ມາເຖິງປັດຈຸບັນ ກົມປູກຝັງ ແລະລ້ຽງສັດ ກະຊວງກະສິກັມ ແລະປ່າໄມ້ຂອງລາວ ກໍຍັງບໍ່ສາມາດຄວບຄຸມລາຄາຫົວອາຫານສັດໄດ້ ເຮັດໃຫ້ເຈົ້າຂອງຟາມລ້ຽງສັດຂນາດນ້ອຍ ແລະຂນາດກາງຈໍານວນນຶ່ງ ຕ້ອງໄດ້ໂຈະການລ້ຽງໄປຊົ່ວຄາວ ຍ້ອນບໍ່ສາມາດແບກຮັບຕົ້ນທຶນການລ້ຽງສັດ ທີ່ສູງຂຶ້ນນັ້ນໄດ້ ແລະສຸຂພາບສັດກໍບໍ່ດີ. ເຈົ້າຂອງຟາມລ້ຽງໝູຂນາດນ້ອຍ ຢູ່ແຂວງຈໍາປາສັກຜູ້ນຶ່ງເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 9 ສິງຫານີ້ວ່າ:
" ເວົ້າວ່າເລີກນີ້ 50 ນຶ່ງເລີກ ກັບ 2 ພະຍາດໝູ ກໍຕາຍຢູ່ຫັ້ນຕາຍຢູ່ນີ້ ຜູ້ເລັກຜູ້ນ້ອຍຜູ້ຫລາຍກໍ...ຈະເລີກດອກກໍມີ ກໍໂຕຢ່າງວ່າເປັນໂຕນຶ່ງ 2 ໂຕນີ້ ຄົນເຂົາຢ້ານເຂົາກໍຂາຍໝົດໃດ໋ ແມ່ນບໍ່ ເຂົາກໍຢາກໄດ້ເງິນຄືກັນ ເຂົາບໍ່ຢາກໃຫ້ມັນຕາຍແລ໋ວ ເຂົາກໍເລີກໂລດແລ໋ວ ເອົາເຂົ້າການຕລາດເດ໋ ເຂົາກໍສິໄດ້ເງິນ ມັນຕາຍມັນສິບໍ່ໄດ້ເງິນເດ໋. "
ທ່ານເວົ້າຕື່ມວ່າ ໃນໄລຍະ 2-3 ປີກ່ອນໜ້ານີ້ ຫົວອາຫານສັດ ມີລາຄາສເລັ່ຍປະມານ 180,000 ກີບຕໍ່ເປົ໋າ, ແຕ່ເມື່ອເຊື້ອໂຄວິດ-19 ແຜ່ຣະບາດ ຫົວອາຫານສັດເຣີ່ມຂາດຕລາດ ແລະຄ່າຂົນສົ່ງສູງຂຶ້ນ ລາຄາຫົວອາຫານສັດກໍແພງຂຶ້ນ. ຫົວອາຫານສັດ ທີ່ນໍາເຂົ້າມາຈາກປະເທດໄທຍ ມີລາຄາສູງເຖິງ 380,000-450,000 ກີບຕໍ່ເປົ໋າ.
ເມື່ອລາຄາຫົວອາຫານສັດ ຈາກໄທຍແພງຂຶ້ນ ກໍເຮັດໃຫ້ຕົ້ນທຶນໃນການລ້ຽງສັດສູງຂຶ້ນ ດັ່ງນັ້ນເຈົ້າຂອງຟາມລ້້ຽງສັດ ຈຶ່ງພະຍາຍາມຊອກຫາວິທີເຮັດໃຫ້ຕົ້ນທຶນ ການລ້ຽງນັ້ນຫລຸດຜ່ອນລົງ ໂດຍຫັນມາໃຊ້ຫົວອາຫານສັດ ຂອງບໍຣິສັດຈີນ ທີ່ ຜລິຕຢູ່ພາຍໃນລາວແທນ ແລະສ່ວນນຶ່ງກໍນໍາເຂົ້າມາຈາກປະເທດວຽດນາມ ທີ່ມີລາຄາປະມານເປົ໋າລະ 250,000 ກີບ ຄືຖືກກວ່າຂອງໄທຍ.
ດັ່ງພໍ່ຄ້າຂາຍຫົວ ອາຫານສັດລາຍໃຫຍ່ ຢູ່ນະຄອນຫລວງວຽງຈັນຜູ້ນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ:
" ຂອງໄທຄືວ່າແຫລະ ເລດເງິນມັນສູງຫລາຍ ດຽວນີ້ເຮົາຂາຍຂອງລາວ ຂອງລາວຫົວອາຫານທີ່ຜລິດໂດຍບໍຣິສັດຈີນໃນລາວ ອັດຕຣາຢູ່ທີ່ ໂຕທົ່ວໄປເນາະ ອາຫານໝູຢູ່ທີ່ປະມານ 250,000 ກີບ ແມ່ລະ ບາງວັນກໍຖືກບາງວັນກໍແພງຂຶ້ນ ບາງວັນກໍມື້ນຶ່ງກໍ 2-3 ເທື່ອຂຶ້ນ-ລົງ ເຮົາບໍ່ສາມາດກໍານົດໄດ້ເລີຍ ຕາມທີ່ຂາຍກັນຢູ່ ຂອງໄທຍມັນກໍມີຫລາຍຍີ່ຫໍ້ ຫລາຍແບບທີ່ເຂົ້າມາ ເຣີ່ມຕົ້ນທີ່ປະມານ 600 ຫາ 670 ບາດນ່າ. "
ກ່ຽວກັບເຣື່ອງລາຄາຫົວອາຫານສັດແພງນີ້ ເຈົ້າໜ້າທີ່ສູນວິຈັຍກ່ຽວກັບອາຫານສັດ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 9 ສິງຫານີ້ວ່າ ທາງກົມປູກຝັງ ແລະລ້ຽງສັດ ກະຊວງກະສິກໍາ ແລະປ່າໄມ້ ແລະພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ສາມາດແກ້ໄຂບັນຫານີ້ໄດ້ ເນື່ອງຈາກເປັນສິນຄ້າ ທີ່ຕ້ອງໄດ້ນໍາເຂົ້າມາຈາກປະເທດໄທຍ ແລະອັດຕຣາແລກປ່ຽນ ເງິນກີບກໍອ່ອນຄ່າແຮງ ຈາກ 260 ກີບຕໍ່ 1 ບາດໃນທ້າຍປີ 2019 ຂຶ້ນມາເປັນ 470 ກີບຕໍ່ 1 ບາດໃນປີ 2022 ນີ້.
" ຍັງບໍ່ແມ່ນຄວບຄຸມ ກໍຍັງປະຕິບັດຕາມລະຄາທົ່ວໄປຢູ່ເພາະວ່າຂຶ້ນຢູ່ກັບ ຈັງຫວະການແລຫປ່ຽນເງິນ ໄລຍະຫລັງມານີ້ກໍຂຶ້ນຫລາຍສົມຄວນ ແຕ່ກໍຈໍາເປັນເນາະ ເວລາຂະເຈົ້າຊື້ຢູ່ຕົ້ນທຶນທີ່ປະເທດໄທຍເພິ່ນມາແພງ ຂະເຈົ້າກໍຕ້ອງໄດ້ຂາຍແພງ ເພາະວ່າຢູ່ລາວຫັ້ນນ່າ ມັນຈັ່ງວ່າ ມັນນໍາເຂົ້າເດ໋ ເພິ່ນຍັງເວົ້າເຣື່ອງອັດຕຣາແລກປ່ຽນຢູ່ວ່າຊັ້ນສາ ມັນຈະຂຶ້ນໆລົງໆ ການເໜັງຕີງອັນເສຖກິດເຮົາຫັ້ນແຫລະ. "
ທີ່ຜ່ານມາ ພາກສ່ວນທາງການກ່ຽວຂ້ອງ ກໍໄດ້ອອກມາຕການຄວບຄຸມ ລາຍການສິນຄ້າ ແລະການບໍຣິການຫລາຍປະເພດ ຊຶ່ງກວມເອົາທັງລູກໄກ່, ໝູ, ລູກປາ, ຫົວອາຫານໄກ່, ຫົວອາຫານເປັດ, ຫົວອາຫານໝູ, ຫົວອາຫານປາ, ແນວພັນພືດ, ຝຸ່ນວິທຍາສາຕ ແລະຢາປາບສັດຕູພືດ. ແຕ່ກໍຍັງບໍ່ສາມາດຈັດຕັ້ງປະຕິບັດ ມາຕການທີ່ວ່ານັ້ນໄດ້ເທົ່າທີ່ຄວນ ຍ້ອນສ່ວນຫລາຍ ແມ່ນເປັນສິນຄ້າທີ່ຕ້ອງໄດ້ນໍາເຂົ້າ ມາຈາກປະເທດໄທຍ ແລະສິນຄ້າທີ່ຜລິຕໄດ້ຢູ່ພາຍໃນປະເທດ ກໍແມ່ນເປັນຂອງນັກລົງທຶນຈີນ. ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ຢູ່ແຂວງພາກເໜືອຂອງລາວ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວກ່ຽວກັບເຣື່ອງດັ່ງກ່າວໃນມື້ດຽວກັນນີ້ວ່າ:
" ອື ຍັງບໍ່ທັນໄດ້ເທື່ອເນາະ ເພາະວ່າຕາມອັນຜູ້ປະກອບການ ຫລືວ່າພໍ່ຄ້າ ເຂົາກໍວ່າໄດ້ຊື້ມາ ອັນໄລ່ລຽງເປັນເງິນບາທຫັ້ນນ່າ ມາພີ້ກໍໄລ່ລ-ງເປັນເງິນກີບ ໂຕນີ້ມັນກໍເວົ້າກັນຍາກຢູ່ເນາະ ເພາະວ່າມັນຈະເປັນຂອງນະໂຍບາຍນີ້ເນາະ ມັນມີຫລາຍພາກສ່ວນ ແລ້ວຕ້ອງໄດ້ເວົ້າກັນຫັ້ນນ່າ. "
ໃນຂະນະດຽວກັນ ແມ່ຄ້າແນວພັນພືດ ຢູ່ນະຄອນຫລວງວຽງຈັນນາງນຶ່ງ ກໍເວົ້າວ່າ ມີຊາວກະສິກອນຈໍານວນນຶ່ງ ພະຍາຍາມຜລິດຫົວອາຫານສັດດ້ວຍຕົນເອງ ເພື່ອຫລຸດຜ່ອນຕົ້ນທຶນການລ້ຽງລົງ ແທນການຊື້ຫົວອາຫານ ທີ່ນໍາເຂົ້າມາຈາກຕ່າງປະເທດ ຊຶ່ງມີລາຄາແພງ ແລະຄ່າຂົນສົ່ງກໍສູງ.
" ມີ ມີໃຊ້ເອງ ໃຊ້ເອງນໍາ ບາງຮ້ານກໍນໍາເຂົ້າ ຄັນຖ້າແບບເປັນຮ້ານໃຫຍ່ໆ ຂະເຈົ້າກໍນໍາເຂົ້າ ຄັນແບບຂອງໄທບ້ານເອງ ຂະເຈົ້າກະບໍ່ເຮັດເອງເອົາຫັ້ນນ່າ ເພາະວ່າຢູ່ເຂດນອກກໍຕ້ອງໄດ້ເຮັດເອງ ໄປຊື້ ເຂົ້າໄປໃນເມືອງຫັ້ນມັນດົນ ວົງນີ້ອັນເຮົາເຮົາຍັງບໍ່ໄດ້ນໍາເຂົ້າເທື່ອ ເຈົ້າ ແບບວ່າຄ່າຂົນສົ່ງມັນແພງຫັ້ນນ່າ. "
ອີງຕາມບົດຣາຍງານ ກ່ຽວກັບສະພາບອັດຕຣາເງິນເຟີ້ ຂອງສູນສະຖິຕິແຫ່ງຊາຕ ກະຊວງແຜນການ ແລະການລົງທຶນ, ໃນເດືອນກໍຣະກະດາ ອັດຕຣາເງິນກີບເຟີ້ສູງຂຶ້ນ 25.6%. ຍ້ອນເປັນໄລຍະຣະດູຝົນ, ຜົລຜລິດກະສິກໍາ ແລະພືດຜັກ ມີບໍ່ພຽງພໍ ຊຶ່ງເປັນປັດຈັຍນຶ່ງ ທີ່ເຮັດໃຫ້ລາຄາສະບຽງອາຫານແພງຂຶ້ນ ລາຄານໍ້າມັນເຊື້ອເພີງກໍແພງ ແລະເງິນກີບກໍເຟີ້ແຮງ ເຮັດໃຫ້ມີຜົລກະທົບໂດຍກົງ ໃສ່ລາຄາສິນຄ້າທີ່ນໍາເຂົ້າມາຈາກຕ່າງປະເທດ ຊຶ່ງພາກສ່ວນກ່ຽວຂ້ອງ ກໍຍັງບໍ່ທັນມີມາດຕະການທີ່ຈະແຈ້ງເທື່ອວ່າ ຈະແກ້ໄຂບັນຫານີ້ໄດ້ແນວໃດ.