2020 ລາວພົ້ນທຸກຄືຊິຍາກ

ອຸ່ນແກ້ວ ສຸກສະຫວັນ
2016.01.28
F-Laos ຜົນຜລິດ ໃນສວນປະຈໍາບ້ານ ຂອງຊາວລາວສ່ວນໃຫຽ່ ໃນເຂດ ຊົນນະບົດ
RFA

ເປົ້າໝາຍ ຂອງ ທາງການລາວ ທີ່ ຈະເຮັດໃຫ້ ປະເທດ ພົ້ນຈາກ ການດ້ອຍພັທນາ ໃນປີ 2020 ຍັງເປັນໄປ ໄດ້ຍາກ ຍ້ອນວ່າ ຈະຕ້ອງ ເພີ່ມ ຣາຍຮັບ ຂອງ ປະຊາຊົນ ໃຫ້ໄດ້ 2 ພັນ 5 ຮ້ອຍ ໂດລາ ສະຫະຣັຖ ຕໍ່ຄົນ /ຕໍ່ປີ. ຈາກ ປັດຈຸບັນ ສະເລັ່ຽ ທົ່ວປະເທດ ລາຍຮັບ ຕໍ່ຫົວຄົນ ແມ່ນ 1,900 ໂດລາ, ໃນຂນະທີ່ ບາງແຂວງ ຣາຍຮັບ ສະເລັ່ຽ ບໍ່ທັນຮອດ 1 ພັນ ໂດລາ ເຊັ່ນແຂວງ ຜົ້ງສາລີ ໄດ້ພຽງແຕ່ 8 ຮ້ອຍ ໂດລາ ເທົ່ານັ້ນ. ດັ່ງ ເຈົ້າຫນ້າທີ່ ແຂວງ ຜົ້ງສາລີ ກ່າວຕໍ່ ເອເຊັຽ ເສຣີ ໃນ ວັນທີ 27 ມົກກະຣາ ນີ້ ວ່າ:

“ແຂວງ ຜົ້ງສາລີ ເປັນແຂວງນຶ່ງ ທີ່ວ່າ ທຸກຍາກ ຫຼາຍກວ່າຫມູ່ ພາຍໃນ ປະເທດ. ໃນປີ 2020 ນີ້ ໂດຍພື້ນຖານ ຈາກ ລັກສນະນັ້ນ ແຕ່ຕາມທີ່ ເບິ່ງແນວໂນ້ມ ຈະບໍ່ບັນລຸ ໂດຍກົງ. ເພິ່ນແຈ້ງ ຢູ່ໃນ ກອງປະຊຸມ ວ່າຢູ່ ປະມານ 8 ຮ້ອຍ ໂດລາ ຕໍ່ຄົນຕໍ່ປີ ນີ້ແຫຼະ”.

ທ່ານ ຈູມມາລີ ໄຊຍະສອນ ປະທານ ປະເທດລາວ ແລະ ທ່ານ ທອງສິງ ທຳມະວົງ ນາຍົກ ຣັຖມົນຕຣີ ໄດ້ກ່າວ ໃນ ກອງປະຊຸມ ໃຫຍ່ ຄັ້ງທີ່ 10 ຂອງພັກ ປະຊາຊົນ ປະຕິວັດລາວ ຫວ່າງອາທິດ ທີ່ຜ່ານມາ ວ່າ ເປົ້າໝາຍ ສຳຄັນ ຂອງ ສປປ ລາວ ຄືການ ຫລຸດພົ້ນ ຈາກ ປະເທດ ດ້ອຍພັທນາ ໃນປີ 2020.

ສຳຫຼັບ ຍຸທສາດ ຫັນປ່ຽນ ການຜລິຕ ເປັນ ອຸຕສາຫະກັມ ຍັງເປັນສິ່ງ ທ້າທາຍ ສໍາລັບ ປະເທດລາວ ຍ້ອນວ່າ ຍັງຂາດ ບຸຄລາກອນ ທີ່ ມີຄວາມຮູ້ ຄວາມສາມາດ ແລະ ຄາດວ່າ ຕ້ອງໃຊ້ ເວລາອີກດົນ. ດັ່ງທ່ານ ກ່າວຕອນນຶ່ງ ວ່າ:

“ມັນກໍ ເປັນໄປໄດ້ ແຕ່ຕ້ອງ ໃຊ້ເວລາ ຫນ້ອຍນຶ່ງ ຫັ້ນແຫຼະ. ອຸປສັກ ເຣື້ອງ ບຸຄລາກອນ ພວກເຮົາ ຍັງຫຍຸ້ງຍາກ ຢູ່, ຄືແຂວງ ຜົ້ງສາລີ ນີ້ ສ່ວນຫຼາຍ ເອົາ ບຸຄລາກອນ ມາຈາກ ແຂວງອື່ນ ພຸ້ນແຫຼະ”.

ທ່ານ ກ່າວຕື່ມວ່າ ພາກ ການຜລິຕ ໃນແຂວງ ສ່ວນຫຼາຍ ຍັງແມ່ນ ການຂຸດຄົ້ນ ບໍ່ແຮ່ ແລະ ກະສິກັມ ການຜລິດ ເປັນຕົ້ນ ປູກຊາ, ກາເຟ, ໝາກແນ່ງ ແລະ ຢາງພາຣາ ຊຶ່ງ ປັດຈຸບັນ ທາງການລາວ ກຳລັງ ສົ່ງເສີມໃຫ້ ປະຊາຊົນ ປູກ ຢ່າງຈິງຈັງ ແລະ ສົ່ງໃຫ້ ໂຮງງານ ຜລິຕ ເປັນສິນຄ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.