ນັກຮຽນບໍ່ໄດ້ຮຽນຕໍ່ ມັທຍົມ
2014.11.27

ເຈົ້າຫນ້າທີ່ ສຶກສາ ທິການ ແລະ ກິລາ ເປີດເຜີຍ ວ່າ ໃນ ແຂວງ ຄຳມ່ວນ ຈຳນວນ ນັກຮຽນ ທີ່ ຮຽນຈົບ ຊັ້ນ ປະຖົມ ສຶກສາ ແລ້ວ ໂອກາດ ທີ່ຈະ ຮຽນຕໍ່ ຊັ້ນ ມັທຍົມ ຕົ້ນ ນັ້ນ ມີຫນ້ອຍ ແລະ ນັກ ຮຽນ ທີ່ ຮຽນຈົບ ຂັ້ນ ມັທຍົມ ຕົ້ນ ຈະໄດ້ຮຽນ ຕໍ່ ມັທຍົມ ປາຍ ນັ້ນແຮງ ຫນ້ອຍລົງ ຍ້ອນ ບັນຫາ ຫຼາຍຢ່າງ ເຊັ່ນຄວາມ ທຸກຍາກ ໃນ ຄອບຄົວ ແລະ ອຸປສັກ ອື່ນໆ. ດັ່ງ ທ່ານກ່າວ ວ່າ:
"ປະຖົມ ຂຶ້ນ ມ ຕົ້ນ ບໍ່ຮອດ 65 ເປີເຊັນ ແຕ່ເກົ່າ ກໍຫຼາຍຢູ່ ມ ຕົ້ນ ຂື້ນ ມ ປາຍ ສ່ວນຫຼາຍ ມັນຢາກ ຫລຸດ ຈົບ ມ 4 ແລ້ວ ຂະເຈົ້າ ອອກໄປ ເຂດຫ່າງໄກ ມັນ ຫຍຸ້ງຍາກ ໂຮງຮຽນ ມັນຢູ່ໄກ ຫຼາຍບ້ານ ມັນບໍ່ມີ ໂຮງຮຽນ ມັນໄປໄກ ບໍ່ໄດ້ ມັນນອກ".
ທ່ານກ່າວ ຕື່ມວ່າ ສະຖິຕິ ການເຂົ້າ ຮຽນ ຂັ້ນປະຖົມ ໃນ ແຂວງ ຄຳມ່ວນ ຖືວ່າ ເກືອບ 100 ເປີເຊັນ ອີກທັງ ມີການ ສືກສາ ຜູ້ ໃຫຍ່ ຜູ້ທີ່ບໍ່ ໂອກາດ ໄດ້ຮຽນ ໃນສມັຍ ຍັງນ້ອຍ ກໍສາມາດ ເຂົ້າ ມາຮຽນ ໄດ້ ແຕ່ຍ້ອນ ຂາດ ນາຍຄຣູ ໂຮງຮຽນ ແລະ ງົປມານ ການສຶກສາ ຈື່ງ ເຮັດໃຫ້ ພວກຂະເຈົ້າ ຫຼາຍຄົນ ບໍ່ສາມາດ ຮຽນ ຕໍ່ໄດ້.
ບັນຫາ ການ ສຶກສາ ໃນແຂວງ ຄຳມ່ວນ ແມ່ນການ ຂາດແຄນ ນາຍຄຣູ ແລະ ບັນຫາ ຂອງ ນັກຮຽນ ທີ່ ຈົບຂັ້ນ ປະຖົມ ບໍ່ສາມາດ ຮຽນຕໍ່ ຂັ້ນ ມັທຍົມ ໄດ້ ນັ້ນ ແມ່ນ ໂຮງ ຮຽນ ບໍ່ພຽງພໍ ໃນ ຫູາຍເຂດ ຕ້ອງໄດ້ ເດີນທາງໄກ ເພື່ອ ໄປເຂົ້າຮຽນ ຊັ້ນ ມັທຍົມ ເພາະບ້ານ ຂອງຕົນ ບໍ່ມີ ໂຮງຮຽນ ຈື່ງເຮັດໃຫ້ ຫຼາຍ ຄອບຄົວ ຕ້ອງ ຈໍາໃຈ ບໍ່ໃຫ້ລູກ ໄປ ຮຽນຕໍ່ ຂັ້ນມັທຍົມ ຍ້ອນ ຄວາມ ຫຍຸ້ງຍາກ ໃນການ ເດີນທາງ.
ສຳລັບ ການຮຽນ ຊັ້ນ ມັທຍົມ ປາຍ ນັ້ນ ທີ່ ແຂວງ ຄຳມ່ວນ ມີ 10 ເມືອງ ແຕ່ ບາງເມືອງ ບໍ່ມີ ໂຮງຮຽນ ມັທຍົມ ສົມບູນ ຮອດ 5 ແຫ່ງ ເຮັດໃຫ້ ບໍ່ສາມາດ ຕອບ ສນອງ ຄວາມ ຕ້ອງການ ໄດ້.