ເຊັນສັນຍາ ການສຳຣວດ, ອອກແບບ ທາງຣົຖໄຟລາວ-ວຽດນາມ ໄລຍະທີ 1

ທາງການລາວ ລົງນາມໃນສັນຍາ ສໍາຣວດ ແລະອອກແບບ ທາງຣົຖໄຟ ລາວ-ວຽດນາມ ໄລຍະທີ 1 ຈາກເມືອງທ່າແຂກ ໄປຊາຍແດນວຽດນາມ ເຊິ່ງມີຄວາມຍາວ 139.19 ກິໂລແມັດ ຕາມແຜນ ຈະເຣີ່ມການກໍ່ສ້າງ ບໍ່ໃຫ້ກາຍຕົ້ນປີ 2024.

ການເຜີຍແຜ່ ຄວາມຄືບໜ້າໂຄງການພັທນາເສັ້ນທາງຣົຖລາວ-ວຽດນາມ. ແຂວງຄຳມ່ວນ ວັນທີ 29 ສິງຫາ 2023. ຮູບພາບ: ໂທລະພາບ ແຂວງຄຳມ່ວນ

ບໍຣິສັດ ປີໂຕຣລ້ຽມ ເທຣດດິ້ງ ລາວ ມະຫາຊົນ ທີ່ທ່ານ ຈັນທອນ ຊິດທິໄຊ ເປັນປະທານ ໄດ້ຮັບອະນຸຍາດຈາກຮັຖບານລາວ ເປັນຜູ້ພັທນາໂຄງການທາງຣົຖໄຟ ລາວ-ວຽດນາມ ໄລຍະທໍາອິດ ຈາກເມືອງທ່າແຂກ ແຂງຄໍາມ່ວນ ໄປຫາຊາຍແດນວຽດນາມ ໄລຍະທາງ 139.19 ກິໂລແມັດ.

ເມື່ອວັນທີ 31 ຊິງຫານີ້ ບໍຣິສັດດັ່ງກ່າວ ໄດ້ເຊັນສັນຍາຮ່ວມມື ກັບກຸ່ມບໍຣິສັດ ຢູຊິນເອັນຈິເນັຍຣິ້ງ  (Yooshin Engineering Corporation) ແລະບໍຣິສັດ ວິສາຫະກິຈທາງຣົຖໄຟແຫ່ງຊາຕ ສາທາຣະນະຣັຖເກົາຫລີ (Korea National Railway) ໃນການສຶກສາ ສໍາຣວດ ອອກແບບ. ໂຄງການນີ້ ມູນຄ່າ 2 ຕື້ໂດລ້າຣ໌ສະຫະຣັຖ ຊຶ່ງຄາດວ່າ ຈະເປີດໃຫ້ບໍຣິການໄດ້ໃນປີ 2028

ເຈົ້າໜ້າທີ່ກະຊວງໂຍທາທິການ ແລະຂົນສົ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ຊິງຫານີ້ວ່າ ປັດຈຸບັນ ກໍາລັງຊອກຫາແຫລ່ງທຶນ ເພື່ອມາກໍ່ສ້າງ ຖ້າຫາກເປັນໄປໄດ້ ກໍຢາກຈະສ້າງ ໃຫ້ໄດ້ຕາມແຜນການ ໃນທ້າຍປີ 2023 ຫລືຕົ້ນປີ 2024.

ສຶກສາຄວາມເປັນໄປໄດ້ ອອກແລ້ວເນາະ ດຽວນີ້ຢູ່ໃນລະຫວ່າງເຮັດຮ່າງສັນ ຍາ ການຊິຮ່ວມມືກັນພັທນາໂຄງການໂຕນີ້ ດຽວນີ້ຊອກແຫລ່ງທຶນເພື່ອມາກໍ່ສ້າງ ມັນຕ້ອງຂອງພາກເອກະຊົນແເຂົ້າມາລົງທຶນໃນຮູບແບບ PPP ເພາະວ່າຍັງບໍ່ທຶນນ່າ ເຈົ້າ.

ທ່ານກ່າວຕື່ມວ່າ ຣັຖບານລາວ ຈະພັທນາທາງຣົຖໄຟລາວ-ວຽດນາມ ໃນຮູບແບບການຮ່ວມທຶນ ລະຫວ່າງ ພາກຣັຖ ແລະເອກກະຊົນ (Public Private Partnership ຫລື PPP) ໃນອັດຕຣາສ່ວນ ປະມານ 15-20% ຂຶ້ນຢູ່ກັບເງື່ອນໄຂ ແລະຂໍ້ຕົກລົງກັນ ຊຶ່ງປັດຈຸບັນ ຢູ່ໃນລະຫວ່າງການຊອກຫາແຫລ່ງທຶນ ຈາກຕ່າງປະ ເທດ.

ໂຄງການທາງຣົຖໄຟ ລາວ-ວຽດນາມ ໄລຍະທໍາອິດ ທີ່ມີແຜນຈະເຣີ່ມກໍ່ສ້າງນັ້ນ  ມາເຖິງປັດຈຸບັນ ກໍຍັງບໍ່ມີການເປີດເຜີຍ ບົດຣາຍງານ ການສຶກສາຜົລກະທົບ ທາງດ້ານສິ່ງແວດລ້ອມ ຫລື EIA ແລະການປະເມີນຜົລກະທົບ ດ້ານສິ່ງແວດລ້ອມ ແລະສັງ ຄົມ ຫລື ESIA ໃຫ້ສັງຄົມຮູ້.

ດັ່ງເຈົ້າໜ້າທີ່ ຜແນກແຜນການ ແລະການລົງທຶນແຂວງຄໍາມ່ວນ ທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:

“MOU ໂຕທ່າແຂກ-ຫວຸງອ໋າງ ເພິ່ນກໍ່ຫາະເຊັນກັນ ເພາະວ່າທາງຊຸມເອື້ອຍກະຍັງບໍ່ທັນໄດ້ຮູ້ດີ ຫັ້ນນ່າ ເອກສານມັນກະຍັງບໍ່ທັນເອົາມາໃຫ້ ຫັ້ນນ່າ.

ໃນຂະນະດຽວກັນ ຊາວລາວຜູ້ນຶ່ງ ຢູ່ເມືອງທ່າແຂກ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ກັນຍານີ້ ເຖິງປະຊາຊົນ ທີ່ອາສັຍຢູ່ໃນແຂວງຄໍາມ່ວນ ຊຶ່ງຄາດກັນວ່າ ຈະສູນເສັຍທີ່ດິນ ແລະຖືກໃຫ້ໂຍກຍ້າຍ ແລະວ່າ ຢາກໃຫ້ທາງການລາວ ແຈ້ງຂໍ້ມູນກ່ຽວກັບໂຄງການດັ່ງກ່າວນີ້ ໃຫ້ປະຊາຊົນຮູ້ ເພື່ອກຽມຄວາມພ້ອມ ໃນການຮັບມືກັບຜົລກະ ທົບນັ້ນ ໂດຍສະເພາະເຣື່ອງການໂຍກຍ້າຍ ແລະມູນຄ່າການຊົດເຊີຍທີ່ດິນ.

ເຂົາມາສໍາຣວດແລ້ວເທື່ອນຶ່ງ ແຕ່ບໍ່ຮູ້ວ່າມັນກະທົບອີ່ຫຍັງ ເຮືອນປະຊາຊົນມັນກະຊິຖືກຫລາຍຫລັງ ຫລາຍບ່ອນຢູ່ ເງິນຊົດເຊີຍ ເຮົາກະບໍ່ຮູ້ ຖ້າເບິ່ງໂຕຈິງຫັ້ນແລ້ວ ບາດໂຄງການມັນມາຫັ້ນນ່າ ວ່າຊິຊົດເຊີຍກັນສໍ່າໃດແນວໃດ.”

ປະຊາຊົນອີກຜູ້ນຶ່ງ ຢູ່ເມືອງທ່າແຂກ ຄືກັນນັ້ນກໍເວົ້າວ່າ ຍັງບໍ່ເຫັນແຈ້ງການຂອງຣັຖບານ ຫລືທາງການແຂວງຄໍາມ່ວນ ໃຫ້ຮູ້ຂໍ້ມູນ, ລາຍລະອຽດ ກ່ຽວກັບໂຄງການດັ່ງ ກ່າວນັ້ນເທື່ອ. ຫາກຣັຖບານ ຈະເຣີ່ມກໍ່ສ້າງໃນມໍ່ໆນີ້ແທ້ ກໍຄວນຈະມີການປຶກສາກັບຊາວບ້ານ ເຣື່ອງຜົລກະທົບ, ຄ່າຊົດເຊີຍ ແລະການຈັດສັນໂຍກຍ້າຍ ເພື່ອບໍ່ໃຫ້ເກີດບັນຫາ ຄືກັນກັບໂຄງການທາງຣົຖໄຟ ລາວ-ຈີນ. ແລະວ່າ ຫາກຊາວບ້ານ ສູນເສັຽທີ່ດິນ, ສິ່ງປຸກສ້າງ ຫລືຖືກໃຫ້ໂຍກຍ້າຍ ຣັຖບານ ແລະຜູ້ພັທນາໂຄງການ ກໍຄວນຈະໃຫ້ຄ່າຊົດເຊີຍແກ່ຊາວບ້ານ ຢ່າງສົມເຫດສົມຜົລ, ບໍ່ໃຫ້ອັບປໂຍດ ແລະປະຊາຊົນທຸກຍາກ.

ຍັງບໍ່ເຫັນຣັຖບານ ແຈ້ງການປະຊາຊົນ ເພິ່ນກະບອກຢູ່ວ່າ ຖ້າຜູ້ໃດປຸກກາຍສາຍໄຟ ໄປລະໃຫ້ມ້າງອອກຫັ້ນນ່າ ແຕ່ວ່າເຣື່ອງຊົດເຊີຍອິຫຍັງນີ້ ບໍ່ຮູ້ລາຍລະອຽດ ໄກ່ເກັ່ຽນໍາ ປະຊາຊົນແນວໃດນີ້ ເພິ່ນບໍ່ຊ່ອຍອັນນັ້ນປານໃດ ດິນດອນຕອນຫຍ້າ ໄຮ່ນາຮົ້ວສວນ ຖືກບ່ອນໃດແນາ ບໍ່ຮູ້ຊໍ້າ.”

ເຈົ້າໜ້າທີ່ ທະນາຄານພັທນາເອເຊັຽ ຫລື ADB ປະຈໍາລາວ ເວົ້າເຖິງໂຄງການທາງຣົຖໄຟລາວ-ວຽດນາມ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ກັຍານີ້ວ່າ ໂຄງການນີ້ແມ່ນນອນຢູ່ພາຍໃຕ້ຍຸທສາດ Laos Logistics Link (LLL) ຂອງຣັຖບານລາວ ໃນການຫັນປ່ຽນປະເທດ ຈາກການເປັນປະເທດບໍ່ມີຊາຍແດນ ຕິດກັບທະເລ ໃຫ້ເປັນປະເທດເຊື່ອມໂຍງ ແລະເຊື່ອມຈອດທາງບົກ. ແລະກ່ອນໜ້ານີ້ ຣັຖບານລາວ ກໍໄດ້ໄປສັມປະທານ ທ່າເຮືອ ວຸງອ໋າງ (Vung Ang) ແຂວງຮວ່າຕີ້ງ (Ha Tinh) ຂອງວຽດນາມ 50 ປີ ແຕ່ກໍຍັງບໍ່ທັນເປີດໃຊ້ຢ່າງເຕັມຮູບແບບ. ໃນຂະນະດຽວກັນ ຣັຖບານລາວ ກໍພະຍາ ຍາມຜັກດັນ ໃຫ້ໂຄງການທາງຣົຖໄຟ ລາວ-ວຽດນາມ ເກີດຂຶ້ນໄວທີ່ສຸດ, ແຕ່ປະເຊີນກັບບັນຫາຫລາຍຢ່າງ ໂດຍສະເພາະເຣື່ອງເສຖກິຈ-ການເງິນຕົກຕໍ່າ ທີ່ເຮັດໃຫ້ເກີດຄວາມລ່າຊ້າ. ແຕ່ເຖິງຢ່າງໃດກໍຕາມ ຫາກໂຄງການນີ້ສ້າງສໍາເຣັດຕາມແຜນ ກໍຈະຊ່ອຍໃຫ້ປະເທດລາວ ອອກສູ່ທະເລໄດ້ງ່າຍຂຶ້ນ ແລະໃກ້ກວ່າທ່າເຮືອ ແຫລມສະບັງ ແຂວງຊົນບູຣີ ຂອງໄທ.

ດັ່ງທ່ານກ່າວວ່າ:

ລາວກະຢາກຫາທາງອອກ ເພາະວ່າປັດຈຸບັນນີ້ ລາວກະມີທ່າເຮືອວຸງອ໋າງ ແຕ່ກະວາງຮາກຖານໄປຊັ້ນແຫລະ ຄັນເຂົາມີເງິນ ມັນກະມີໂອກາດ ແຕ່ການລົງທຶນ ມັນຕລາດໂຕໃດ໋ ແລະລາວກະຖືວ່າພະຍາຍາມຫັນຜ່ານ ວຽດນາມ.

ໂຄງການທາງຣົຖໄຟສາຍນີ້ ຍາວທັງໝົດ  544 ກິໂລແມັດ, ມີມູນຄ່າການກໍ່ສ້າງ 5 ຕື້ໂດລ້າຣ໌ສະຫະຣັຖ, ເປັນຣົຖໄຟຫົວຈັກໄຟຟ້າ.

ສະເພາະຢູ່ປະເທດລາວ ມີຄວາມຍາວ 452 ກິໂລແມັດ. ການກໍ່ສ້າງຈະແຍກເປັນ 2 ໄລຍະ:

  • ໄລຍະທີ 1 ຈະເຣີ່ມຈາກເມືອງທ່າແຂກ ໄປຫາຊາຍແດນວຽດນາມ, ທາງຍາວ 139.19 ກິໂລແມັດ ຊຶ່ງຄາດວ່າ ຈະເຣີ່ມສ້າງໃນທ້າຍປີ 2023 ຫລື ຕົ້ນປີ 2024 ແລະ
  • ໄລຍະທີ 2 ຈະເຣີ່ມຈາກນະຄອນຫລວງວຽງຈັນ ໄປຫາເມືອງທ່າແຂກ ທາງຍາວ 312.81 ກິໂລແມັດ, ປັດຈຸບັນ ຢູ່ໃນລະຫວ່າງການສຶກສາ, ສໍາຣວດ ແລະອອກແບບ.

ສ່ວນການກໍ່ສ້າງ ຈາກຊາຍແດນວຽດນາມ ໄປຫາທ່າເຮືອ ວຸງອ໋າງ ແຂວງຮາຕີ້ງ ຂອງວຽດນາມ ຊຶ່ງມີໄລຍະທາງປະມານ 100 ກິໂລແມັດນັ້ນ ຝ່າຍວຽດນາມຈະສ້າງເອົາເອງທັງໝົດ ແລະ ຄາດວ່າ ທາງຣົຖໄຟສາຍນີ້ ຈະເປີດໃຫ້ບໍຣິການໄດ້ໃນປີ 2028.

ທ່ານ ຈັນທອນ ຊິດທິໄຊ ປະທານບໍຣິສັດ ປີໂຕຣລ້ຽມ ເທຣດດິ້ງ ລາວ ມະຫາຊົນ ໄດ້ຣາຍງານວ່າ ການພັທນາທາງຣົຖໄຟລາວ-ວຽດນາມ ແມ່ນນຶ່ງພາຣະກິຈ ໃນການຈັດຕັ້ງຜັນຂຍາຍ ແນວທາງນະໂຍບາຍຂອງພັກ ແລະຣັຖ ເພື່ອບັນລຸວິໄສທັດ ຂອງຣັຖບານ ແລະຍຸທສາດການພັທນາປະເທດ ຈາກການເປັນປະເທດ ທີ່ບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມໂຍງ ແລະເຊື່ອມຈອດທາງບົກ ທີ່ແນໃສ່ການສ້າງຜົລປໂຍດສູງສຸດ ທາງດ້ານເສຖກິຈ-ສັງຄົມ ໃຫ້ 2 ປະເທດລາວ-ວຽດນາມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org