ນັກຮຽນຈົບ ມ. 7 ປີນີ້ ຫາທຶນ ຮຽນຕໍ່ລໍາບາກ

ໄຊຍາ
2021.08.25
ນັກຮຽນຈົບ ມ. 7 ປີນີ້ ຫາທຶນ ຮຽນຕໍ່ລໍາບາກ ນັກຮຽນທີ່ຈົບ ມັທຍົມປາຍ (ມ7) ຫຼາຍຄົນຕ້ອງ ຫັນໄປຫາພາກວິຊາຊີບ ຍ້ອນສາມາດຈ່າຍຄ່າເທີມ ຂອງ ມະຫາວິທຍາໄລໄດ້.
ພາບຈາກ: ວິດິໂອ ວິທຍາໄລ ວຽງຈັນ ພັທນາອາຊີບ

ໃນປີນີ້ ນັກຮຽນທີ່ຮຽນຈົບມັທຍົມຕອນປາຍ ຫຼື ມ7 ຈຳນວນຫຼາຍ ຍັງຂາດທຶນຮຽນຕໍ່ ໃນຣະດັບວິທຍາລັຍ ແລະ ວິຊາຊີບ ອັນເນື່ອງ ມາຈາກ ການຣະບາດຂອງເຊື້ອໂຄວິດ-19 ສົ່ງຜົລກະທົບ ໃຫ້ພໍ່-ແມ່ນັກຮຽນ ປະສົບກັບຄວາມຫຍຸ້ງຍາກ ດ້ານການເງິນ ໃນການສົ່ງ ໃຫ້ລູກຮຽນຕໍ່. ດັ່ງນັກຮຽນ ຊັ້ນ ມ7 ເມືອງຫິນເຫີບ ແຂວງວຽງຈັນ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 24 ສິງຫາ ວ່າ ໂຕເອງ ບໍ່ສາມາດສືບຕໍ່ຮຽນ ໃນຣະດັບວິຊາຊີບ ແລະມຫາວິທຍາລັຍໄດ້ ເນື່ອງຈາກຄອບຄົວ ບໍ່ມີທຶນສົ່ງໃຫ້ຮຽນ ແລະ ໂຕເອງ ບໍ່ຢາກໃຫ້ ພໍ່-ແມ່ ເປັນໜີ້ສິນ ຍ້ອນສົ່ງລູກຮຽນ ຈຶ່ງຕັດສິນໃຈໄປສມັກວຽກເປັນກັມມະກອນ ຢູ່ໂຮງງານອຸດສາຫະກັມຕັດຂອງຈີນ ເຊິ່ງໄລຍະນີ້ ກໍຮັບຈ້າງເຮັດວຽກແຖວບ້ານ ເພື່ອແບ່ງເບົາພາລະພໍ່-ແມ່ ຣະຫວ່າງລໍຖ້າໂຮງງານ ເອີ້ນສັມພາດເຂົ້າເຮັດວຽກ:

“ມີຫຼາຍສາເຫດ ທີ່ຮຽນຕໍ່ບໍ່ໄດ້ຫັ້ນນ່າ ພໍ່-ແມ່ ກໍຊອກເງິນບໍ່ຄ່ອຍໄດ້ເຮັດນານີ້ແຫຼະກໍມີນ້ອຍ ປີນຶ່ງກໍໄດ້ 20 ປາຍເປົ໋າບໍ່ກຸ້ມກິນ ແລ້ວ ເຮົາກໍຊອກເອງໄປເລາະເຮັດວຽກ ແບບຕາມເຂົາຈ້າງ ເຮັດຫຍັງກໍໄປເຮັດແນວນັ້ນແນວນີ້ ເຮັດໄດ້ໝົດເວລາພັກວຽກ ແນວນັ້ນແນວນີ້ ກໍໄປຊ່ອຍເພິ່ນເຮັດນາ.”

ຂນະທີ່ ນັກຮຽນຈົບຊັ້ນ ມ7 ຈາກແຂວງຫຼວງນໍ້າທາ ເວົ້າວ່າ ໂຕເອງບໍ່ຮຽນຕໍ່ ໃນຣະດັບວິຊາຊີບ ທີ່ຕ້ອງໄດ້ໃຊ້ເວລາເຖິງ 3 ປີ ແລະ ຕ້ອງໃຊ້ເງິນຈຳນວນຫຼາຍໃນການຮຽນ ແລະ ຈ່າຍຄ່າກິນຄ່າຢູ່ ຍ້ອນພໍ່-ແມ່ ບໍ່ມີເງິນ ເພິ່ນມີແຕ່ອາຊີບເຮັດນາ ແລະ ປູກຢາງພາຣາ ພໍກຸ້ມຢູ່ກຸ້ມກິນເທົ່ານັ້ນ. ໂຕລາວເອງຈຶ່ງຕັດສິນໃຈ ຈະຮຽນຕັດຫຍິບຫຼັກສູດໄລຍະສັ້ນ 2-3 ເດືອນ ແລ້ວມາເປີດຮ້ານຕັດຫຍິບຂອງ ໂຕເອງ ເພື່ອມີຣາຍໄດ້ລ້ຽງພໍ່-ແມ່:

“ເບິ່ງພໍ່ແມ່ແດ່ ເພາະລາວກໍແບບວ່າ ແກ່ແລ້ວຫັ້ນນ່າ ເຮັດວຽກສົ່ງເຮົາໄປ ຮຽນມັນກໍຕ້ອງໃຊ້ຈ່າຍຫຼາຍອີກນ່າ ເຮົາກໍບໍ່ຢາກໄປ ແບບ ເຮົາໄປແບບເຮົາໄປຮຽນ ຣະດັບວິຊາຊີບ ຊັ້ນສູງ ສາມປີຫັ້ນນ່າ ເຮົາກໍໝົດເງິນ ຫຼາຍກວ່າ ຄັນເຮົາໄປຮຽນຕັດຫຍິບ 3 ເດືອນ ຫຼື 2 ເດືອນ ເຮົາກໍໄດ້ມາເຮົາກໍເປີດຮ້ານ ເຮົາຍັງໄດ້ກຳໄລຫຼາຍກວ່າບໍ່ຢາກໃຫ້ອີ່ແມ່ ຕ້ອງມາລຳບາກນຳເຮົາຫຼາຍດອກ ເຮົາກໍໃຫຍ່ແລ້ວ ເຮົາຖ້າລ້ຽງເຂົາ.”

ນັກຮຽນຈົບຊັ້ນ ມ7 ຈາກແຂວງວຽງຈັນ ອີກຜູ້ນຶ່ງກໍເວົ້າວ່າ ໂຕເອງເປັນອີກຄົນ ທີ່ຈະບໍ່ຮຽນຕໍ່ ໃນຣະດັບວິຊາຊີບ ຫຼື ວິທຍາລັຍ ເນື່ອງຈາກພໍ່-ແມ່ ບໍ່ມີຊັບສິນທີ່ມີຄ່າຈະຂາຍ ເພື່ອສົ່ງລູກຮຽນແລ້ວ ມີພຽງແຕ່ເນື້ອທີ່ນາ ທີ່ເປັນບ່ອນສ້າງລາຍຮັບໃຫ້ຄອບຄົວ ກໍບໍ່ ກຸ້ມຢູ່ກຸ່ມກິນແລ້ວເຊິ່ງໃນໄລຍະນີ້ ກໍຈະຊ່ອຍພໍ່-ແມ່ເຮັດນາໄປກ່ອນ:

“ກໍຢາກຮຽນຕໍ່ຢູ່ ແຕ່ຍັງບໍ່ມີເງິນໄປຮຽນ ພໍເຈົ້າຍັງບໍ່ມີຊັບສິນຫຍັງຂາຍສົ່ງໄປຮຽນນ່າ ກໍເຮັດໄຮ່ເຮັດນາລ້ຽງອາຊີບໂຕເອງນີ້ແຫຼະ ຢູ່ບ້ານນີ້ເຮັດແນວໃດໃຫ້ມັນກຸ່ມກິິນກໍເຮັດຢູ່ແຫຼະ.”

ທາງດ້ານອາຈານ ວິທຍາລັຍເຕັກນິກວິຊາຊີບ ແຂວງຫຼວງພຣະບາງ ກ່າວວ່າ ພາກສ່ວນທີ່ກ່ຽວຂ້ອງ ກໍເຂົ້າໃຈກ່ຽວກັບບັນຫາ ຂອງ ພໍ່-ແມ່ຜູ້ປົກຄອງ ບໍ່ມີເງິນສົ່ງລູກຮຽນ ໃນຣະດັບວິຊາຊີບ ເນື່ອງຈາກການແຜ່ຣະບາດ ຂອງໂຄວິດ-19 ເຮັດໃຫ້ການຊອກຢູ່ຫາກິນ ມີຄວາມຫຍຸ້ງຍາກ ແຕ່ປີນີ້ທາງວິທຍາລັຍ ກໍບໍ່ໄດ້ມີທຶນໃຫ້ນັກສຶກສາ ທີ່ຈົບຊັ້ນ ມ7 ມີຜົລຄະແນນດີ ຖານະທຸກຮຽນລ້າໆ ຄືປີຜ່ານມາ ແລ້ວ ເນື່ອງຈາກຜູ້ໃຫ້ທຶນໄດ້ ໂຈະການໃຫ້ທຶນຮຽນແກ່ນັກສຶກສາໄປແລ້ວ:

“ຄັນຖ້າຈະມາຮຽນແລ້ວ ໂດຍທີ່ມາຜູ້ກ່ຽວຫັ້ນ ຈະບໍ່ໄດ້ເສັຽຄ່າຫຍັງ ທາງວິທຍາລັຍ ຈະເປັນຜູ້ຮັບຜິດຊອບໝົດ ອັນນີ້ ອາຈບໍ່ມີ, ແຕ່ ກ່ອນຫັ້ນ ຊ່ວງນັ້ນຫັ້ນມັນມີໂຄງການຮຽນຟຣີ ມີຫຍັງເຂົ້າມາຈັ່ງຊີ້ໂຕນັ້ນ ມີແຕ່ວ່າດຽວນີ້ຫັ້ນ ບໍ່ມີແລ້ວ ຄືວ່າສະຖານະການແບບນີ້ ໂຄວິດ-19 ແດ່ ຈັ່ງຊີ້ນ່າ ປີກາຍປີກ່ອນຫາກໍໂຈະ ທຶນຮຽນຟຣີໄປ.”

ເຖິງຢ່າງໃດກໍຕາມ ຖ້ານັກຮຽນທີ່ຈົບຊັ້ນ ມ7 ປີນີ້ຕ້ອງການຈະເຂົ້າຮຽນ ຣະດັບວິຊາຊີບ ຫຼື ວິທຍາລັຍແທ້ນັ້ນ ນັກຮຽນທີ່ດຸໝັ່ນ ອ່ານ ໜັງສືເພື່ອສອບເສັງ ໃຫ້ໄດ້ເຂົ້າຮຽນຕາມຈຳນວນ ທີ່ວິທຍາລັຍນັ້ນເປີດຮັບ ຍ້ອນຈະເຮັດໃຫ້ນັກຮຽນ ເສັຽຄ່າຮຽນຫຼຸດລົງເຫຼືອ ປະມານ 5-6 ແສນ ກີບຕໍ່ປີຈາກຈຳນວນເຕັມ 1 ລ້ານປາຍກີບຕໍ່ປີ.

ອີກທັງນັກຮຽນສາມາດ ຂໍດຳເນີນເອກະສານ ຫຼຸດຜ່ອນຄ່າຮຽນຈາກວິທຍາລັຍ ໄດ້ເນື່ອງຈາກໄດ້ຮັບຜົລກະທົບ ຈາກໂຄວິດ-19 ເພື່ອ ໃຫ້ນັກຮຽນເຂົ້າເຖິງການສຶກສາ ບໍ່ຖືກປະຖິ້ມ ຣະຫວ່າງ ປະສົບກັບຄວາມຫຍຸ້ງຍາກ ອັນເນື່ອງມາຈາກ ພໍ່-ແມ່ຜູ້ປົກຄອງ ບໍ່ມີເງິນ ສົ່ງລູກຮຽນ. ອີງຕາມຄຳເວົ້າຂອງອາຈານ ຈາກວິທຍາລັຍເຕັກນິກ ວິຊາຊີບ ແຂວງຫຼວງພຣະບາງ ຜູ້ດຽວກັນນີ້ ກ່າວມ້ວນທ້າຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.