ຂ.ບໍ່ແກ້ວ ປິດ ດ່ານສາກົນ

ໄຊຍາ
2020.01.28
F-Bokeo ເຮືອ ບໍຣິການ ນັກທ່ອງທ່ຽວ ຢູ່ແຂວງບໍ່ແກ້ວ
RFA

ປະຊາຊົນແຂວງບໍ່ແກ້ວກັງວົນ ຢ້ານວ່າຄົນຈີນທີ່ເດີນທາງ ເຂົ້າ-ອອກ ເປັນປະຈຳຈະນໍາເຊື້ອເຂົ້າມາແຜ່ຣະບາດໃນແຂວງ ໂດຍສະເພາະ ແມ່ນເຂດເສຖກິດພິເສດ ສາມຫລ່ຽມຄຳ ທີ່ມີຄົນຈີນມາຄ້າຂາຍ ແລະ ມາເຮັດວຽກເປັນຈຳນວນຫຼາຍ. ຕໍ່ມາຕການ ປ້ອງກັນ ແຂວງບໍ່ແກ້ວ ໄດ້ປະກາດປິດດ່ານສາກົລ ສາມຫລ່ຽມຄຳ ຊົ່ວຄາວ ໂດຍບໍ່ມີກໍານົດ ເມື່ອວັນທີ 26 ມົກກະຣາ ຜ່ານມາ, ພ້ອມທັງເລື່ອນການຈັດງານ ດອກງີ້ວບານ ອອກໄປ. ດັ່ງເຈົ້າໜ້າທີ່ ແຂວງບໍ່ແກ້ວ ໄດ້ກ່າວຕໍ່ນັກຂ່າວເອເຊັຽເສຣີ ເມື່ອວັນທີ 28 ມົກຣາວ່າ:

"ທາງດ່ານສາກົລ ສາມຫລ່ຽມຄຳ ນີ້ຖືວ່າປິດ ອອກແຈ້ງການເນາະ ກາປິດແລ້ວຕອນນີ້ ເຂົາເຈົ້າປິດໂດຍກົງເລີຍ ມີແຕ່ປິດການທ່ອງທ່ຽວ ອີ່ຫຍັງຕ່າງໆ ນີ້ແຫຼະເປັນເປົ້າໝາຍຂອງເພີ່ນ."

ເຖິງຈະປິດດ່ານສາມຫລ່ຽມຄຳ ແຕ່ແຂວງບໍ່ແກ້ວ ຍັງອະນຸຍາດໃຫ້ ເດີນທາງເຂົ້າທີ່ດ່ານສາກົນ ຂົວ ມິດຕະພາບ ລາວ-ໄທ ແຫ່ງ 4 ພຽງ ດ່ານດຽວ ບໍ່ວ່າຈະມາຈາກປະເທດໃດກໍ່ຜ່ານໄດ້ແຕ່ດ່ານນີ້ ສ່ວນດ່ານອື່ນແມ່ນປິດຊົ່ວຄາວກ່ອນ ດັ່ງເຈົ້າໜ້າທີ່ ຄຸ້ມຄອງເຂດເສຖກິດພິເສດ ສາມຫລ່ຽມຄຳ ໄດ້ໃຫ້ສຳພາດ ຕໍ່ນັກຂ່າວເອເຊັຽເສຣີວ່າ:

"ທາງດ່ານສາກົລນີ້ ເພິ່ນກາເຂົ້າໄດ້ປົກກະຕິເນາະ ເປີດແຕ່ຈຸດດຽວ ບໍ່ວ່າໄທ ບໍ່ວ່າຈີນ ບໍ່ວ່າຫຍັງເພິ່ນກໍໃຫ້ ເປີດປົກກະຕິດ ກາມີບ່ອນ ກວດກາ ຜູ້ໃດມີໄຂ້ມີຫວັດ ມີຫຍັງຕ່າງໆ ມັນກໍມີການສະແກນ ເຂົານ່າ  ເພີ່ນກຳລັງປະສານວ່າຈະໃຫ້ ມີໜ່ວຍງານສາທາ ເຂົ້າປະຈຳ ດ່ານ."

ໃນຂນະທີ່ ຊາວແຂວງບໍ່ແກ້ວ ໄດ້ໃຫ້ຄຳເຫັນຜ່ານ ນັກຂ່າວ ເອເຊັຽເສຣີວ່າ ກໍຢ້ານວ່າເຊື້ອດັ່ງກ່າວ ຈະແຜ່ລາມເຂົ້າມາ ແຂວງບໍ່ແກ້ວ ເພາະໃນແຂວງ ມີຄົນຈີນ ເຂົ້າອອກເປັນຈຳນວນຫຼາຍ ໃນແຕ່ລະມື້ ຖ້າເປັນໄປໄດ້ ກໍຢາກໃຫ້ປິດດ່ານກ່ອນ.

"ຄືວ່າຄົນໄທ ຄົນລາວກໍຍັງຂ້າມໄດ້ເປັນປົກກະຕິຢູ່ເນາະ ເຂົາເຈົ້າປິດດ່ານແຕ່ຄົນຈີນ ບໍ່ໃຫ້ເຂົ້າໃຫ້ອອກເບີ່ງຂ່າວ ກໍຢ້ານຢູ່ກໍຄັນວ່າ ເປັນໄປໄດ້ກໍຢາກ ໃຫ້ປິດຫັ້ນແຫຼະເນາະ ສ່ວນຫຼາຍນີ້ຄົນຈີນກາຫຼາຍຢູ່ ກະສິມາທ່ອງທ່ຽວ ມາທຳທຸກຣະກິດ ກາມີເນາະ."

ໃນສ່ວນຂອງຫ້ອງການປົກຄອງແຂວງບໍ່ແກ້ວ ໄດ້ໃຫ້ຄວາມເຫັນວ່າ ຂົວ ມິດຕະພາບ ແຫ່ງທີ 4 ຍັງເປີດບໍຣິການ ປົກກະຕິສ່ວນວ່າ ຈະປິດຫຼືບໍ່ນັ້ນ ຕ້ອງເບິ່ງສະຖານະການວ່າ ເຂົາເຈົ້າຈະສາມາດຄວບຄຸມ ໄວຣັສ ໂຄໂຣນາ ໄດ້ບໍ່.

"ຫ້ອງວ່າການຫ້ອງຫຍັງ ບໍ່ທັນໄດ້ອອກເທື່ອ ຖືວ່າທາງຂົວມິດຕະພາບ ແຫ່ງທີ 4 ກໍຍັງເປີດເປັນປົກກະຕິຢູ່ ກາບໍ່ແນ່ໃຈວ່າ ສິປິດ ຫຼືບໍ່ ກາເບິ່ງວ່າ ເຂົາຄວບຄຸມກາຄືສິໄດ້ ຢູ່ເພາະເຮົາຍັງບໍ່ມີຄຳສັ່ງ ມາເທື່ອເພາະວ່າ ປັດຈຸບັນກຳລັງປະຊຸມ ປຶກສາຫາລືກັນຢູ່."

ເຂດເສຖກິດພິເສດສາມຫຼ່ຽມຄຳ ຕັ້ງຢູ່ເມືອງຕົ້ນເຜີ້ງ ເຊິ່ງມີຄົນຈີນມາເຮັດວຽກ ແລະ ມາເຮັດທຸຣະກິດ ປະມານ 500 ຄົນ ປະຊາຊົນ ໃນເຂດດັ່ງກ່າວ ກໍຢ້ານວ່າຈະຕິດເຊື້ອ ໄວຣັສ ໂຄໂຣນາ ຕ້ອງໄດ້ຣະມັດຣະວັງ ຫຼາຍຂຶ້ນ ພ້ອມນີ້ຜ້າປິດປາກ ຍັງຊອກຫາຊື້ບໍ່ໄດ້.

"ເອີ ປະຊາຊົນຫຼາຍຄົນ ຄືຢ້ານກາ ຣະມັດຣະວັງຈົນບໍ່ຢາກ ອອກເຮືອນພຸ້ນເດນ່າ ຊ່ວງນີ້ຊອກຫາຊື້ບ່ອນໃດກາບໍ່ມີ ອັນຜ້າປິດດັງຊື້ ບໍ່ໄດ້ເລີຍ."

ປັດຈຸບັນແຂວງບໍ່ແກ້ວ ຍັງບໍ່ທັນມີຣາຍງານວ່າ ພົບຜູ້ຕິດເຊື້ອ ໄວຣັສ ໂຄໂຣນາ ແຕ່ມາຕການປ້ອງກັນ ເລັ່ງດ່ວນກໍ່ຄືປິດດ່ານສາກົລ ສາມຫລ່ຽມຄຳ ຫຼືເຂດເສຖກິດພິເສດ ທີ່ມີຊຸມຊົນຊາວຈີນ ອາສັຍທຳມາຫາກິນ ໃນເຂດນັ້ນ ແລະ ມີຄົນຈີນເຂົ້າອອກ ແຕ່ລະມື້ເປັນ ຈຳນວນຫຼາຍ ແຕ່ທາງການແຂວງບໍ່ແກ້ວ ກໍຍັງຣະບຸວ່າເປັນການປິດຊົ່ວຄາວ ຍັງບໍ່ແນ່ນອນ ວ່າຈະເປີດຄືນເມື່ອໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.