ການບິນລາວ ຍົກເລີກຖ້ຽວບິນ ອຸດົມໄຊ

ຣັຖວິສະຫະກິຈ ການບິນລາວ ຍົກເລີກ ຖ້ຽວບິນ ວຽງຈັນ-ອຸດົມໄຊ ແລະ ອຸດົມໄຊ-ວຽງຈັນ ໂດຍຖ້ຽວບິນສຸດທ້າຍ ຂອງການບິນລາວ ໝາຍເລກ QV502 ທີ່ບິນຈາກ ສນາມບິນສາກົລວັດໄຕ ໄປສນາມບິນອຸດົມໄຊ ຫຼັງຈາກ ບໍ່ມີຜູ້ໂດຍສານ ແຕ່ຣົຖໄຟລາວ-ຈີນ ເຣີ່ມເປີດ ຊຶ່ງປະຊາຊົນ ກໍ່ຮູ້ສຶກເສັຍດາຍ.

ສະພາບ ບັນຍາກາດ ສນາມບິນ ແຂວງອຸດົມໄຊ (KV), ເດືອນກໍຣະກະດາ ປີ 2022. RFA

ວັນທີ່ 2 ຕຸລານີ້ ຜູ້ໃຊ້ເຟສບຸກຄ໌ ກຸ່ມນຶ່ງທີ່ເປັນພະນັກງານ ຣັຖວິສະຫະກິຈ ການບິນລາວ ໄດ້ໂພສຕ໌ຂໍ້ຄວາມ ອຳລາໜ້າທີ່ ແລະ ຂໍໃຫ້ທຸກຄົນໂຊກດີ ໃນໜ້າທີ່ວຽກງານໃໝ່ ພາຍຫລັງ ການບິນລາວ ຍົກເລີກ ຖ້ຽວບິນ ວຽງຈັນ-ອຸດົມໄຊ ແລະ ອຸດົມໄຊ-ວຽງຈັນ ໂດຍຖ້ຽວບິນສຸດທ້າຍ ຂອງການບິນລາວ ໝາຍເລກ QV502 ທີ່ບິນຈາກ ສນາມບິນສາກົລວັດໄຕ ໄປສນາມບິນອຸດົມໄຊ.

ການບິນລາວ ມີຣາຍຮັບຫລຸດລົງ ຈຶ່ງຍົກເລີກຖ້ຽວບິນດັ່ງກ່າວ, ແຕ່ສຳລັບຜູ້ທີ່ຈອງ ປີ້ເຮືອບິນໄວ້ລ່ວງໜ້າ ແລ້ວ ຍັງບໍ່ທັນໄດ້ເດີນທາງ ກັບສາຍກາ “Lao Airlines” ຈະໄດ້ຮັບເງີນຄືນ ເຕັມຈຳນວນ ໂດຍທາງເຈົ້າໜ້າທີ່ ຈະໂທຫາ ຫລື E-mail ເພື່ອແຈ້ງ ຣາຍລະອຽດ ການຂໍເງິນຄືນ.

ຕາມຄວາມເວົ້າຂອງ ເຈົ້າໜ້າທີ່ “Lao Airlines” ການບິນລາວ ສນາມບິນອຸດົມໄຊ ທີ່ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 3 ຕຸລານີ້ວ່າ:  

“ເຮົາເລີ່ມປິດແລ້ວເຈົ້າ ສະເພາະການບິນລາວ ແຕ່ວ່າ ຈະຍັງມີລາວສະກາຍເວ ຖ້ຽວສຸດທ້າຍແມ່ນມື້ວານນີ້ (2 ຕຸລາ 2022) ເຣີ່ມແຕ່ມື້ນີ້ໄປ (3 ຕຸລາ 2022) ຈະບໍ່ມີບີນເລີຍ ຖ້າຜູ້ທີ່ຈອງປີ້ ໄວ້ກ່ອນໜ້າ ແມ່ນພວກເຮົາ ຈະໂທແຈ້ງ ແລ້ວກໍສົ່ງ E-mail ແຈ້ງບອກ ມີແຕ່ລູກຄ້າ ສາມາດຖອນເງິນຄືນ ເຕັມຕາມຈຳນວນ ນຳບ່ອນທີ່ຊື້ປີ້ເລີຍເດີ້ເຈົ້າ. ມັນກໍມີຫລາຍສາເຫຕເຈົ້າ ທັນກໍເປັນເຣຶ່ອງອັນ ສາເຫຕທາງດ້ານການຄ້າແດ່.

ມາຮອດ ວັນທີ 3 ຕຸລາ 2022 ວິທຍຸ ເອເຊັຽເສຣີ ຍັງບໍ່ເຫັນແຈ້ງການ ຂອງການບິນລາວ ກ່າວເຖິງສາເຫຕ ຂອງການຍົກເລີກ ຖ້ຽວບິນເທຶ່ອ ຈຶ່ງສອບຖາມໄປ ທາງເຈົ້າໜ້າທີ່ ການບິນລາວ ປະຈຳສນາມບິນສາກົລວັດໄຕ ຈຶ່ງໄດ້ຮູ້ວ່າ ຍັງເປັນຂໍ້ມູນ ທີ່ເປີດເຜີຍບໍ່ໄດ້ ແຕ່ເຈົ້າໜ້າທີ່ ການບິນລາວ ສາມາດເຜີຍໄດ້ວ່າ ສະພາບ ອາກາດບົນທ້ອງຟ້າ ຢູ່ແຂວງອຸດົມໄຊ ບໍ່ຄ່ອຍເໝາະສົມ ກັບການບິນປານໃດ ຈຶ່ງໄດ້ຍົກເລີກຖ້ຽວບິນ ເພຶ່ອຮັກສາຄວາມຮູ້ສຶກ ຂອງລູກຄ້າທີ່ຈອງປີ້ແລ້ວ ແລ້ວມາລໍຖ້າເຮືອບິນ ແລ້ວບໍ່ໄດ້ຂຶ້ນ ເນຶ່ອງຈາກທີ່ຜ່ານມາ ການບິນລາວກໍຍົກເລີກ ຖ້ຽວບິນວຽງຈັນ ໄປອຸດົມໄຊ ແລະອຸດົມໄຊ ໄປ ວຽງຈັນແລ້ວ.

ດັ່ງເຈົ້າໜ້າທີ່ Lao Airlines ການບິນລາວ ສນາມບິນວັດໄຕ ກ່າວໃນມື້ດຽວກັນນີ້ວ່າ:

“ເຮົາບິນຖ້ຽວແລ້ວເດີ້ເຈົ້າ ເພາະວ່າ ຊ່ຽວນີ້ ຂ້ອນຂ້າງຝົນຕົກໜັກ ຊ່ວງຍາມຝົນແດ່ ທາງເຮົາກໍເລີຍວ່າ ບິນໄປອຸດົມໄຊຂ້ອນຂ້າງຍາກ ສະພາບອາກາດບໍ່ຄ່ອຍດີປານໃດ ບິນໄປກໍຊສ່ຽງ ທາງເຮົາກໍເລີຍຍົກເລີກໄປກ່ອນ ຄັນເຮົາ Cancel ຫລາຍ ລູກຄ້າເດີນທາງໄປແລ້ວ Cancel ລູກຄ້າກໍບໍ່ຄ່ອຍພໍໃຈ ທາງເຮົາກໍເລີຍວ່າ ເອິ ບໍ່ຢາກບໍຣິການໃຫ້ລູກຄ້າ ແບບບໍ່ຄ່ອຍ Happy ນັ້ນແຫລະເຈົ້າ ເພາະວ່າ ຊ່ວງນີ້ມັນກໍເປັນຄວາມລັບແດ່ ຫັ້ນແຫລະເຈົ້າ ທາງເຮົາກໍເປີດເຜີຍບໍ່ໄດ້.”

     

ໃນວັນດຽວກັນ ຕໍ່ວິທຍຸ ເອເຊັຽເສຣີ ໄດ້ປະສານຫາເຈົ້າໜ້າ ທີ່ລະດັບສູງ ຂອງການບິນລາວ ແຕ່ກໍບໍ່ສາມາດຕິດຕໍ່ໄດ້. ໃນສະພາບຕົວຈິງ ປະມານ 1 ເດືອນຜ່ານມາ ຢູ່ສນາມບິນ ອຸດົມໄຊ ກໍບໍ່ຄ່ອຍມີຜູ້ໂດຍສານ ຂາເຂົ້າເທົ່າທີ່ຄວນ ເນຶ່ອງຈາກຜູ້ໂດຍສານ ທີ່ເຄີຍໃຊ້ບໍຣິການເຮືອບິນ ຫັນໄປບໍຣິການຣົຖໄຟຟ້າລາວ-ຈີນແທນ, ຂະນະທີ່ປັຈຸບັນ ການບິນລາວ ກໍຍົກເລີກຖ້ຽວບິນໄປ ຕັ້ງແຕ່ວັນທີ 2 ຕຸລາ ທີ່ຜ່ານມາແລ້ວ, ສ່ວນສາຍການບິນລາວ ສກາຍເວ ກໍມີຈຳນວນຜູ້ໂດຍສານທີ່ຫລຸດລົງ ມາສົ່ງຜູ້ໂດຍສານ ແຕ່ວັນຈັນ, ພຸດ, ສຸກ ແລະ ອາທິດ ຫລື 4 ມື້ ຕໍ່ສັປດາ.

ດັ່ງຄົນຂັບຣົຖຮັບຈ້າງ ຂົນສົ່ງຜູ້ໂດຍສານ ຈາກສະນາມບິນ ອຸດດົມໄຊ ໄປຍັງບ່ອນຕ່າງໆ ກ່າວໃນມື້ດຽວກັນນີ້ວ່າ:

“ລູກຄ້າບໍ່ມີ ມິດຈີ່ລີ່ແຫລະ. ໂອ້ ດົນແລ້ວ ປະມານ 1 ເດືອນ, ເດືອນປາຍຫັ້ນເເຫລະ. ມັນລູກຄ້າມາແຕ່ວຽງບໍ່ມີນ່າ ບໍ່ມີໂດຍສານເຂົ້າມາ ເຂົາມາທາງຣົຖໄຟໝົດຫັ້ນແນ່. ດຽວນີ້ຂາດລາຍໄດ້ໂອ້ ບາດນີ້ ມັນແບບວ່າ ການບິນລາວບໍ່ມາແລ້ວ ດຽວນີ້ນ່າ ມັນໝົດວານນີ້ ເຂົາຊໍ້າຖ້ຽວສຸດທ້າຍວານນີ້ ສະກາຍເວມັນກໍຫລຸດຜ່ອນໄປ ຈັກແລ້ວເດ້ ເຂົາແປງແນວໃດ ກໍບໍ່ຮູ້ ມັນມາແຕ່ວັນຈັນເນາະ ວັນພຸດ, ວັນສຸກ, ວັນອາທິດ.

ປະມານເດືອນ ພຶສພາ ເປັນຕົ້ນມາ ເປັນໄລຍະທີ່ນັກສຶກສາ ໄປຝຶກງານຕາມສນາມບິນ ເພຶ່ອຫາປະສົບການ ແລະຄົ້ນຫາໂຕເອງນັ້ນ ກໍມີນັກສຶກສາ ຊັ້ນປີທີ 4 ຜູ້ນຶ່ງ ໄດ້ໄປຝຶກງານ ຢູ່ສນາມບິນອຸດົມໄຊແລ້ວ ເລົ່າວ່າ ໃນໄລຍະທີ່ໂຕເອງຝຶກງານ ເຮືອບິນລົງຈອດ ຣັນເວ (Runway) ນັ້ນ ສ່ວນໃຫຍ່ ຈະເປັນເຮືອບິນ ຂອງສກາຍເວ, ສ່ວນເຮືອບິນ ຂອງສາຍການບິນລາວ ກໍລົງຈອດຄືກັນ ແຕ່ວ່າຜູ້ໂດຍສານບໍ່ຫລາຍ ບວກໄສ່ຣົຖໄຟ ລາວ-ຈີນ ເປີດໃຫ້ບໍຣິການແລ້ວ ຈຶ່ງຄາດວ່າ ອາດເປັນສາເຫຕ ເຮັດໃຫ້ການບິນລາວ ຍົກເລີກຖ້ຽວບິນ, ໂຕເອງຮູ້ສຶກເສັຍໃຈ ນຳພນັກງານທັງພາກພື້ນ ແລະ ພາກອາກາດ ທີ່ຈະໄດ້ອອກຈາກວຽກ ໂດຍບໍ່ຮູ້ວ່າ ຈະໄດ້ກັບມາເຮັດວຽກ ກັບການບິນລາວມື້ໃດ.

ດັ່ງນັກສຶກສາ ຝຶກງານ ຊັ້ນປີທີ່ 4 ຢູ່ສນາມບິນ ອຸດົມໄຊ ກ່າວໃນມື້ດຽວກັນນີ້ວ່າ:

“ຈາກທີ່ນ້ອງເຄີຍໄປເຮັດວຽກຢູ່ຫັ້ນ ບໍຄ່ອຍໄດ້ມີຖ້ຽວບິນ ສ່ວນຫລາຍແມ່ນລາວສກາຍເວລົງ ແຕ່ວ່າການບິນລາວ ເເມ່ນອາດມີ ແຕ່ວ່າຄົນບໍ່ຫລາຍ ແລ້ວເຂົາກໍເລີຍວ່າຍົກເລີກ ຖ້ຽວບິນຫັ້ນນ່າ ມາບວກໄສ່ມີຣົຖໄຟມາແດ່ ແລ້ວກໍຫລາຍອັນຫລາຍແນວແດ່, ເຮົາແຮງເສັຍໃຈ ໄປເຮັດວຽກຢູ່ພຸ້ນເນາະ ໂອ້ຍອ້າຍເອຶ້ອຍນ້ອງຢູ່ພຸ້ນນ່າ ວ່າບໍ່ໝົດສາ ນັບຕັ້ງແຕ່ໄປຫລາຍໆ ສນາມບິນມາ ຖືວ່າອຸດດົມໄຊນ່າ ເປັນ Number1 ຂອງການຕ້ອນຮັບທີ່ດີເລີຍ ເວົ້າໃນນາມນັກສຶກສາຝຶກງານຊື່ໆ.”

ເມື່ອສົມທຽບ ຄ່າໂດຍສານ ລະຫວ່າງຣົຖໄຟ ລາວ-ຈີນ ກັບເຮືອບິນ ຈາກອຸດົມໄຊ ໄປນະຄອນຫລວງວຽງຈັນ ແມ່ນປີ້ຣົຖໄຟລາວ-ຈີນ ຖືກກວ່າປີ້ເຮືອບິນ ຈຶ່ງເຮັດໃຫ້ຜູ້ໂດຍສານ ຫັນໄປໃຊ້ຣົຖໄຟ ລາວ-ຈີນ ເພື່ອເດີນທາງ ໄປນະຄອນຫລວງວຽງຈັນ ເຖິງແມ່ນ ໄລຍະເວລາການເດີນທາງ ນັ່ງຣົຖໄຟລາວ-ຈີນ ຈະດົນເຖິງ 3 ຊົ່ວໂມງ ຂະນະທີ່ ໄລຍະເດີນທາງ ດ້ວຍເຮືອບິນ ປະມານ 1 ຊົ່ວໂມງ ເຊິ່ງເປັນໄລຍະທີ່ໄວກວ່າຣົຖໄຟ ລາວ-ຈີນ ກໍຕາມ.

ດັ່ງປະຊາຊົນ ຢູແຂວງອຸດົມໄຊ ຜູ້ທີ່1 ກ່າວໃນມື້ດຽວກັນນີ້ວ່າ:

“ກໍລູກຄ້າໜ້ອຍຫັ້ນແຫລະ ດຽວນີ້ບໍ່ມີ, ຄົນກໍ່ຫັນມາຂີ່ຣົຖໄຟບໍ່ ເພາະວ່າ ປີ້ຍົນເຂົາເຈົ້າແພງເດ້ ຊິຊື້ ແລ້ວຊິຂຶ້ນ ກໍຢູ່ໃນລະດັບ 5-6 ແສນນີ້ ບາດນີ້ ຣົຖໄຟ ຊື້ແລະຂຶ້ນໄປ ກໍມີແຕ່ 3 ແສນປາຍ ມັນກໍມີທາງເລືອກສາຍການບິນ ລາວສກາຍເວເຮົາເດ້ ລາວເດີນອາກາດ ເຮົາກໍຍັງໃຊ້ຢູ່.”

ຊາວລາວຜູ້ນຶ່ງ ກ່າວວ່າມື້ວານນີ້ 2 ຕຸລາ 2022 ເຫັນວ່າ ການບິນລາວ ຍົກເລີກຖ້ຽວບິນ ກໍຮູ້ສຶກເສັຍໃຈ ແລະ ບໍ່ຢາກໃຫ້ການບິນລາວ ຍົກເລີກຖ້ຽວບິນ ເນື່ອງຈາກມີປະຊາຊົນ ຈຳນວນນຶ່ງ ນິຍົມນັ່ງເຮືອບິນ ຂອງການບິນລາວ ຍ້ອນ ເປັນເຮືອບິນລຳໃຫຍ່ ໝັ້ນໃຈໃນຄວາມປອດພັຍ ແລະ ມີການບໍຣິການ ອາຫານເຄື່ອງດື່ມ ທີ່ມີຄວາມຫລາກຫລາຍ ແລະ ຈຳນວນຫລາຍກວ່າ ລາວສກາຍເວ, ອີກທັງ ເຮືອບິນຂອງການບິນລາວ ບໍ່ສຽງດັງລົບກວນ ຜູ້ໂດຍສານ ຄື ຣົຖໄຟຟ້າ ລາວ-ຈີນ ຖ້າຫາກໄດ້ບ່ອນນັ່ງ ແຖວຫລັງ.

ດັ່ງຊາວລາວ ຢູ່ແຂວງອຸດົມໄຊ ຜູ້ທີ່ 2 ກ່າວໃນມື້ດຽວກັນນີ້ວ່າ:

“ກໍເຫັນຂ່າວມື້ຄືນນີ້ ກັບຜົວ ຈົນວ່າ ອ້າວ ເຮົາຊິຂີ່ອິຫຍັງໄປ ຣົຖໄຟກໍບໍ່ຍາກຂີ່ ບໍ່ມັກຂີ່ສກາຍເວ ການບິນລາວນີ້ ມັນກໍຄວາມປອດພັຍ ຫລາຍກວ່າ ສກາຍເວວ່າຊັ້ນສາ ກໍບໍ່ຢາກໃຫ້ປີດເນາະ ເພາະວ່າ ການບໍຣິການມີຫຍັງ ອາຫານການກິນ ນໍ້າດື່ມ ມິຫຍັງກໍຫລາຍກວ່າ ສກາຍເວຊັ້ນສາ ແຕ່ວ່າຣົຖໄຟນີ້ ຊ້າກວ່າຍົນແດ່ ແພງກໍຢ່າ ແຕ່ວ່າມັນໄວທັນໃຈເຮົາ ບໍ່ສຽງລົບກວນ ຄືຈັ່ງຣົຖໄຟ ສ່ວນຫລາຍ ສຽງຫາງຣົຖໄຟໄດ້ຍິນ ຂ່າວວ່າ ນັນກໍນັນ ມະຫຍັງກໍ ບໍ່ດີປານໃດ ບໍຣິການກໍບໍ່ປານໃດຄືຂີ່ຍົນ.”

ເຖິງຢ່າງໃດກໍຕາມ ການບິນລາວ ຈະກັບມາເປີດຖ້ຽວບິນ ວຽງຈັນ-ອຸດົມໄຊ ແລະ ອຸດົມໄຊ-ວຽງຈັນ ຕື່່ມຫລືບໍ່ນັ້ນ ໃຫ້ລໍຖ້າຕິດຕາມໃນປີໜ້າ.

ປັຈຸບັນ ການບິນລາວ ມີເຄືອຂ່າຍໄປຍັງຈຸດໝາຍ ປາຍທາງ ລະຫວ່າງປະເທດ 12 ແຫ່ງ ແລະ ອີກ 6ແຫ່ງ ພາຍໃນປະເທດລາວ ເຊິ່ງສນາມບິນອຸດົມໄຊ ແລະ ຫລວງນໍ້າທາ ເປັນ 2 ໃນ 6ແຫ່ງຂອງເຄຶອຂ່າຍການບິນລາວ, ໃນອານາຄົດ ການບິນລາວ ມີການວາງແຜນ ສ້າງເສັ້ນທາງໃໝ່ ກວມເອົາ ເກາະຮ່ອງກົງ ໄຕ້ຫວັ່ນ ແລະ ປະເທດຍີ່ປຸ່ນ. ອີງຕາມຂໍ້ມູນ ຈາກເວັບໄຊຕ໌ ທາງການຂອງ ການບິນລາວ ແລະ ຄຳສັມພາດ ຂອງເຈົ້າໜ້າທີ່ “Lao Airlines” ການບິນລາວ ສນາມບິນອຸດົມໄຊ ແລະ ສນາມບິນສາກົລວັດໄຕ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org