ສວນສັດ ຟາມລ້ຽງສັດ ຢູ່ລາວ ຂາດຣາຍຮັບ

ໄຊຍາ
2021.08.04
ສວນສັດ ຟາມລ້ຽງສັດ ຢູ່ລາວ ຂາດຣາຍຮັບ ຍ້ອນການແຜ່ຣະບາດ ຂອງໂຄວິດ-19 ບ່ອນທ່ຽວຊົມ ສວນສັດ ແຂວງຄໍາມ່ວນ ແລະ ສວນສັດອື່ນໆ ໃນລາວ ຈຶ່ງຂາດຣາຍຮັບ.
ພາບຈາກ: ສວນສັດຄຳມ່ວນ

ການຣະບາດຂອງເຊື້ອພຍາດໂຄວິດ-19 ໄດ້ສົ່ງຜົລກະທົບ ໃຫ້ທາງສວນສັດແຂວງຄຳມ່ວນ ໄດ້ປະກາດປິດການບໍຣິການເຂົ້າຊົມ ຕັ້ງແຕ່ເດືອນເມສາ 2021 ນີ້ເປັນຕົ້ນມາ. ປັຈຈຸບັນ ສວນສັດແຫ່ງດັ່ງກ່າວ ມີທັງເສືອໂຄ່ງ, ໝີດຳ ແລະ ສັດຊນິດອື່ນໆ ທີ່ປະສົບ ກັບບັນຫາຂາດແຄນອາຫານ. ຜ່ານມາທາງສວນສັດ ໄດ້ຫຼຸດປະຣິມານ ການໃຫ້ອາຫານລົງ 20%. ເນື່ອງຈາກຂາດຣາຍໄດ້ ແລະ ບໍ່ສາມາດນຳເຂົ້າອາຫານໄດ້ ໂດຍສະເພາະແມ່ນຊີ້ນໄກ່ ທີ່ເອົາມາລ້ຽງເສືອໂຄ່ງ ໄດ້ຍ້ອນດ່ານສາກົລຍັງປິດຢູ່. ດັ່ງເຈົ້າໜ້າທີ່ສວນສັດ ແຂວງຄຳມ່ວນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 04 ສິງຫາ ວ່າ:

"ແບບເຮົາກໍນຳອາຫານ ເຂົ້າມາຍາກອີສັງນີ້ນ່າ ຄືມັນໂຄວິດ-19 ມັນໄປມາກໍຍາກເຣື່ອງອາຫານມັນຊິໃຫ້ພຽງພໍ ກໍບໍ່ພຽງພໍຫັ້ນແຫຼະ ມັນໄດ້ກິນກໍປະມານ 80% ນີ້ນ່າ ມັນບໍ່ມີເງິນນີ້ແຫຼະ."

ເຈົ້າໜ້າທີ່ຍັງໄດ້ກ່າວຕື່ມວ່າ ຖ້າສະຖານະການສືບຕໍ່ ເປັນແບບນີ້ ກໍຈະເຮັດໃຫ້ສັດ ພາຍໃນສວນສັດ ຂາດອາຫານຫຼາຍຂຶ້ນ ທາງ ຄະນະບໍຣິຫານສວນສັດ ອາດຈະມີແນວທາງແກ້ໄຂ ໂດຍປ່ອຍສັດກັບຄືນສູ່ປ່າ ຫຼື ອາດຈະໃຫ້ສູນ ອະນຸຮັກສັດປ່າຂອງແຂວງຕ່າງໆ ທີ່ມີເງື່ອນໄຂສາມາດ ເບິ່ງແຍງສັດໄດ້.

ສ່ວນສວນສັດຢູ່ນະຄອນຫຼວງວຽງຈັນ ກໍເປັນສວນສັດເພື່ອການທ່ອງທ່ຽວ ມີສັດປ່າຈຳນວນຫຼາຍ ກໍປະສົບກັບບັນຫາດຽວກັນ ກໍຄື ຂາດຣາຍໄດ້ ເນື່ອງຈາກສວນສັດ ໄດ້ປະກາດປິດ ໃຫ້ບໍຣິການເຂົ້າຊົມ ໂດຍທາງສວນສັດແຫ່ງນີ້ ກໍໄດ້ຊອກຫາຣາຍໄດ້ຈາກທາງ ອື່ນເພື່ອເປັນຄ່າອາຫານ ແລະ ສັກຢາໃຫ້ສັດພາຍໃນສວນສັດ. ດັ່ງເຈົ້າໜ້າທີ່ສວນສັດ ໄດ້ກ່າວວ່າ:

"ກໍຕ້ອງເກືອແຫຼະ ເພາະວ່າເຮົາໄດ້ລ້ຽງມັນແລ້ວເດ້ ແຕ່ວ່າມັນກໍເປັນພາລະເຮົາຫັ້ນແຫຼະ ເພາະວ່າຊ່ວງນີ້ຣາຍຮັບ ມັນກໍເປັນພາລະ ເຮົາແຕ່ວ່າເຮົາມາປະມາຖິ້ມ ມັນກໍເປັນໄປບໍ່ໄດ້ ກໍຕ້ອງໄດ້ກິນຄືເກົ່າ."

ສວນສັດຢູ່ບ້ານເກີນ ເມືອງທຸລະຄົມ ແຂວງວຽງຈັນ ເປັນສວນສັດຂນາດໃຫຍ່ ເຈົ້າໜ້າທີ່ໄດ້ກ່າວວ່າມີງົບປະມານ ໃນການສນັບສນູນ ຈາກອົງການສາກົລ ພ້ອມທີມແພດກວດ ສຸຂພາບເພາະສວນສັດແຫ່ງນີ້ ກາຍເປັນສູນອະນຸຮັກ ແລະເປັນແຫຼ່ງສຶກສາຮຽນຮູ້ກ່ຽວກັບ ສັດ ພື້ນເມືອງ ຈຶ່ງເຮັດໃຫ້ສັດ 400 ປາຍໂຕ ດັ່ງເຊັ່ນ ລິງ, ແຂ້, ນົກ, ກວາງ, ຟານ, ໝີ, ທະນີ, ຄ່າງ ມີອາຫານກິນທຸກມື້.

"ເຣື່ອງອາຫານການກິນ ມັນກໍບໍ່ໄດ້ຂາດ ມັນກໍໄດ້ກິນປົກກະຕິຢູ່ ອາຫານການກິນເພິ່ນຍັງຊື້ທຸກເດືອນ ໃຫ້ທຸກມື້ທຸກເດືອນຢູ່ ຕຸ້ຍ ແຂງແຮງ ກໍມີສັຕວະແພດ ຊ່ຽວຊານຈາກ ຕ່າງປະເທດ ມາເບິ່ງແຍງຢູ່."

ຊາວບ້ານໃນເມືອງທຸລະຄົມ ໄດ້ໃຫ້ຄຳເຫັນວ່າ ຖ້າສວນສັດບໍ່ມີຄວາມສາມາດ ຈະລ້ຽງສັດໄດ້ກໍໃຫ້ປ່ອຍກັບຄືນສູ່ ທັມມະຊາດເພື່ອ ໃຫ້ສັດເລົ່ານັ້ນໄດ້ຢູ່ກັບ ທັມມະຊາດທີ່ມັນຄຸ້ນເຄີຍ.

"ມັນຈະຂຶ້ນກັບເຈົ້າຂອງຟາມ ຫຼື ເຈົ້າຂອງສວນເນາະ ຜູ້ທີ່ເຂົາບໍ່ມີຣາຍໄດ້ ອັນແລກໆ ກໍຕ້ອງໄດ້ປ່ອຍຄືນສູ່ ທັມຊາດຫັ້ນແຫຼະ ຕ້ອງໄດ້ໃຫ້ມັນຫາກິນເອງ ຕ້ອງຮັບຜິດຊອບຫາກິນ ດ້ວຍວິທີການຂອງສັດ ຫັ້ນແຫຼະ ເຮົາບໍ່ມີທຶນເກືອ ມາປ້ອນອາຫານມັນເດ້."

ຊ່ຽວຊານດ້ານການຄຸ້ມຄອງສັດປ່າ ໃນປະເທດລາວ ໄດ້ກ່າວເຖິງບັນຫາ ດັ່ງກ່າວວ່າ ການປ່ອຍສັດຈາກສວນສັດ ຫຼື ຟາມສັດ ຄືນສູ່ປ່າ ນັ້ນຈະເຮັດບໍ່ໄດ້ທັນທີ ຕ້ອງໄດ້ກວດສຸຂພາບ ສັດ ແລະ ຝຶກໃຫ້ສັດຫາກິນດ້ວຍຕົນເອງ ໄດ້ກ່ອນຕາມອານຸສັນຍາ ວ່າດ້ວຍການຄ້າຣະຫວ່າງປະເທດ ວ່າດ້ວຍຊນິດສັດປ່າ ແລະ ພືດປ່າ ທີ່ໃກ້ສູນພັນ ຂອງ ສະຫະພາບ ນານາຊາດ ເພື່ອການ ອະນຸຮັກທັມຊາດ ແລະ ຊັພຍາກອນ ທັມຊາດຫຼື IUCN ທີ່ປະເທດລາວ ໄດ້ເຂົ້າລົງນາມ ໃນອານຸສັນຍາ ດັ່ງກ່າວ.

"ເພາະວ່າສັດລ້ຽງ ກັບສັດປ່າ ມີການດຳຣົງຊີວິດ ທີ່ແຕກຕ່າງກັນຢູ່ແລ້ວ ຖ້າມັນບໍ່ສາມາດ ຫາກິນດ້ວຍຕົນເອງ ໄດ້ເຮົາກໍບໍ່ສາມາດ ປ່ອຍຄືນສູ່ປ່າໄດ້ ກໍຕ້ອງໄດ້ລ້ຽງໄວ້້ ຖ້າມັນຕາຍ ພຸ້ນແຫຼະ ຍົກເວັ້ນແຕ່ວ່າຖ້າຫາກວ່າ ບັນດາສັດເຫຼົ່ານັ້ນ ເປັນສັດປະເພດຫວງຫ້າມ ຫຼື ວ່າໃກ້ສູນພັນເນາະ ເຂົາເຈົ້າໝົດຄວາມສາມາດ ໃນການເບິ່ງແຍງແລ້ວ ເຂົາເຈົ້າຢາກມອບສູນ ເປັນຜູ້ດູແລ ຮັກສາ."

ຊ່ຽວຊ່ານໄດ້ກ່າວຕື່ມວ່າ ໃນປີ 2020 ເປັນຕົ້ນມາ ຣັຖບານລາວໄດ້ມີນະໂຍບາຍ ໃຫ້ ຍຸຕິເປີດບໍຣິການ ຟາມສັດ ແລະ ສວນສັດ ທົ່ວປະເທດລາວ ໃຫ້ຫັນມາເປີດສູນ ອະນຸຮັກສັດ ແທນ ເພື່ອປ້ອງກັນ ແລະ ສະກັດກັ້ນການລັກລອບ ຄ້າຂາຍສັດປ່າ ແບບຜິດ ກົດໝາຽ ຕາມອະນຸສັນຍາ ທີ່ປະເທດລາວ ໄດ້ລົງນາມຮ່ວມກັບ IUCN.

ເຖິງວ່ານະໂຍບາຍດັ່ງກ່າວ ອາດຈະຍັງບໍ່ໄດ້ປະຕິບັດ 100% ເນື່ອງຈາກບາງຟາມສັດ ຫຼື ບາງສວນສັດ ຍັງມີເອກະສານ ສະບັບ ເກົ່າ ທີ່ອະນຸຍາດໃຫ້ດຳເນີນ ການເປີດຟາມສັດ ແລະ ສວນສັດ ໄດ້ຈົນກວ່າຈະໝົດອະຍຸ ຕາມເອກກະສານ ໄດ້ຣະບຸໄວ້. ຖ້າເຈົ້າ ຂອງສັດໃນສວນສັດ ຫຼື ຟາມນັ້ນບໍ່ສາມາດລ້ຽງໄດ້ ກໍສາມາດສົ່ງສັດໃຫ້ຢູ່ໃນການເບິ່ງແຍງ ຂອງສູນອະນຸຮັກພັນສັດປ່າ ເນື່ອງຈາກ ສູນມີງົບປະມານ ສນັບສນູນຈາກສາກົລ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.