ບັນຫາຂາດແຮງງານໃນລາວ
2014.04.29
ໃນຫລາຍ ປີ ມານີ້ ການເຂົ້າ ມາລົງທຶນ ຂອງ ນັກລົງທຶນ ຕ່າງ ປະເທດ ໃນລາວ ມີຫລາຍ ຂຶ້ນ ເລື້ອຍໆ ເຖິງ ແມ່ນວ່າ ອັດຕຣາ ການ ເຂົ້າມາ ລົງທຶນ ຈະຕໍ່າ ກໍດີ. ສໍາລັບ ເຂດ ເສຖກິດ ພິເສດ10 ແຫ່ງ ໃນທົ່ວ ປະເທດ ນີ້ ທາງການ ລາວ ກໍວ່າ ມີຫລາຍ ກ່ວາ 10 ບໍຣິສັດ ທີ່ ໄດ້ລົງທຶນ ໄປແລ້ວ, ຄິດເປັນ ມູນຄ່າ ເຖິງ 1 ຕື້ ໂດລາ ສະຫະຣັຖ ກວ່າໆ ແລະ ໄດ້ສ້າງ ວຽກເຮັດ ງານທໍາ ໃຫ້ຄົນງານ ເຖິງ 8,000 ກວ່າ ວຽກ. ບັນຫາ ທີ່ ທ້າທາຍ ທີ່ສຸດ ທີ່ ນັກລົງທຶນ ຂແນງ ອຸດສາຫະກັມ ແລະ ຂແນງ ບໍຣິການ ປະເຊີນ ຢູ່ ໃນ ເວລາ ນີ້ ແມ່ນ ບັນຫາ ຄົນງານ, ທັງ ຂາດເຂີນ ຄົນງານ ຝີມື, ແລະ ຄົນງານ ທີ່ ອອກ ແຮງງານ ໂດຍທົ່ວໄປ ຕາມ ຣາຍງານ ຂອງ ທາງການ ລາວ ອະດີດ ນັກ ທຸຣະກິດ ໃນ ນະຄອນ ຫລວງ ວຽງຈັນ ທ່ານນຶ່ງ ໃຫ້ ຄວາມເຫັນວ່າ ບັນຫາ ຂາດເຂີນ ແຮງງານ ໃນລາວ ນີ້ ມີແທ້.
ເຫດຜົນ ນຶ່ງ ບໍ່ແມ່ນວ່າ ບໍ່ມີຄົນ ງານ ຈັກດີ້, ຄົນງານ ໃນລາວ ຍັງມີ ຫລາຍຢູ່, ຄວາມ ຕ້ອງການ ຂອງ ໂຮງງານ ແລະ ທຸຣະກິດ ຕ່າງໆ ກໍມີ ຫລາຍ ຣະດັບ ແຕກຕ່າງ ກັນໄປ, ແຕ່ວ່າ ສິ່ງ ສໍາຄັນ ນັ້ນ ບໍຣິສັດ ຕ່າງໆ ພັດ ຕ້ອງການ ຄົນງານ ທີ່ ເຮັດວຽກ ຄົງທີ່ ບໍ່ແມ່ນວ່າ ຈະເຂົ້າ ແລະ ອອກເລື້ອຍໆ ດັ່ງທ່ານ ໄດ້ກ່າວ:
"ບັນຫາ ສໍາຄັນ ເຣື້ອງ ແຮງງານ ນີ້ ມັນຂາດ ເຂີນນີ້ ນຶ່ງ ຄວາມຮູ້ ຄວາມສາມາດ ນໍວ່າ ຊັ້ນສາ. ສອງ ມາແລ່ ແຮງງານ ຂອງ ລາວນີ້ ສ່ວນຫລາຍ ແລ້ວ ແມ່ນ ແຮງງານ ຊາວນາ ຮອດຍາມ ເຮັດນາແລ້ວ ກ່າໄປ ເຮັດນາ. ແມ່ນຢູ່ ຍາມແລ້ງ ຄັນບໍ່ມີ ວຽກແລ້ວ ກໍເຂົ້າເປັນ ກັມມະກອນ ຫລື ວ່າອອກ ແຮງງານ ດ້ວຍເຫື່ອ ດ້ວຍແຮງ ຫັ້ນແຫລະ ບັດນີ້ ທາງ ບໍຣິສັດ ທີ່ ລົງທຶນ ເຂົາ ກໍຕ້ອງການ ຢາກໄດ້ ຄົນເຮັດ ປະຈໍາ ເຮັດ ຕລອດປີ ມັນເປັນ ແນວນັ້ນ".
ທ່ານວ່າ ການ ຂາດເຂີນ ແຮງງານ ໃນລາວ ນີ້ ສາເຫດນຶ່ງ ອີກແມ່ນ ເງິນເດືອນ ຕໍ່າ ໃນເມື່ອ ຄົນງານ ລາວ ເຂົາມີ ຄວາມຄິດວ່າ ເງິນເດືອນ ຕໍ່າແລ້ວ ເຂົາເຈົ້າ ກໍໜີໄປ ເຮັດວຽກ ຢູ່ປະເທດ ເພື່ອນບ້ານ ແລ້ວ ກໍເຮັດ ໃຫ້ ຄົນງານ ໃນລາວ ເຫລືອຫນ້ອຍ ໄວ້ໃຫ້ ເລືອກ ເຮັດໃຫ້ ອຸດສາຫະກັມ ຕ່າງໆ ຂາດເຂີນ ຄົນງານ. ນັກ ທຸຣະກິດ ທ່ານນຶ່ງ ອີກຢູ່ ສວັນນະເຂດ ທີ່ ຂໍສງວນ ຊື່ ແລະ ບໍ່ຂໍ ອອກສຽງ ເລົ່າ ໃຫ້ຟັງວ່າ ບໍຣິສັດ ລົງທຶນ ຢູ່ເຂດ ເສຖກິດ ພິເສດ ສວັນ-ເຊໂນ ຕ້ອງການ ແຮງງານ ຕື່ມ ແຕ່ວ່າ ບໍ່ມີ ຄົນງານ ມາ ສມັກ.
ທ່ານວ່າ ຢູ່ເຂດ ເສຖກິດ ພິເສດ ສວັນ-ເຊໂນ ນີ້ ມີ 40 ກວ່າ ບໍຣິສັດ ແລ້ວ ທີ່ໄດ້ຮັບ ອະນຸຍາດ ໃຫ້ ລົງທຶນ. ບໍຣິສັດ ໃຫ່ຽ ທີ່ເປີດໃໝ່ໆ ແລ້ວນີ້ ກໍມີ Toyota Koshoku Asia ທີ່ ຜລິດ ຕັ່ງນັ່ງ ແລະ ຊິ້ນສ່ວນ ຢູ່ ໃນຣົດ. ບໍຣິສັດ ກ້ອງຖ່າຍຮູບ Nikon ທີ່ ປະກອບ ເຄື່ອງອາໄລ່ ຕ່າງໆ ຂອງ ກ້ອງຖ່າຍ ຮູບ ເພື່ອ ສົ່ງໄປຍັງ ບໍຣິສັດ ໃຫຍ່ ທີ່ ປະເທດໄທ. ນອກນັ້ນ ກໍມີ ກຸ່ມ ບໍຣິສັດ ແກ້ວ ແວ່ນຕາ Essillor ຂອງ ຝຣັ່ງ ທີ່ກໍາລັງ ສ້າງ ໂຮງງານ ຢູ່ ແລະ ຄາດວ່າ ຈະເປີດຢ່າງ ເຕັມສ່ວນ ໃນໄວໆນີ້, ແລະ ບໍຣິສັດ Aeroworks ທີ່ຜລິດ ເຄື່ອງ ອາໄລ່ ຍົນ, ບໍຣິສັດ ນີ້ໄດ້ເປີດ ທໍາການ ຜລິດ ດົນມາ ແລ້ວ. ບໍຣິສັດ ທັງໝົດ ນີ້ ມີ ສໍານັກງານ ໃຫ່ຽຢູ່ ປະເທດໄທ.
ປັດຈຸັນ ມີຄົນງານ ເຮັດວຽກ ຢູ່ກັບ ບໍຣິສັດ ໃນເຂດ ເສຖກິດ ພິເສດ ສວັນ-ເຊໂນ ນີ້ ປະມານ ເກືອບ 1 ພັນ ຄົນ ແລ້ວ. ສະເພາະ ບໍຣິສັດ Nikon ມີຄົນງານ 500 ປາຍ ຄົນແລ້ວ ແຕ່ຍັງຕ້ອງ ການຕື່ມ ໃຫ້ໄດ້ ເປົ້າ ໝາຍ 800 ຫາ 1,000 ຄົນ, ແຕ່ການ ຣະດົມ ເອົາ ຄົນງານ ນີ້ມີ ຄວາມຍຸ່ງຍາກ ຢູ່. ແຮງງານ ທີ່ ທາງ ບໍຣິສັດ ຕ້ອງການ ນັ້ນ ເປັນຄົນ ໜຸ່ມ ທັງຍິງ ແລະຊາຍ ຈົບ ມັທຍົມ ລົງມາ ເພື່ອ ເຮັດວຽກ ປະກອບ ເຄື່ອງ ອາໄລ່ ຕ່າງໆ ເຂົ້າກັນ. ຜ່ານມາ ທ່ານວ່າ ມີການ ປຸກ ຣະດົມ ເອົາຄົນງານ ໂດຍສະເໜີ ໃຫ້ ພາກສ່ວນ ກ່ຽວຂ້ອງ ຕ່າໆ ເຊັ່ນວ່າ ຫ້ອງການ ຈັດຫາ ວຽກເຮັດ ງານທໍາ, ຫ້ອງການ ແຂວງ ແລະ ເມືອງ, ຫ້ອງການ ຜແນກ ສຶກສາ ໃຫ້ຊ່ວຍ ປ່າວເຕືອນ ຫາຄົນງານ ທີ່ ຈົບການ ສຶກສາ ຣະດັບ ມັທຍົມ ລົງມາ, ແຕ່ບໍ່ ປາກົດ ມີຜົນ ຄືບໜ້າ. ທ່ານວ່າ ເວລາ ນີ້ ຊາວລາວ ໃນແຂວງ ນີ້ ບໍ່ຄ່ອຍ ຮູ້ຈັກ ເຂດ ເສດຖກິດ ພິເສດ ສັວນ- ເຊໂນ ຫລາຍ ປານໃດ ວ່າຢູ່ ໃນເຂດນີ້ ມີ ຫຍັງແດ່ ແລະ ເຮັດຫຍັງ ແດ່ ອັນນີ້ ກໍອາດ ເປັນຍ້ອນ ວ່າ ການ ປະຊາ ສັມພັນ ບໍ່ທັນ ກວ້າງ ຂວາງພໍ, ບໍ່ມີການ ໂຄສະນາ ຢູ່ຕາມ ໂຮງຮຽນ, ຕາມບ້ານ ຕາມເມືອງ ແລະ ບໍ່ເຄີຽ ເອົາ ນັກຮຽນ ນັກ ສຶກສາ ມາເບິ່ງ ຊົມ ສະຖານທີ່ ນີ້ເທື່ອ.
ຢູ່ປະເທດ ໃກ້ຄຽງ ຂອງລາວ ເມື່ອເຂົາ ຕ້ອງການ ຄົນງານ ເຂົາກໍລົງ ໂຄສະນາ ທາງ ໜັງສືພິມ ທາງ ວິທຍຸ ທາງ ໂທຣະທັສ ຕິດປ້າຍ ຕາມຖນົນ ຕິດປ້າຍ ໃສ່ ຣົດ ໂດຍສານ ແລະ ຕິດປ້າຍ ຕາມບ້ານ ຫລື ຖນົນ ຫົນທາງ. ຢູ່ລາວ ບໍ່ທັນ ສາມາດ ເຮັດແນວນີ້ ໄດ້ເທື່ອ.
ທ່ານວ່າ ບໍຣິສັດ ໃຫ່ຽ ຢູ່ ໃນເຂດ ເສຖກິດ ພິເສດ ສວັນ -ເຊໂນ ນີ້ ແມ່ນແທ້ ທີ່ເຂົາ ເຈົ້າ ຈ້າງຄົນງານ ໂດຍ ອີງຕາມ ຄ່າແຮງງານ ຕໍ່າສຸດ ຂອງ ກົດໝາຍ ລາວ ສບັບເກົ່າ ທີ່ໃຊ້ ຫລາຍປີ ມາແລ້ວ ເດືອນນຶ່ງ ປະມານ 6 ແສນ ກວ່າກີບ, ແຕ່ໂຕຈິງ ນັ້ນ ເຂົາມີ ສວັດດີການ ມີ ປະກັນພັຍ ສຸຂພາບ ເຂົາມີເງິນ ເພີ້ມໃຫ້ ສໍາລັບ ຜູ້ເຮັດວຽກ ດຸໝັ່ນ ບໍ່ຂາດລ້າ ຂາດການ ຈ່າຍຄ່າ ເຮັດວຽກເກີນ 8 ຊົ່ວໂມງ. ເມື່ອຄິດໄລ່ ແລ້ວ ເດືອນນຶ່ງ ມັນກໍຕົກ ເປັນ ປະມານ 1 ລ້ານ ກັບ 3 ແສນ ກີບພຸ້ນ ຫລື ຄິດເປັນເງິນ ໄທ ກໍ ປະມານ 5,200 ບາດ ແລ້ວ. ຢູ່ກໍຢູ່ ບ້ານຕົນເອງ, ລາຍຈ່າຍ ບໍ່ຫລາຍ, ຢູ່ແບບ ສະບາຍໃຈ, ໃກ້ພີ່ ໃກ້ນ້ອງ, ແລະ ທ້ອນເງິນ ໄດ້ ຫລາຍກວ່າ ໄປເຮັດວຽກ ຢູ່ ປະເທດໄທ. ຄັນຄິດໄລ່ ເປັນ ຈໍານວນ ເງິນຣາຍໄດ້ ແລ້ວ ມັນບໍ່ແຕກ ໂຕນກັນ ປານໃດ ກັບຄ່າ ແຮງງານ ຢູ່ໄທ.
ໃນຣະຍະ 1 ປີ ກ່ວາໆ ມານີ້ ຫລັງຈາກ ຣັຖບານ ໄທ ປະກາດ ຂຶ້ນ ເງິນຄ່າຈ້າງ ແຮງງານ ຕໍ່າສຸດ ວັນນຶ່ງ ເປັນ 300 ບາທ ຈໍານວນ ຄົນງານ ລາວ ທີ່ ພາກັນ ໜີອອກໄປ ເຮັດວຽກ ຢູ່ໄທ ມີ ເພີ້ມຂຶ້ນ ແຕ່ບໍ່ໄດ້ ໝາຍຄວາມ ວ່າ ຄົນງານ ລາວ ທີ່ໄປ ເຮັດວຽກ ຢູ່ໄທ ຈະໄດ້ເງິນ ຄ່າຈ້າງ ຈໍານວນ ນີ້ ຍ້ອນວ່າ ບໍຣິສັດ ຫລື ທຸຣະກິດ ແຕ່ ລະແຫ່ງ ຂອງໄທ ໝົດທຸກແຫ່ງ ຈະຈ້າງ ຄົນງານ ລາວ ໃນອັຕຣາ ນີ້.
ຕາມທີ່ ຄົນງານ ລາວ ໃນ ບາງກອກ ໄດ້ເລົ່າ ໃຫ້ຟັງ ນັ້ນວ່າ ນາຍຈ້າງ ທີ່ຈ້າງ ຄົນງານ ຮັບໃຊ້ ວຽກບ້ານ ການເຮືອນ, ເຮັດວຽກ ໃນ ໂຮງງານ ຂນາດ ນ້ອຍ, ຮ້ານອາຫານ ແລະ ກິນດື່ມ ຂນາດ ນ້ອຍ ເຂົາ ຈະບໍ່ ຈ້າງ ຄົນ ງານລາວ ຫລື ຄົນຊາຕ ອື່ນ ໃນ ອັຕຣາ 300 ບາດ ຕໍ່ວັນ. ຄົນງານລາວ ສ່ວນຫລາຍ ເຂົ້າ ປະເທດໄທ ແບບຜິດ ກົດໝາຍ ມັນກໍເລີຽ ເປັນ ຊ່ອງວ່າງ ໃຫ້ ນາຍຈ້າງ ເອົາລັດ ເອົາປຽບ ໄດ້ ທຸກດ້ານ.
ເຂົາຈ້າງ ໃນຣາຄາ ຕໍ່າ ທັງບໍ່ມີ ສວັດ ດີການ ທັງເຮັດວຽກ ຫລາຍ ຊົ່ວໂມງ ບໍ່ໄດ້ຢູ່ ໄດ້ເຊົາ ເສັຽ ຄ່າຢູ່ ຄ່າກິນ ແລະ ຣາຍຈ່າຍ ຄ່າຈົດ ທະບຽນ ຄ່າຮັກສາ ສຸຂພາບ ແລະ ອື່ນໆ. ຖ້າຄິດໄລ່ ຂໍ້ເສັຽປຽບ ໝົດ ທຸກຢ່າງ ເຂົ້າແລ້ວ ຄົນງານ ລາວ ຜິດ ກົດໝາຍ ໃນໄທ ມີຣາຍໄດ້ ຕໍ່າກວ່າ ຢູ່ບ້ານ ຕົນເອງ ຊໍ້າ. ຍັງບໍ່ ເທົ່ານັ້ນ ຄົນງານ ລາວ ຜິດ ກົດໝາຍ ເຂົາເຈົ້າ ຢູ່ໃນ ປະເທດ ໄທ ແບບບໍ່ມີ ຄວາມສງົບ ເພາະຕ້ອງ ຫລົບຫລີກ ເຈົ້າໜ້າທີ່ ເລື້ອຍໆ. ຫລາຍໆ ຄົນ ຕົກເປັນ ເຫຍື່ອຂອງ ຂະບວນ ການ ຄ້າມະນຸດ. ບາງ ຈໍານວນ ຖືກ ນາຍຈ້າງ ຂົ່ມເຫັງ ທຸບຕີ ບໍ່ຈ່າຍ ເງິນເດືອນໃຫ້ ແລະ ຖືກ ທໍຣະມານ ໃນຮູບ ແບບຕ່າງໆ. ຊໍ້າບໍ່ໜໍາ ຍິງສາວ ຈໍານວນ ຫລວງຫລາຍ ຖືກພວກ ຄ້າມະນຸດ ຂາຍສົ່ງ ເຂົ້າໂຮງ ໂສເພນີ ກໍມີ. ບາງຄົນ ເມື່ອໄປຕົກ ຢູ່ໃນ ສະພາບ ທີ່່ຕົນເອງ ບໍ່ສາມາດ ຕັ້ງໂຕ ໄດ້ແລ້ວ ກໍເລືອກ ອາຊີບ ໂສເພນີ ດ້ວຍຄວາມ ສມັກໃຈ. ດັ່ງທີ່ ເປັນຂ່າວ ຢູ່ເລື້ອຍໆ ໃນແຕ່ ລະເດືອນ ລະປີ ຄົນງານ ລາວ ເຂົ້າເມືອງ ຜິດ ກົດໝາຍ ຖືກ ເຈົ້າໜ້າທີ່ ຈັບສົ່ງ ກັບຄືນ ປະເທດ ນັບເປັນ ຫລາຍ ຮ້ອຍຄົນ.
ສນັ້ນ ສິ່ງທີ່ ຄົນງານ ລາວ ຜິດ ກົດໝາຍ ຄິດວ່າ ເຮັດວຽກ ຢູ່ ປະເທດ ໄທ ຈະໄດ້ ເງິນຫລາຍ ກວ່າ ເຮັດວຽກ ຢູ່ ປະເທດ ຂອງ ຕົນເອງ ນັ້ນ ເປັນຄວາມ ຄິດທີ່ ຜິດໆ. ບັນຫາ ການຂາດເຂີນ ແຮງງານ ນີ້ ເປັນເຫດ ຜົນນຶ່ງ ທີ່ ບໍຣິສັດ ລົງທຶນ ຈາກ ຕ່າງ ປະເທດ ລັ່ງເລໃຈ ໃນການ ເຂົ້າມາ ລົງທຶນ ໃນລາວ ທັ້ງໆທີ່ ຣັຖບານ ລາວ ມີ ນະໂຍບາຍ ດີກ່ວາ ປະເທດ ໃກ້ຄຽງ ໃນການ ສ້າງສິ່ງ ຈູງໃນ ແກ່ນັກ ລົງທຶນ. ຍົກ ໂຕຢ່າງ ການ ລົງທຶນ ໃນເຂດ ເສຖກິດ ພິເສດ ສວັນ -ເຊໂນ ມີການຍົກ ເວັ້ນເສັຽ ພາສີ ເຖິງ 2 ປີ ຮອດ 10 ປີ ນັບແຕ່ປີ ທໍາອິດ ທີ່ ບໍຣິສັດ ມີ ກໍາໄຣ. ຫລັງຈາກ ນັ້ນ ຣັຖບານ ເກັບພາສີ ຈາກກໍາໄຣ ມີແຕ່ ລະຫ່ວາງ 8 ຫາ 10 ສ່ວນຮ້ອຍ ເທົ່ານັ້ນ ຕາມແຕ່ ປະເພດ ອຸດສາຫະກັມ. ອັຕຣາ ພາສີ ຣາຍໄດ້ ສ່ວນບຸກຄົນ ມີພຽງ ແຕ່ 5 ສ່ວນຮ້ອຍ ເທົ່ານັ້ນ ສໍາລັບ ຄົນ ໃນ ທ້ອງຖິ່ນ ແລະ ຊາວຕ່າງ ປະເທດ.
ກໍາໄຣ ທີ່ ບໍຣິສັດ ໄດ້ມາ ສາມາດ ສົ່ງກັບຄືນ ປະເທດ ແມ່ ຫລື ປະເທດທີ 3 ໂດຍ ບໍ່ມີການ ຈໍາກັດ. ພາສີ ການນໍາເຂົ້າ ແລະ ສົ່ງອອກ ຖືກ ຍົກເວັ້ນ. ເມື່ອທຽບກັບ ປະເທດ ໄທ ແລ້ວ, ການຍົກເວັ້ນ ພາສີ ໃນການ ລົງທຶນ ທໍາອິດ ແມ່ນ 8 ປີ. ຫລັງຈາກ 8 ປີ ໄປແລ້ວ ອັຕຣາ ເສັຽພາສີ ເພີ້ມຂຶ້ນ ເປັນ 23 ສ່ວນຮ້ອຍ, ພາສີ ຣາຍໄດ້ ຂອງ ບຸກຄົນ ແມ່ນນັບ ແຕ່ 5 ເຖິງ 35 ສ່ວນຮ້ອຍ, ພາສີ ການນໍາເຂົ້າ ວັດຖຸດິບ ໄດ້ຮັບ ການ ຍົກເວັ້ນ ນັບແຕ່ 1 ຫາ 5 ປີ ສຸດແລ້ວ ແຕ່ເຂດ ການ ລົງທຶນ.
ສປປລາວ ມີ ປະຊາກອນ ປະມານ 6 ລ້ານ ກັບ 5 ແສນຄົນ, ມີຈໍານວນ ແຮງງານ ຈໍາກັດ ທາງດ້ານ ຈໍນວນ ແລະ ຄຸນນະພາບ ເພື່ອການ ຮັບປະກັນ ການລົງທຶນ ຈາກ ຕ່າງປະເທດ. ນັກ ວິຊາການ ໃນລາວ ບາງຄົນ ເວົ້າວ່າ ສໍາລັບ ຄຸນນະພາບ ນັ້ນ ທ່ານວ່າ ໃນລະຍະ ເວລາ ປານກາງ ລາວ ມີຄວາມ ສາມາດ ສ້າງໄດ້. ສິ່ງນຶ່ງ ທີ່ ຣັຖບານ ຍັງບໍ່ທັນ ມີທິດທາງ ຢ່າງຄັກແນ່ ນັ້ນ ແມ່ນວ່າ ຈະເຮັດ ແນວໃດ ຈຶ່ງຈະ ສາມາດ ດຶງດູດ ເອົາຄົນງານ ລາວ ທີ່ໜີອອກ ໄປເຮັດ ວຽກ ຢູ່ປະເທດ ໄທ ກັບຄືນມາ ເຮັດວຽກ ຢູ່ປະເທດ ຕົນເອງ ໃຫ້ໄດ້ ເພື່ອ ຈະແກ້ໄຂ ບັນຫາ ຂາດເຂີນ ຄົນງານ.