ມີການປັ່ນຄ່າເງິນ ເຮັດໃຫ້ເງິນກີບ ເຟີ້ຫລາຍຂຶ້ນ
ໃນຂະນະທີ່ ເງິນບາດແຂງໂຕ, ສະພາບເງິນກີບເຟີ້ ຢູ່ລາວ ຍ້ອນວ່າ ມີກຸ່ມຄົນທີ່ສວຍໂອກາດ ປັ່ນຄ່າເງິນ ເຮັດໃຫ້ ສະຖານະ ການເງິນໃນລາວ ຜັນຜວນ ແລະກະທົບ ອັດຕຣາການແລກປ່ຽນ ເງິນຕຣາຕ່າງປະເທດ.
-
ອຸ່ນແກ້ວ
2022-03-30 -
-
-
Your browser doesn’t support HTML5 audio
ໃນອາທິດທີ່ຜ່ານມາ ເງິນກີບເຟີ້ ເມື່ອທຽບໃສ່ເງິນບາດ ສະກຸນເງິນໄທຍ. ເງິນກີບແລກເງິນບາດ ໃນປີ 2021 ທີ່ຜ່ານມາ ປະມານ 300 ກີບ ຕໍ່ 1 ບາດ ແຕ່ ໃນວັນທີ 22-23 ມີນາ 2022 ທີ່ຜ່ານມາ ອັດຕຣາເງິນບາດຂຶ້ນຮອດ 400-420 ກີບ ຕໍ່ 1 ບາດ ຢູ່ຮ້ານແລກປ່ຽນເງິນຕຣາບາງຮ້ານ ແລະ ຢູຕລາດນອກລະບົບ ຫຼື ຕລາດມືດ ອີງຕາມຂໍ້ມູນຈາກນັກທຸຣະກິຈທ່ານນຶ່ງ ຜູ້ທີ່ບໍ່ອອກຊື່ ແລະ ສຽງ.
ນັກທຸຣະກິຈ ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 30 ມີນາ ວ່າ ມີການປັ່ນຄ່າເງິນບາດໃຫ້ແຂງໂຕ ເມື່ອທຽບໃສ່ເງິນກີບ, ແຕ່ວັນທີ 22 -23 ມີນາ ຂຶ້ນສູງສຸດໃນອັດຕຣາ 400-420 ກີບ ຕໍ່ 1 ບາດ ແລະ ວັນທີ 24 ມີນາ ກໍເຣີ່ມລົງມາ, ລົງມາຢູ່ທີ່ 380-390 ກີບ ຕໍ່ 1 ບາດ. ມື້ນີ້ ວັນທີ 30 ມີນາ ອັດຕຣາເງິນບາດຢູ່ທີ່ 383 ກີບ ຕໍ່ 1 ບາດ.
ນັກທຸຣະກິຈ ທ່ານນີ້ ຍັງກ່າວຕື່ມວ່າ:
“ການທີ່ເງິນເຟີ້ຂຶ້ນ ເມື່ອທຽບໃສ່ເງິນບາດ ຜິດປົກຕິ ຍ້ອນວ່າ ມີກຸ່ມຄົນຈຳນວນນຶ່ງປັ່ນຄ່າເງິນບາດ. ເງິນບາດເປັນທີ່ຕ້ອງການຂອງຕລາດ ພວກຊາວຄ້າຂາຍສ່ວນຫຼາຍ ມີການໄປຂີ້ເຄື່ອງຢູ່ປະເທດ ໄທຍເຂົ້າມາຂາຍ.”
ໃນເວລາດຽວກັນ, ນັກຂ່າວອາວຸໂສລາວ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 30 ມີນາ ວ່າ ມີຄວາມເປັນໄປໄດ້ ທີ່ມີການປັ່ນຄ່າເງິນບາດໃນລາວ ໃນໄລຍະທີ່ຜ່ານມາ ເຖິງວ່າ ຈະບໍ່ມີການເປີດເຜີຍຂໍ້ມູນທີ່ເປັນຫຼັກຖານກໍຕາມ.
ນອກຈາກນີ້ ຍາງນາງ ວາລີ ເວດສະພົງ ສະມາຊິກສະພາແຫ່ງຊາດ ຫຼື ສສຊ ນະຄອນຫລວງວຽງຈັນ ໄດ້ໂພສຂໍ້ຄວາມຢູ່ໃນເຟສບຸກສ່ວນໂຕ ໃນວັນທີ 23 ມີນາ 2022 ວ່າ ສະຖານະການເງິນຜັນຜວນແບບນີ້ ບໍ່ແມ່ນພາວະປົກກະຕິ ຄາດວ່າ ມີຜູ້ປັ່ນເງິນ ລະວັງໄວ້ແດ່ເດີ ຖ້າບໍ່ຢຸດການກະທຳ.
ປັດຈຸບັນ ຢູ່ຮ້ານແລກປ່ຽນເງິນຕຣາບາງ ຮ້ານ ຢູ່ທີ່ 388 ກີບ ຕໍ່ 1 ບາດ ແລະ ອັດຕຣາແລກປ່ຽນມີການປັບຂຶ້ນປັບລົງຢູ່ໃນແຕ່ລະມື້.
ເຈົ້າຂອງຮ້ານແລກປ່ຽນເງິນຕຣາ ຢູ່ນະຄອນຫລວງວຽງຈັນ ນາງ ນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 30 ມີນາ ວ່າ:
“388 ປະມານນີ້ ເຈົ້າ ເຣດບໍ່ປົກຕິປະມານນັ້ນເດີເຈົ້າ ປະມານ 380 ປາຍ ກີບ [ຕໍ່ 1 ບາດ] ກ່ອນໜ້ານັ້ນມັນກະຂຶ້ນຮອດ [420 ກີບ ຕໍ່ 1 ບາດ] ລະບາດນີ້ ກະມີການປັບຂຶ້ນປັບລົງ.”
ການສວຍໂອກາດປັ່ນຄ່າເງິນ ມີແນ່ນອນ ຍ້ອນວ່າ ການປ້ອງກັນຜູ້ສວຍໂອກາດປັ່ນຄ່າເງິນ ບໍ່ແຂງແຮງ ຈິ່ງເກີດບັນຫານີ້.
ນັກທຸຣະກິຈອີກທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ.
ນັກຂ່າວ: ໄລຍະນີ້ ເງິນກີບມັນຄືວ່າ ເຟີ້ຂຶ້ນຫຼາຍແທ້ ມັນເປັນຈັ່ງໃດ ມັນມີການປັ່ນຄ່າເງິນຕຣາເບາະ?
ນັກທຸຣະກິຈ:
“ການສວຍໂອກາດຫັ້ນ ອັນນີ້ ມັນຕັດອອກບໍ່ໄດ້ດອກ ມີແນ່ນອນ. ນາຍທຶນເມື່ອມີໂອກາດມີກະເອົາ ຕິມັນບໍ່ໄດ້ໃດ ຍົກຕົວຢ່າງ ຄືຮົ້ວເຮົາອ້ອມສວນ ຖ້າຮົ້ວບໍ່ດີ ຢູ່ຕິວ່າ ຄົນເຂົ້າມາລັກ ໝາກເຂົ້າໂພດໝາກແຕງ ເຮົາຜູ້ປົກປ້ອງນີ້ ບໍ່ດີເອງ ຫຼື ດີບໍ່ພໍເອງ ເຂົ້າໃຈເນາະ ນາຍທຶນມັນສວຍໂອກາດຂຶ້ນລາຄາ. ອັນນີ້ເຣື່ອງປັ່ນເງິນຕຣາຫັ້ນນ່າ ໂທດນາຍທຶນ ຂ້ອຍບໍ່ພ້ອມ. ທ່ານນາງ ຫຍັງວ່າ ມີຄົນປັ່ນຕລາດ [ປັ່ນເງິນ] ເຈົ້າຢ່າໄປໂທດນາຍທຶນ ນາຍທຶນມັນຄົນຂີ້ໂກງຢູ່ແລ້ວ. ເຮົາມາເວົ້າເຣື່ອງບັນຫາຂອງເງິນເຟີ້ ບັນຫາຂອງເງິນເຟີ້ ມັນກໍມີຫຼາຍເນາະ ອຸປະສົງ ອຸປະທານ ຄື Demand and Supply ໃນເມື່ອຄວາມຕ້ອງການສູງ Supply ໜ້ອຍ ມັນກະແພງຕີ້ ສິນຄ້າ ຄັນສິນຄ້າແພງ ເຮັດຈັ່ງໃດ ເງິນຕຣາ ມັນບໍ່ສົມດູນກັນລະຫວ່າງ ເຂົ້າ ກັບ ອອກ. ສິນຄ້າຫັ້ນນ່າ ການນຳເຂົ້າ ສົ່ງອອກ ບໍ່ສົມດູນກັນ ມັນກະແພງ ເປັນຜົລຄືສິນຄ້າອຸປະໂພກ ບໍຣິໂພກ ອັນນີ້ ບັນຫານຶ່ງທີ່ແກ້ບໍ່ໄດ້ ແລ້ວບໍ່ເອົາມາເວົ້າ ໄປເອົາທາງອື່ນມາເວົ້າ. ອັນທີສອງ ຄືການບໍຣິຫານພາຍໃນ ຂາດປະສິດທິພາບ ຂາດສັກກະຍາພາບ ຂາດຄວາມຮູ້ແປຜັນຂອງຕົວແປຕ່າງໆ. ອັນທີສາມ ນີ້ກະພາວະໂຄວິດ ແລະ ກໍພາວະສົງຄາມເຂົ້າມາ ມັນກໍກະທົບໄປເຖິງນ້ຳມັນ ນ້ຳມູກນີ້ຂຶ້ນ ເຄື່ອງມັນກະຂຶ້ນແມ່ນຕົ່ວ. ໄຂ່ຢູ່ຟາມ ມັນຍາງມາ ຕລາດຫາຄົນບໍ່ໄດ້ໃດ ຂັ້ນຄົນບໍ່ແກ່ມາ ແລ້ວຫົວອາຫານຢູ່ໃນໂຮງງານ ມັນບໍ່ໄດ້ຍ່າງໄປຟາມເອງໃດ ຄັນບໍ່ເອົາຣົຖແກ່ໄປ. ຣົຖແກ່ໄປເປັນຈັ່ງໃດລະ ກະນ້ຳມັນ. ເຫັນບໍ່ ມັນພົວພັນກັນໄປໝົດໂຕນີ້ ບໍ່ເອົາມາເວົ້າ. ບາດເອົາບັນຫານ້ອຍໆ ມາເວົ້າ ເອົາໂຕຄວບຄຸມຫັ້ນມາເວົ້າວ່າ “ມີການປັ່ນ ຕລາດ ລະວັງ ລະວັງຕົວໃຫ້ດີ” ບໍ່ຕ້ອງເວົ້າ ບໍ່ຕ້ອງເຕືອນ ເຕືອນມັນກະຮູ້ຊັ້ນຕົ່ວ ກະປ່ອຍໃຫ້ມັນເຮັດໄປ ຈັບບາດດຽວ.”
ກ່ຽວກັບກຸ່ມຄົນທີ່ປັ່ນຄ່າເງິນ, ວິທຍຸເອເຊັຽເສຣີ ພະຍາຍາມ ຕິດຕໍ່ຫາເຈົ້າໜ້າທີ່ ທະນາຄານແຫ່ງສປປ ລາວ, ແຕ່ ບໍ່ມີເຈົ້າໜ້າທີ່ຄົນໃດຮັບໂທລະສັບ.
ອັດຕຣາແລກປ່ຽນເງິນຕຣາ ຢູ່ທະນາຄານການຄ້າຕ່າງປະເທດ:
- ວັນທີ 30 ມີນາ: ອັດຕຣາເງິນບາດ ຢູ່ທີ່ 378.89 ກີບ ຕໍ່ 1 ບາດ.
- ວັນທີ 29 ມີນາ: ອັດຕຣາເງິນບາດ 378.77 ກີບ ຕໍ່ 1 ບາດ.
- ວັນທີ 28 ມີນາ: ອັດຕຣາເງິນບາດ 378.47 ກີບ ຕໍ່ 1 ບາດ.
ອັດຕຣາແລກປ່ຽນຢູ່ຕລາດນອກລະບົບ ຫຼື ຕລາດມືດ ບາງບ່ອນ:
- ວັນທີ 30 ມີນາ ອັດຕຣາເງິນບາດ ຢູ່ທີ່ 383 ກີບ ຕໍ່ 1 ບາດ.
- ວັນທີ 29 ມານີ ອັດຕຣາເງິນບາດ ຢູ່ທີ່ 388 ກີບ ຕໍ່ 1 ບາດ
- ວັນທີ 28 ມານີ ອັດຕຣາເງິນບາດ ຢູ່ທີ່ 380 ກີບ ຕໍ່ 1 ບາດ.
ອັນນີ້ເປັນການປຽບທຽບ ລະຫວ່າງ ອັດຕຣາເງິນກີບ ແລະ ເງິນບາດ ສະເພາະຢູ່ທະນາຄານການຕ່າງປະເທດ ແລະ ຢູ່ຕລາດນອກລະບົບ ຫຼື ຕລາດມືດ ບາງແຫ່ງ ເທົ່ານັ້ນ, ແຕ່ ຢູ່ທະນານການຄ້າອື່ນໆ ແລະ ຢູ່ຕລາດນອກລະບົບອື່ນໆ ອັດຕຣາເງິນຈະມີການຫຼຸດເລີ່ນກັນ ເຊິ່ງມັນກໍຂຶ້ນກັບຄວາມຕ້ອງການຂອງຄົນ.
ກ່ຽວກັບການແກ້ໄຂບັນຫາຄ່າເງິນກີບໃຫ້ມີຄວາມໝັ້ນຄົງ, ກອງປະຊຸມຣັຖບານວັນທີ 21-22 ມີນາ 2022 ທີ່ຜ່ານມາ ກໍໄດ້ເນັ້ນໜັກ ວ່າ:
[ຣັຖບານຈະສົ່ງເສີມ] "ການຄຸ້ມຄອງ ແລະ ຮັກສາສະຖຽນລະພາບດ້ານເງິນຕຣາ ໃຫ້ມີຄວາມໝັ້ນທ່ຽງ ແລະ ເໜັງຕີງ ໃນລະດັບທີ່ກໍານົດໄວ້."
ອີງຕາມຂໍ້ມູນຈາກທະນາຄານແຫ່ງ ສປປ ລາວ, ອັດຕຣາເງິນເຟີ້ຂອງລາວ ໃນເດືອນກຸມພາ 2022 ທີ່ຜ່ານມາ 7.31 ເປີເຊັນ.