ຊາວບ້ານຫົວຊ້າງຕໍ່ລອງ ຄ່າຊົດເຊີຍ ທີ່ດິນ

ໄຊຍາ
2019.08.16
F-Expressway ແຜນທີ່ໂຄງການ ສ້າງທາງດ່ວນ ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ແຂວງວຽງຈັນ ເຣີ້ມລົງມືກໍ່ສ້າງມາແຕ່ ກາງເດືອນພຶສຈິກາ ປີ 2018 ມີ ຄວາມຍາວ 109 ກິໂລແມັດ ແລະ ຜ່ານເມືອງ ໂພນໂຮງ, ເມືອງຫີນເຫີບ ແລະ ເມືອງວັງວຽງ ມູນຄ່າການກໍ່ສ້າງ 1 ຕື້ໂດລາ ສະຫະຣັຖ.
Public Domain

ຄນະກຳມະການໄກ່ເກັ່ຽ ໂຄງການກໍ່ສ້າງທາງດ່ວນ ເສັ້ນທາງເລກທີ 13 ເໜືອ ໄລຍະທີ 1 ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ແຂວງວຽງຈັນ ປະເມີນຄ່າຊົດເຊີຍ ໃຫ້ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຢູ່ເຂດ ບ້ານຫົວຊ້າງ ເມືອງນາຊາຍທອງ ບໍ່ເໝາະສົມ ແລະ ການໄກ່ເກັ່ຽກໍຍັງສັບສົນ.

ປະຊາຊົນບ້ານຫົວຊ້າງ ຍັງຕ້ອງການໄກ່ເກັ່ຽທີ່ດິນ ທີ່ຮັບຜົລກະທົບຈາກ ໂຄງການກໍ່ສ້າງ ທາງດ່ວນເລກທີ 13 ເໜືອ ໄລຍະທີ 1 ຈາກ ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ແຂວງວຽງຈັນ.

ເນື່ອງຈາກຣາຄາທີ່ທາງການກຳນົດໃຫ້ມາ ຍັງບໍ່ເໝາະສົມ ໂດຍຄິດໄລ່ດິນປຸກສ້າງ 550,000 ກີບ ຕໍ່ແມັດກາເຣ ແຕ່ປະຊາຊົນ ໃນເຂດ ບ້ານດັ່ງກ່າວ ຂໍໃຫ້ທາງການຂຶ້ນຢ່າງໜ້ອຍແມັດກາເລນຶ່ງ 1.200.000 ກີບ ດັ່ງປະຊາຊົນ ຜູ້ເຈົ້າຂອງຢູ່ດິນ ບ້ານຫົວຊ້າງ ກ່່າວຕໍ່ RFA ເມື່ອວັນທີ 14 ສິງຫາ ວ່າ:

"ເພາະວ່າບ້ານຫົວຊ້າງມັນເປັນຈັ່ງຊີ້ ຂ້ອຍຊື້ຈາກ ທະນາຄານລາວ ລະບາດນີ້ເພີ່ນຮ້ອງແມັດ ນຶ່ງ 100 ໂດລາ ລະບາດນີ້ຕໍ່ເພີ່ນໄດ້ແມັດ 8 ແສນກີບ ແມັດກາເຣນື່ງນ່າ ບາດພວກເຮັດທາງດ່ວນ ເພີ່ນລະຊິໃຫ້ ແມັດນຶ່ງ ຫ້າແສນຫ້າ ເຮົາຄືວ່າຊິຂາດທຶນ ແທ້ຫັ້ນນ່າ ດິນຫາກໍ່ຊື້ນເດ້ ຫາກໍ່ໂອນແລ້ວ."

ທ່ານກ່າວຕື່ມວ່າ ຂີ້ລ້າຍຂໍໃຫ້ເຮົາໄດ້ທໍ່ທຶນກໍ່ຍັງໄຄ ສ່ວນດິນ ຢູ່ສີເກີດ ເພິ່ນໃຫ້ລ້ານຫົກແສນ ນາຊາຍທອງ ເພິ່ນໃຫ້ລ້ານສອງ ດິນທັງສອງ ຕອນ ເພິ່ນຈ່າຍນັ້ນ ກາບໍ່ໄດ້ຂັດເພິ່ນ ແຕ່ດິນຢູ່ບ້ານຫົວຊ້າງນີ້ ຊື້ຈາກ ທະນາຄານຣາຄາ 8 ແສນ ຕໍ່ແມັດກາເຣ ແຕ່ທາງໂຄງການ ເພິ່ນ ຈະຈ່າຍພຽງແຕ່ 550.000 ກີບ ຕໍ່ແມັດກາເຣ ມັນຂາດທຶນຫຼາຍເກີນໄປ. ພວກເຮົາກາຂໍຕໍ່ລອງ.

ສ່ວນປະຊາຊົນ ທີ່ໄດ້ຮັບຜົລກະທົບອີກທ່ານນຶ່ງ ກໍ່ຍັງບໍ່ເຂົ້າໃຈວ່າໂຄງການ ກໍ່ສ້າງທາງດ່ວນ ຕ້ອງການເນື້ອທີ່ຮອດໃສ ເຊີ່ງທາງຄນະ ກຳມະການ ໄກ່ເກັ່ຽຍັງບໍ່ແຈ້ງ ໃຫ້ຮັບຊາບຈຶ່ງບໍ່ສາມາດ ປະເມີນຣາຄາໄດ້.

"ມັນບໍ່ຮູ້ວ່າເພິ່ນເອົາທີ່ດິນ ຮອດບ່ອນໃດ ແມ່ນຢູ່ວ່າພັກຣັຖ ສເນີມາແຕ່ໂຕເລກ ແຕ່ທີ່ດິນຫັ້ນເພິ່ນເອົາໄປ ໃສຮອດໃສ. ເພີ່ນປັກຫຼັກແຕ່ໃສ ຮອດໃສກາບໍ່ຮູ້.

ທ່ານໄດ້ກ່າວຕື່ມວ່າ: ການປັກທີ່ດິນນັ້ນເຂົ້າໄປໄກຫຼາຍໂພດ ບາດເພີ່ນແທັກມາ ມີແຕ່ສ່ວນໃດສ່ວນນຶ່ງ ບໍ່ເຖີງຄາດໝາຍທີ່ປັກຫຼັກຫັ້ນຊໍ້າ ພວກເຮົາຍີນດີແຕ່ຢາກໃຫ້ ທາງຄນະກຳມະການລົງມາເບີ່ງ ດ້ວຍຕົນ ເອງວ່າດິນເອົາແຕ່ໃສຮອດໃສ ໃຫ້ພວກເຮົາຮູ້ຄັກແນ່ກ່ອນ.

ປະຊາຊົນບ້ານຫົວຊ້າງ ອີກທ່ານນຶ່ງໄດ້ກ່າວວ່າ ທາງຄະນະກຳມະການໄກ່ເກັ່ຽ ບໍ່ຍອມຈ່າຍຄ່າຊົດເຊີຍ ທີ່ດິນໃຫ້ ຈ່າຍໃຫ້ແຕ່ຄ່າມ້າງຮ້ານ ໃນຈຳນວນເງີນ ດ່ັງກ່າວແມ່ນຍັງບໍ່ສົມຣາຄາ ທີ່ເສັຍຫາຍໄປ ຈຶ່ງຢາກຮຽກຮ້ອງໃຫ້ ຄນະກຳມະການໄກ່ເກັ່ຽເບີ່ງຕື່ມ.

ໃນຂນະທີ່ ທ້າຍເດືອນພືສພາ ຜ່ານມາ ປະຊາຊົນບ້ານນາຊອນ ກໍ່ໄດ້ໂຮມໂຕກັນບໍ່ຍອມເສັຽທີ່ດິນ ໃຫ້ບໍຣິສັດກໍ່ສ້າງທາງດ່ວນ ຍ້ອນວ່າ ບໍຣິສັດ ຈ່າຍຄ່າຊົດເຊີຍ 50.000 ກີບຕໍ່ແມັດກາເຣ ແຕ່ດິນໃນເຂດນັ້ນ ຣາຄາ 250.000 ກີບ ຕໍ່ແມັດກາເຣ ກໍຣະນີດັ່ງ່ກາວ ປະຊາຊົນ ໄດ້ຂື້ນປ້າຍ ໂຄສະນາຫ້າມບໍ່ໃຫ້ ໂຄງການເຂົ້າມາດຳເນີນການໃດໆ ໃນດິນຂອງປະຊາຊົນ ຈົນກ່ວາວ່າຈະໄກ່ເກັ່ຽ ຣາຄາກັນໄດ້.

ຕໍ່ບັນຫານດັ່ງກ່າວ ຫົວໜ້າໂຍທາ ເມືອງນາຊາຍທອງ ໄດ້ກ່າວຕໍ່ RFA ເມື່ອວັນທີ 14 ສິງຫາວ່າ ປັດຈຸບັນ ທາງຄະນະໄກ່ເກັ່ຽ ໄດ້ລົງ ໄກ່ເກັ່ຽ ໄປໃນເມືອງນາຊາຍທອງ ສຳເຣັດໄປແລ້ວ 85 % ຍັງເຫຼືອພຽງ 15% ທີ່ເປັນບັນເຣື່ອງ ການຕໍ່ລອງຣາຄາ ຫຼື ຍັງຊອກຫາເຈົ້າ ຂອງດິນ ຢູ່ເພາະວ່າບາງຕອນແມ່ນດິນ ຂອງຄົນຕ່າງແຂວງ ມາຊື້ໄວ້.

"ເຂດເມືອງນາຊາຍທອງ ຜົລກະທົບ 602 ຕອນລະກາຊົດເຊີຍ ໄປແລ້ວເຫຼືອຢູ່ນີ້ 58 ຕອນ ເພິ່ນເຫັນດີລະກາຊົດເຊີຍໂລດ ແລ້ວຕາມການ ເຫັນດີ ເປັນເອກພາບຣາຄາ ຫົວໜ່ວຍມັນມີນິຕິກັມ ຈາກຂັ້ນເທີງເດ້ ປະຕິບັດຕາມຈັ່ງຊີ້ຈັ່ງຊີ້ ປະເພດທາງຮ່ອມ ທາງຊອຍ ທັງລັດທາງຫຍັງ ມັນມີຣະບຽບ ຫຼັກການຄັກແນ່ໃດ."

ທ່ານໄດ້ກ່າວຕື່ມວ່າ ການໄກ່ເກັ່ຽກາລົງມາເບິ່ງໂຕຈີງສົມທຽບໃສ່ ນິຕິກັມ ເຊິ່ງມີ ຜູ້ຊື້ຂາຍອະສັງຫາຣິມະຊັບ ໃຫ້ຂໍ້ມູນ ຂໍ້ສະຫຼຸບພື້ນຖານ ຫຼາຍ ຄົນກໍ່ເຫັນດີ ບໍ່ມີຜູ້ຂັດຂ້ອງ ປັດຈຸບັນຈ່າຍຄ່າຊົດເຊີຍ ໄປແລ້ວ 85% ຍັງເຫຼືອ 15% ແຕ່ໃນ 15% ຍັງຕ້ອງເຈຣະຈາກັບ ເຈົ້າຂອງດິນຕໍ່ໄປ.

ເມື່ອເດືອນກັນຍາ 2018 ຜ່ານມາ ບໍຣິສັດຮ່ວມພັທນາທາງດ່ວນ ລາວ-ຈີນ ບໍຣິສັດ ທີ່ປືກສາດ້ານສິ່ງແວດລ້ອມລາວ ຈຳກັດ ແລະ ທາງການແຂວງວຽງຈັນ ໄດ້ມີພິທີມອບເງີນຊົດເຊີຍປະມານ 11 ຕື້ກີບ ໃຫ້ແກ່ ປະຊາຊົນຈຳນວນ 80 ຄອບຄົວ ໃນຈຳນວນ 13 ບ້ານ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ທີ່ຖືກຜົລກະທົບ ເປັນງວດທຳອິດ. ດັ່ງເຈົ້າໜ້າທີ່ເມືອງໂພນໂຮງ ກ່າວຕໍ່ RFA ວ່າ:

"ບ້ານນໍ້າລີນຫັ້ນຊົດເຊີຍໄປແລ້ວ ເພິ່ນໄດ້ໃຫ້ເງິນກຸ່ມແລ້ວ ແລ້ວເຂົາເຈົ້າກາລົງລະນ່າ ເອົາເງິນເອົາທອງຮຽບຮ້ອຍແລ້ວ ທາງດ່ວນແທ້ນັ້ນ ຂະເຈົ້າແລ້ວໝົດແລ້ວ ກາສິເອົາໄປຊື້ແລ້ວແຫຼະ ຜູ້ຊື້ກາຊື້ຊຶ້ແລ້ວ."

ອີງຕາມການຣາຍງານ ຂອງສື່ທ້ອງຖີ່ນ ໂຄງການສ້າງທາງດ່ວນ ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ແຂວງວຽງຈັນ ເຣີ້ມລົງມືກໍ່ສ້າງ ມາແຕ່ ກາງເດືອນພຶສຈິກາ ປີ 2018 ມີ ຄວາມຍາວ 109 ກິໂລແມັດ ແລະ ຜ່ານເມືອງ ໂພນໂຮງ, ເມືອງຫີນເຫີບ ແລະ ເມືອງວັງວຽງ ມູນຄ່າການກໍ່ສ້າງ 1 ຕື້ໂດລາ ສະຫະຣັຖ. ລົງທຶນໂດຍບໍຣິສັດ ກໍ່ສ້າງລົງທຶນ ແລະຖືຮຸ້ນ ແຂວງຢູ່ນານຈຳກັດ ຄາດວ່າຈະໃຫ້ສຳເຣັດ ໃນປີ 2020 ໃນນັ້ນປະຊາຊົນ ໄດ້ຮັບຜົລກະທົບ ຫຼາຍຮ້ອຍຄອບຄົວ.

ສ່ວນໄລຍະທີ່ຍັງເຫຼືອ ອີກ 3 ຈຸດ ຄື ວັງວຽງ ຫາ ແຂວງຫຼວງພຣະບາງ, ແຂວງອຸດົມໄຊ ແລະ ດ່ານສາກົລບໍ່ເຕັນ ແຂວງຫຼວງນໍ້າທາ ເຊື່ອມຕໍ່ຫາບໍ່ຫານ ຂອງຈີນນັ້ນ ແມ່ນຜູ້ພັທນາໂຄງການ ໄດ້ລົງນາມສັນຍາ ເມື່ອວັນທີ 28 ພຶສາພາ ຜ່ານມາເພື່ອສຶກສາ ສຳຣວດຄວາມ ເປັນໄປໄດ້ ຕາມກອບເວລາ ທີ່ໄດ້ຕົກລົງກັນ ບົນພື້ນຖານກົດໝາຍ ການລົງທຶນຂອງລາວ. ທາງດ່ວນດັ່ງກ່າວມີຄວາມຍາວ 460 ກິໂລແມັດ ໃຊ້ເວລາກໍ່ສ້າງທັງໝົດ 3 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

ສິນທະນາ
Mar 18, 2022 10:59 AM

ຢາກຖາມວ່າ ມີໂຄງການໃຫມ່ບໍ່ແຖວເມຶອງຫາດຊາຍຟອງ
#ເຫັນວ່າມີໂຄງການເມຶອງທັນສະໄຫມສິເຂົ້າມາທີ່ກວມຫລາຍເຮັກຕາ ຢາກຮູ້ວ່າຂະເຈົ້າຈະຊົດເຊີຍແນວໃດ. ມີແຜນທີ່ອອກມາແລ້ວບໍ? (ຂອບເຂດຂອງເມືອງໃຫມ່ທີ່ກວມພື້ນທີ່)
>>ຂໍຄຳແນະນຳໄດ້ບໍ ເລື່ອງທີ່ກ່າວມາຂ້າງເທິງນີ້
>> ຂໍຂອບໃຈ

ສິນທະນາ
Mar 18, 2022 11:02 AM

ຢາກຖາມວ່າ ມີໂຄງການໃຫມ່ບໍ່ແຖວເມຶອງຫາດຊາຍຟອງ
#ເຫັນວ່າມີໂຄງການເມຶອງທັນສະໄຫມສິເຂົ້າມາທີ່ກວມຫລາຍເຮັກຕາ ຢາກຮູ້ວ່າຂະເຈົ້າຈະຊົດເຊີຍແນວໃດ. ມີແຜນທີ່ອອກມາແລ້ວບໍ? (ຂອບເຂດຂອງເມືອງໃຫມ່ທີ່ກວມພື້ນທີ່)
>>ຂໍຄຳແນະນຳໄດ້ບໍ ເລື່ອງທີ່ກ່າວມາຂ້າງເທິງນີ້
>> ຂໍຂອບໃຈ