ອອກມາຕການ ຫ້າມຊື້-ຂາຍ ສິນຄ້າ ໃນລາວ ເປັນເງິນຕຣາ ຕ່າງປະເທດ
ຣັຖບານອອກຄຳສັ່ງໃໝ່ ຫ້າມຊື້, ຂາຍ ແລະຕິດປ້າຍ ລາຄາສິນຄ້າ ເປັນເງິນຕຣາຕ່າງປະເທດ ເພື່ອແກ້ໄຂບັນຫາ ສິນຄ້າແພງ ແລະເງິນກີບອ່ອນຄ່າ.
-
ອາວະຣີ
2023-11-14 -
-
-
Your browser doesn’t support HTML5 audio
ໃນວັນທີ 8 ພຶສຈິກາ 2023, ກະຊວງອຸດສາຫະກັມ ແລະການຄ້າ ໄດ້ອອກແຈ້ງການສະບັບໃໝ່ ສັ່ງໃຫ້ຜແນກອຸດສາຫະກັມ ແລະການຄ້າ ທຸກຂັ້ນ ເພີ່ມທະວີການຄຸ້ມຄອງ, ຕິດຕາມ ແລະກວດກາ ການກໍານົດລາຄາ ການຕິດປ້າຍລາຄາ ການປະກາດ ຫຼືການໂຄສະນາລາຄາສິນຄ້າ ໃຫ້ເຂັ້ມງວດຂຶ້ນ ແລະໄດ້ສັ່ງຫ້າມຊື້ຂາຍ ແລະຕິດຢ້າຍລາຄາສິນຄ້າ ເປັນເງິນຕຣາຕ່າງປະເທດ. ກະຊວງອຸດສາຫະກັມ ແລະການຄ້າ ໄດ້ມອບໝາຍໃຫ້ ຜແນກອຸດສາຫະກັມ ແລະການຄ້າທັງຂັ້ນແຂວງ, ນະຄອນຫຼວງ, ຫ້ອງການຂັ້ນເມືອງແລະ ນະຄອນ ໃຫ້ລົງກວດກາ ຕິດຕາມການຕິດປ້າຍ ແລະການກຳນົດລາຄາສິນຄ້າ ຂອງບັນດາຫ້າງຮ້ານ ແລະຜູ້ປະກອບການທຸຣະກິຈ ໃນເຂດຮັບຜິດຊອບຂອງຕົນ ແລະໃຫ້ຫ້າງຮ້ານຕິດປ້າຍລາຄາສິນຄ້າເປັນເງິນກີບ ເທົ່ານັ້ນ ເພື່ອແກ້ໄຂບັນຫາເງິນເຟີ້ ສິນຄ້າແພງແລະບັນຫາເງິນກີບອ່ອນຄ່າ ຊຶ່ງທາງກະຊວງອຸດສາຫະກັມ ແລະການຄ້າແລະພາກສ່ວນກ່ຽວຂ້ອງ ກໍ່ເຄີຍອອກແຈ້ງການໃນລັກສະນະນີ້ມາຫຼາຍເທື່ອແລ້ວ ແຕ່ຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ເທື່ອ.
ນອກຈາກນີ້ ແຈ້ງການສະບັບນີ້ ຍັງກຳນົດໂທດຕໍ່ຜູ້ລະເມິດແຈ້ງການດັ່ງກ່າວວ່າ ຖ້າຜູ້ໃດລະເມີດ ໃນລັກສະນະເບົາບາງ ແລະ ເປັນຄັ້ງທຳອິດ ໃຫ້ເຈົ້າໜ້າທີ່ສຶກສາອົບຮົມ ຜູ້ກະທຳຜິດ ແລະເຮັດບົດບັນທຶກເປັນລາຍລັກອັກສອນ, ສຳຣັບຜູ້ທີ່ລະເມີດຄັ້ງທີ 2 ຈະຖືກປັບໃໝແຕ່ 10-20 ລ້ານກີບ, ແລະຖ້າລະເມີດຊ້ຳ ໃຫ້ປັບໃໝ 2 ເທົ່າ ຂອງມູລຄ່າປັບໃໝຄັ້ງຫຼ້າສຸດ. ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ຖາມຊາວບ້ານ ຢູ່ນະຄອນຫຼວງວຽງຈັນ ຜູ້ນຶ່ງ ທີ່ບໍ່ປະສົງບອກຊື່ ໄດ້ກ່າວວ່າ ສາເຫຕທີ່ຄົນລາວ ຍັງນິຍົມໃຊ້ ເງິນຕຣາຕ່າງປະເທດ ໃນການຊື້ຂາຍສິນຄ້າ ຍ້ອນວ່າ ເງິນຕຣາຕ່າງປະເທດ ມີຄຸນຄ່າ, ມີສະເຖັຍຣະພາບ ແລະການໃຊ້ກໍ່ງ່າຍກວ່າເງິນກີບ, ບໍ່ຈຳເປັນຕ້ອງຖືເງິນໄປຫຼາຍໃບ ເທົ່າກັບຖືເງິນກີບ.
ດັ່ງຊາວບ້ານຄົນນີ້ ໄດ້ກ່າວໃນມື້ວັນທີ 13 ພຶສຈິກາ 2023 ນີ້ວ່າ:
“ຄົນກໍ່ຍັງຄົງໃຊ້ເງິນຕຣາຕ່າງປະເທດ ເພາະວ່ານຶ່ງມານີ້ມັນກະມີສະຖຽນຣະພາບເນາະ, ສອງມາກະເງິນກະໃຊ້ງ່າຍກວ່າເງິນກີບ ເພາະວ່າຖ້າເຮົາໄປທຽບໄລ່ກັບເງິນບາທ ຫຼືເງິນໂດລ້າຣ໌ນີ້ກະຄືວ່າ ມັນຕ້ອງໃຊ້ຈຳນວນຫຼາຍເນາະ. ມັນກໍບໍ່ສະດວກເນາະ ຖ້າວ່າໃຊ້ເປັນເງິນກີບຫັ້ນນ່າ.”
ທາງດ້ານ ນັກທຸຣະກິຈຊາວໄທຍ ທີ່ເຂົ້າໄປລົງທຶນ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ ຊາວລາວຈຳນວນຫຼາຍມີຄວາມລື້ງເຄີຍ ກັບການໃຊ້ເງິນຕຣາຕ່າງປະເທດ ມາເປັນເວລາດົນນານແລ້ວ. ສຳລັບທ່ານເອງ ຄິດວ່າ ໃນມາຕການການຊື້-ຂາຍ ແລະ ຕິດປ້າຍລາຄາສິນຄ້າ ເປັນເງິນກີບເທົ່ານັ້ນນັ້ນ ລາຄາກໍ່ຍັງຕ້ອງປ່ຽນແປງ ໄປກັບອັດຕຣາແລກປ່ຽນ ເງິນຕຣາຕ່າງປະເທດ ຢູ່ຄືເກົ່າ.
ດັ່ງທ່ານກ່າວວ່າ:
(ພາສາໄທຍ) ທ່ານກ່າວວ່າ: “ທຸກຄົນນ່າ ມີເງິນບາທ ຢູ່ໃນກະເປົາ, ມີເງິນບາທຢູ່ໃນເຮືອນຢູ່ແລ້ວ. ເງິນບາທ ທີ່ເຮົາເອົາເຂົ້າໄປທ່ຽວ ຫຼືຄ້າຂາຍນີ້ ເຂົ້າໄປຫຼາຍຢູ່ແລ້ວ. ຄືຜູ້ຂ້າເອງ ກໍເຂົ້າໄປຄ້າຢູ່ລາວດົນນານເຖິງ 30 ປີແລ້ວ. ຕັ້ງແຕ່ມື້ທໍາອິດ, ຂ້ອຍກໍ່ຄ້າເງິນບາດຢ່າງດຽວເລີຍ. ນັບແຕ່ເປີດຮ້ານມາ ລູກຄ້າເຂົ້າມານີ້ ເຮົາຮັບເງິນກີບໜ້ອຍດຽວ. ສົມມຸດຂາຍ 120 ບາທ ກໍ່ຄືເກັບເອົາກັບລູກຄ້າ 120 ບາທເລີຍ. ຍົກເວັ້ນວ່າດົນໆ ຈະມີບາງຄົນ ເອົາເງິນກີບມາຊື້.”
ຕໍ່ຄຳຖາມທີ່ວ່າ ທາງການລາວໃນຂັ້ນແຂວງ ແລະຂັ້ນເມືອງ ໄດ້ຮູ້ໄດ້ເຫັນແຈ້ງການສະບັບໃໝ່ນີ້ຫລືບໍ່, ເຈົ້າໜ້າທີ່ການຄ້ານາງນຶ່ງ ຢູ່ແຂວງພາກເໜືອຂອງລາວ ຊຶ່ງບໍ່ປະສົງອອກຊື່ ແລະຕຳແໜ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ທາງພາກສ່ວນຂອງນາງ ຍັງບໍ່ທັນໄດ້ຮັບແຈ້ງການດັ່ງກ່າວນີ້ເທື່ອ. ເຖິງຢ່າງໃດກໍຕາມ ກ່ຽວກັບການຄວບຄຸມລາຄາສິນຄ້າ ໃນໄລຍະຜ່ານມາ ຣັຖບານລາວ ກໍໄດ້ພະຍາຍາມຄວບຄຸມ ລາຄາສິນຄ້າມາໂດຍຕລອດ; ຕົວຢ່າງເມື່ອວັນທີ່ 2 ເດືອນພຶສຈິກາ ປີ 2023 ນີ້, ທ່ານ ມະໄລທອງ ກົມມະສິດ ຣັຖມົນຕຣີ ກະຊວງອຸດສາຫະກັມ ແລະການຄ້າ ກໍໄດ້ຣາຍງານ ການຈັດຕັ້ງປະຕິບັດວຽກງານ ຂອງກະຊວງອຸດສາຫະກັມ ແລະການຄ້າ ໃນໄລຍະ 6 ເດືອນທີ່ຜ່ານມາ ຕໍ່ກອງປະຊຸມສະພາແຫ່ງຊາຕ ສໄມສາມັນເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ນີ້ວ່າ ຣັຖບານ ໄດ້ກໍານົດລາຄາສິນຄ້າ ແລະການບໍຣິການ ທີ່ເອິ້ນວ່າ ບັນຊີກໍ ເພື່ອຄວບຄຸມລາຄາສິນຄ້າ ບໍ່ໃຫ້ເໜັງຕີງຫລາຍ ເຊັ່ນໄດ້ກຳນົດເພດານລາຄາສິນຄ້າ ຕາມທີ່ຣັຖບານໄດ້ວາງອອກ.
ດັ່ງທີ່ທ່ານ ກ່າວວ່າຕອນນຶ່ງວ່າ:
“ໃນໄລຍະ 3-4 ເດືອນມານີ້, ຣັຖບານກໍ່ເນັ້ນ ໃຫ້ສຸມໃສ່ການຄຸ້ມຄອງ ສິນຄ້າ ທີ່ມີຜົລກະທົບແຮງ ຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ. ໂດຍສະເພາະ ເຂົ້າກິນ, ຊີ້ນໝູ, ໄກ່ ແລະ ປາ. ສຸມໃສ່ໂຕນີ້ ຖ້າຈະສຸມໃສ່ເໝິດທຸກອັນ, ພວກເຮົາກໍ່ບໍ່ມີກຳລັງແຮງ ທາງດ້ານບຸກຄະລາກອນ ແລະກະຊັພຍາກອນສຸມໃສ່.”
ທີ່ຜ່ານມາ, ຫຼາຍພາກສ່ວນທີ່ກ່ຽວຂ້ອງ ທາງດ້ານເສຖກິຈ-ການເງິນ ຂອງຣັຖບານລາວ ເປັນຕົ້ນກະຊວງອຸດສາຫະກັມແລະການຄ້າ, ກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ ກໍ່ໄດ້ວາງມາຕການຫລາຍຢ່າງ ເພື່ອແກ້ໄຂບັນຫາການເງິນ ເຊັ່ນໄດ້ປະກາດຫ້າມຮ້ານຄ້າ ຕິດປ້າຍລາຄາສິນຄ້າ ເປັນເງິນຕຣາຕ່າງປະເທດ, ໄດ້ປິດຮ້ານແລກປ່ຽນເງິນຕຣາ ຕ່າງປະເທດ ເອກະຊົນໃນທົ່ວປະເທດ, ສົ່ງເສີມການຜລິດສິນຄ້າພາຍໃນ ຄວບຄຸມ ແລະຈຳກັດການນຳເຂົ້າສິນຄ້າ. ຕົວຢ່າງໃນການຫ້າມຕິດປ້າຍ ສິນຄ້າເງິນຕຣາຕ່າງປະເທດ, ຜແນກອຸດສາຫະກັມ ແລະການຄ້າ ແຂວງຫຼວງພຣະບາງ ໄດ້ອອກແຈ້ງການໃນເດືອນມິຖຸນາ ປີ 2022 ທີ່ຜ່ານມາ ຫ້າມຊື້-ຂາຍ ຫຼືໂຄສະນາສິນຄ້າ ເປັນເງິນຕຣາຕ່າງປະເທດ ແລະ
ອອກນະໂຍບາຍ “ຢູ່ເມືອງລາວ ໃຫ້ໃຊ້ແຕ່ເງິນກີບ” ແຕ່ປະກົດວ່າ ທາງການບໍ່ສາມາດຈັດຕັ້ງປະຕິບັດຕາມມາຕການນັ້ນໄດ້ ຍ້ອນວ່າ ຣັຖບານຍັງບໍ່ສາມາດເຮັດໃຫ້ອັດຕຣາ ແລກປ່ຽນຄົງທີ່ໄດ້. ອີກບັນຫານຶ່ງ,
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ເຂົ້າໃຈ ແລະຍັງບໍ່ເອົາໃຈໃສ່ ແກ້ໄຂບັນຫາ ຢ່າງຈິງຈັງ ຈົນເຮັດໃຫ້ປະເທດລາວ ປະສົບກັບບັນຫາ ທາງເສຖກິຈ ແລະການເງິນຈົນເຖິງປັດຈຸບັນ.