ການວິນິສັຍບັນຫາງົປມານ ສປປ ລາວ

0:00 / 0:00

ການຂາດລາຍຮັບຮວມທັງການໃຊ້ຈ່າຍທີ່ສູງເກີນໄປ ໂດຍສະເພາະພນັກງານຣັຖທີ່ມີຫລາຍເກີນຄວາມຕ້ອງການ ເຮັດໃຫ້ ຣັຖບານຂາດດູນ ງົປມານເຖິງ 6.5% ຂອງຍອດຜົລຜລິດ ຮ່ວມໃນປີນີ້. ສະພາບເງິນເຟີ້ ຖີບຕົວສູງຂຶ້ນເຖິງ 7.5% ໃນທ້າຍປີ 2013 ແລະອາດຈະສູງເຖິງ 9.4% ໃນປີ 2014.

ເງີິນຕຣາຕ່າງປະເທດໃນລາວ ປັດຈຸບັນມີພຽງແຕ່ 80% ສຳລັບໃຊ້ຫນີ້ ການນໍາເຂົ້າສີນຄ້າພາຍໃນນື່ງເດືອນເທົ່ານັ້ນ. ທະນາຄານຕ່າງຊາດ ແລະກຸ່ມນັກທຸຣະກິດໃນລາວຜູ້ຂໍສງວນຊື່ເວົ້າວ່າ: ໃນປັດຈຸບັນທະນາຄານ ແຫ່ງຊາດລາວ ຂາດເງິນໂດລາມາເປັນເວລາ ຫລາຍເດືອນແລ້ວ.

ຕາມທ້ອງຖນົນ ໃນນະຄອນຫລວງວຽງຈັນ ປະຊາຊົນ ແລະ ກຸ່ມພໍ່ຄ້າແມ່ຄ້າ ມີຄວາມອັດອັ້ນຕັນໃຈຍ້ອນຄ່າຄອງຊີບແພງແລະຂາດລາຍໄດ້ ໃນເດືອນສິງຫາ ຜ່ານມາ ຊີ້ນຫມູໃນຕລາດທົ່ງຂັນຄໍາ ກິໂລລະ 68 ພັນກີບ ຫລືປະມານ 8 ໂດລາປາຍ ໃນຣະຍະສີ່ເດືອນຂ້າງຫນ້າ ຣາຄາ ອາດເພີ້ມຂື້ນສູງເຖິງ ກິໂລລະ 75 ພັນກີບ ພນັກງານຣັຖບໍ່ໄດ້ຮັບເງິນເດືອນ ມາຫລາຍເດືອນແລ້ວ.

ເສຖກິຈມືດ ເພີ້ມຂຶ້ນຢ່າງຫລວງຫລາຍ ກຸ່ມພໍ່ຄ້າແມ່ຄ້າໄດ້ພາກັນຂ້າມໄປ ໄທເພື່ອນໍາເຂົ້າສີນຄ້າທີ່ຖືກແດ່ ມາຂາຍໃນຣາຄາແພງຢູ່ລາວ ດັ່ງ ເຄື່ອງອຸປໂພຄບໍຣິໂພຄ ຣົຖຍົນ ອາຫານ ຢາຮັກສາໂຣຄ ເຄື່ອງກໍ່ສ້າງ ແລະອື່ນໆ ຊຶ່ງທາງການລາວກໍບໍ່ສາມາດຄວບຄຸມໄດ້. ປະຊາຊົນ ຜູ້ ຫາເຊົ້າກິນຄໍ່າ ແລະພນັກງານຣັຖ ຊັ້ນຜູ້ນ້ອຍໄດ້ຮັບຜົລ ກະທົບຫລາຍ ກວ່າຫມູ່.