ຣາຄານໍ້າມັນປັບປ່ຽນ ຂຶ້ນຣາຄາ ອີກແລ້ວ

ສຸພັດຕາ
2021.02.25
ຣາຄານໍ້າມັນປັບປ່ຽນ ຂຶ້ນຣາຄາ ອີກແລ້ວ ເຈົ້າໜ້າທີ່ກ່ຽວຂ້ອງອອກກວດກາ ຕາມປັ້ມຂາຍນໍ້າມັນ, ເພື່ອປ້ອງກັນ ການປົນນໍ້າມັນຖືກ ໃສ່ກັບນໍ້າມັນແພງ, ເຫດການແບບນີ້ ມັກມີຂຶ້ນ ໃນຊ້ວງທີ່ນໍ້າມັນຂຶ້ນຣາຄາ
ພາບປະກອບ: ນັກຂ່າວພົລເມືອງ

ກະຊວງອຸດສາຫະກັມ ແລະການຄ້າ ອອກແຈ້ງການ ລົງວັນທີ 19 ກຸມພາ 2021 ປະກາດ ປັບຂຶ້ນຣາຄານ້ຳມັນຕື່ມອີກ ສະເລັ່ຽແລ້ວ ຂຶ້ນປະມານ 300 ກີບຕໍ່ລິດ ມີຜົນບັງຄັບໃຊ້ແຕ່ ວັນທີ 20 ເດືອນກຸມພາ 2021 ນີ້ເປັນຕົ້ນໄປ ຊຶ່ງເປັນເທື່ອທີ່ 4 ແລ້ວໃນໄລຍະ 2 ເດືອນ ຂອງ ປີ 2021.

ໃນການປັບຣາຄານໍ້າມັນຂຶ້ນເທື່ອນີ້ ຊາວລາວຫຼາຍຄົນ ຕ່າງກໍເວົ້າວ່າ ມີຜົລກະທົບຕໍ່ການດໍາຣົງຊີວິດ ເພາະຄ່າຄອງຊີບແພງ ແລະ ອີກທັງເງິນເດືອນໜ້ອຍ, ດັ່ງຊາວນະຄອນຫຼວງ ວຽງຈັນ ຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 24 ກຸມພາ ນີ້ວ່າ:

“ມັນກະສົ່ງຜົລກະທົບຢູ່ ເພາະວ່າ ຄ່າຄອງຊີບ ເງິນເດືອນ, ຜົນຕອບແທນຫຍັງ ມັນທໍ່ເກົ່າເນາະ ຣາຄານໍ້າມັນຂຶ້ນ ມັນເຮັດໃຫ້ ປະຊາຊົນ ມັນກະຢູ່ຍາກຫັ້ນແຫຼະ, ເພາະວ່ານໍ້າມັນ, ອາຫານການກິນ ທຸກຢ່າງກໍຂຶ້ນໝົດ, ແຕ່ວ່າ ຜົບຕອບແທນ ກໍຍັງເທົ່າເກົ່າ ຍັງບໍ່ມີການປັບຂຶ້ນ.”

ຊາວລາວ ໃນແຂວງວຽງຈັນ ຜູ້ນຶ່ງເວົ້າວ່າ ການທີ່ຣາຄານໍ້າມັນແພງຂຶ້ນນີ້ ແມ່ນສົ່ງຜົລກະທົບ ຕໍ່ການດໍາຣົງຊີວິດ ຂອງປະຊາຊົນແທ້, ແຕ່ທີ່ໜ້າເປັນຫ່ວງ ກໍແມ່ນກຸ່ມໂຮງຈັກ ໂຮງງານ ຮວມເຖິງ ບັນດາຣົດຂົນສົ່ງ ໜ້າຈະໄດ້ຮັບຜົລກະທົບ ຫຼາຍກວ່າ:

“ຂຶ້ນແຕ່ລະຄັ້ງ ກະ 250 ກີບ ປະມານນີ້ແຫຼະ, ບາງຊ້ວງກະລົງ ບາງຊ້ວງກະຂຶ້ນ, ແຕ່ວ່າ ຊິຂຶ້ນຫຼາຍກວ່າລົງ ມີຜົລກະທົບກໍຄື ທີ່ມີແບບໂຮງງານ ບາງໂຮງງານ ມັນຍັງໄດ້ນໍ້າມັນ, ຜົລກະທົບນີ່ ໜ້າຈະແມ່ນ ຂົນສົ່ງຫຼາຍກວ່າ ໂດຍສານບໍ, ການຂົນສົ່ງ, ສົ່ງເຄື່ອງ ສົ່ງຫຍັງ.”

ຊາວລາວ ໃນແຂວງຫຼວງພຣະບາງ ຄົນນຶ່ງ ກ່າວວ່າ ການປັບຣາຄານໍ້າມັນ ສູງຂຶ້ນນີ້ ສົ່ງຜົລກະທົບ ຕໍ່ການດໍາລົງຊີວິດຂອງ ປະຊາຊົນ ແນ່ນອນ ຍິ່ງເປັນກຸ່ມທຸຣະກິຈ ແລະ ຣົດໂດຍສານ ຍິ່ງໄດ້ຮັບຜົລກະທົບຫຼາຍ ຍ້ອນຄົນໃຊ້ ບໍຣິການໜ້ອຍ, ແຕ່ຕ້ອງຈ່າຍຄ່າ ນໍ້າມັນແພງຂຶ້ນ:

“ຂຶ້ນແລ້ວກະລົງ ລົງແລ້ວກະຂຶ້ນຢູ່ຫັ່ນແຫຼະ, ແຕ່ມັນກະບໍ່ຂຶ້ນຫຼາຍດອກ ທີ່ຈິງນີ່ ການຂຶ້ນນໍ້າມັນນີ່ ມັນສົ່ງຜົລກະທົບ ຕໍ່ການ ດໍາຣົງຊີວິດຢູ່ ມັນມີຜົລກະທົບຢູ່, ເວົ້າເຣື່ອງການຂົນສົ່ງ ຫັ່ນແຫຼະ, ປັນຫາ ມັນເປັນຣົດເມ, ຣົດໂດຍສານ, ຂົນສົ່ງໂດຍສານ ມັນກະບໍ່ມີຢູ່ແລ້ວ, ແຕ່ນໍ້າມັນ ມັນກໍຂຶ້ນໄປເລື້ອຍໆ ຫັ້ນນ່າ, ມັນກະກະທົບໄປນໍາກັນຫັ້ນແຫຼະ.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະການຄ້າ ທ່ານນຶ່ງ ຊຶ່ງຂໍສງວນຊື່ແລະຕໍາແໜ່ງ ກ່າວວ່າ ໃນໄລຍະ 2-3 ເດືອນ ຜ່ານມາ ໄດ້ມີການປັບຂຶ້ນຣາຄານໍ້າມັນ ຍ້ອນຕ້ອງໄດ້ອີງຕາມ ຣາຄາຂອງຕລາດໂລກ:

“ໃນໄລຍະ 2-3 ເດືອນມານີ້ ກະທະຍອຍປັບຂຶ້ນ ເປັນແຕ່ລະລໍາດັບ ທິດທີ່ແລ້ວ ກະປັບຂຶ້ນ ທ້ຽວນຶ່ງປະມານ 200 ກີບ, ກໍເນື່ອງ ຈາກວ່າ ເຮົາຜລິດນໍ້າມັນຍັງບໍ່ເປັນ ຈຶ່ງຕ້ອງໄດ້ນໍາເຂົ້າ ນໍ້າມັນຈາກຕ່າງປະເທດ, ເບື້ອງກຸ່ມຜລິດນໍ້າມັນ ກະມີການຂະຫຍັບ ນໍ້າມັນແດ່, ກະແນ່ນອນ ວ່າເປັນຜູ້ນໍາເຂົ້າ ກະຕ້ອງໄດ້ອີງຕາມຣາຄາ ທີ່ນໍາເຂົ້າ ຕ້ອງອີງຕາມ ຣາຄາຕລາດໂລກ ເນາະ.”

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ການຄາດຄະເນ ຣາຄານໍ້າມັນ ໃນອະນາຄົດ ຖືວ່າ ເປັນເຣື່ອງທີ່ຄາດເດົາໄດ້ຍາກ ຍ້ອນຕ້ອງໄດ້ ອີງຕາມຣາຄາຕລາດໂລກ ຊຶ່ງອາຈເພີ້ມຂຶ້ນ ຫຼືຫຼຸດລົງ ກໍໄດ້, ສ່ວນການຄວບຄຸມ ຣາຄານໍ້າມັນນັ້ນ ພາກຣັຖ ອາຈໃຊ້ງົບປະມານ ຈາກກອງທຶນນໍ້າມັນ ເຂົ້າແຊກແຊງ, ເພື່ອຫຼຸດຜ່ອນຜົລກະທົບ ຈາກຣາຄານໍ້າມັນ ທີ່ເພີ່ມຂຶ້ນກໍໄດ້, ແຕ່ເບື້ອງຕົ້ນ ກໍຍັງບໍ່ມີຄໍາຕອບ ທີ່ຊັດເຈນເທື່ອ.

ອີງຕາມການຣາຍງານຂ່າວ ຂອງສື່ທ້ອງຖິ່ນຢູ່ລາວ ເມື່ອວັນທີ 19 ກຸມພາ ຜ່ານມານີ້ ວ່າ ກະຊວງອຸດສາຫະກັມ ແລະການຄ້າ ໄດ້ມີ ການປັບຣາຄານໍ້າມັນຂາຍຍ່ອຍ ໃນຂອບເຂດ ທົ່ວປະເທດ ເລີ້ມແຕ່ວັນທີ 20 ກຸມພາ 2021 ເວລາ 6 ໂມງ ເປັນຕົ້ນໄປ ຣາຍລະອຽດ ການປ່ຽນແປງ ຣາຄານໍ້າມັນ ມີດັ່ງນີ້:

ແອັດຊັງພິເສດ ປັບຂຶ້ນ 380 ກີບ ເປັນ 10,240 ກີບຕໍ່ລິດ, ແອັດຊັງທັມມະດາ ປັບຂຶ້ນ 270 ກີບ ເປັນ 9,460 ກີບຕໍ່ລິດ ແລະ ກາຊວນ ປັບຂຶ້ນ 270 ກີບ ເປັນ 8,480 ກີບຕໍ່ລິດ.

ເມື່ອທຽບຣາຄານີ້ ໃສ່ຣາຄານໍ້າມັນ ໃນຕົ້ນເດືອນມົກຣາ 2021 ແລ້ວແມ່ນວ່າ ຣາຄາສູງຂຶ້ນຫຼາຍ ຄື: ແອັດຊັງພິເສດ ຣາຄາເກົ່າແມ່ນ 9,430 ກີບຕໍ່ລິດ, ແອັດຊັງ ທັມມະດາ ຣາຄາເກົ່າ 8,790 ກີບຕໍ່ລິດ ແລະກາຊວນ 8,040 ກີບຕໍ່ລິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.