ຂອງເຖື່ອນຢູ່ຊາຍແດນ ລາວ-ຈີນ
ດ່ານ ກວດກາ ຊາຍແດນ ລາວ-ຈີນ ແມວຈ່າຍ ແຂວງ ອຸດົມໄຊ ມີການ ຂົນສົ່ງ ເຄື່ອງ ຜິດ ກົດໝາຍ ຜ່ານ ເຂົ້າ-ອອກ.
-
ມະນີຈັນ
2015-08-06 -
-
-
Your browser doesn’t support HTML5 audio
ແຫລ່ງຂ່າວ ຈາກ ແຂວງ ອຸດົມໄຊ ໄດ້ ຣາຍງານ ໃຫ້ ເອເຊັຽ ເສຣີ ຊາບວ່າ, ມີການ ຂົນສົ່ງ ເຄື່ອງ ຜິດ ກົດໝາຍ ເຂົ້າ-ອອກ ຜ່ານດ່ານ ແມວຈ່າຍ ຊຶ່ງ ເປັນດ່ານ ຊາຍແດນ ລາວ-ຈີນ ຣະຫວ່າງ ແຂວງ ອຸດົມໄຊ ກັບ ປະເທດຈີນ ເປັນ ຈໍານວນ ຫຼວງຫຼາຍ, ໂດຍມີ ເຈົ້າໜ້າທີ່ ປະຈໍາ ດ່ານ ນັ້ນ ອໍານວຍ ຄວາມສະດວກ ໃຫ້ ໃນເວລາ ທີ່ມີການ ເອົາ ສິນຄ້າ ຜ່ານ.
ຍົກ ຕົວຢ່າງ ສິນຄ້າ ໜີ ພາສີ ທີ່ ນຳມາ ຈາກຈີນ ກໍແມ່ນ ຈ້າງ ພະນັກງານ ຢູ່ດ່ານ ນັ້ນ ໃຫ້ປ່ອຍ ສິນຄ້າເຂົ້າ ມາລາວ, ແລະ ທາງລາວ ກໍສົ່ງ ສິນຄ້າ ໄປ ຈີນ ຄື ໄມ້. ແຕ່ລະ ມື້ ແມ່ນ ສົ່ງ ແຮ່ທາດ ທີ່ ຂຸດຄົ້ນ ຈາກ ເມືອງຫລາ ແຂວງ ອຸດົມໄຊ ຜ່ານດ່ານ ນີ້ ເຊັ່ນກັນ.
ການ ຂຸດຄົ້ນ ບໍ່ທອງ ຢູ່ບ້ານ ນາສະຫວ່າງ ແຂວງ ອຸດົມໄຊ ທີ່ ຂຸດໄດ້ 2 ພັນ ປາຍ, ໂຕນ ສົ່ງໄປຈີນ ກໍແມ່ນ ຜ່ານດ່ານ ແມວຈ່າຍ ເພາະມັນ ສະດວກ ບໍ່ມີການ ກວດກາ ວ່າ ຣົດ ທີ່ຂົນສົ່ງ ແຮ່ທາດ ອອກໄປ ຈີນ ນັ້ນ ມີຫຍັງ ອີກແດ່.
ພະນັກງານ ທີ່ ປະຕິບັດ ງານ ຢູ່ດ່ານນີ້ ລໍ້າລວຍ ຮັ່ງມີ, ເຮັດໃຫ້ ເງິນ ຄ່າພາສີ ບໍ່ ເຂົ້າຄັງ ຣັຖ. ດັ່ງນັ້ນ ຈຶ່ງມີ ຫາງສຽງ ຮຽກຮ້ອງ ໃຫ້ ອົງການ ກວດສອບ ແຫ່ງ ຣັຖ ໄປກວດ ກາຫາ ຄວາມຈິງ ເພາະສະເລັ່ຽ ແລ້ວ ແຕ່ລະປີ ມີເງິນ ຮົ່ວໄຫລ ສະເພາະ ດ່ານ ແມວຈ່າຍ ນີ້ ແມ່ນ ຫລາຍ ຕື້ ກີບ.