ຊາວລາວແຂ່ງຈີນການລ້ຽງ ປາກະຊັງ ບໍ່ໄດ້
2014.03.04
ເຈົ້າໜ້າທີ່ ກະຊວງ ກະສິກັມ ແລະປ່າໄມ້ ຂອງລາວ ທ່ານນຶ່ງ ເປີດເຜີຍວ່າ ການລ້ຽງປາ ຂອງຈີນ ໃນ ແຂວງວຽງຈັນ ເປັນສາເຫດ ສໍາຄັນ ທີ່ເຮັດໃຫ້ ຊາວລາວ ທີ່ລ້ຽງ ປາກະຊັງ ຣາຍຍ່ອຍ ຫລຸດລົງ ເພາະບໍ່ ສາມາດ ແຂ່ງຂັນ ເຣື່ອງຣາຄາ ໄດ້. ດັ່ງທ່ານ ກ່າວວ່າ:
"ບາງ ກໍຣະນີ ຂະເຈົ້າ ນຶ່ງມາ ອາຫານແພງ ແລ້ວກໍ ລາຄາປາ ມັນບໍ່ດີ ປານໃດເນາະ ຈີນ ບາງເທື່ອ ມັນນໍາເຂົ້າ ມາຈາກ ນະຄອນຫລວງ ມີຊ່ວງນຶ່ງ ບໍຣິສັດ ຈີນ ລ້ຽງ ປາກະຊັງ ຢູ່ທ່າງ່ອນ ຂະເຈົ້າ ນໍາເຂົ້າມາ ເຮັດແລ້ວ ກໍຕີ ຣາຄາ ມັນຖືກ ໄດ້ຂາຍຖືກ ນໍາຂະເຈົ້າ ແລ້ວມັນ ຂາດທຶນ ຂະເຈົ້າ ກໍເຊົາ".
ທ່ານວ່າ ໃນຊ່ວງປີ ສອງປີ ຜ່ານມາ ມີຟາມປາ ໃນ ແຂວງວຽງຈັນ ປິດ ກິຈການ ໄປ ຫລາຍແຫ່ງ ຫລັງຈາກ ທີ່ ບໍຣິສັດ ຈີນ ໄດ້ເຂົ້າມາ ເປີດຟາມລ້ຽງ ປາກະຊັງ ຂນາດໃຫຍ່ ແລະ ຂາຍ ໃນຣາຄາ ຖືກກວ່າ. ແຕ່ກ່ອນ ມີຊາວລາວ 18 ຄອບຄົວ ລ້ຽງ ປາກະຊັງ ຫລຸດລົງມາ ຍັງເຫລືອພຽງ 11 ຄອບຄົວ ໃນຂະນະນີ້. ແລະວ່າ ກ່ອນທີ່ ຈະມີ ບໍຣິສັດ ຈີນ ຊາວບ້ານ ສາມາດ ຂາຍ ປານິນ ແລະ ປາໂດ ໄດ້ 20 ພັນຫາ 30 ພັນກີບ ຕໍ່ກິໂລ. ແຕ່ເມື່ອ ບໍຣິສັດ ຈີນ ເຂົ້າມາ ຂາຍໄດ້ພຽງ 12 ຫາ 15 ພັນກີບ ຕໍ່ກິໂລ.
ການລ້ຽງ ປາກະຊັງ ໃນ ແຂວງວຽງຈັນ ສ່ວນຫລາຍ ປະຊາຊົນ ຈະລ້ຽງ ປານິນ ແລະ ປາໂດ ແບບຄອບຄົວ ຢູ່ ໃນນໍ້າງື່ມ ເຂດເມືອງ ແກ້ວອຸດົມ ແລະ ເມືອງ ທຸລະຄົມ ຄອບຄົວລະ 4 ຫາ 10 ກະຊັງ. ແຕ່ ບໍຣິສັດ ຈີນ ທີ່ເຂົ້າມາ ໃໝ່ ເຮັດເປັນ ຣາຍໃຫຍ່ ລ້ຽງເຖິງ 70 ກະຊັງ.
ການລ້ຽງປາ ຈໍານວນຫລາຍ ເຮັດໃຫ້ ສາມາດ ລົດຕົ້ນທຶນ ການຜລິດ ແລະ ຂາຍໃນ ຣາຄາ ຖືກໄດ້. ດັ່ງນັ້ນ ຟາມປາ ຣາຍຍ່ອຍ ຈຶ່ງໄດ້ ຮັບ ຜົລກະທົບ.