ຊາວບ້ານເສັຽດິນໄດ້ຮັບ ຄ່າຊົດເຊີຍ ບໍ່ເປັນທັມ
2021.07.20

ປະຊາຊົນ 34 ຄອບຄົວ ຢູ່ເມືອງປາກງື່ມ ນະຄອນຫຼວງວຽງຈັນ ທີ່ເສັຽດິນຢູ່ເຂດບ້ານຫ້ວຍນໍ້າຍຸນ ເມືອງປາກງື່ມ ໃຫ້ໂຄງການກໍ່ສ້າງ ສາຍສົ່ງໄຟຟ້າ ຈາກເຂື່ອນນໍ້າເທີນ 1 ແລະ ເຂື່ອນນໍ້າງຽບ 2 ພາກັນຈົ່ມວ່າບໍ່ໄດ້ ຮັບຄ່າຊົດເຊີຍ ຄວາມເສັຽຫາຍ ທີ່ເປັນທັມ, ຜູ້ທີ່ ໄດ້ຮັບຜົລກະທົບ ຈາກໂຄງການສາຍສົ່ງຂນາດ 500 ກິໂລໂວນ ຂອງເຂື່ອນນໍ້າເທີນ 1 ໄດ້ຮັບເງິນ 2,000 ກີບຕໍ່ 1 ແມັດກາເຣ, ດັ່ງຊາວບ້ານ ຜູ້ໄດ້ຮັບຜົລກະທົບ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 20 ກໍຣະດາ ນີ້ວ່າ:
“ມີໝົດນິຕິກັມ ໃບທະບຽນຟາມ ນິຕິກັມພາສອກພາສີ ພວກເອື້ອຍເສັຽໃຫ້ຣັຖ ໃຫ້ຫຍັງຫັ້ນນ່າ ໃບຕາດິນ ກະຂອບທອງ ເປັນຫຍັງຈຶ່ງ ໄລ່ໃຫ້ປະຊາຊົນ 2000 ກີບ ຢູ່ໃນຂໍ້ຕົກລົງຂອງເຈົ້າຄອງຫັ້ນ ລະແມັດກາເຣ 1 ແສນ 20 ພັນກີບ ດິນທີ່ພັທນາແລ້ວ ດິນທີ່ປຸກສ້າງ ແລ້ວ.”
ນາງກ່າວຕື່ມວ່າ ຈາກການຄິດໄລ່ໃນອັດຕຣາດັ່ງກ່າວ ຄອບຄົວຂອງນາງ ຈະໄດ້ຄ່າຊົດເຊີຍເປັນເງິນພຽງ 48 ລ້ານກີບ ທັງໆທີ່ໂຕຈິງ ຄວນຈະໄດ້ 480 ລ້ານກີບ, ດັ່ງນັ້ນນາງຈຶ່ງເຫັນ ວ່າຄ່າຊົດເຊີນນັ້ນບໍ່ເປັນທັມ ແລະ ທີ່ຜ່ານມາ ນາງ ແລະ ຊາວບ້ານຈໍານວນນຶ່ງກໍ ເຄີຍໄປຮ້ອງຮຽນ ຮອດສະພາປະຊາຊົນຂັ້ນ ນະຄອນຫຼວງວຽງຈັນ ແລະ ເຈົ້າໜ້າທີ່ປະຈໍາສະພານັ້ນ ກໍໄດ້ສົ່ງເຣື່ອງມາໃຫ້ ອໍານາດ ການປົກຄອງເມືອງປາກງື່ມ ເປັນຜູ້ແກ້ໄຂ. ແຕ່ມາຮອດປັດຈຸບັນ ເກືອບຮອດ 2 ປີແລ້ວ ກໍຍັງບໍ່ມີຫຍັງຄືບໜ້າ.
ນອກຈາກນັ້ນແລ້ວ ນາງກໍເວົ້າວ່າ ທີ່ດິນທໍາການກະເສດຂອງລາວ ກໍຖືກໂຄງການສາຍສົ່ງໄຟຟ້າຈາກເຂື່ອນນໍ້າງຽບ 2 ຂນາດ 230 ກິໂລໂວນຜ່ານ ແຕ່ຍັງບໍ່ທັນໄດ້ຮັບ ຄ່າຊົດເຊີຍ ເທື່ອທັ້ງໆທີ່ທາງໂຄງການດັ່ງກ່າວ ໄດ້ມາຕິດຕັ້ງເສົາສາຍສົ່ງໄຟຟ້າ ໃນທີ່ດິນ ຂອງ ນາງແລ້ວ ແລະຍັງບໍ່ມີພາກສ່ວນໃດ ມາເວົ້າເຣື່ອງຄ່າຊົດເຊີຍນັ້ນເທື່ອ.
ໃນຂນະດຽວກັນ ຊາວບ້ານອີກຜູ້ນຶ່ງ ທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງສາຍສົ່ງໄຟຟ້າ ຈາກເຂື່ອນນໍ້າງຽບ 2 ເວົ້າວ່າ ມາຮອດ ປັດຈຸບັນ ກໍຍັງບໍ່ທັນໄດ້ຄ່າຊົດເຊີຍເທື່ອ ແລະ ກໍຍັງບໍ່ໄດ້ຄໍາຕອບ ຈາກຂັ້ນເທິງເທື່ອວ່າ ຈະໄດ້ຄ່າຊົດເຊີຍເມື່ອໃດ ພາຍຫຼັງທີ່ໄດ້ມີ ການຮ້ອງຮຽນ ໄປແລ້ວກ່ອນໜ້ານີ້, ດັ່ງທ່ານກ່າວວ່າ:
“ໂອ໋ ໂຕ 230 ບໍ່ທັນໄດ້ ບໍ່ໄດ້ຈັກກີບ ຫັ້ນນ່າ. ເຂົາບໍ່ໄລ່ຫຍັງເລີຍຫັ້ນນ່າ ບໍ່ໄລ່ຈັກກີບເລີຍແຫຼະ ສເນີຂຶ້ນໄປຫັ້ນນ່າ ເພາະວ່າມັນບໍ່ຮູ້ ຫັ້ນນ່າ ວ່າເພິ່ນ ຊົດເຊີຍໃຫ້ແນວໃດຫັ້ນນ່າ.”
ແລະຊາວບ້ານອີກນາງນຶ່ງ ທີ່ຍັງບໍ່ໄດ້ຄ່າຊົດເຊີຍ ຈາກໂຄງການກໍ່ສ້າງສາຍສົ່ງໄຟຟ້າ ຈາກເຂື່ອນນໍ້າງຽບ 2 ກໍເວົ້າຄືກັນວ່າ ຄອບຄົວ ຂອງນາງ ກໍຍັງບໍ່ທັນໄດ້ຄ່າຊົດເຊີຍເທື່ອ ແລະ ກໍບໍ່ຮູ້ວ່າ ຈະໄດ້ໃນອັດຕຣາເທົ່າໃດ ຕໍ່ດິນ 1 ແມັດກາເຣ:
“ຍັງບໍ່ໄດ້ ມັນຫຼັກນຶ່ງມັນຖືກ ກວ້າງເທົ່າໃດເນາະ ຂ້ອຍກະບໍ່ຮູ້ຈັກ ຫຼັກປັກໄຟຖືກສາຍໄຟໃຫຍ່ຫັ້ນ.”
ໃນຂນະດຽວກັນ ທາງດ້ານເຈົ້າໜ້າທີ່ເມືອງປາກງື່ມ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 20 ກໍຣະກະດາ ນີ້ວ່າ ສໍາລັບຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງສາຍສົ່ງໄຟຟ້າຈາກເຂື່ອນນໍ້າເທີນ 1 ຢູ່ເຂດບ້ານຫ້ວຍນໍ້າຍຸນ ໄດ້ຮັບ ຄ່າຊົດເຊີຍໄປຕັ້ງແຕ່ປີ 2019 ແລະກໍເຫັນວ່າ ແຕ່ລະຄອບຄົວ ໄດ້ຮັບຄ່າຊົດເຊີຍ ທີ່ສົມເຫດສົມຜົລ, ດັ່ງທີ່ທ່ານກ່າວວ່າ:
“ລົງກວດກາ ຕາມເບິ່ງ ຕາມຄວາມເສັຽຫາຍຕົວຈິງຫັ້ນແຫຼະເນາະ ກະຖືວ່າເພິ່ນໄດ້ຄ່າຊົດເຊີຍ ມັນກະມີຫຼາຍຄອບຄົວດອກ ທີ່ເພິ່ນ ນັດມອບເງິນຊົດເຊີຍ ຄ່າຖືກຜົລກະທົບ ຈາກສາຍສົ່ງຫັ້ນນ່າ ໃຜຖືກວົງເງິນຕໍ່າກວ່າ 5 ແສນກີບລົງໄປ ເພິ່ນກະສິຈ່າຍເປັນເງິນສົດ ຄອບຄົວໃດທີ່ວ່າລື່ນ 5 ແສນກີບ ເພິ່ນສິມອບໂອນເຂົ້າບັນຊີໃຫ້ແຕ່ລະຄົນ.”
ທ່ານກ່າວຕື່ມອີກວ່າ ສໍາລັບຊາວບ້ານ ທີ່ບໍ່ພໍໃຈນໍາຄ່າຊົດເຊີຍ ແລະໄດ້ຮ້ອງຮຽນຂໍຄ່າຊົດເຊີຍເພີ່ມຕື່ມນັ້ນ ທາງພາກສ່ວນທີ່ກ່ຽວຂ້ອງ ກໍກໍາລັງພິຈາຣະນາຄໍາຮ້ອງຮຽນນັ້ນຢູ່ ແລະຍັງບໍ່ສາມາດບອກໄດ້ເທື່ອວ່າ ຈະມີການແກ້ໄຂແນວໃດ.
ແລະສໍາລັບຊາວບ້ານ ທີ່ຖືກຜົລກະທົບ ຈາກໂຄງການ ກໍ່ສ້າງສາຍສົ່ງໄຟຟ້ານໍ້າງຽບ 2 ທີ່ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍນັ້ນ ທາງພາກ ສ່ວນທີ່ກ່ຽວຂ້ອງ ກໍຍັງລໍຖ້າ ເບີກງົບປະມານ ຈາກຂັ້ນເທິງ ເພື່ອນໍາໄປຈ່າຍໃຫ້ພວກເຂົາເຈົ້າ, ແຕ່ຍັງເວົ້າບໍ່ໄດ້ ວ່າຈະໄດ້ເມື່ອໃດ.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາສະພາປະຊາຊົນ ຂັ້ນນະຄອນຫຼວງວຽງຈັນ ເພື່ອຂໍຮູ້ຣາຍລະອຽດ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງບອກວ່າ ບໍ່ສະດວກ ທີ່ຈະໃຫ້ຄໍາເຫັນ. ພ້ອມກັນນັ້ນ ກໍໄດ້ຕິດຕໍ່ໄປຫາ ບໍຣິສັດໄຟຟ້ານໍ້າເທີນ 1 ຈໍາກັດ ທີ່ກໍາລັງກໍ່ສ້າງ ເຂື່ອນນໍ້າເທີນ 1 ຢູ່ເມືອງປາກກະດິງ ແຂວງບໍຣິຄໍາໄຊ ແລະຕິດຕໍ່ໄປຫາເຂື່ອນນໍ້າງຽບ 2 ຢູ່ເມືອງຜາໄຊ ແຂວງຊຽງຂວາງ, ແຕ່ ບໍ່ມີເຈົ້າໜ້າທີ່ຄົນໃດຮັບສາຍ.
ເຣື່ອງໂຄງການ ກໍ່ສ້າງສາຍສົ່ງໄຟຟ້າ ທັງ 2 ໂຄງການດັ່ງກ່າວ ທາງກະຊວງພະລັງງານ ແລະ ບໍ່ແຮ່ ບໍ່ສາມາດເປີດເຜີຍຂໍ້ມູລ ໃຫ້ຮູ້ໄດ້ວ່າ ແຕ່ລະໂຄງການ ສາຍສົ່ງນັ້ນ ມີຄວາມຍາວເທົ່າໃດ ແລະ ຜ່ານດິນຂອງປະຊາຊົນ ຈັກຄອບຄົວ.
ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າເທີນ 1 ຂນາດ 650 ເມກາວັດ ເປັນໂຄງການຮ່ວມທຶນ ຣະຫວ່າງ ບໍຣິສັດ ພອນສັກກຣຸ໊ບ, ບໍຣິສັດ ເອັກໂກ້ກຣຸ໊ບ ຂອງໄທຍ ແລະ ບໍຣິສັດຜລິດໄຟຟ້າ ລາວ, ມູນຄ່າການກໍ່ສ້າງ 900 ລ້ານໂດລາສະຫະຣັດ, ໄດ້ເຣີ່ມກໍ່ສ້າງມາຕັ້ງແຕ່ ປີ 2014 ແລະ ຄາດວ່າ ຈະສໍາເຣັດໃນປີ 2022.
ສ່ວນເຂື່ອນໄຟຟ້ານໍ້າງຽບ 2 ຂນາດ 180 ເມກາວັດ ຂອງບໍຣິສັດນໍ້າ ແລະໄຟຟ້າສາກົລຂອງຈີນ ໄດ້ເຣີ່ມກໍ່ສ້າງມາຕັ້ງແຕ່ປີ 2011, ກໍ່ສ້າງສໍາເຣັດ ແລະ ໄດ້ເຣີ່ມຜລິດໄຟຟ້າມາຕັ້ງແຕ່ ປີ 2015.