ຣົດສິນຄ້າປອມຈາກຈີນຖືກຍຶດ

ຣົດ ບັນທຸກ ສິນຄ້າ ປອມ ຈາກ ຈີນ ຖືກຍຶດ ທີ່ ຂົວ ມິຕພາບ ລາວ-ໄທ ແຫ່ງ ທີສາມ.

ຂົວ ມິຕພາບ ລາວ-ໄທ ແຫ່ງທີ 3 ຣະຫວ່າງ ເມືອງທ່າແຂກ ແຂວງຄໍາມ່ວນ ເມືອງແລະແຂວງ ນະຄອນພະນົມ RFA

ສິນຄ້າ ປອມ ຫລື ສິນຄ້າ ລອກແບບ ກວ່າ 3 ແສນ ຊນີດ ໃນ ມູນຄ່າ ຢ່າງນ້ອຍ 500 ລ້ານ ບາດ ຖືກ ເຈົ້າຫນ້າທີ່ ພາສີ ອາກອນ ຂອງໄທ ຍຶດ ທີ່ ຂົວ ມິຕພາບ ລາວ-ໄທ ແຫ່ງ ທີ ສາມ ຣະຫວ່າງ ແຂວງ ຄຳມ່ວນ ກັບ ແຂວງ ນະຄອນ ພະນົມ ໃນ ວັນ ອັງຄານ.

ໃນການ ປະຕິບັດ ຕາມ ຂໍ້ມູນ ຈາກ ຫນ່ວຍ ສືບລັບ ເຈົ້າຫນ້າທີ່ ພາສີ ອາກອນ ທີ່ ຂົວ ມິຕພາບ ລາວ-ໄທ ແຫ່ງ ທີ ສາມ ໄດ້ຢຸດ ຣົດ ບັນທຸກ ສິນຄ້າ 18 ລໍ້ ຄັນນຶ່ງ ທີ່ ຕິດປ້າຍ ລາວ ຊຶ່ງ ໃນຣົດ ເຕັມ ໄປດ້ວຍ ສິນຄ້າ ປອມ ແລະ ຜິດ ກົດຫມາຍ ຢ່າງ ຫລວງຫລາຍ.

ທ່ານ ວຸດທະນາ ຢິມກາຣັນ ຮອງ ຫົວຫນ້າ ຫ້ອງການ ພາສີ ອາກອນ ເວົ້າວ່າ ຣົຖ ບັນທຸກ ສິນຄ້າ ຂອງ ບໍຣິສັດ ຂົນສົ່ງ ຄັນ ດັ່ງກ່າວ ໄດ້ແຈ້ງ ຣາຍການ ສິນຄ້າ ທີ່ ຕົນ ຂົນ ໃນຣົດ ນັ້ນວ່າ ແມ່ນ ເກີບ ເຄື່ອງ ນຸ່ງຫົ່ມ ແລະ ເຄື່ອງ ຫລິ້ນ ເດັກນ້ອຍ ທີ່ ຜລິດ ຈາກ ຈີນ, ແຕ່ ໃນເມື່ອ ເຈົ້າຫນ້າທີ່ ເຂົ້າ ກວດຄົ້ນ ຈຶ່ງ ພົບວ່າ ບໍ່ເປັນໄປ ຕາມ ທີ່ ເຂົາ ແຈ້ງໄວ້.

ເຈົ້າຫນ້າທີ່ ພົບເຫັນ ສິນຄ້າ ໃນຣົຖ ບັນທຸກ ຄັນນັ້ນ ຄື: ໂມງ ຫຍີ່ຫໍ້ ຣາຄາ ແພງ ມີຊື່ສຽງ ທີ່ ລອກແບບ ເຄື່ອງຫມາຍ ການຄ້າ ຊື່ດັງ ຂອງໂລກ ກວ່າ 80 ພັນ ຫນ່ວຍ. ນອກຈາກ ນັ້ນ ກໍມີ ສິນຄ້າ ຫຍີ່ຫໍ້ ດັງ ອື່ນໆ ເປັນ ຈຳນວນ ຫລວງຫລາຍ ເຊັ່ນ ເຄື່ອງ ສຳອາງ ເຄື່ອງ ນຸ່ງຫົ່ມ ເຄື່ອງ ຫລິ້ນ ໂທຣະສັບ ມືຖື I-phone, Smart phone ແລະ ສິນຄ້າ ລອກແບບ ອື່ນໆອີກ ຫຼາຍຊນິດ ທາງ ເຈົ້າໜ້າທີ່ ໄທ ຈື່ງ ຕ້ອງຍຶດ ໄວ້ ເປັນ ຂອງກາງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org