ຂ.ບໍຣິຄຳໄຊ ຍັງມີໄມ້ເຖື່່ອນ
2016.07.28
ປະຊາຊົນ ຢູ່ເຂດ ເມືອງຄຳເກີດ ແຂວງບໍລິຄຳໄຊ ຍັງພົບເຫັນ ພວກພໍ່ຄ້າ ວຽດນາມ ທີ່ມີເສັ້ນສາຍ ກັບຜູ້ໃຫຍ່ ຢູ່ໃນແຂວງ ພາກັນເຊື່ອງ ໄມ້ ທີ່ຕັດອອກຈາກປ່າ ເພື່ອຫລົບຫລີກ ການກວດສອບ. ດັ່ງປະຊາຊົນທ່ານນື່ງ ກ່າວກ່າວຕໍ່ ເອເຊັຽເສຣີ ໃນວັນທີ 25 ກໍຣະກະດາ ວ່າ
"ເຖົ້າແກ່ໃຫຍ່ສຸດຄົນວຽດນາມ ເຂົາມາ ເປັນລູກ ເປັນຫລາຍໃຫ້ຜູ້ໃຫຍ່ ຢູ່ແຂວງ ດຽວນີ້ເຂົາ ເຂົາເມືອວຽດນາມ ເມືອປະເທດລາວ ດຽວນີ້ ໂຮງເລື່ອຍ ນະເຂົາຕັ້ງຢູ່ທາງຫລັງເຮືອນເຂົາຫັ້ນ ລະດຽວນີ້ ໄມ້ເຂົາແກ່ໄປເຊືອງໝົດແລ້ວ ບໍ່ເຫລືອແລ້ວ ເຂົາເອົາໄປເຊື່ອງ ຄືນດຽວ ໝົດເລີຍໄມ້ ສີ່ ຫ້າ ຮ້ອຍຄິວ ພັນ ຄິວ ເຂົາແກ່ໄປເຊື່ອງໝົດລະ".
ປະຊາຊົນ ທ່ານນີ້ ກ່າວຕື່ມວ່າ ການເຄື່ອນຍ້າຍໄມ້ ຢູ່ເມືອງຄຳເກີດ ແຂວງບໍຣິຄຳໄຊ ຫລັງຈາກທີ່ມີຄຳສັ່ງ ນາຍຍົກ ທອງລຸນ ອອກມາ ໃຫ້ທຸກໆແຂວງ ຢຸດສົ່ງໄມ້ອອກ ໄດ້ເຮັດໃຫ້ພໍ່ຄ້າໄມ້ ແລະໂຮງເລື່ອຍ ຫລາຍແຫ່ງ ຟ້າວຂົນຍ້າຍໄມ້ ທີ່ຕັດໄວ້ນັ້ນ ມາເຊື່ອງໃວ້ ໃນບ່ອນທີ່ ປອດພັຍ ແລະໄມ້ ບາງຈຳນວນ ກໍຟ້າວສົ່ງອອກ ເປັນຕົ້ນໂຮງເລື່ອຍໄມ້ ທີ່ເມືອງ ຄຳເກີດ ແຂວງບໍຣິຄຳໄຊ ມີຄົນວຽດນາມ ເຂົ້າມາຕັ້ງ ໂຮງເລື່ອຍໄມ້ ຮ່ວມກັບ ລູກຫລານຜູ້ໃຫ່ຍ ໃນແຂວງ ທີ່ອຳນວຍຄວາມສະດວກ ໃຫ້ເປີດໂຮງເລື່ອຍ ແລະປຸງແຕ່ງໄມ້ ຄົບວົງຈອນ ມາເປັນ ເວລາ ດົນນານ. ແຕ່ ໃນລະຫວ່າງ ວັນທີ່ 13-15 ຜ່ານມາ ກຸ່ມດັ່ງກ່າວ ໄດ້ເຄື່ອນຍ້າຍໄມ້ ທີ່ຕັດໄວ້ຕາມປ່າ ຫລາຍກວ່າ ພັນແມັດກ້ອນ ເອົາໄປເຊື່ອງໄວ້ ຕາມໂຮງຊອຍໄມ້ ເລັກໆນ້ອຍໆຫລາຍແຫ່ງ ເພື່ອຫລົບຫລີກ ການກວດກາ ຂອງເຈົ້າຫນ້າທີ່ ອີງຕາມການບອກເລົ່າ ຂອງປະຊາຊົນ ທອ້ງຖີ່ນ ຜູ້ທີ່ເຫັນເຫດການ ທ່ານນື່ງ. ວິທະຍຸ ເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຍັງ ຫ້ອງການ ກວດກາປ່າໄມ້ ປະຈຳແຂວງ ແຕ່ບໍ່ມີຜູ້ໃດ ຮັບສາຍ.