ຣັຖບານອອກຄຳສັ່ງ ໃຫ້ບໍລິສັດນໍາເຂົ້າ-ສົ່ງອອກ ຈົດທະບຽນ
ວິສາຫະກິຈ ນໍາເຂົ້າ-ສົ່ງອອກ ໃນແຕ່ລະແຂວງ ຕ້ອງລົງທະບຽນ ເປັນຜູ້ນໍາເຂົ້າ-ສົ່ງອອກ ນໍາກົມຄຸ້ມຄອງເງິນຕຣາຕ່າງປະເທດ ທະນາຄານແຫ່ງ ສປປ ລາວ ຖ້າຫາກບໍ່ປະຕິບັດ ຈະບໍ່ສາມາດດໍາເນີນການ ນໍາເຂົ້າ ແລະສົ່ງອອກສິນຄ້າໄດ້ ເຊິ່ງການລົງທະບຽນໃນຄັ້ງ ກໍເພື່ອຄຸ້ມຄອງລະບົບເງິນຕຣາ ຂອງຣັຖບານ.
-
ສຸພັດຕາ
2024-01-09 -
-
-
Your browser doesn’t support HTML5 audio
ກະຊວງອຸດສາຫະກັມ ແລະການຄ້າ ອອກແຈ້ງການ ເລຂທີ 3239/ຫອຄ ລົງວັນທີ 29 ທັນວາ 2023 ມອບໃຫ້ຜແນກອຸດສາຫະກັມ ແລະການຄ້າແຂວງ, ນະຄອນຫຼວງວຽງຈັນ ສົມທົບກັບເຈົ້າໜ້າ ທີ່ພາສີ ປະຈໍາດ່ານ ແລະທະນາຄານ ແຫ່ງສປປ ລາວ ຊຸກຍູ້ໃຫ້ວິສາຫະກິຈ ນໍາເຂົ້າ-ສົ່ງອອກ ໃນແຂວງ ໄດ້ລົງທະບຽນ ເປັນຜູ້ນໍາເຂົ້າ-ສົ່ງອອກ ແລະແຈ້ງຢັ້ງຢືນລົງທະບຽນ ເປີດ ຫຼື ຫັນມາເປັນບັນຊີສະເພາະການນໍາເຂົ້າ-ສົ່ງອອກ ນໍາກົມຄຸ້ມຄອງເງິນຕຣາ ຕ່າງປະເທດ ທະນາຄານ ແຫ່ງສປປ ລາວ ຖ້າຫາກບໍ່ປະຕິບັດຕາມ ຈະບໍ່ສາມາດດໍາເນີນການນໍາເຂົ້າ ແລະສົ່ງອອກສິນຄ້າ ໄດ້ຕັ້ງແຕ່ວັນທີ 1 ມົກກະຣາ 2024 ເປັນຕົ້ນໄປ.
ແຈ້ງການດັ່ງກ່າວ ສໍາລັບຜູ້ປະກອບການຊາວລາວ ຫຼື ຕ່າງປະເທດ ທີ່ຈົດທະບຽນບໍຣິສັດ ໂດຍມີທີ່ຢູ່ໃນ ສປປ ລາວ ເທົ່ານັ້ນ ພາຍໃນທ້າຍເດືອນນີ້ ກະຊວງອຸດສາຫະກັມ ແລະການຄ້າ ຈະຮິບໂຮມຣາຍຊື່ ແລະສົ່ງໃຫ້ກົມພາສີຕື່ມ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ກະຊວງອຸດສາຫະກັມ ແລະການຄ້າ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 8 ມົກກະຣາ 2024 ນີ້ວ່າ:
“ເປັນບໍຣິສັດ ວິສາຫະກິຈ ເປັນຂອງຄົນລາວບໍ ຫຼືວ່າ ຮ່ວມຫຸ້ນ ກັບຕ່າງປະເທດເນາະ ຫຼືວ່າ ຕ່າງປະເທດ ແລ້ວເປີດອາສັຍຢູ່ໃນປະເທດລາວ ແລ້ວມາລົງເຈົ້າ ເຮົາຈະສົ່ງຊື່ທັງໝົດ ໄປໃຫ້ທາງພາສີ 31 ເດືອນນີ້. ເຈົ້າ, ພາສີ ຈະໃຊ້ມາຕການ ຂອງເຂົາເຈົ້າ. ແມ່ນແລ້ວ, ນອກຈາກສິນຄ້າແລ້ວ ກໍຈະເປັນເຣື່ອງການໂອນເງິນ ລະຫວ່າງປະເທດນໍາເຈົ້າ ທີ່ເປັນການບໍຣິການ. ພວກນີ້ຈະຕິດພັນກັບແບ້ງຊາຕ ນໍາເຈົ້າ.”
ອີງຕາມແຈ້ງການ ເລຂທີ 1224/ຫອຄ ລົງວັນທີ 9 ມິຖຸນາ 2023 ສິນຄ້າ ອີກ 13 ປະເພດ ທີ່ບໍຣິສັດນໍາເຂົ້າ-ສົ່ງອອກ ຕ້ອງລົງທະບຽນ ປະກອບມີ ສັດປີກ ແລະຜລິຕພັນ ຈາກສັດປີກ, ໝູ ແລະຊີ້ນໝູ, ງົວ, ຄວາຍ ແລະຊີ້ນ, ປານິນ ແລະຜລິຕພັນປາ, ພືດຜັກ ແລະໝາກໄມ້, ເຂົ້າກິນ ແລະສິນຄ້າ ບໍຣິໂພກອື່ນໆ ເປັນຕົ້ນ ກາເຟສໍາເຣັດຮູບ, ເຄື່ອງດືມ, ເກືອ, ປາແດກ, ນໍ້າຕານ ແລະອາຫານສັດ.
ອີງຕາມແຈ້ງການ ເລຂທີ 1941/ຫອຄ ລົງວັນທີ 5 ກັນຍາ 2023 ປະເພດສິນຄ້າເພີ່ມຕື່ມ ທີ່ຕ້ອງຈົດທະບຽນທຸຣະກິຈ ນັ້ນ ປະກອບມີ ແຮ່ທາດ, ໄຟຟ້າ, ໄມ້ ແລະຜລິຕໄມ້, ຊິ້ນສ່ວນ ແລະອຸປະກອນອິເລັກໂທຣນິກ, ເຄື່ອງອຸປະກອນໄຟຟ້າ, ຢາສູບ ແລະເຄື່ອງດື່ມທີ່ມີທາດເຫຼົ້າ ຜູ້ທີ່ນໍາເຂົ້າ-ສົ່ງອອກ ສິນຄ້າທັງ 18 ປະເພດ ຕາມແຈ້ງການດັ່ງກ່າວ ຈະຕ້ອງໄດ້ຈົດທະບຽນບໍຣິສັດ ແລະລົງທະບຽນ ເປັນຜູ້ນໍາເຂົ້າ-ສົ່ງອອກ ພາຍໃນວັນທີ ທີ່ກໍານົດ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງບໍ່ແກ້ວ ທ່ານນຶ່ງ ກ່່າວວ່າ:
“ມີ 10 ກວ່າຣາຍການບໍ ປະມານ 18 ຣາຍການ ຕ້ອງເປັນບໍຣິສັດເດີ້. ເປັນວິສາຫະກິຈ ຫຼື ບໍຣິສັດ ກໍໄດ້ ທີ່ນໍ້າເຂົ້າ-ສົ່ງອອກສິນຄ້າ. ເປັນບຸກຄົນນີ່ ບໍ່ຕ້ອງລົງທະບຽນ ຕ້ອງເປັນບໍຣິສັດ. ບໍ່ໄດ້ ເຈົ້າຕ້ອງຈົດທະບຽນ ບໍຣິສັດຢູ່ລາວ ເຖິງຈະ (ລົງທະບຽນ) ໄດ້.”
ສາເຫດ ຂອງການຂຶ້ນທະບຽນທຸຣະກິຈ ນໍາເຂົ້າ-ສົ່ງອອກ ກໍຍ້ອນວ່າ ທຸຣະກິຈເຫຼົ່ານີ້ ພົວພັນກັບການຊື້-ຂາຍ ດ້ວຍເງິນຕຣາຕ່າງປະເທດ ການຈົດທະບຽນບໍຣິສັດ ແລະລົງທະບຽນ ນໍາເຂົ້າ-ສົ່ງອອກ ຈະຊ່ອຍຢືນຢັນໂຕຕົນ ຂອງທຸຣະກິຈ ແລະຕິດຕາມກວດກາ ທຸຣະກິຈເຫຼົ່ານີ້ໄດ້.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກະຊວງການເງິນທ່ານນຶ່ງ ກ່່າວວ່າ:
“ແມ່ນແຫຼະ ເພາະຢາກໃຫ້ບໍຣິສັດພວກເຈົ້າ ມີຕົວຕົນ ຄວາມໝາຍ ມາລົງເລຂປະຈໍາຕົວ ຜູ້ເສັຍອາກອນເນາະ ຢູ່ໃນລະບົບ ການຄ້າ. ມັນກໍຕິດພັນກັນເນາະ ຕິດຕາມ ສະເພາະ ບໍຣິສັດຂາເຂົ້າ-ຂາອອກເດ້ ສະເພາະເຣື່ອງຄຸ້ມຄອງເງິນຕຣາເດ້. ຊື້-ຂາຍ ລະຫວ່າງ ປະເທດເດ້.”
ດ້ານພະນັກງານ ບໍຣິສັດຂາຍເຄື່ອງກໍ່ສ້າງ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ ບໍຣິສັດນີ້ ເປັນຂອງຄົນຈີນ ທີ່ເຂົ້າມາເຮັດທຸຣະກິຈ ຢູ່ໃນລາວ ທີ່ຜ່ານມາ ມີການຈົດທະບຽນ ແລະລົງທະບຽນ ຜູ້ນໍາເຂົ້າ-ສົ່ງອອກ ຕາມລະບົບ.
ດັ່ງທ່ານກ່າວວ່າ:
“ຖຶືວ່າເປັນ ບໍຣິສັດ ຂະເຈົ້ານໍາເຂົ້າໝົດ. ເຄື່ອງຂະເຈົ້ານໍາເຂົ້າມາແຕ່ຈີນນ່າ. ໂຕນີ້ ເພິ່ນໜ້າຈະຈົດທະບຽນຕິ ເພາະວ່າ ອັນນີ້ ຂອງທຸຣະກິຈ ເປັນຂອງຄົນຈີນ. ເຂົາເຈົ້າໜ້າຈະ ຈົດທະບຽນ ເປີດຮ້ານຢູ່ບ້ານເຮົາເດ້ ຕ້ອງໄດ້ຈົດຫັ້ນແຫຼະ. ຂະເຈົ້າກໍຈະແຈ້ງແລ້ວວ່າ ຜູ້ໃດເຮັດທຸຣະກິຈ ຕ້ອງໄດ້ຂຶ້ນທະບຽນ.”
ກ່ອນໜ້ານີ້ ໃນເດືອນກັນຍາ 2023 ວິທຍຸເອເຊັຽເສຣີ ໄດ້ຣາຍງານໄປ ວ່າ ຢູ່ໃນເຂດເສຖກິຈພິເສດສາມຫຼ່ຽມຄຳ ແຂວງບໍ່ແກ້ວ ແລະ ເຂດເສຖກິຈພິເສດ ບໍ່ເຕັນແດນງາມ ແຂວງຫຼວງນໍ້າທາ ຂອງນັກລົງທຶນຈີນ ຍັງມີຫົວໜ່ວຍທຸຣະກິຈຈໍານວນຫຼາຍ ທີ່ຍັງບໍ່ໄດ້ຈົດທະບຽນວິສາຫະກິຈ ຢ່າງຖືກຕ້ອງຕາມກົດໝາຍ ຂອງ ສປປ ລາວ ເຮັດໃຫ້ຣັຖບານ ບໍ່ມີຂໍ້ມູນການເຄື່ອນໄຫວ ທາງການເງິນ ຂອງຫົວໜ່ວຍທຸຣະກິຈເຫຼົ່ານັ້ນ ແລະບໍ່ສາມາດເກັບພາສີອາກອນ ໄດ້ຢ່າງຄົບຖ້ວນ.
ຣັຖບານ ສັ່ງໃຫ້ກະຊວງການເງິນ ເຂັ້ມງວດ ໃນການຕິດຕາມ, ກວດກາ ບັນຫາຫົວໜ່ວຍທຸຣະກິຈທຸກແຫ່ງ ໃນເຂດເສຖກິຈພິເສດທັງ 2 ແຫ່ງ ໃຫ້ປະຕິບັດຕາມ ລະບຽບກົດໝາຍ ຄື ຈົດທະບຽນວິສາຫະກິຈໃຫ້ຖືກຕ້ອງ ໂດຍສະເພາະ ການຄຸ້ມຄອງ, ຕິດຕາມ ແລະ ກວດກາ ສາງສິນຄ້າ, ນໍ້າມັນເຊື້ອໄຟ ແລະ ອາຍແກັສ.