ການພະນັນຜ່ານມືຖື ຫຼາຍຄົນ ກັງວົນ

ອຸ່ນແກ້ວ ສຸກສະຫວັນ
2021.07.15
ການພະນັນຜ່ານມືຖື ຫຼາຍຄົນ ກັງວົນ ພາບໂພັສເຕີ້ ໂຄສະນາ ຫວຍ ທາງໂທຣະສັບ ມືຖື
ພາບ:ຫວຍທາງໂທຣະສັບ

ຊາວລາວຫຼາຍຄົນ ເປັນຫ່ວງມີຄົນຕິດການພະນັນຫຼາຍ ຫຼັງຈາກທີ່ ມີການອະນຸຍາດໃຫ້ຊື້ເລກ ແລະຫວຍໂລ່ໂຕ້ ຜ່ານແອັປ ຂອງ ທະນາຄານການຄ້າ ຕ່າງປະເທດລາວ ໄດ້ແລ້ວ.
ຜູ້ຊື້ຫວຍ ແລະເລກຈຳນວນນຶ່ງ ທີ່ເປັນຊາວໜຸ່ມອາຍຸຕ່ຳກວ່າ 18 ປີ ຍັງຫາເງິນເອງບໍ່ໄດ້ ແຕ່ຖ້າມີແອັປຂຶ້ນມາ ກຸ່ມວັຍໜຸ່ມເຫຼົ່ານັ້ນ ກໍມີໂອກາດເຂົ້າຫຼິ້ນການພະນັນ ຜ່ານລະບົບອອນລາຍ. ຊາວລາວທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 15 ກໍຣະກະດາ ວ່າ:

"ມັນຊື້ງ່າຍຂາຍງ່າຍ ແບບນີ້ ທຸກວັຍກໍໜ້າຈະຊື້ແບບກະໜໍ່າເລີຍແຫຼະ ວັຍໜຸ່ມ ວັຍສາວ ທຸກວັຍກະຊິພາກັນແຫ່ກັນຊື້ ເພາະວ່າ BCEL ONE ເປັນທະນາຄານໃຫຍ່ ຂອງປະເທດລາວ ເພາະວ່າ ຄວບຄຸມທຸກວັຍ ທຸກເພດຂອງຄົນລາວ."

ການຕັ້ງແອັປຂາຍຫວຍ ຂາຍເລກ ມັນເປັນແບບຢ່າງທີ່ບໍ່ດີ ໃຫ້ແກ່ເດັກນ້ອຍ ແລະ ຈະເຮັດໃຫ້ເດັກນ້ອຍ ເຫັນວ່າ ການຊື້ເລກ ແລະ ຫວຍໂລ່ໂຕ້ ເປັນເຣື່ອງປົກກະຕິ ໃນສັງຄົມລາວ ນັ້ນເປັນການສ້າງຄ່ານິຍົມ ອັນບໍ່ດີໃຫ້ແກ່ສັງຄົມ. ຊາວລາວອີກທ່ານນຶ່ງ ກ່າວວ່າ:

"ເດັກນ້ອຍເຂົາຊິເຫັນວ່າ ການຫຼິ້ນການພະນັນ ການຊື້ຫວຍນີ້ນ່າ ເປັນເຣື່ອງປົກກະຕິ ການຊື້ເລກນີ້ກະຄືກັນ ການພະນັນປະເພດນຶ່ງ ເນາະ, ຄືເຮົາຫຼິ້ນການພະນັນກັບ ຣັຖບານຫັ້ນນ່າ."

ທ່ານກ່າວຕື່ມວ່າ ນອກຈາກນັ້ນແລ້ວ ການຊື້ເລກ ແລະ ຫວຍໂລ່ໂຕ້ ຜ່ານແອັປທະນາຄານການຄ້າ ຕ່າງປະເທດລາວ ກໍຍັງຈະເຮັດ ໃຫ້ຊາວລາວ ອີກຫຼາຍຄົນພາກັນສົນໃຈ ແຕ່ການສ່ຽງໂຊກ ແລະ ບາງຄົນກໍອາຈເຖິງຂັ້ນເສັຽວຽກງານ ໄປເລີຍແທນທີ່ຈະເອົາເວລາ ໄປເຮັດກິຈກັມຢ່າງອື່ນໆ ທີ່ເປັນປໂຍດຕໍ່ຕົນເອງ, ເຊິ່ງມັນບໍ່ແຕກຕ່າງຫຍັງກັບ ການເບື່ອເມົາສັງຄົມ ໃນຮູບແບບນຶ່ງ.

ການເປີດໃຫ້ປະຊາຊົນສາມາດຊື້ເລກ ແລະ ຫວຍໂລ່ໂຕ້ ຜ່ານທາງແອັປຂອງທະນາຄານການຄ້າ ຕ່າງປະເທດແບບບໍ່ຈຳກັດອາຍຸ. ນັກວິຊາການທີ່ເຮັດວຽກກ່ຽວກັບ ການສົ່ງເສີມ ຈະຣິຍາທັມ ໄດ້ກ່າວວ່າ:

"ເປັນໄປໄດ້ກະຄວນເນາະ ປະມານສໍ່າອາຍຸ 18 ປີ ຂຶ້ນໄປ ຫຼືວ່າຈັ່ງໃດຕາມທີ່ມີວຸທິ ເວົ້າງ່າຍໆ ເດັກນ້ອຍບາງຄົນກະບໍ່ທັນໄດ້ຫາ ເງິນເປັນ ຍັງຂໍເງິນພໍ່ແມ່ ຢູ່."

ຄົນຂາຍເລກ ກໍຮູ້ສຶກອຸກໃຈ ທີ່ມີການເປີດຂາຍເລກ ແລະ ຫວຍໂລ່ໂຕ້ ຜ່ານແອັປ ທະນາຄານການຄ້າຕ່າງປະເທດລາວ ຍ້ອນວ່າ ຈະເຮັດໃຫ້ລູກຄ້າຫຼາຍຄົນຫັນໄປ ຊື້ເລກຜ່ານຊ່ອງທາງ ດັ່ງກ່າວ ແທນທີ່ຈະຊື້ກັບຜູ້ຂາຍຍ່ອຍ ທີ່ລົງທະບຽນຢ່າງຖືກຕ້ອງ. ແມ່ຄ້າ ຂາຍເລກຢູ່ແຄມທາງ ນາງນຶ່ງ ກ່າວວ່າ:

"ບໍ່ໄດ້ຫຼາຍນ້ອງຂາຍໄດ້ປະມານ 1 ແສນກີບ, 2 ແສນກີບ ນີ້ແຫຼະ ຄົນຂາຍຫຼາຍນ່າ ກະໜ້າຈະໜ້ອຍລົງ ເພາະວ່າ ເຂົາໃຊ້ແອັປ ແບບລະບົບອອນລາຍ ລະບົບອອນລາຍມັນຫຼາຍຂຶ້ນ ແມ່ນເບາະ ແລ້ວເຂົາກະແບບຈ່າຍຜ່ານ BCEL ONE ແລ້ວເຂົາກະແບບ ໂອນໃຫ້ເລີຍຈັ່ງຊີ້."

ສ່ວນວ່າຜູ້ຂາຍເລກອີກທ່ານນຶ່ງ ກໍໃຫ້ເຫດຜົລວ່າ ແຕ່ຂນາດບໍ່ມີການຂາຍເລກ ແລະ ຫວຍທາງແອັປ ກໍຍັງມີຄົນພາກັນໄປຊື້ ບໍ່ວ່າ ຈະເປັນຫວຍຣັຖບານ ແລະ ຫວຍເຖື່ອນ.

ການຊື້ເລກ ແລະ ຫວຍໂລໂຕ້ ຜ່ານແອັປຂອງທະນາຄານ ຖືວ່າໄດ້ຮັບການອະນຸຍາດ ຈາກຣັຖບານຢ່າງຖືກຕ້ອງ ເຊິ່ງທະນາຄານ ການຄ້າຕ່າງປະເທດ ເປັນພຽງແຕ່ບ່ອນຊຳຣະເງິນເທົ່ານັ້ນ ແລະເງິນທີ່ມາຈາກການຂາຍເລກ ຈະເຂົ້າສູ່ຣັຖວິສາຫະກິດຫວຍພັທນາ ໂດຍກົງ. ເຈົ້າໜ້າທີ່ທະນາຄານການຄ້າ ຕ່າງປະເທດລາວ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ກ່າວວ່າ:

"ຜູ້ທີ່ວ່າລົງທະບຽນນຳໃຊ້ ແອັປ ທະນາຄານຂອງເຮົາກ່ອນ ບໍ່ແມ່ນທະນາຄານເຮົາຂາຍເນາະ ເຮົາເປັນບ່ອນຊຳຣະຊື່ໆ ຄ້າຍວ່າ ຄ່າໄຟຟ້າຈັ່ງຊີ້ນ່າ ຈ່າຍຄ່າໄຟ ອັນນີ້ ກະແມ່ນ ຈ່າຍຄ່າເລກ ແຕ່ວ່າຜ່ານໄປຫາພວກ ຫວຍພຸ້ນ."

ກ່ຽວກັບເຣື່ອງນີ້ ເອເຊັຽເສຣີ ໄດ້ຕິດຕໍ່ຫາເຈົ້າໜ້າທີ່ ກະຊວງການເງິນ ທີ່ຮັບຜິດຊອບ ຣັຖວິສາຫະກິດຫວຍພັທນາລາວ ເພື່ອຖາມ ຣາຍລະອຽດເພີ່ມເຕີມ ແຕ່ເຈົ້າໜ້າທີ່ບໍ່ສະດວກ ໃຫ້ສຳພາດ.

ຫຼ້າສຸດ ບັນດາຜູ້ຂາຍເລກ ແຄມທາງຫຼາຍຄົນ ກໍໄດ້ພາກັນເຄື່ອນໄຫວ ຜ່ານສື່ສັງຄົມອອນລາຍ ດ້ວຍການສະແດງທ່າທີ່ ບໍ່ເຫັນພ້ອມ ກັບການອະນຸຍາດໃຫ້ເປີດຂາຍເລກ ແລະ ຫວຍໂລ່ໂຕ້ ຜ່ານແອັປ ທະນາຄານການຄ້າ ຕ່າງປະເທດ ຍ້ອນວ່າ ຈະເຮັດໃຫ້ເຂົາເຈົ້າ ຂາຍເລກ ຢູ່ແຄມທາງບໍ່ໄດ້ອີກເລີຍ ແລະ ການຂາຍເລກແຄມທາງ ມັນເປັນການຫາເງິນ ຊ່ອງທາງນຶ່ງ ເພື່ອໃຫ້ຢູ່ລອດ ໃນໄລຍະທີ່ ໂຄວິດ-19 ຣະບາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.