ທະນາຄານຫຼາຍແຫ່ງ ບໍ່ມີເງິນຕຣາ ຕ່າງປະເທດ ໃຫ້ແລກປ່ຽນ

ປັດຈຸບັນ ທະນາຄານຫຼາຍແຫ່ງ ບໍ່ມີເງິນຕຣາຕ່າງປະເທດ ໃຫ້ແລກ ຈຶ່ງເຮັດໃຫ້ຫລາຍຄົນ ຕ້ອງໄປແລກ ຢູ່ຕລາດມືດ ເຊິ່ງເຮັດໃຫ້ ຄ່າເງິນກີບ ສູງກວ່າທະນາຄານເລື້ອຍໆ ບໍ່ມີຄວາມຄົງທີ່, ຈຶ່ງເຮັດໃຫ້ຈຳເປັນຕ້ອງໄປແລກປ່ຽນ ເງິນຕຣາຕ່າງປະເທດ ຢູ່ຕລາດມືດ.

ທະນາຄານ ການຄ້າຕ່າງປະເທດ ນະຄອນຫຼວງວຽງຈັນ. ເດືອນພຶສພາ ປີ 2022. ນັກຂ່າວ ພົລເມືອງ

ປັດຈຸບັນ ຊາວລາວ ແລະ ຊາວຄ້າຂາຍຫລາຍຄົນ ພົບບັນຫາ ໃນການເອົາເງິນກີບ ໄປແລກເອົາເງິນຕຣາຕ່າງປະເທດ ຢູ່ທະນາຄານບໍ່ໄດ້ ຍ້ອນ ທະນາຄານບໍ່ມີເງິນຕຣາຕ່າງປະເທດ ໃຫ້ແລກ ຈຶ່ງເຮັດໃຫ້ຫລາຍຄົນ ຕ້ອງໄປແລກ ຢູ່ຕລາດມືດ ເຊິ່ງເຮັດໃຫ້ ຄ່າເງິນກີບ ສູງກວ່າທະນາຄານເລື້ອຍໆ ບໍ່ມີຄວາມຄົງທີ່ ເປັນຕົ້ນ ໃນມື້ນີ້ ເງິນກີບປະມານ 550 ກີບ ຈະສາມາດແລກເງິນບາທໄດ້ ປະມານ 1 ບາທ ສ່ວນອັຕຣາແລກປ່ຽນ ເງິນຕຣາ ຢູ່ທາງທະນາຄານ ຈະຢູ່ປະມານ 530 ຕໍ່ 1 ບາທ, ແຕ່ທາງທະນາຄານ ກໍບໍ່ມີເງິນຕຣາຕ່າງປະເທດ ໃຫ້ແລກປ່ຽນ.

ດັ່ງ ແມ່ຄ້າ ໃນນະຄອນຫລວງ ວຽງຈັນ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 13 ມີຖຸນາ ນີ້ວ່າ:

“ທະນາຄານນີ້ ບໍ່ມີໃຫ້ເລີຍ ສາຂາເຂົ້າໄປທະນາຄານນີ້ເນາະ ມີແຕ່ອັຕຣາບອກເທົ່ານັ້ນ ທະນາຄານເຮົາບໍ່ໄດ້ຂາຍເງິນຕຣາ ຕ່າງປະເທດ ມີແຕ່ເງິນລາວກໍວ່າຈັ່ງຊັ້ນເດ້ ເຮົາຊິໄປຊື້ເງິນຕ່າງປະເທດນີ້ ໄປຊື້ບໍ່ໄດ້ ມີແຕ່ແລກຕລາດມືດ ເງິນໄລຍະນີ້ໄດ້ຍິນວ່າ ຂຶ້ນເບາະ ບາງບ່ອນວ່າ 55, 57, 58 ໄປຊັ້ນແຫລະ ກໍຍາກໃຫ້ແກ້ໄຂຫັ້ນແຫລະ ເຟີ້ພິລຶກເດ້ ອັນໃດກໍດາຍ ຫລາຍຄົນກໍຈົ່ມ ແຕ່ເຮົາກໍບໍ່ມີສິດ ມີສຽງຫຍັງ ຈະເວົ້າຫຍັງໄດ້.” 

ຂະນະທີ່ ແມ່ຄ້າ ອີກທ່ານນຶ່ງກໍກ່າວວ່າ ທ່ານກໍພົບບັນຫາດັ່ງກ່າວເຊັ່ນກັນ ເນື່ອງຈາກຮ້ານຂາຍເຄື່ອງຂອງທ່ານ ນໍາສິນຄ້າຈາກໄທຍ ເຂົ້າມາຂາຍຢູ່ໃນລາວ ເວລາຈະໄປຊື້ເຄື່ອງຢູ່ຝັ່ງໄທຍ ຈະເອົາເງິນກີບໄປແລກເງິນບາດຢູ່ທະນາຄານ. ທາງທະນາຄານ ກໍບໍ່ມີເງິນບາທໃຫ້ແລກ ທັງທີ່ຄວາມເປັນຈິງແລ້ວ ຂຶ້ນຊື່ວ່າ ທະນາຄານ ກໍຄວນມີເງິນຕຣາຕ່າງປະເທດ ໃຫ້ປະຊາຊົນແລກປ່ຽນໄດ້. ສາເຫດນີ້ ທ່ານເອງກໍຕ້ອງໄປແລກປ່ຽນ ເງິນຕຣາຕ່າງປະເທດ ຢູ່ຕລາດມືດ ຈຶ່ງຈະມີເງິນບາທ ໄປຊື້ເຄື່ອງມາຂາຍ.

“ແມ່ນແທ້ເລີຍອັນນີ້ ທະນາຄານເພິ່ນບໍ່ມີເງິນໃຫ້ ຂາດແຄນເງິນຕ່າງປະເທດ ເຮົາກໍຕ້ອງໄປຊື້ ນໍາເຣທນອກມັນຂຶ້ນມັນລົງຢູ່ທຸກມື້ ສົມມຸດວ່າເຣທ ທະນາຄານເນາະ ມື້ນີ້ເນາະ ກໍຈະປະມານ 570 ທະນາຄານຢູ່ປະມານ 550 ຊີ້ເນາະ ນ່າແກ້ບໍ່ໄດ້ຕິເບາະ ເຖິງວ່າປ່ອຍໃຫ້ເປັນຂນາດນີ້.”

ຂະນະດຽວກັນ ນັກທຸຣກິຈ ໃນລາວທ່ານນຶ່ງ ກໍກ່າວວ່າ ປັດຈຸບັນນີ້ ຫລາຍທະນາຄານໃນລາວ ລວມໄປເຖິງ ທະນາຄານການຄ້າຕ່າງປະເທດ ບໍ່ມີການຂາຍເງິນຕຣາຕ່າງປະເທດ ໃຫ້ປະຊາຊົນລາວ ຊຶ່ງປະຊາຊົນລາວ ຈະບໍ່ສາມາດເອົາເງິນກີບ ໄປແລກເປັນເງິນຕ່າງປະເທດໄດ້ ແຕ່ທະນາຄານ ພັດໃຫ້ນັກທຸຣກິຈ ທີ່ເຮັດທຸຣກິຈ ລະດັບໃຫຍ່ ສາມາດແລກປ່ຽນ ເງິນຕຣາຕ່າງປະເທດໄດ້ ໃນລັກສະນະ ທີ່ຕ້ອງໂອນເງິນເຂົ້າ-ອອກ ຕ່າງປະເທດເທົ່ານັ້ນ ບໍ່ສາມາດແລກປ່ຽນເປັນເງິນສົດ, ສາເຫດດັ່ງກ່າວນີ້ ຈຶ່ງເຮັດໃຫ້ເກີດບັນຫາເງິນເຟີ້ ຢ່າງໜັກໜ່ວງ ເພາະທະນາຄານ ບໍ່ມີເງິນຕຣາຕ່າງປະເທດ ໃຫ້ແລກ ເຮັດໃຫ້ຫລາຍຄົນ ກໍຕ້ອງໄປຫາແລກກັນເອງ ຢູ່ໃນຕລາດມືດ. 

“ສ່ວນຫລາຍດຽວນີ້ ທະນາຄານເຂົາເຈົ້າບໍ່ຮັບແລກຢູ່ແລ້ວ ເງິນໂດລ້າຣ໌ ເຂົາເຈົ້າເກັບໄວ້ຫັ້ນແມ່ນ ເຂົາເຈົ້າບໍ່ໄດ້ເກັບເອົາໄວ້ແລກ ເກັບເພື່ອໃຫ້ ໂອນເງິນອອກ ແລະໂອນເງິນເຂົ້າເທົ່ານັ້ນ ເງິນຢູ່ໃນຄັງເຂົາເຈົ້າບໍ່ໄດ້ມີຫລາຍ ຄັນຊິແລກເອົາເງິນກີບ ເປັນຕ່າງປະເທດເນາະ ຕ້ອງໄປແລກ ຮ້ານແລກນອກເດ້ ມັນກໍເຮັດໃຫ້ ນຶ່ງ ເສຖກິຈ ຂອງເງິນ ແມ່ນເຟີ້ ສອງ ຮ້ານນອກສວຍໂອກາດ ໃນການແລກປ່ຽນເງິນ.” 

ກ່ຽວກັບບັນຫາດັ່ງກ່າວນີ້ ທາງທະນາຄານການຄ້າ ຕ່າງປະເທດ ກໍຍັງບໍ່ມີນະໂຍບາຍ ໃຫ້ປະຊາຊົນລາວ ສາມາດ ເອົາເງິນກີບໄປແລກ ເປັນເງິນຕຣາຕ່າງປະເທດ ໄດ້ເທື່ອ ມີແຕ່ນະໂຍບາຍ ເອົາເງິນຕຣາຕ່າງປະເທດ ໄປແລກເປັນເງິນກີບໄດ້ເທົ່ານັ້ນ ແລະ ຖ້ານັກທຸຣກິຈ ຫລື ຊາວຄ້າຂາຍທ່ານໃດ ຕ້ອງການແລກປ່ຽນເງິນກີບ ເປັນເງິນສກຸນຕ່າງປະເທດ ເພື່ອໄປຊໍາລະຄ່າສິນຄ້າ ທີ່ຈໍາເປັນໃນຕ່າງປະເທດນັ້ນ ທາງທະນາຄານກໍສາມາດແລກໃຫ້ໄດ້ ໃນລັກສະນະການໂອນເງິນກີບ ໄປຕ່າງປະເທດເທົ່ານັ້ນ ແລະ ຂຶ້ນຢູ່ກັບອັຕຣາແລກປ່ຽນເງິນ ໃນວັນທີໂອນນໍາດ້ວຍ.

ດັ່ງ ເຈົ້າໜ້າທີ່ ທະນາຄານການຄ້າ ແລະ ຕ່າງປະເທດ ທ່ານນຶ່ງກ່າວວ່າ: 

“ໂຕນີ້ບໍ່ໄດ້ ທົ່ວໄປຈະຍັງບໍ່ທັນໄດ້ແລກ ເຮົາບໍ່ມີເງິນ ບໍ່ທັນມີລະບຽບແລກເງິນຕຣາ ຕ່າງປະເທດ ແຕ່ວ່າເພິ່ນແກ້ໄຂແລກປ່ຽນໃຫ້ ເວລາລູກຄ້າໂອນໄປຕ່າງປະເທດ ຕ້ອງການຊໍາລະຄ່າສິນຄ້າ ແຕ່ວ່າ ຕ້ອງແມ່ນໃນນາມສິນຄ້າ ທີ່ຈໍາເປັນຫັ້ນ ຄືພວກສິນຄ້າຢາເນາະ ຊໍາລະຄ່າຮຽນ ຄ່ານ້ໍາມັນຕ່າງໆຫັ້ນນ່າ.”   

ນອກຈາກນີ້ ທະນາຄານອື່ນໆໃນລາວ ກໍບໍ່ມີເງິນຕຣາຕ່າງປະເທດ ໃຫ້ປະຊາຊົນລາວແລກເຊັ່ນກັນ ເນື່ອງຈາກເປັນນະໂຍບາຍ ຂອງພາກຣັຖ ທີ່ບໍ່ໃຫ້ປະຊາຊົນລາວ ເອົາເງິນກີບມາແລກເງິນຕຣາ ຕ່າງປະເທດ ມີພຽງແຕ່ເອົາເງິນຕຣາ ຕ່າງປະເທດ ແລກເປັນເງິນກີບໄດ້ ສ່ວນໃຫຍ່ຊາວລາວ ຫລາຍຄົນ ຈຶ່ງໄປຫາແລກປ່ຽນຢູ່ຕລາດນອກ.

ດັ່ງ ເຈົ້າໜ້າທີ່ ທະນາຄານ ພັທະນາລາວ ທ່ານນຶ່ງກ່າວວ່າ:  

“ໂຕນີ້ແມ່ນເງື່ອນໄຂ ເພິ່ນບໍ່ມີກີບແລກຕຣາເດີ້ ມີແຕ່ຕຣາຊື້ກີບ ສ່ວນຫລາຍເພິ່ນຈະໄປແລກ ທາງອັນ ບ່ອນແລກເງິນນັ້ນ ມັນຊິ້ຢູ່ບ່ອນຊື້ເງິນຕຣາ ຢູ່ທາງນອກເລີຍ.”

ເຖິງຢ່າງໃດກໍຕາມ ເມື່ອປະຊາຊົນລາວ ບໍ່ສາມາດແລກປ່ຽນເງິນຕຣາ ຕ່າງປະເທດ ຢູ່ທະນາຄານໄດ້ ກໍຈໍາເປັນຕ້ອງເອົາເງິນກີບ ໄປແລກເງິນຕຣາຕ່າງປະເທດ ຢູ່ຕລາດມືດເທົ່ານັ້ນ ກໍຍ້ອນວ່າ ຈະສາມາດດໍາເນີນທຸຣກິຈ ແລະ ຄ້າຂາຍຕໍ່ໄປໄດ້ ໃນການນໍາສິນຄ້າຕ່າງປະເທດ ເຂົ້າມາຂາຍ ແຕ່ເມື່ອມີການແລກປ່ຽນ ໃນຕລາດມືດ ຫລາຍຂຶ້ນ ກໍເຮັດໃຫ້ອັຕຣາແລກປ່ຽນ ເງິນຕຣາ ກໍສູງຂຶ້ນເລື້ອຍໆເຊັ່ນກັນ ແລະ ລາຄາສິນຄ້າ ກໍຂຶ້ນເປັນເງົາຕາມໂຕ ດັ່ງນັ້ນ ເງິນກີບຈຶ່ງອ່ອນຄ່າລົງເລື້ອຍໆ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org