ທາງການລາວສັ່ງປິດ ໂຮງງານ ຕັດຫຍິບ

ສິດນີ
2021.04.27
ທາງການລາວສັ່ງປິດ ໂຮງງານ ຕັດຫຍິບ ໂຮງງານຕັດຫຍິບ ຢູ່ ນະຄອນຫຼວງວຽງຈັນ ປະເທດລາວ
File photo: RFA

ກະຊວງອຸດສາຫະກັມ ແລະການຄ້າ ໄດ້ອອກແຈ້ງການ ຢ່າງຮີບດ່ວນ ໃຫ້ບັນດາໂຮງານຕັດຫຍິບ ທົ່ວປະເທດ ຢຸດວຽກຊົ່ວຄາວ ນັບແຕ່ວັນທີ 27 ເມສາ ໄປເຖິງວັນທີ 5 ພຶສພາ ປີ 2021 ເພື່ອສະກັດກັ້ນ ແລະຄວບຄຸມ ການແຜ່ຣະບາດຂອງ COVID-19. ໃນແຈ້ງການ ໄດ້ຍົກເວັ້ນ ໂຮງງານຕັດຫຍິບ ທີ່ມີຫໍພັກຄົນງານ ຢູ່ພາຍໃນໂຮງງານ ສາມາດດຳເນີນ ກິຈການ ໄດ້ຕາມປົກກະຕິ ແຕ່ບໍ່ໃຫ້ຄົນງານ ທີ່ພັກຢູ່ຂ້າງນອກ ເຂົ້າໄປໃນໂຮງງານ ຢ່າງເດັດຂາດ. ດັ່ງເຈົ້າຫນ້າທີ ອຸດສາຫະກັມ ແລະ ການຄ້າ ທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 27 ເມສາ ນິ້ີວ່າ:

"ຖືວ່າປິດເລີ່ມມື້ນີ້ເນາະ ຮອດວັນທີ 5 ພຶສພາ ສະເພາະໂຮງງານຕັດຫຍິບ ຍົກເວັ້ນ, ຍົກເວັ້ນໂຮງງານໃດ ທີ່ມີຫ້ອງນອນຢູ່ໃນ ຂອບເຂດໂຮງງານຫັ້ນ ຖືວ່າເພິ່ນໃຫ້ ດຳເນີິນໄດ້ເນາະ ສະເພາະພະນັກງານ ທີ່ພັກຢູ່ຫັ້ນ ສຳລັບພະນັກງານ ນອນຢູ່ນອກຫໍພັກ ນອນນຳບ້ານຖືວ່າເພິ່ນບໍ່ໃຫ້ໄປ.”

ທ່ານກ່າວວ່າ ສຳລັບໂຮງງານຕັດຫຍິບ ທີ່ມີຄົນພັກຢູພາຍໃນ ແລະ ກຳລັງດຳເນີນການຜລິດຢູ່ນັ້ນ ກໍໃຫ້ທາງໂຮງງານ ປະຕິບັດ ຕາມມາຕການ ຂອງຄະນະສະເພາະກິດ ຄວບຄຸມ ໂຄວິດ-19 ຢ່າງເຂັ້ມງວດ ເປັນຕົ້ນບໍໃຫ້ຄົນງານ ເຮັດວຽກໃກ້ຊິດກັນ ຫຼາຍ ເກີນໄປ, ໃຫ້ຄົນງານປ້ອງກັນໂຕເອງ ດ້ວຍການໃສ່ຜ້າອັດປາກອັດດັງ, ໃຊ້ເຈວລ້າງມື ແລະ ວັດອຸນຫະພູມ ທັງກ່ອນ ແລະ ອອກຈາກງານ ຖ້າພະນັກງານຄົນໃດ ທີ່ມີອາການໄຂ້ ກໍໃຫ້ແຈ້ງຕໍ່ເຈົ້າຫນ້າທີ່ ສາທາຣະນະສຸຂ ມາຮັບໂຕໄປກວດຢູ່ໂຮງຫມໍ.

ພາຍຫລັງທີ່ມີການແຈ້ງການດັ່ງກ່າວ ໂຮງງານຕັດຫຍິບຫຼາຍແຫ່ງ ຢູ່ນະຄອນຫຼວງວຽງຈັນ ທີ່ບໍ່ມີຫໍພັກຄົນງານຢູ່ພາຍໃນກໍໄດ້ ເຊົາການຜລິດ ແລະໃຫ້ຄົນງານພັກຢູ່ບ້ານໄປຮອດ ວັນທີ 5 ກຸມພາ 2021 ແລະ ໄດ້ປຶກສາຫາລືກັນ ໃນແຕ່ລະໂຮງງານ ກ່ຽວກັບການຈ່າຍຄ່າແຮງງານ ໃຫ້ແກ່ພະນັກງານ ໃນໄລຍະການຢຸດວຽກ. ດັ່ງພະນັກງານ ໂຮງງານຕັດຫຍິບ ແຫ່ງນຶ່ງ ກ່າວວ່າ:

"ໂຕນີ້ແມ່ນແນ່ໃຈ ຕ້ອງໄດ້ມີການປະຊຸຸມກັນ ຕື່ມຫັ້ນນະ ເຣື້້ອງພະນັກງານມີ ແຕ່ເຮົາສັ່ງຢຸດຊົ່ວຄາວ ມັນເຣື້ອງສັ່ງປິດ ທາງຄະນະ ສະເພາະກິດ ຂະເຈົ້າລົງມາກວດກາ ຕິດຕາມ ຕລອດນະ."

ພະນັກງານຈາກໂຮງງານຕິດຫຍິບ ອີກຄົນນຶ່ງຢູ່ນະຄອນຫຼວງວຽງຈັນ ທີ່ເລີ້ມຢຸດວຽກ ໃນວັນທີ 27 ເມສາ ນີ້ເວົ້າວ່າໂຮງງານ ຂອງຕົນ ຍັງບໍ່ໄດ້ແຈ້ງການ ກ່ຽວກັບເງິນເດືອນ ຂອງຄົນງານ ໃນໄລຍະວຽກຢຸດນີ້ເທື່ອ ວ່າຈະຈ່າຍປົກກະຕິ ຫລື ຫລຸດລົງ ຍ້ອນຕ້ອງໄດ້ເບີ່ງ ການຊີ້ນຳຈາກທາງການ ອີກເທື່ອນື່ງ.

"ບໍ່ຍັງບໍ່ຮູ້ເທື່ອເຈົ້າ ເຮົາກະຍັງບໍ່ຮູ້ຈາກຣັຖບານ ປິດມື້ນີ້ແຫຼະຮອດວັນທີ 5.”

ທາງດ້ານຄົນງານຕັດຫຍິບ ອີກນາງນຶ່ງ ທີ່ຫາກໍຢຸດວຽກ ໃນວັນທີ 27 ເມສາ ນີ້ກ່າວວ່າປັດຈຸບັນ ຕົນເອງໄດ້ພັກຜ່ອນຢູ່ບ້ານຊື່ໆ ບໍ່ໄດ້ອອກໄປຊອກວຽກອື່ນ ເພື່ອຫາຣາຍໄດ້ ເນື່ອງຈາກທຸກມື້ນີ້້ ກໍຊອກຫາວຽກຍາກຢູ່ແລ້ວ ຊຶ່ງຕົນເຮັດໄດ້ແຕ່ລໍຖ້າ ໃຫ້ໂຮງງານ ເປີດໃຫມ່ ເພື່ອຈະໄດ້ກັບໄປເຮັດວຽກຄືນອີກ

"ເພິ່ນປິດໂຈະແລ້ວ ບໍ່ໄດ້ໄປໃສຢູ່ແຕ່ເຮືອນ ໂຄວິດແລ້ວເພີ່ນປິດ ແລ້ວບໍ່ໄດ້ໄປໃສ ກະຄືຊີ່ບໍ່ໄດ້ໄປແລ້ວເຈົ້າ ກະໃຫ້ເປີດພຸ້ນແຫຼະ."

ຍານາງກ່າວຕື່ມວ່າ ສຳລັບໃນໄລຍະທີ່ ຕົນ ແລະ ຄົນງານອີກຫຼາຍຄົນ ເຮັດວຽກຢູ່ເຮືອນນີ້ ຍັງແນ່ໃຈວ່າ ຈະໄດ້ຮັບເງິນເດືອນ ຕາມປົກກະຕິ ຫລືຖືກຫັກເງິນເດືອນອອກ ຊຶ່ງທາງຜູ້ ບໍຣິຫານ ກໍບໍ່ມີແຈ້ງການໃດໆ ອອກມາເທຶ່ຶອ ແຕ່ຖ້າຫາກເປັນໄປໄດ້ ຕົນກໍຢາກໄດ້ຮັບເງິນເດືອນ ເຕັມເຫມືອນເດີມ ຍ້ອນມີຣາຍຈ່າຍຫລາຍໃນຄອບຄົວ.

ສ່ວນຄົນງານຕັດຫຍິບ ອີກຄົນນຶ່ງ ທີ່ເຮັດວຽກຢູ່ໂຮງງານ ທີ່ມີຫໍພັກພາຍໃນ ແລະ ຍັງດໍາເນີນກິຈການ ຕາມປົກກະຕິຢູ່ນັ້ນກ່າວວ່າ ເຖິງວ່າຕົນຍັງ ເຮັດວຽກຢູ່ກໍຕາມ, ແຕ່ກໍໄດ້ ຮັບຄ່າຈ້າງຫນ້ອຍລົງ ໂດຍອີງໃສ່ສະພາບເສຖກິດ ແລະ ການຜລິດຂອງໂຮງງານ, ແຕ່ບໍ່ມີຄວາມຄິດ ທີ່ຈະອອກໄປຫາວຽກອື່ນເຮັດ ຍ້ອນສະພາບເສຖກິດ ທຸກມື້ນີ້ເຮັດໃຫ້ ຜູ້ປະກອບການ ຫລາຍແຫ່ງ ບໍ່ຮັບເອົາ ພະນັກງານ ຕື່ມຢູ່ແລ້ວ.

"ບໍ່ໄດ້ປີິດ ມີແຕ່ວ່າໝວດໝູ່ບ້ານ ແບບວ່າເຮັດວຽກປົກກະຕິ ແຕ່ວ່າໜ້ອຍຄືເກົ່າ ເອື້ອຍກໍບໍ່ໄດ້ໄປຊອກແຫຼະ ເພາະວ່າບ່ອນໃດ ມັນກໍບໍ່ຮັບຢູ່ດີ."

ຍານາງກ່າວຕື່ມວ່າ ໃນໄລຍະທີເຮັດວຽກຢູ່ນີ້ ຄົນງານຢູ່ໂຮງງານ ທີ່ຕົນເຮັດວຽກຢູ່ນັ້ນ ກໍມີການປະຕິບັດຕາມ ມາຕການປ້ອງກັນ ໂຄວິດ-19 ຢ່າງເຂັ້ມງວດ ມີທັງໃສ່ຜ້າ ອັດປາກ- ອັດດັງ ແລະ ໃຊ້ເຈວລ້າງມື ຮ່ວມທັງມີການວັດແທກ ອຸນຫະພູມ ຢູ່ຕລອດ ຊຶ່ງກໍບໍ່ຢ້ານຫຼາຍ ເພາະຄົນງານທີ່ເຮັດວຽກ ນຳກັນກໍຢູ່ໃນຫໍພັກ ຫມົດທຸກຄົນ ບໍ່ໄດ້ອອກໄປໃສ ຫຼັງຈາກ ວຽກ.

ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ສະມາຄົມອຸດສາຫະກັມຕັດຫຍິບ ປະຈຳປະເທດລາວ ເພື່ອສອບຖາມ ຣາຍລະອຽດອື່ນໆເປັນຕົ້ນ ຈະມີມາຕການຊົດເຊີຍ ຫລືຊ່ອຍເຫລືອ ແກ່ຄົນງານຕັດຫຍິບ ຕື່ມອີກຫລືບໍ ແຕ່ບໍ່ມີເຈົ້າຫນ້າທີ່ ຄົນໃດຮັບໂທຣະສັບ.

ນອກຈາກນັ້ນ ກະຊວງອຸດສາຫະກັມ ແລະ ການຄ້າ ຍັງໄດ້ອອກແຈ້ງການ ຕື່ມອີກວ່າ ສຳລັບໂຮງງານ ອຸດສາຫະກັມ ປຸງແຕ່ງ ແລະ ຫັຖກັມ ທຸກຂນາດ ແລະ ທຸກປະເພດ ທີ່ຍັງເຮັດ ການຜລິດຢູ່ນັ້ນ ໃຫ້ຫລຸດຈຳນວນ ພະນັກງານລົງ ເພື່ອຮັກສາໄລຍະຫ່າງ ຂອງການເຮັດວຽກ ແລະ ປະຕິບັດມາຕການ ປ້ອງກັນ ໂຄວິດ-19 ຢູ່ຕາມຫໍພັກ ຂອງຄົນງານຢ່າງ ເຂັ້ມງວດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.