ສາຍການບິນລາວໂຈະ ຖ້ຽວບິນ ໄປ ຈີນ

ສຸພັດຕາ
2020.01.29
F-Lao-Airline ສາຍການບິນລາວ
RFA

ໃນໄລຍະເຊື້ອໄວຣັສໂຄໂຣນາຣະບາດ ຢູ່ຈີນນີ້ ສາຍການບິນລາວ ຫຼື ລາວແອລາຍ ໄດ້ໂຈະ 3 ເສັ້ນທາງຖ້ຽວບິນ ຈາກນະຄອນຫຼວງ ວຽງຈັນ ໄປຈີນ ຊົ່ວຄາວ. ໂດຍມີຖ້ຽວບິນ ວຽງຈັນ-ຊຽງໄຮ ໂຈະແຕ່ວັນທີ 29 ມົກກະຣາ, ຖ້ຽວບິນ ວຽງຈັນ-ຫາງໂຈ ໂຈະວັນທີ 5 ກຸມພາ, ຖ້ຽວບິນວຽງຈັນ-ສາງໂຈ ໂຈະວັນທີ 8 ກຸມພາ ສ່ວນຖ້ຽວບິນ ວຽງຈັນ-ຄຸນໝິງ ແລະ ວຽງຈັນ-ກວາງໂຈ ຍັງປິດໃຫ້ບໍຣິການ, ດັ່ງເຈົ້າໜ້າທີ່ ການບິນລາວ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 29 ມົກກະຣາ ນີ້ວ່າ:

“ໄປຈີນຫັ້ນ ວ່າງນີ້ຫັ້ນ ສາຍການບິນລາວໂຈະ ມີຊຽງໄຮ ແລະກະຫາງໂຈ ແລ້ວກະສາງໂຈ ຕັ້ງແຕ່ທິດນີ້ໄປເລີຍເດີ້ ທາງມາລາວ ກະໂຈະຄືກັນ.”

ໃນຂນະທີ່ ເຈົ້າໜ້າທີ່ ສນາມບິນ ແຂວງຫຼວງພຣະບາງ ເວົ້າວ່າ ຢູ່ຫຼວງພຣະບາງ ໄດ້ໂຈະ 2 ເສັ້ນທາງການບິນ ຄື: ຫຼວງພຣະບາງ -ໄຫໜານ ແລະ ຫຼວງພຣະບາງ-ຊຽງໄຮ ສ່ວນທ້ຽວບິນ ຫຼວງພຣະບາງ-ຄຸນໝິງ, ຫຼວງພຣະບາງ-ຊາງຊາ ແລະຫຼວງພຣະບາງ-ເສີນເຈິ້ນ ຍັງເປີດບໍຣິການ ປົກກະຕິ:

“ຫຼວງພຣະບາງ-ຊຽງໄຮ ແລ້ວກະສາຍການບິນ-ໄຫໜານ ເຣີ່ມປິດມື້ນີ້ຊັ້ນດອກ ໄຫໜານ ຫັ້ນຖືວ່າ ຮອດເດືອນສາມ ໄດ້ປິດໃໝ່ ຄຸນໝິງ ກໍຖືວ່າຍັງ ບິນປົກກະຕິ.”

ເຖິງຢ່າງໃດກໍຕາມ ກະຊວງການຕ່າງປະເທດ ກໍໄດ້ແຈ້ງເຕືອນ ປະຊາຊົນລາວ ໃຫ້ຫຼີກລ້ຽງ ການເດີນທາງໄປປະເທດທີ່ມີ ການຣະບາດ ຂອງພຍາດ ໂຄໂຣນາ ເພື່ອປ້ອງກັນໂຕເອງ ຈາກການຕິດເຊື້ອ.

ນອກຈາກນີ້ແລ້ວ ກະຊວງການຕ່າງປະເທດ ຍັງຂໍໃຫ້ປະຊາຊົນລາວ ທີ່ຢູ່ຕ່າງປະເທດ ຕິດຕາມຂ່າວການຣະບາດ ຂອງພຍາດ ໂຄໂຣນາ ຢ່າງເປັນປົກກະຕິ ຜ່ານຂໍ້ມູນຈາກ ກະຊວງສາທາຣະນະສຸຂ, ກະຊວງການຕ່າງປະເທດ ແຫ່ງ ສປປລາວ ແລະ ອົງການ ອະນາມັຍໂລກ.

ອີງຕາມການຣາຍງານ ຂອງຂແນງສາທາຣະນະສຸຂ ຈີນ ຣາຍງານ ໃນວັນທີ 29 ມົກກະຣາ 2020 ນີ້ວ່າ ມີຜູ້ຕິດເຊື້ອ ຈາກໄວຣັສ ໂຄໂຣນາ 5,974 ຄົນ ເສັຽຊີວິດ 132 ຄົນ ໃນນັ້ນ 1,109 ຄົນ ມີອາການໜ້າເປັນຫ່ວງ.

ໃນຂນະທີ່ ຢູ່ ຮອງກົງ, ມາເກົ໊າ, ໄຕ້ຫວັນ, ໄທ, ຍີ່ປຸ່ນ, ເກົາຫຼີໃຕ້, ອາເມຣິກາ, ແຄນນາດາ, ອັອສເຕຣເລັຍ, ສິງກະໂປ, ມາເລເຊັຍ, ວຽດນາມ, ກັມພູຊາ, ສີລັງກາ, ເນປ່ານ, ຝຣັ່ງເສດ ແລະເຢັຽຣະມັນ ມີຜູ້ຕິດເຊື້ອພຍາດ ປອດອັກເສບ ຈາກໄວຣັດ ໂຄໂຣນານີ້ ເພີ້ມຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.