ນັກຮຽນຈົບວິຊາຊີບ ພູມໃຈ ໃນສີມື
2020.09.02

ນັກຮຽນທີ່ຮຽນຈົບຊັ້ນມັທຍົມປາຍ ທີ່ມີຖານະຄອບຄົວ ທຸກຍາກ ໃນລາວມີແນວຄິດ ເລືອກຮຽນສາຍວິຊາຊີບ ເປັນສ່ວນຫຼາຍ ເພື່ອຈະໄດ້ ຊອກຫາວຽກເຮັດງ່າຍ. ນອກຈາກນີ້ສາຍ ວິຊາຊີບ ຫຼາຍສາຂາກໍ່ມີທຶນ ໃຫ້ຮຽນໂດຍບໍ່ເສັຍຄ່າໃຊ້ຈ່າຍ. ສ່ວນການຮຽນ ມະຫາວິທຍາໄລ ຕ້ອງໃຊ້ເງິນຫຼາຍ ພໍ່-ແມ່ ກໍບໍ່ມືທຶນສົ່ງໃຫ້ຮຽນ.
ດັ່ງນັກຮຽນຈົບມັທຍົມປາຍເມືອງໝື່ນ ແຂວງວຽງຈັນໄດ້ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 02 ກັນຍາ 20 ວ່າ. ຮຽນສາຂາປຸງແຕ່ງອາຫານ ຢູ່ ວິທຍາລັຍພັທນາ ອາຊີບ ນະຄອນຫຼວງວຽງຈັນ ຫຼັກສູດ 03 ເດືອນ ໂດຍບໍ່ເສັຍຄ່າໃຊ້ຈ່າຍ.
"ຖ້າເຮົາໄປຮຽນຕໍ່ແບບ ມຊ ຈັ່ງຊີ້ນ່າກໍຍ້ອນບໍ່ມີເງິນຮຽນຫັ້ນແຫຼະເຮົາ ຈົບມາກໍຊອກວຽກຍາກຊິນ່າ ພວກຮຽນສູງນີ້ຕອນນີ້ກຳລັງຢູ່ໂຮງຮຽນ ເຂົາເຈົ້າໃຫ້ທຶນຮຽນ ຟຣີໂຕນີ້ນ່າ."
ນັກຮຽນໄດ້ກ່າວຕື່ມວ່າ ເຣີ້ມຮຽນສາຍວິຊາຊີບ ສາຂາປຸງແຕ່ງອາຫານຕັ້ງແຕ່ວັນທີ 25 ສິງຫາ ເປັນຕົ້ນມາຖ້າຈົບແລ້ວ ຈະໄປສະມັກເຮັດ ວຽກຢູ່ຕາມໂຮງແຮມ ຫຼື ເປີດຮ້ານອາຫານ ຂອງຕົນເອງ.
ສ່ວນນັກຮຽນຈົບຊັ້ນມັທຍົມປາຍ ເມືອງຮຸນ ແຂວງອຸດົມໄຊກ່າວວ່າ ຍັງບໍ່ທັນໄດ້ເຮັດຫຍັງ ໄປສະມັກວຽກຍັງບໍ່ທັນໄດ້ ເພາະຢູ່ໃນໄລຍະ ພຍາດໂຄວິດ-19 ຣະບາດ.
"ບໍ່ໄດ້ຮຽນຢູ່ລ້າໆ ກໍຊ່ອຍເຮັດນັ້ນເຮັດນີ້ຢູ່ບ້ານ ກໍໄປຊອກວຽກເຮັດ ແຕ່ຍັງບໍ່ທັນໄດ້ ມັນເປັນຊ່ວງໂຄວິດ-19 ແລະ ເຂົາເຈົ້າກໍເລີຍບໍ່ໄດ້ຈ້າງ ຖ້າຊອກວຽກເຮັດວຽກ."
ສ່ວນນັກຮຽນຈົບ ມັທຍົມປາຍ ເມືອງວາປີ ແຂວງສາລະວັນ ກໍ່ເປັນນັກຮຽນອີກຄົນນຶ່ງທີ່ຂາດທືນການສຶກສາທີ່ຈະ ຮຽນຕໍ່ໄດ້ກ່າວສັ້ນໆວ່າ ເຮັດນາ ລ້ຽງງົວ-ລ້ຽງຄວາຍ ຊ່ອຍພໍ່-ແມ່.
"ນ້ອງຍັງບໍ່ທັນໄດ້ໄປສມັກຍ້ອນບໍ່ມີເງິນ ບໍ່ມີທືນ ກໍເຮັດວຽກຊ່ອຍອີ່ພໍ່ ອີ່ແມ່ ທຳນາແລ້ວກໍລ້ຽງງົວລ້ຽງຄວາຍ."
ໃນສົກຮຽນປີ 2020-2021 ໃນຂແນງວິຊາຊີບອາຈານໂຮງຮຽນເຕັກນິກວິຊາຊີບແບບ ປະສົມແຂວງຫຼວງນໍ້າທາໄດ້ກ່າວວ່າກະແສຕອບຮັບ ດີຫຼາຍໂດຍສະເພາະຫຼັກສູດຊັ້ນກາງ 03 ສາຂາ ເຊັ່ນ ສາຂາບໍຣິຫານໂຮງແຮມ, ເຕັກນິກໄຟຟ້າ ແລະ ສ້ອມແປງກົນຈັກ ໂດຍນັກຮຽນມາ ສມັກເກີນແຜນການທີ່ຄາດເອົາໄວ້.
"ໂອຫຼາຍໂອ້ ເອີເຂົາສົນໃຈສ່ວນຫຼາຍໄຟຟ້າ, ກົນຈັກພວກຣົດຍົນ ແລະກ່ຽວກັບການປຸງແຕ່ງອາຫານເອີ ເຂົາມາເກີນ ແຜນຕ້ອງເສັງຄັດ ເລືອກເອົາ."
ອາຈານໂຮງຮຽນ ເຕັກນິກ ແຂວງຫຼວງນໍ້າທາ ກ່າວຕື່ມວ່າ ນັກຮຽນທີ່ສອບເສັງ ຜ່ານການຄັດເລືອກ ເຂົ້າມາຮຽນຈະມີເງິນ ເບັ້ຍລ້ຽງ ຄົນລະ 02 ແສນກີບ ຕໍ່ເດືອນຕລອດຫຼັກສູດ ພ້ອມໄດ້ ໃບປະກາດຈົບຊັ້ນກາງຈາກ ກະຊວງສຶກສາທິການ ແລະ ສາມາດຮຽນເຊື່ອມຕໍ່ປິຣີນຍາຕຼີໄດ້.
ທາງໂຮງຮຽນວິຊາຊີບນະຄອນຫຼວງວຽງຈັນ ໃນສົກຮຽນນີ້ອາຈານສອນປະຈຳ ໂຮງຮຽນ ກ່າວວ່າ ປັຈຈຸບັນເປີດ ຮັບສມັກ ສາຂາການບັນຊີ, ການໂຮງແຮມ-ທ່ອງທ່ຽວ, ພາສາອັງກິດ ທຸຣະກິຈ ແລະວິສະວະກັມໄຟຟ້າ ການສມັກເຂົ້າຮຽນ ທາງໂຮງຮຽນຕຽມພ້ອມ ຕ້ອນຮັບນັກຮຽນ.
"ແມ່ນລະເຮົາຫາກໍເຣີ້ມສມັກແລ້ວເດ້ ກໍຍັງມີມາສມັກເຣື້ອຍໆມາສມັກໂລດ ບໍ່ເປັນຫຍັງສະຖານທີ່ຄຣູ ເຮົາກຽມພ້ອມຮຽບຮ້ອຍ ພ້ອມຕ້ອນ ຮັບເລີຍ."
ທາງໂຮງຮຽນເຕັກນິກ ວິຊາຊີບແບບປະສົມ ແຂວງອຸດົມໄຊ ຄາດຄະເນວ່າປີນີ້ ຈະມີນັກຮຽນມາສມັກຮຽນປະມານ 500 ຄົນ ຕາມແຜນ ຄາດການເອົາໄວ້ໂດຍໂຮງຮຽນມີ 08 ສາຂາ ວິຊາຊີບຮອງຮັບ.
"ເພາະວ່າຫຼຸດແຜນ ຄືປີກາຍນີ້ໄດ້ແຕ່ 70% ຕາມແຜນປີນີ້ຄາດຄະເນຈະໄດ້ 80%-90%ຫຼືວ່າ 100% ແຜນການຫັ້ນປະມານ 500 ປາຍ ປີນີ້ທີ່ ວ່ານັກຮຽນຊິຮັບ. ປີນີ້ຫຼາຍຢູ່ເພາະວ່າເຮົາ ໄດ້ ເຣີ້ມເປີດຮັບສມັກ ຕັ້ງແຕ່ວັນທີ 01 ເດືອນ 08 ມາເຖີງປັຈຈຸບັນ ຖືວ່າຕາມແຜນ ນັ້ນໄດ້ມາປະມານ 30-40-50ເປີເຊັນແລ້ວ."
ປິຜ່ານມາ ຍານາງ ແສງເດືອນ ຫຼ້າຈັນທະບູນ ຣັຖມົນຕຼີ ກະຊວງສຶກສາທິການ ແລະ ກິລາ ຣາຍງານຕໍ່ກອງປະຊຸມ ສະພາແຫ່ງຊາດວ່າ ຜ່ານມາການສ້າງນັກວິຊາການ ຍັງບໍ່ສອດຄ່ອງ ກັບໂຄງປະກອບເສຖກິຈ-ສັງຄົມ, ການກໍສ້າງຄ່ານິຍົມ ເຮັດໃຫ້ຂາດດຸນທາງດ້ານແຮງ ງານຣະຫວ່າງການສນອງ ແລະຄວາມຕ້ອງການ. ເປັນຕົ້ນແມ່ນວິຊາ ສະເພາະໃນສາຂາກະ ສິກັມ, ຄຣູ ແລະ ພະຍາບານ ເພື່ອສນອງ ໃຫ້ສັງຄົມ.