ຈີນຮົງກົງສືບຕໍ່ໂຄງການ ຄອນພະເພັງ

ຈໍາປາທອງ
2020.01.09
f-khonephapheng ສະຖານທີ່ທ່ອງທ່ຽວ ຄອນພະເພັງ ແຂວງຈໍາປາສັກ
RFA/File photo

ທາງການແຂວງຈໍາປາສັກ ຍົກເລີກໃຫ້ອະນຸຍາດ ກຸ່ມບໍຣິສັດຍິ່ງໂຊກໄຊ ພັທນາແຫລ່ງທ່ອງທ່ຽວ ໃນເຂດນໍ້າຕົກຕາດ ຄອນພະເພັງ ແລະ ນໍ້າຕົກຕາດສົມພະມິດ ຫຼືຕາດຫຼີ່ຜີ ຢູ່ເມືອງໂຂງທີ່ໄດ້ສໍາປະທານມາແຕ່ປີ 2011. ມາເຖິງປັດຈຸບັນກໍຍັງບໍ່ທັນ ໄດ້ກໍ່ສ້າງອັນໃດນອກຈາກ ເສັ້ນທາງ. ຄໍາສັ່ງຍົກເລີກ ທີ່ວ່ານີ້ ມີຜົນບັງຄັບໃຊ້ມາແຕ່ມື້ວັນທີ 30 ທັນວາ 2019.

ເຈົ້າໜ້າທີ່ຜແນກແຜນການ ແລະການລົງທຶນ ແຂວງຈໍາປາສັກ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 9 ມົກກະຣາ ນີ້ວ່າ ສາເຫດທີ່ຕ້ອງໄດ້ ຍົກເລີກ ອະນຸຍາດໃຫ້ບໍຣິສັດຄົນລາວນັ້ນ ແມ່ນຍ້ອນວ່າ ຈະມີບໍຣິສັດລາວ ມະຫານະທີສີພັນດອນ ຮົງກົງຈໍາກັດ ຂອງຄົນຈີນ ເຂົ້າມາ ພັທນາເປັນເຂດ ເສຖກິດພິເສດ ສີພັນດອນ ດັ່ງທີ່ທ່ານກ່າວວ່າ:

"ມີແຕ່ວ່າເພິ່ນສິປ່ຽນຜູ້ພັທນາ ປ່ຽນຜູ້ລົງທຶນຊື່ໆ."

ທ່ານເວົ້າວ່າ ເຖິງຈະມີຄໍາສັ່ງໃຫ້ຍົກເລີກໃບອະນຸຍາດ ໃຫ້ກຸ່ມບໍຣິສັດຍິ່ງໂຊກໄຊ ພັທນາແຫລ່ງທ່ອງທ່ຽວ ສອງເຂດດັ່ງກ່າວທີ່ວ່ານັ້ນແຕ່ ທາງການ ແຂວງຈໍາປາສັກກໍຍັງໃຫ້ກຸ່ມບໍຣິສັດນີ້ ເປັນຜູ້ດູແລແຫຼ່ງທ່ອງທ່ຽວ ຢູ່ຕໍ່ໄປຈົນກວ່າບໍຣິສັດຈີນ ຈະເຂົ້າມາ ພັທນາຢ່າງເຕັມສ່ວນ.

ກ່ຽວກັບການຍົກເລີກ ໃບອະນຸຍາດທີ່ວ່ານັ້ນ ຜູ້ຕາງໜ້າກຸ່ມບໍຣິສັດ ຍິ່ງໂຊກໄຊ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນັ້ນວ່າ ຍັງບໍ່ຂໍໃຫ້ ຣາຍລະອຽດ ຢ່າງຈະແຈ້ງໄດ້ ແລະວ່າ ທາງກຸ່ມບໍຣິສັດຍິ່ງໂຊກໄຊ ກໍຍັງເປີດໃຫ້ບໍຣິການ ແຫລ່ງທ່ອງທ່ຽວທັງສອງແຫ່ງ ຢູ່ຄືເກົ່າຍັງບໍ່ ທັນໄດ້ປິດຕາມຄໍາສັ່ງ ຂອງທາງການແຂວງນັ້ນເທື່ອ ດັ່ງທີ່ທ່ານກ່າວວ່າ:

"ເອີ ຍັງບໍ່ເປັນທາງການໜ່າ ຍັງເປັນສະເພາະເຂດຢູ່."

ໂຄງການພັທນາເຂດເສຖກິດພິເສດ ມະຫານະທີສີພັນດອນ ມີມູນຄ່າການລົງ ທຶນ 9 ຕື້ໂດລາ ສະຫະຣັຖ. ໂຄງການນີ້ກວມເອົາພື້ນທີ່ ເກາະດອນທັງໝົດ 9,654 ເຮັກຕາ, ມີອາຍຸ ສໍາປະທານ 50 ປີ. ຣັຖບານລາວ ໄດ້ອະນຸມັດ ໃຫ້ບໍຣິສັດສໍາປະທານ ມາແຕ່ມື້ວັນທີ 30 ມິຖຸນາ 2018 ແລະສັນຍາ ສໍາປະທານນັ້ນຈະໝົດອາຍຸ ໃນປີ 2050 ແຕ່ທາງບໍຣິສັດ ຜູ້ລົງທຶນ ຍັງສາມາດຕໍ່ອາຍຸສັນຍາ ນັ້ນໄດ້ຕື່ມອີກ. ປັດຈຸບັນ ບໍຣິສັດຈີນເຂົ້າມາ ພັທນາໂຄງການໄລຍະທີ 1 ແລ້ວ ຄືການສ້າງຖນົນຄອນກຣີດ ອ້ອມດອນໂຂງ ຍາວ 43 ກິໂລແມັດ.

ເວົ້າເຖິງຜົລກະທົບຈາກໂຄງການທີ່ວ່ານີ້ ໃນເບື້ອງຕົ້ນ ມີປະຊາຊົນ 140 ຄອບ ຄົວ ໃນ 8 ບ້ານ ຈະໄດ້ສູນເສັຍທີ່ດິນ ຂອງພວກຕົນໄປ. ແຕ່ມາຮອດດຽວນີ້ ກໍຍັງບໍ່ມີຄວາມຄືບໜ້າ ໃນເຣຶ່ອງການຊົດເຊີຍຄວາມເສັຍຫາຍ ຫລືແນວທາງແກ້ໄຂບັນຫາ ຢ່າງຈະແຈ້ງເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.