ຣັຖບານລາວ ຫ້າມບໍ່ໃຫ້ກັກຕຸນ ນໍ້າມັນເຊື້ອເພີງ

ທາງການລາວ ແຈ້ງເຕືອນປໍ້ານໍ້າມັນ ບໍ່ໃຫ້ກັກຕຸນນໍ້າມັນເຊື້ອເພີງ ເດັດຂາດ, ຫາກສວຍໂອກາດ ກັກຕຸນເພື່ອຂຶ້ນລາຄາ ຈະຖືກລົງໂທດ ຕາມກົດໝາຍ ຄືຈະຖືກຈໍາຄຸຸກແຕ່ 1 ປີຫາ 4 ປີ ແລະຈະຖືກປັບໃໝ ແຕ່ 10 ລ້ານ-50 ລ້ານກີບ.

ການຈຳໜ່າຍນ້ຳມັນເຊື້ອເພີງ ທີ່ປ້ຳນ້ຳມັນ ຣັຖວິສາຫະກິຈນ້ຳມັນເຊື້ອໄຟລາວ ຫຼືຮູ້ຈັກກັນດີ ປ້ຳນ້ຳມັນໂພນສະອາດ ໃນນະຄອນຫຼວງວຽງຈັນ. ຖ່າຍຮູບເມື່ອ: ເດືອນພຶສຈິກາ 2021. ໂດຍ: TS RFA

ກົມການຄ້າພາຍໃນ ກະຊວງອຸດສາຫະກັມ ແລະການຄ້າ ແຈ້ງເຕືອນ ຫ້າມບໍ່ໃຫ້ນັກທຸຣະກິຈ ສວຍໂອກາດ ກັກຕຸນນໍ້າມັນເຊື້ອເພີງ ເດັດຂາດ, ຫາກກວດພົບເຫັນວ່າ ສວຍໂອກາດຂຶ້ນລາຄາສິນຄ້າ ຈະຖືກລົງ ໂທດຕາມປະມວນກົດໝາຍອາຍາ ມາດຕຣາ 278 ຄືຈະຖືກຈໍາຄຸຸກແຕ່ 1 ປີຫາ 4 ປີ ແລະຈະຖືກປັບໃໝແຕ່ 10 ລ້ານກີບຫາ 50​ ລ້ານກີບ. ພ້ອມກັນນັ້ນກໍຫ້າມບໍ່ໃຫ້ ປິດປໍ້າຂາຍນໍ້າມັນ ກ່ອນເວລານໍາດ້ວຍ.

ຜແນກອຸດສາຫະກັມ ແລະການຄ້າ ແຂວງຈໍາປາສັກ ໄດ້ກວດພົບປໍ້ານໍ້າມັນ ເຊື້ອເພີງ ທີ່ປິດບໍ່ຂາຍນໍ້າມັນກ່ອນເວລາ 10 ປໍ້າ ຊຶ່ງໃນນັ້ນມີບາງປ້ໍາ ສວຍໂອກາດກັກຕຸນນໍ້າມັນ ເພື່ອລໍຖ້າ ຂາຍຍາມລາຄານໍ້າມັນຂຶ້ນ ຍ້ອນວ່າເວລານີ້ ລາຄານໍ້າມັນມີແນວໂນມ ເພິ່ມສູງຂຶ້ນ.

ແຈ້ງການດັ່ງກ່າວ ມີເປົ້າໝາຍແກ້ໄຂ ການຂາດແຄນນໍ້າມັນ ຢູ່ປະເທດລາວໃນປັດຈຸບັນ. ເວົ້າສະເພາະຢູ່ນະຄອນປາກເຊ ປໍ້ານໍາມັນບາງແຫ່ງ ບໍ່ມີນໍ້າມັນຂາຍ ຍ້ອນບໍຣິສັດແມ່ ທີ່ນໍານໍ້າມັນ ມາຈາກປະເທດໄທຍ ບໍ່ສາມາດ ນໍາເຂົ້າມາລາວໄດ້ຕາມກໍານົດ ທີ່ຕ້ອງການ ດັ່ງນັ້ນຈຶ່ງເຮັດໃຫ້ມີການ ກັກຕຸນນໍ້າມັນ ແລະປິດບໍ່ຂາຍຕາມເວລາທີ່ກໍານົດ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຈໍາປາສັກ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 14 ມິນານີ້ວ່າ:

ມັນກໍແກ້ບໍ່ໄດ້ດອກ ແຕ່ວ່າບໍ່ໃຫ້ທຸຣະກິຈຫັ້ນ ກັກຕຸນ ໄປຂາຍຕາມລາຄາ ...ຕາທາງການແຈ້ງການໄປ ບໍ່ໃຫ້ປິດປໍ້າຫັ້ນແຫລະ ປິດກໍໄໝ. ແຕ່ວ່າດຽວນີ້ຫັ້ນ ມັນບໍ່ມີນໍ້າມັນຂາຍ ນໍ້າມັນໝົດ ສນອງບໍ່ທັນ ຍ້ອນບໍຣິສັດແມ່ ເພາະວ່ານໍາເຂົ້າຈາກປະເທດໄທເດ໋ ມັນຈໍານວນໜ້ອຍ ບໍ່ໄດ້ຫລາຍ ບໍ່ໄດ້ຕາມມາຕຖານ.”                                               ທ່ານກ່າວຕື່ມວ່າ ປັດຈຸບັນ ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ໄດ້ຕິດຕາມກວດ ກາການຈໍາໜ່າຍນໍ້າມັນໃນແຕ່ລະປໍ້າ ພາຍຢູ່ແຂວງຈໍາປາສັກ ແລະກໍເຫັນວ່າ ແຕ່ລະປໍ້າເປີດບໍຣິການເປັນປົກກະຕິ ພາຍຫລັງທີ່ເຈົ້າໜ້າທີ່ໄດ້ໄປເຮັດບົດບັນ ທຶກກັບທາງປໍ້ານໍ້າມັນໄວ້ຢ່າງຄັກແນ່ ຊຶ່ງໃນນັ້ນ ບາງປໍ້າບໍ່ມີນໍ້າມັນຂາຍ. ແຕ່ກໍຄາດວ່າ ຈະມີນໍ້າມັນຂາຍຢູ່ທຸກປໍ້າ ບໍ່ເກີນແລງມື້ນີ້.

ປະຊາຊົນຢູ່ນະຄອນປາກເຊທີ່ມີຣົຖ ພົບຄວາມຫຍຸ້ງຍາກ ໃນການລຽນແຖວຍາວຊື້ນໍ້າມັນ ໃນມື້ວັນທີ 9 ມິນາ ຄືນຶ່ງມື້ກ່ອນ ກະຊວງອຸດສາຫະກັມ ແລະການຄ້າອອກແຈ້ງການ ປັບຂຶ້ນລາຄານໍ້າມັນໃນມື້ວັນທີ 10 ມິນາ ຄືປັບຂຶ້ນເປັນເທື່ອທີ 6 ໃນປີນີ້ ຍ້ອນປໍ້ານໍ້າມັນປິດ ບໍ່ໃຫ້ບໍຣິການ, ມີແຕ່ປໍ້ານໍ້າມັນ ປຕທ ສາຂາຫລັກ 2 ເປີດບໍຣະການ.

ດັ່ງປະຊາຊົນ ຢູ່ນະຄອນປາກເຊ ເວົ້າໃນມື້ດຽວກັນນີ້ວ່າ:

ທີ່ວ່າມື້ມາເປັນຂ່າວນັ້ນແຫລະ ວ່າ ປິດຫລາຍໆມື້ ທີ່ນໍ້າມັນສິຂຶ້ນ ກ່ອນມື້ທີ່ນໍ້າມັນສິຂຶ້ນ ປິດຫລາຍເຕີບຢູ່ ຕາມເຫັນນີ້ ກໍແມ່ນເປີດແຕ່ ປຕທ ກໍຫຍຸ້ງ ເພາະວ່າເຮົາຕ້ອງໃຊ້ຣົຖປະຈໍາວັນ ເຮົາກໍ ນີ້ມັນໄດ້ຕໍ່ແຖວ ລຽນຄິວກັນໃສ່ເພາະວ່າ ມີແຕ່ປໍ້າດຽວ ເພິ່ນເປີດ ເສັຽເວລາຫລາຍ ເພາະວ່າຕໍ່ຄິວເຂົ້າສູ່ນໍ້າມັນ ບໍ່ທັມດາ ຣົຖກໍເປັນຮ້ອຍກວ່າຄັນ.”
ຢູ່ແຂວງບໍຣິຄໍາໄຊ ປະຊາຊົນທີ່ຂີ່ຣົຖຈາກເຂດຫ່າງໄກ ມາໃສ່ນໍ້າມັນຢູ່ໃນເມືອງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 14 ມິນານີ້ວ່າ ຕັ້ງແຕ່ຕົ້ນປີທີ່ຜ່ານມາຮອດປັດຈຸບັນ ເມື່ອໃດມີແຈ້ງການປັບຂຶ້ນ ລາຄານໍ້າມັນ ປໍ້ານໍ້າມັນຫລາຍແຫ່ງກໍປິດ ບໍ່ຂາຍ ແລະບອກລູກຄ້າວ່າ ນໍ້າມັນໝົດ ແລະພາກສ່ວນທີ່ກ່ຽວຂ້ອງ ຂອງທາງການກໍບໍ່ສາມາດແກ້ໄຂບັນຫານີ້ໄດ້.

ດັ່ງທີ່ທ່ານກ່າວວ່າ:

ຕອນ ທີ່ເຂົາເຈົ້າ ຊີ້ແຈງຂຶ້ນນໍ້າມັນຫັ້ນ ຮ້ານຫັ້ນ ສ່ວນຫລາຍບາງຄົນ ເຂົາເຈົ້າກໍວ່ານໍ້າມັນໝົດ. ຖ້າຈະປິດ ສົມ ມຸດວ່າ ບໍ່ມີນໍ້າມັນເນາະ ປະຊາຊົນກໍເດືອດຮ້ອນ ແຕ່ວ່າຄືແຖວນີ້ ແຕ່ຕົນກໍບໍ່ຈັກ ເພາະວ່າເອື້ອຍຢູ່ໃນເຂື່ອນພີ້ເນາະ ແຕ່ວ່າບໍ່ມີນໍ້າມັນແລ້ວ ກໍແລ້ວ ເອື້ອຍກໍວ່ານໍ້າມັນໝົດກໍໝົດ.”                                              ແລະຢູ່ນະຄອນຫລວງວຽງຈັນ ຜູ້ຂັບຣົຖນໍາທ່ຽວ ກໍເວົ້າໃນມື້ດຽວກັນນີ້ວ່າ ຕົນກໍປະສົບກັບບັນຫາການຂາດລາຍໄດ້ ໃນໄລຍະທີ່ປໍ້ານໍ້າມັນປິດ ບໍ່ບໍຣິການ ແລະນໍ້າມັນຢູ່ອູ່ຣົຖ ທີ່ມີສໍາລອງໄວ້ ກໍບໍ່ພຽງພໍກັບຄວາມຕ້ອງການ.

ກໍບໍ່ໄດ້ແລ່ນ ຊ່ວງນັ້ນກໍບໍ່ໄດ້ແລ່ນຣົຖເດ໋ ລາຍໄດ້ຂາດກໍ໋ ກໍໄປຖ້ຽວນຶ່ງກໍໄດ້ກໍາໄຣຢູ່ ມົ້ງ 2 ລ້ານ 3 ລ້ານນີ້ແຫລະ ໂອ໋ ນໍ້າມັນບໍ່ພໍ ຄັນວ່າມີແຂກມີຫຍັງ.”
ໃນຂະນະດຽວກັນ ເຈົ້າຂອງປໍ້ານໍ້າມັນແຫ່ງນຶ່ງ ຢູ່ນະຄອນຫລວງວຽງຈັນ ກໍເວົ້າໃນມື້ວັນທີ 14 ມິນານີ້ວ່າ ປໍ້ານໍ້າມັນຂອງຕົນບໍ່ເຄີຍປິດຈໍາໜ່າຍນໍ້າມັນ, ເປີດຂາຍເປັນປົກກະຕິ. ຕາມລະບຽບການ ຫາກເຈົ້າຂອງປໍ້ານໍ້າມັນຈະປິດປໍ້າຊົ່ວ ຄາວ ຫລືປິດຖາວອນ ກໍຕ້ອງໄດ້ແຈ້ງໃຫ້ຫ້ອງການອຸດສາຫະກັມ ແລະການຄ້າເມືອງ, ແຂວງ, ນະຄອນຫລວງ ແລະຜູ້ຊົມໃຊ້ຊາບກ່ອນ 3 ມື້, ຖ້າຫາກລະເມີດຈະຖືກປັບໃໝຕາມມາດຕຣາ 82 ຂອງດໍາຣັດວ່າດ້ວຍ ທຸຣະກິຈນໍ້າມັນເຊື້ອເພີງ ເລກທີ 331/ນຍ ລົງວັນທີ 27 ຕຸລາ 2017.

ດັ່ງທີ່ ທ່ານເວົ້າວ່າ:

ປໍ້າເຮົາເປີດປົກຕິ ນໍ້າມັນນ່າ ເປີດ 6 ໂມງເຊົ້າຫາ 8 ໂມງແລງ ບໍ່ໄດ້ປິດເລີຍ ເພາະວ່າເຮົາກໍຂາຍປົກຕິ ເພາະວ່າເຮົາກໍເປີດມາຕລອດເລີຍ ຍັງບໍ່ໄດ້ປິດປໍ້າຈັກເທື່ອ ເຈົ້າ.”                             ກ່ຽວກັບການປັບຂຶ້ນ ລາຄານໍ້າມັນຢູ່ປະເທດລາວ ອີງຕາມການໃຫ້ສັມພາດຂອງທ່ານ ຄໍາແພງ ໄຊສົມແພງ ຣັຖມົນຕຣີ ກະຊວງອຸດສາຫະກັມ ແລະການຄ້າ ຕໍ່ສື່ມວນຊົນໃນມື້ວັນທີ 13 ມິນານີ້ແລ້ວແມ່ນວ່າ ຈາກການຄາດຄະເນ ທີ່ວ່າຈະປັບຂຶ້ນລາຄາ ນໍ້າເຊື້ອເພີງໃນແຕ່ລະ 15 ມື້ນັ້ນ ແມ່ນຈະໄດ້ປັບໃນແຕ່ລະ 5 ຫາ 7 ມື້ ເປັນໄປຕາມລາຄາຕົ້ນທຶນການນໍາເຂົ້າ ແລະລາຄານໍ້າມັນພາຍໃນລາວ ຕ້ອງໄດ້ປັບແພງຂຶ້ນ.

ແຕ່ເຖິງຢ່າງໃດກໍຕາມ ກໍຄາດວ່າໃນອີກ 1 ຫລື 2 ອາທິດຂ້າງໜ້າ ອາຈບໍ່ມີນໍ້າມັນເຊື້ອເພີງພຽງພໍກັບຄວາມຕ້ອງການ.

ທີ່ຜ່ານມາ ນໍ້າມັນເຊື້ອເພີງເປັນສິນຄ້າ ນໍາເຂົ້າອັນດັບຕົ້ນຂອງລາວ. ປີ 2020 ມູນຄ່ານໍ້າມັນ ທີ່ນໍາເຂົ້າມາຈາກຕ່າງປະເທດ ມີເຖິງ 5,064,000,000 ປາຍໂດລາຣ໌ສະຫະຣັດ ຄືກວມເອົາ 9.4% ຂອງມູນຄ່າສິນຄ້າຂາເຂົ້າທັ້ງໝົດ ແລະໃນປີ 2021 ເພິ່ມຂຶ້ນເປັນ 5,880,000,000 ປາຍໂດລາສະຫະຣັດ ຄືກວມເອົາ 10.2%. ແຕ່ລະປີການນໍານໍ້າມັນເຊື້ອເພີງ ຈາກຕ່າງປະເທດເຂົ້າມາລາວ ມີແນວໂນ້ມເພິ່ມຂຶ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org