ຂົວຂ້າມນໍ້າຫີນບູນ ເປ່ເພ
2016.02.10
ປະຊາຊົນ ຫຼາຍຄົນ ຢູ່ ເມືອງຫີນບູນ ແຂວງ ຄໍາມ່ວນ ຮຽກຮ້ອງ ໃຫ້ທາງການ ສ້ອມແປງ ຂົວໄມ້ ຂ້າມ ນໍ້າຫີນບູນ ເຂດບ້ານ ຫີນບູນໃຕ້ ເພາະ ປັດຈຸບັນ ຂົວນັ້ນ ເປ່ເພຫຼາຍ ພື້ນຂອງຂົວ ເຮັດດ້ວຍໄມ້ ແຕກຫັກ ໄປຫຼາຍຈຸດ ຊຶ່ງເປັນ ອັນຕະລາຍ ຕໍ່ຜູ້ຄົນ ທີ່ໃຊ້ ຜ່ານໄປມາ, ແລະ ເຄີຍເກີດ ອຸບັດຕິເຫດ ຢູ່ຂົວແຫ່ງນີ້ ມາແລ້ວ, ດັ່ງ ເຈົ້າໜ້າທີ່ ເມືອງ ຫີນບູນ ກ່າວ ໃນວັນທີ 9 ກຸມພາ ວ່າ:
"ມັນໂດກ ໄມ້ໂດກ ມັນເລີຍຫລຸດໄປ ຫຼາຍ ຣົດຍົນ ຫັ້ນແຫລະ ໄປໄດ້ ຣົດສີ່ລໍ້ ໄດ້ຢູ່ ຍາກແດ່ແຫຼະ ຄ່ອຍໄປ ກະມີ ຄົນລົ້ມລົງ ນໍາຂົວ ນໍາອັນນັ້ນແຫຼະ ເຮັດຈັ່ງໃດ ເພິ່ນກະ ໃຫ້ສ້ອມແປງ ມັນບໍ່ມີ ທຶນສ້ອມແປງ ນີ້ແຫຼະ".
ທ່ານກ່າວອີກວ່າ ຂົວ ດັ່ງກ່າວ ຖືກສ້າງມາ ຕັ້ງແຕ່ປີ 1996, ຈຶ່ງ ມີສະພາບ ເກົ່າແກ່ ຫລາຍ, ປົກກະຕິ ແລ້ວ ພາກສ່ວນ ກ່ຽວຂ້ອງ ຈະ ສ້ອມແປງ ຂົວ 3 ປີ ເທື່ອນຶ່ງ, ແຕ່ ປັດຈຸບັນ ຍັງບໍ່ຮູ້ວ່າ ຈະມີການ ສ້ອມແປງ ເມື່ອໃດ. ສິ່ງທີ່ຊາວບ້ານ ເປັນຫ່ວງ ກໍຄືໃນ ແຕ່ລະມື້ ຣົດ ຂົນສົ່ງ ນັກຮຽນ ຕ້ອງຜ່ານ ຂົວ ແຫ່ງນີ້ ເປັນປະຈໍາ ຢ້ານວ່າ ມື້ໃດ ມື້ນຶ່ງ ຂົວອາດຈະ ຫັກລົງໄດ້, ປະຊາຊົນ ຮຽກຮ້ອງວ່າ ຖ້າເປັນໄປ ໄດ້ ຢາກໃຫ້ສ້າງ ຂົວ ເບຕົງ ແທນ.
ຫລັງຈາກ ໄດ້ຕິດຕໍ່ ໄປຍັງ ເຈົ້າໜ້າທີ່ ຫ້ອງການ ໂຍທາທິການ ແລະ ຂົນສົ່ງ ເມືອງ ຫີນບູນ ເອເຊັຽເສຣີ ກໍໄດ້ ຄໍາຕອບ ວ່າ ປັດຈຸບັນ ເຈົ້າໜ້າທີ່ ກໍາລັງ ກະກຽມໄມ້ ເພື່ອ ຈະເອົາມາ ສ້ອມແປງ ຂົວ ຄືນໃໝ່, ແຕ່ ເຈົ້າໜ້າທີ່ ບໍ່ສາມາດ ຢັ້ງຢືນວ່າ ຈະແລ້ວ ເມື່ອໃດ. ດັ່ງ ເຈົ້າໜ້າທີ່ ກ່າວ່່າ:
"ຂະເຈົ້າກໍາລັງ ຊິເອົາໄມ້ ມາໃຊ້ ຕອນແລງ ຊິເອົາຣາຍການ ເອົາ ມາໃຊ້ ໄລ່ມູນຄ່າ ຄວາມເສັຽຫາຍ ປະມານ 100 ປາຍ ລ້ານນີ້ແຫຼະ, ຄວາມກວ້າງ ກະ 4 ແມັດ ກັບ 50 ເຊັນ ຍາວ 140 ແມັດ ຍັງຊິລົມກັນ ອີກມື້ແລງນີ້".
ເຈົ້າໜ້າທີ່ ກ່າວອີກວ່າ ສໍາລັບ ປະຊາຊົນ ທີ່ ຢາກໃຫ້ ທາງການ ມ້າງ ຂົວໄມ້ອອກ ເພື່ອສ້າງ ຂົວ ເບຕົງ ທົດແທນນັ້ນ ຄິດວ່າ ເປັນໄປ ບໍ່ໄດ້ ເພາະວ່າ ຂົວໄມ້ ແຫ່ງນີ້ ຍັງສາມາດ ໃຊ້ງານໄດ້ ອີກຫຼາຍປີ ບໍ່ຈໍາເປັນ ຕ້ອງສ້າງ.