອາຍຸ ບຳນານ ແລະ ສຸຂພາບອີງ ໃສ່ກົດຫັ້ນຜູ້ຊາຍ 60 ປີ, ຜູ້ຍີງ 55 ປີ.”
ທ່ານກ່າວຕື່ມວ່າ ສຳລັບເງິນອຸດໜູນ ບຳນານນັ້ນພະນັກງານ ຈະໄດ້ຮັບເງິນເດືອນ ບຳນານຕລອດຊີວິດໂດຍຈະໄດ້ຮັບເງິນເດືອນໜ້ອຍກວ່າ ຄະນະທີ່ປະຕິບັດໜ້າ ທີ່ປະມານ 30-50% ທັງນີ້ ພວກເຂົາເຈົ້າສາມາດໃຊ້ປີ່ນປົວ ເພື່ອເຂົ້າຮັບການບໍຣິການ ດ້ານສຸຂພາບໄດ້ຄືເກົ່າ ແລະ ຖ້າຫາກພະນັກງານ ບຳນານເສັຽຊີວິດ ຄອບຄົວຂອງເຂົາເຈົ້າ ກໍສາມາດຮັບເງິນອຸດໜູນ ເສັຽຊີວິດໄດ້.
ເຈົ້າໜ້າທີ່ຕຳຣວດ ອີກຫລາຍຄົນ ກໍຮັບຮູ້ກ່ຽວກັບນະໂຍບາຍດັ່ງກ່າວແລ້ວ ແຕ່ບໍ່ທັນໄດ້ໃຫ້ຄວາມສຳຄັນ ພໍເທົ່າໃດ ເນື່ອງຈາກເປັນການປັບຂຶ້ນເງິນເດືອນ ແລະເງິນອຸດໜູນບຳນານ ທີ່ຂ້ອນຂ້າງໜ້ອຍ ແລະ ເກືອບຈະບໍ່ສາມາດຊ່ອຍເຫລືອ ຫລື ນຳມາໃຊ້ໃນຊີວິດປະຈຳວັນໄດ້ ພໍເທົ່າໃດ.
ດັ່ງເຈົ້າໜ້າທີ່ ຕຳຣວດ ຢູ່ແຂວງເຊກອງ ຜູູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີໃນມື້ດຽວກັນນີ້ວ່າ:
“ເຫັນເພິ່ນວ່າຈະປັບຢູ່ ແຕ່ວ່າມະຕິດຍັງບໍ່ທັນອອກມາ ຫລື ວ່າຮອດແນວໃດ ເພິ່ນກໍວ່າແນວນັ້ນແຫລະ ແຕ່ວ່າ ອ້າຍກໍບໍ່ທັນໄດ້ຮັບແຈ້ງການ ລະອຽດ ອ້າຍຈະເຮັດວຽກ ດ້ານອື່ນ ອ້າຍຈະໄດ້ເທົ່າໃດ ອ້າຍກໍເອົາເທົ່ານັ້ນເນາະ ບໍ່ໄດ້ສົນ ມັນກໍບໍ່ໄດ້ຫລາຍ.”
ຜ່ານມາ ລະບົບການຈ່າຍເງິນເດືອນ ໃຫ້ແກ່ພະນັກງານ ຣັຖກອນບໍ່ວ່າ ຈະເປັນພາກສ່ວນໃດ ພາຍໃນປະເທດລາວ ກໍຍັງຊັກຊ້າ ແລະ ບໍ່ທັນມີມາຕຖານພໍເທົ່າໃດ ເຮັດໃຫ້ພະນັກງານ ຣັຖກອນຫລາຍຄົນ ໃນຫລາຍຂແນງການ ມັກບໍ່ໄດ້ຮັບເງິນເດືອນ ຕາມໄລຍະເວລາ ທີ່ຄວນຈະເປັນ.
ດັ່ງເຈົ້າໜ້າທີ່ຕຳຣວດ ຊັ້ນກາງ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ທ່ານນຶ່ງກ່າວວ່າ:
“ບາງເທື່ອກໍ 3 ປີ ບາງເທື່ອກໍ 5 ປີເພິ່ນເພີ່ມເທື່ອນຶ່ງ ອີງຕາມເສຖກິຈ ຂັບເຄື່ອນ ມັນບໍ່ທັນສະເຖັຽລະພາບ ມັນບໍ່ທັນອອກຫັ້ນນ່າ ຄວາມໝາຽ ໂຕນີ້ກໍອີງຕາມຊັ້ນ ແລ້ວມັນກໍລ້ານກ່ວາຂຶ້ນໄປຫັ້ນ.”
ສຳລັບນາຍ ແລະ ພົນຕຳຣວດ ໃນຂອບເຂດທົ່ວປະເທດ ສ່ວນຫລາຍແມ່ນໄດ້ຮັບເງິນເດືອນ ຕົກເດືອນລະ 1 ລ້ານປາຍກີບຂຶ້ນໄປ ຊຶ່ງໃນໂຕຈິງແລ້ວ ບໍ່ພຽງພໍຕໍ່ຄ່າໃຊ້ຈ່າຍ ແລະ ການດຳເນີນຊີວິດ ໃນແຕ່ລະເດືອນ ພວກເຂົາເຈົ້າຈະມີລາຍໄດ້ເພີ່ມຕື່ມ ຈາກການເຂົ້າປະຕິບັດໜ້າທີ່ ນອກເວລາ ຣັຖການ ຫລື ວຽກນອກສະຖານທີ່ ເປັນຈຳນວນເງິນອີກປະມານ 1 ລ້ານປາຍກີບ ທັງນີ້ບໍ່ແມ່ນນາຍ ແລະ ພົນຕຳຣວດທຸກຄົນຈະຖືກຊັພຊ້ອນ ໃຫ້ປະຕິບັດວຽກ ທີ່ໄດ້ຮັບເງິນເພີ່ມດັ່ງກ່າວ.
ດັ່ງເຈົ້າໜ້າທີ່ຕຳຣວດຊັ້ນກາງ ຢູ່ນະຄອນຫລວງວຽງຈັນ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງທ່ານນຶ່ງກ່າວວ່າ:
“ສະເລັ່ຽລວມມັນກໍຜູ້ນຶ່ງກໍບໍ່ຕໍ່າກ່ວາ 3 ລ້ານໃດມັນເວົ້າປະຕິບັດໜ້າທີ່ ເຮົາອອກງານນຶ່ງສົມມຸດວ່າ ປ້ອງກັນນຶ່ງເພິ່ນກໍໃຫ້ເປັນຄືນລະ 100,000 ປັດຈຸບັນໂຕນີ້ໃດ ຄືນລະ 50,000 ສະເພາະເງິນເດືອນຂັ້ນນາຍຮ້ອຍນີ້ ກໍປະມານ 1 ລ້ານປາຍ, 1 ລ້ານ 5 ແສນ, 2 ລ້ານ ແນວນີ້ຄັນຊິເວົ້າແທ້ ມັນກໍບໍ່ຫລາຍໃດຄັນມີຫລາຍແທ້ ມັນຕ້ອງປະມານ 6 ລ້ານ, 7 ລ້ານ ປະເພດນີ້ຂັ້ນນາຍຮ້ອຍ.”
ສຳລັບເງິນເດືອນ ຂອງນາຍ ແລະ ພົນຕຳຣວດຕົກເດືອນລະ 1 ລ້ານປາຍກີບຕໍ່ຄົນນັ້ນ ຖືວ່າເປັນຈຳນວນທີ່ໜ້ອຍ ຍ້ອນເຄື່ອງອຸປໂພກ-ບໍຣິໂພກ ພາຍໃນປະເທດເພີ່ມຂຶ້ນເລື້ອຍໆ ຕາມອັດຕຣາເງິນເຟີ້ ສ່ວນເຈົ້າໜ້າທີ່ຕຳຣວດຫລາຍຄົນ ກໍຢາກໃຫ້ທາງການ ແລະພາກສ່ວນທີ່ກ່ຽວຂ້ອງ ຂຶ້ນເງິນເດືອນໃຫ້ ແກ່ພະນັກງານຣັຖກອນ ໃຫ້ສອດຄ່ອງກັບຄ່າຄອງຊີພ ໃນປັດຈຸບັນ.
ດັ່ງເຈົ້າໜ້າທີ່ຕຳຣວດ ຢູ່ເມືອງໄຊ ແຂວງອຸດົມໄຊ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ທ່ານນຶ່ງກ່າວວ່າ:
“ເງິນເດືອນຂັ້ນຕໍ່າສຸດທັມມະດານີ້ ໄດ້ປະມານ 3,000 ບາທ (ຫລື ປະມານ 1 ລ້ານປາຍກີບ) ໜ້ອຍຫລາຍແຫລະ ທຽບໃສ່ຄ່າຄອງຊີພໜ້ອຍຫລາຍ ເໝາະສົມແທ້ກໍປະມານ 10,000 ບາທ (ຫລື ປະມານ 5 ລ້ານປາຍກີບ) ເງິນເດືອນມັນຊິຈະຢູ່ລອດ ເພິ່ນຂຶ້ນໃຫ້ກໍຍັງດີແຕ່ຄ່າຄອງຊີພ ມັນຊິພໍກິນລະມັນຍາກ.”
ກ່ອນໜ້ານີ້ ເມື່ອວັນທີ 22 ພຶສຈິກາ 2021 ຣັຖມົນຕຣີ ກະຊວງການເງິນ ໄດ້ອອກຄຳສັ່ງແນະນຳ ວ່າດ້ວຍການຈັດຕັ້ງ ປະຕິບັດແຜນງົບປະມານແຫ່ງຣັຖ ປະຈຳປີ 2022 ສະບັບເລຂທີ 5880/ກງ ລະບຸວ່າຂໍໃຫ້ພາກສ່ວນທີ່ກ່ຽວຂ້ອງ ດຳເນີນການຄິດໄລ່ເງິນເດືອນພື້ນຖານ ຂອງພະນັກງານຣັຖກອນ, ທະຫານ, ຕຳຣວດ ແລະ ພະນັກງານບຳນານ ປັບຂຶ້ນ 150 ກີບ/ດັດສະນີ ຫລື ຈາກ 7,200 ກີບ/ດັດສະນີ ເປັນ 7,350 ກີບ/ດັດສະນີ ຊຶ່ງກໍໄດ້ເຣີ່ມດຳເນີນການຈັດຕັ້ງ ປະຕິບັດມາແລ້ວນັ້ນ ແຕ່ເດືອນມົກກະຣາ 2022 ທີ່ຜ່ານມາ.