ເງິນເຟີ້ໃນລາວຫລຸດລົງ ແຕ່ລາຄາສິນຄ້າ ຍັງແພງຂຶ້ນເລື້ອຍໆ
ອັດຕຣາເງິນເຟີ້ ຂອງລາວ ຄ່ອຍໆຫຼຸດລົງ, ແຕ່ຢ່າງໃດກໍຕາມ ລາຄາສິນຄ້າ ແລະບໍຣິການຕ່າງໆພາຍໃນປະເທດລາວ ຍັງຄົງມີຄ່າໃຊ້ຈ່າຍເພີ່ມຂຶ້ນເລື້ອຍໆ ຍ້ອນສິນຄ້າຕ່າງໆ ສ່ວນຫຼາຍແມ່ນຍັງນໍາເຂົ້າມາຈາກຕ່າງປະເທດ ຮວມທັງ ການແລກປ່ຽນເງິນຕຣາ.
-
ສຸພັດຕາ
2023-11-28 -
-
-
Your browser doesn’t support HTML5 audio
ເຖິງແມ່ນວ່າ ໃນຮອບ 9 ເດືອນທີ່ຜ່ານມາ ສູນສະຖິຕິແຫ່ງຊາຕ ກະຊວງແຜນການ ແລະການລົງທຶນ ລະບຸວ່າ ອັດຕຣາເງິນເຟີ້ ຂອງປະເທດລາວ ຄ່ອຍໆຫຼຸດລົງ ຈາກ 41.26% ໃນເດືອນກຸມພາ 2023 ເຫຼືອ 25.20% ໃນເດືອນພຶສຈິກາ 2023 ແຕ່ຢ່າງໃດກໍຕາມ ລາຄາສິນຄ້າ ແລະບໍຣິການຕ່າງໆພາຍໃນປະເທດລາວ ຍັງຄົງມີຄ່າໃຊ້ຈ່າຍເພີ່ມຂຶ້ນເລື້ອຍໆ ຍ້ອນການແລກປ່ຽນເງິນຕຣາຕ່າງປະເທດ ແບບບໍ່ເປັນທາງການຂອງເອກກະຊົນ ສູງກວ່າອັດຕຣາແລກປ່ຽນ ທີ່ທະນາຄານແຫ່ງປະເທດລາວກໍານົດ.
ດັ່ງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງປະເທດລາວ ກ່າວໃນກອງປະຊຸມສໄມສາມັນເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນມື້ວັນທີ 31 ຕຸລາ 2023 ນີ້ວ່າ:
“ບັນຫາ ທີ່ຍັງເປັນຂໍ້ຄົງຄ້າງຫຼັກ ກໍຄື ການອ່ອນຄ່າຂອງເງິນກີບ ຕໍ່ສະກຸນເງິນຫຼັກ ຍັງມີຄ່າອ່ອນ ແລະຜັນຜວນ ສ່ວນຕ່າງ ຂອງອັດຕຣາແລກປ່ຽນ ໃນລະບົບ ຂອງທະນາຄານ ແລະລະດັບນອກ ກໍຍັງມີຢູ່ໃນລະດັບສູງສົມຄວນ ອັດຕຣາເງິນເຟີ້ ຢູ່ໃນລະດັບສູງ ເຖິງວ່າຈະມີແນວໂນ້ມຫຼຸດລົງ ແຕ່ລາຄາສິນຄ້າທີ່ຈໍາເປັນ ຕໍ່ການດໍາລົງຊີວິດ ຂອງພໍ່ແມ່ປະຊາຊົນ ຍັງສືບຕໍ່ເພີ່ມຂຶ້ນ.”
ກ່ຽວກັບເຣື່ອງນີ້, ເມື່ອທຽບລາຄາສິນຄ້າ ແລະບໍຣິການ ເດືອນພຶສຈິກາ 2023 ກັບເດືອນຕຸລາ 2023 ພົບວ່າ ລາຄາສິນຄ້າຍັງມີທ່າອຽງເພີ່ມຂຶ້ນ ຢູ່ໃນລະດັບ 0.7% ໃນນີ້ ແມ່ນໝວດເຄື່ອງນຸ່ງຫົ່ມ ແລະເກີບ ເພີ່ມຂຶ້ນ 3.5% ເຊິ່ງເປັນອັດຕຣາສູງທີ່ສຸດ ເມື່ອທຽບໃສ່ສິນຄ້າ ແລະບໍຣິການໃນໝວດອື່ນໆ ເປັນຍ້ອນ ພໍ່ຄ້າ-ແມ່ຄ້າ ຈໍາເປັນຕ້ອງໄດ້ນໍາເຂົ້າສິນຄ້າ ຈາກຕ່າງປະເທດ.
ດັ່ງພໍ່ຄ້າຂາຍເສື້ອຜ້າ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ພຶສຈິກາ 2023 ນີ້ວ່າ:
“ມັນກໍມີຂຶ້ນ-ມີລົງຫັ້ນນ່າ ແຕ່ວ່າ ເຮົານໍາເຂົ້າຊ່ວງນຶ່ງ ມັນກໍຂ້ອນຂ້າງຈະຂຶ້ນ ແມ່ນ ທີ່ວ່າຂາຍດີ ຊ່ວງນີ້ແມ່ນບໍ່ ແມ່ນແຫຼະເສື້ອກັນໜາວ ກໍຖືວ່າຂາຍດີ ສິນຄ້າໂດຍທົ່ວໄປ ແຕ່ລະປີ ມັນກໍບໍ່ຄືກັນ ແຕ່ລະເດືອນ ແຕ່ລະໄລຍະ ມັນກໍ ອັບ ຂຶ້ນ ອັບ ຂຶ້ນ ຕາມແຕ່ລະໄລຍະ ແຕ່ວ່າເຮົາກໍໄລ່ຕາມເຣທເງິນ ແມ່ນ ຂຶ້ນກັບເຮົານໍາເຂົ້າ ສົມມຸດ ເຮົານໍາເຂົ້າ ເດືອນນຶ່ງ ລາຄາມັນຂຶ້ນປະມານນີ້ ຄືວ່າ ເຮົາຕ້ອງຂາຍ ຕາມທີ່ເຮົານໍາເຂົ້າໃດ໋.”
ສໍາລັບສາເຫດ ທີ່ເຮັດໃຫ້ລາຄາສິນຄ້າ ໝວດດັ່ງກ່າວນີ້ສູງ ເນື່ອງຈາກການນໍາເຂົ້າສິນຄ້າ ຈາກຕ່າງປະເທດ ຈໍາເປັນຕ້ອງໄດ້ນໍາໃຊ້ເງິນຕຣາຕ່າງປະເທດ ໃນການຊື້ສິນຄ້າ ເປັນຕົ້ນ ຖ້າຫາກນໍາເຂົ້າ ສິນຄ້າຈາກໄທຍ ພໍ່ຄ້າ-ແມ່ຄ້າ ຈໍາເປັນຕ້ອງໄດ້ຈ່າຍເງິນບາທ ຫຼືຖ້າຫາກນໍາເຂົ້າສິນຄ້າຈາກຈີນ ພໍ່ຄ້າ-ແມ່ຄ້າ ກໍຈໍາເປັນຕ້ອງໄດ້ຈ່າຍເງິນຢວນ ຕາມອັດຕຣາແລກປ່ຽນໃນແຕ່ລະມື້.
ດັ່ງແມ່ຄ້ານໍາເຂົ້າສິນຄ້າ ປະເພດເຄື່ອງນຸ່ງຫົ່ມ ຈາກຕ່າງປະເທດ ອີກນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເພາະວ່າເຮົາຊື້ມາເປັນບາທ ລາຄາມັນຈະບໍ່ໄດ້ປ່ຽນເນາະ ຕ່າງແຕ່ວ່າ ເງິນທາງບ້ານເຮົາ ມັນກໍຈະສູງຂຶ້ນຫັັ້ນແຫຼະ ລາຄາຢູ່ໄທຍຄືເກົ່າ ມີແຕ່ເຣທເງິນບ້ານເຮົາຊື່ໆ ຕ້ອງໄດ້ປັບຢູ່ແລ້ວ ເຣທ ມັນໄລ່ຕາມມື້ເລີຍ ສ່ວນຫຼາຍ ນໍາເຂົ້າແຕ່ຈີນຫຼາຍກວ່າ ໄທຍກໍມີ ແຕ່ບາງຢ່າງຊື່ໆ ແລ້ວແຕ່ມື້ 3,370 ແຕ່ວ່າ ຄັນເຣທ ທີີ່ເຮົາແລກເອງ ກໍປະມານ 3,100 ປາຍ (ທຽບໃສ່ເງິນກີບ ຕໍ່ເງິນຢວນ) ແລ້ວແຕ່ຫັ້ນນ່າ ແລ້ວແຕ່ຮອບ ແຕ່ລະມື້ບໍ່ຄືກັນ.”
ອີງຕາມການຣາຍງານ ຂອງສູນສະຖິຕິແຫ່ງຊາຕ ປະຈໍາເດືອນພຶສຈິກາ 2023 ລະບຸວ່າ ເສື້ອກັນໜາວຜູ້ຊາຍ ຈາກເດີມ ລາຄາ 216,921 ກີບ ມາເປັນ 222,250 ກີບ ເພີ່ມຂຶ້ນ 5,329 ກີບ/ຜືນ, ເສື້ອເຊີດຜູ້ຊາຍ ຈາກເດີມ ລາຄາ 124,249 ກີບ ມາເປັນ 129,109 ກີບ ເພີ່ມຂຶ້ນ 4,860 ກີບ/ຜືນ ສ່ວນສິນຄ້າອື່ນໆ ເປັນຕົ້ນ ໂສ້ງສະລິບຜູ້ຊາຍ, ຖົງຕີນຜູ້ຊາຍ, ເສື້ອເຊີດແຂນສັ້ນຜູ້ຍິງ, ໂສ້ງຢີນຜູ້ຍິງ, ເສື້ອຍຶດຄໍມົນເດັກນ້ອຍຜູ້ຊາຍ, ເສື້ອກັນໜາວເດັກນ້ອຍຜູ້ຊາຍ, ເກີບໜັງຜູ້ຍິງ ແລະເກີບເດັກນ້ອຍຜູ້ຍິງ ມີລາຄາເພີ່ມຂຶ້ນປະມານ 1,000-2,300 ກີບ/ຫົວໜ່ວຍ.
ຂະນະດຽວກັນ ໝວດຮ້ານອາຫານ ມີອັດຕຣາເງິນເຟີ້ເພີ່ມຂຶ້ນ ຈາກເດືອນຕຸລາ ທີ່ຜ່ານມາ 2.9% ເປັນຕົ້ນ ປີ້ງປານິນ ຈາກເດີມ ລາຄາ 35,937 ກີບ ມາເປັນ 37,937 ກີບ ເພີ່ມຂຶ້ນ 1,701 ກີບ/ໂຕ, ເຂົ້າຜັດໝູ ຈາກເດີມລາຄາ 26,955 ກີບ ມາເປັນ 27,810 ກີບ ເພີ່ມຂຶ້ນ 855 ກີບ/ຈານ ແລະລາບຊີ້ນງົວ ຈາກເດີມ ລາຄາ 45,059 ກີບ ມາເປັນ 46,558 ກີບ ເພີ່ມຂຶ້ນ 1,499 ກີບ/ຈານ.
ສ່ວນໝວດໂຮງແຮມ ທີ່ເປີດຮັບນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດ ຜູ້ດໍາເນີນກິຈການ ໃນຂແນງການດັ່ງກ່າວນີ້ ສ່ວນນຶ່ງ ແມ່ນຄິດໄລ່ຄ່າບໍຣິການ ເປັນເງິນກີບ ແຕ່ອີກສ່ວນນຶ່ງ ໂດຍສະເພາະໃນສະຖານທີ່ທ່ອງທ່ຽວ ເປັນຕົ້ນ ນະຄອນຫຼວງວຽງຈັນ, ນະຄອນຫຼວງພຣະບາງ, ວັງວຽງ, ນະຄອນໄກສອນພົມວິຫານ ແລະນະຄອນປາກເຊ ມັກຄິດໄລ່ຄ່າບໍຣິການ ເປັນເງິນຕຣາຕ່່າງປະເທດ ຜ່ານເງິນໂດລ້າຣ໌ສະຫະຣັຖເປັນຫຼັກ.
ດັ່ງພະນັກງານ ບໍຣິສັດທ່ອງທ່ຽວ ນາງນຶ່ງ ກ່າວວ່າ:
“ໂຮງແຮມຫັ້ນ ຈ່າຍບາທ ກໍໄດ້ ຈ່າຍກີບກໍໄດ້ ຈ່າຍໂດລ້າຣ໌ກໍໄດ້ ໄດ້ 3 ສະກຸນເງິນ ຫັ້ນແຫຼະ ກີບ ມັນກໍບໍ່ສເມີດອກ ບາງໂຮງແຮມ ກໍຈ່າຍ ບາງໂຮງແຮມ ມັນກໍຈ່າຍເປັນອັດຕຣາເຣທທະນາຄານ ກໍໄດ້ອັດຕຣາຖືກ ບາງໂຮງແຮມ ກໍຈ່າຍເຣທນອກທົ່ວໄປ ລາຄາມັນກໍແພງ ຈ່າຍເປັນບາທ ບາງໂຮງແຮມ ເຂົາກໍມີເຣທ ມີເຣທໄວ້ແຕ່ກີ້ ກັບໂດລ້າຣ໌ ເຂົາກໍເອົາໂດລ້າຣ໌ ມາຄູນໃຫ້ບາທ ຖືກເທົ່າໃດ ກໍໄລ່ຈ່າຍເປັນບາທເທົ່ານັ້ນແຫຼະ.”
ເຖິງແມ່ນວ່າ ສິນຄ້າ ໃນໝວດຮັກສາສຸຂພາບ ແລະຢາ ຫຼາຍປະເພດ ຈະສາມາດຜລິດເອງ ຕາມມາຕຖານໃນປະເທດໄດ້ ແຕ່ຢ່າງໃດກໍຕາມ ກະຊວງສາທາຣະນະສຸຂ ແລະພາກສ່ວນທີ່ກ່ຽວຂ້ອງ ກໍຈໍາເປັນຕ້ອງໄດ້ນໍາເຂົ້າສານເຄມີບາງຊນິດ ແລະຢາບາງປະເພດ ຈາກຕ່າງປະເທດ ເຮັດໃຫ້ຕົ້ນທຶນໃນການຜລິດຢາ ແລະຂາຍຢາ ພາຍໃນປະເທດລາວ ເພີ່ມສູງຂຶ້ນ ປະມານ 2.6% ຍ້ອນອັດຕຣາແລກປ່ຽນເງິນກີບ ຕໍ່ເງິນສະກຸນອື່ນ ຫຼຸດລົງເລື້ອຍໆ.
ດັ່ງພະນັກງານ ຮ້ານຂາຍຢາ ຢູ່ນະຄອນໄກສອນພົມວິຫານ ນາງນຶ່ງ ກ່າວວ່າ:
“ຢູ່ລາວເຮົາ ມີໂຮງງານຜລິດ ແລະກໍນໍາເຂົ້ານໍາ ເຮົາໄປຊື້ຢູ່ຮ້ານຂາຍສົ່ງມາ ຂາຍຕໍ່ ອັນນັ້ນ ໂຮງງານຂະເຈົ້າ ຈະເປັນຄົນຜລິດເອງ ຂະເຈົ້າກໍຕ້ອງນໍາເຂົ້າສານເຄມີຢູ່ແລ້ວ ອັດຕຣາເງິນເຟີ້ມັນແພງຂຶ້ນ ເຮົາກໍຂາຍຕາມແພງຫັ້ນນ່າ ເຮົາບໍ່ຮູ້ວ່າ ລາຄາທີ່ຂະເຈົ້ານໍາເຂົ້າມາຫັ້ນນ່າ ມັນຂຶ້ນລາຄາຫຼືບໍ່ ແຕ່ມັນຂຶ້ນກັບເຣທເງິນ ທີ່ເຮົາໄດ້ຊື້ຫັ້ນນ່າ ມັນຂຶ້ນກັບອັດຕຣາແລກປ່ຽນ ສົມມຸດວ່າ ເຈົ້ານໍາເຂົ້າມາ 500 ບາທເນາະ ແຕ່ພວກຂ້ອຍມາໄລ່ເຣທຫັ້ນນ່າ ແຕ່ລະມື້ ມັນບໍ່ຄືກັນ.”
ເຖິງແມ່ນວ່າ ຣາຍງານຂອງສູນສະຖິຕະແຫ່ງຊາຕ ຈະລະບຸວ່າ ສິນຄ້າ ແລະບໍຣິການ ເປັນຕົ້ນ ໝວດເຄື່ອງນຸ່ງຫົ່ມ, ໝວດຮ້ານອາຫານ ແລະໂຮງແຮມ ແລະໝວດຮັກສາສຸຂພາບ ແລະຢາ ຈະມີລາຄາເພີ່ມຂຶ້ນ ເປັນລໍາດັບຕົ້ນ ແຕ່ຢ່າງໃດກໍຕາມ ໝວດທີ່ພັກອາສັຍ, ໄຟຟ້າ, ນໍ້າປະປາ ແລະເຊື້ອເພີງຫຸງຕົ້ມ ທີ່ເພີ່ມຂຶ້ນ 2.2% ແມ່ນເປັນສາເຫດສໍາຄັນ ທີ່ເຮັດໃຫ້ສິນຄ້າ ແລະບໍຣິການໃນໝວດອື່ນໆ ເພີ່ມລາຄາສູງຂຶ້ນ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ນາງນຶ່ງ ກ່າວວ່າ:
“ເຄື່ອງອຸປະໂພກ-ບໍຣິໂພກ ປະເພດເຄື່ອງໃຊ້ປະຈໍາວັນນີ້ແຫຼະ ແບບປະເພດເຄື່ອງ ນໍ້າປູນໍ້າປາ ແບບນີ້ຫັ້ນແຫຼະ ນໍ້າຕານ ມັນກໍເປັນນໍ້າມັນ ເປັນຫຍັງນີ້ແຫຼະ ນ້ໍາມັນກໍນໍາເຂົ້າເດ້ ກໍຊ່ວງນີ້ແຫຼະ ທີ່ວ່າ ຂຶ້ນແຮງຫັ້ນນ່າ ສົມມຸດວ່າ ຄືນໍ້າມັນ ມັນກໍເພີ່ມຂຶ້ນ ສົມມຸດວ່າ ນໍ້າມັນກາຊ້ວນເນາະ ມັນກະຂຶ້ນ ກະມັນກະຂຶ້ນ ສົມມຸດວ່າ ອາທິດນຶ່ງ ມັນກໍຂຶ້ນເທື່ອນຶ່ງ ມັນກໍ 300-400 ກີບ ຫັ້ນນ່າ ໂດຍ ແມ່ນແຫຼະ ມັນເວົ້າເຣື່ອງ ການຂົນສົ່ງສິນຄ້າ ຢູ່ນໍາເມືອງລາວ ມັນເປັນນໍາເຂົ້າເບິດ.”
ອີງຕາມຄໍາກ່າວ ຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງປະເທດລາວ ໃນກອງປະຊຸມສໄມສາມັນ ເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນມື້ວັນທີ 31 ຕຸລາ 2023 ນີ້ ລະບຸວ່າ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຈະຄວບຄຸມອັດຕຣາເງິນເຟີ້ ໃຫ້ຫຼຸດລົງບໍ່ເກີນ 9% ພາຍໃນໄລຍະທ້າຍປີ 2024 ຜ່າຍຫຼາຍນະໂຍບາຍ ເປັນຕົ້ນ ຄຸ້ມຄອງອັດຕຣາແລກປ່ຽນ ໃຫ້ຢູ່ໃນລະດັບ ທີ່ບໍ່ສ້າງແຮງກົດດັນ ຕໍ່ອັດຕຣາເງິນເຟີ້, ຄວບຄຸມປະຣິມານເງິນໃຫ້ຂຍາຍໂຕ ບໍ່ເກີນ 25% ແລະສ້າງຄວາມເຂັ້ມແຂງ ໃຫ້ຄັງສໍາຮອງເງິນຕຣາລະຫວ່າງປະເທດ ໃຫ້ສາມາດກຸ້ມການນໍາເຂົ້າ ໄດ້ຢ່າງຕໍ່າ 5 ເດືອນຂຶ້ນໄປ.