ຂົວຂ້າມແມ່ນ້ຳຂອງລາວ-ພະມ້າ ຄືບໜ້າ
2014.08.04

ປັຈຈຸບັນ ໂຄງການ ຂົວຂ້າມ ແມ່ນ້ຳຂອງ ລາວ-ພະມ້າ ຣະຫວ່າງ ຊຽງກົກ ແຂວງ ຫລວງນ້ຳທາ ສປປລາວ ກັບ ເມືອງແກ້ງລາບ ສ. ມຽນມ້າ ຄືບໜ້າໄປ 75 ສ່ວນຮ້ອຍ ຂນະນີ້ ກຳລັງ ກໍ່ສ້າງ ມາຮອດ ກາງ ນ້ຳຂອງ ຄາດວ່າ ຈະ ສ້າງມາເຖິງ ຝັ່ງລາວ ໃນທ້າຍປີນີ້. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ລາວ ອີງໃສ່ ຣາຍງານ ຂອງ ທາງການ ພະມ້າ:
"ເຂົາ ຣາຍງານມາ ເຮັດໄດ້ ປະມານ 75 ເປີເຊັນ ແລ້ວເນາະ ເຂົາຣາຍງານ ມາເດືອນແລ້ວນີ້ ເນາະ ແຕ່ວ່າເຂົາ ຣາຍງານ ປາກເປົ່າ ບໍ່ທັນ ເຮັດ ເອກສານ".
ທ່ານກ່າວ ຕໍ່ໄປວ່າ ໃນເດືອນ ຜ່ານມາ ເຈົ້າໜ້າທີ່ ແຂວງ ຫຼວງນ້ຳທາ ບໍ່ໄດ້ໄປເບິ່ງ ການສ້າງ ຂົວ ນີ້ເທື່ອ ເພາະຍັງບໍ່ທັນ ໄດ້ສ້າງ ມາຮອດ ຝັ່ງລາວ ແຕ່ ຕາມຣາຍງານ ຂອງ ເຈົ້າໜ້າທີ່ ພະມ້າ ກໍວ່າຄືບໜ້າ ຫລາຍ. ວຽກງານ ສຳຄັນ ສຳເຣັດ ໄປດ້ວຍດີ ເຖິງຈະຢູ່ ໃນຊ່ວງ ຣະດູຝົນ ກໍຕາມ ແລະ ກໍເຊື່ອໝັ້ນ ວ່າ ຈະສ້າງ ສໍາເຣັດ ຕາມແຜນການ ຄື ໃນ ເດືອນ ມີນາ 2015.
ຂົວແຫ່ງນີ້ ມີຄວາມຍາວ 691 ແມັຕ ໃຊ້ ງົບປະມານ ກໍ່ສ້າງ 26 ລ້ານ ໂດລາ ສະຫະຣັດ. ມີ 2 ທາງ ລົດແລ່ນ ຫລື 2 ເລນ ສາມາດ ຮອງຮັບ ລົດບັນທຸກ ສິນຄ້າ ທີ່ມີຄວາມ ໜັກຮອດ 75 ຕັນ. ເມື່ອ ກໍ່ສ້າງແລ້ວ ບໍຣິເວນ ໃກ້ຂົວນີ້ ກໍຈະມີ ຊຸມຊົນ ເກີດຂຶ້ນໃໝ່ ທັງໃນ ເບື້ອງລາວ ແລະ ເບື້ອງພະມ້າ ເພື່ອຮອງຮັບ ການຂຍາຍໂຕ ທາງດ້ານ ການຄ້າ ແລະ ການລົງທຶນ ຮວມເຖິງ ການ ທ່ອງທ່ຽວ ນໍາດ້ວຍ. ທີ່ສຳຄັນ ຂົວຂ້າມ ແມ່ນ້ຳຂອງ ລາວ-ພະມ້າ ຍັງຈະເປັນ ຈຸດສຳຄັນ ໃນ ການເຊື່ອມຕໍ່ ການ ຄົມນາຄົມ ຣະຫວ່າງ ເສັ້ນທາງ R3A ແລະ R3B ຈະຊ່ວຍໃຫ້ ການ ຂົນສົ່ງ ການຄ້າ ຈາກໄທ ຜ່ານລາວ ໄປຈີນ ຫລື ຈາກລາວ ໄປ ພະມ້າ ມີຄວາມ ສະດວກ ຂຶ້ນ.