ສປປລາວ ຂາດແຄນຄົນງານ

ຈໍາປາທອງ
2014.09.15
F-uxo ເຈົ້າໜ້າທີ່ ເກັບກູ້ຣະເບີດ ທີ່ຕົກຄ້າງ ກໍາລັງຝຶກວິທີ ຄົ້ນຫາຣະເບີດ ທີ່ຝັງດິນ
RFA

 

ປັດຈຸບັນ ການຊອກຫາ ຄົນງານ ມາເຮັດວຽກ ທັງ ໃນຂແນງ ການຜລິດ ແລະ ຂແນງ ບໍ່ຜລິດ ແມ່ນ ຫຍຸ້ງຍາກ ລໍາບາກ ຊອກຫາ ຍາກ. ເຖິງ ເຈົ້າໜ້າທີ່ ອອກ ຊອກຫາ ຕາມ ທ້ອງຖິ່ນ ຕ່າງໆ ກໍຍັງຍາກ. ຫາມາໄດ້ ແລ້ວກໍ ອອກໄປ ຮວມທັງ ແມ່ຍິງ ທີ່ ເຮັດວຽກ ເປັນຄົນ ເກັບ ກູ້ຣະເບີດ ທີ່ ຍັງບໍ່ທັນ ແຕກ ທີ່ໄດ້ຮັບ ຄ່າ ແຮງງານ ສູງກວ່າ ເຮັດ ວຽກງານ ອື່ນໆ ຄືໄດ້ ເຖິງ 250 ໂດລາ ສະຫະຣັຖ ຕໍ່ເດືອນ ຄືຫຼາຍ ກວ່າ ເງິນເດືອນ ຂັ້ນກາງ ຢູ່ລາວ ຍ້ອນວ່າ ປະຕິບັດ ວຽກງານ ທີ່ ຕ້ອງສ່ຽງບໍ່ ຄວາມ ປອດພັຍ. ແມ່ຍິງ ທີ່ ເຮັດວຽກ ກ່ຽວກັບ ການເກັບ ກູ້ຣະເບີດ ທີ່ ຍັງ ບໍ່ທັນແຕກ ຢູ່ ປະເທສ ລາວ ມີ ຄວາມສ່ຽງ ຕໍ່ ຊີວິດ. ໃນຈໍານວນ ທິມງານ ທັງໝົດ ຢູ່ ແຂວງ ຊຽງຂວາງ ມີ 40% ເປັນ ເພດຍິງ.

ເມື່ອ ບໍ່ດົນ ມານີ້ ເຈົ້າໜ້າທີ່ ນະຄອນ ຫລວງວຽງຈັນ ກໍໄດ້ກ່າວ ວ່າ ການ ຊອກຫາ ຄົນມາ ເຮັດວຽກ ທໍາຄວາມ ສະອາດ ໃນ ນະຄອນ ຫລວງ ເປັນ ເຣຶ່ອງຍາກ ທີ່ສຸດ, ບໍ່ມີ ຜູ້ໃດ ຢາກເຮັດ. ຫົວໜ້າ ບໍຣິສັດ ຈັດຫາ ຄົນງານ ໃນລາວ ທີ່ ນະຄອນ ຫລວງ ວຽງຈັນ ກໍ ຍອມ ຮັບວ່າ ການຊອກຫາ ຄົນງານ ເພື່ອ ມາເຮັດວຽກ ຢູ່ໃນ ບໍຣິສັດ ຮວມມທັງ ໂຮງງານ ຕັດຫຍິບ ຢູ່ພາຍໃນ ປະເທສ ນັ້ນ ແມ່ນຍາກ ຫຼາຍ. ແຕ່ ກົງກັນຂ້າມ ການຊອກຫາ ຄົນງານ ລາວ ເພື່ອ ສົ່ງໄປ ເຮັດວຽກ ຢູ່ ຕ່າງປະເທສ ໄປປະເທສ ເພື່ອນບ້ານ ເປັນຕົ້ນ ປະເທສໄທ ນັ້ນ ແມ່ນ ບໍ່ຍາກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.