ໂຮງງານຕັດຫຍິບ ໃນລາວ ສືບຕໍ່ ຂາດຄົນງານ

ໂຮງງານຕັດຫຍິບ ຫຼາຍແຫ່ງ ໃນລາວ ຂາດແຄນຄົນງານລາວ ຈໍານວນຫຼາຍພັນຄົນ. ສ່ວນນຶ່ງ ແມ່ນຍ້ອນເງິນກີບອ່ອນຄ່າ ແລະ ຄ່າຄອງຊີບ ເພີ່ມສູງຂຶ້ນ, ຄົນງານລາວ ຈຶ່ງບໍ່ຢາກເຮັດວຽກ ຢູ່ໂຮງງານຕັດຫຍິບ

ຄົນງານລາວ ພວມກັບເຂົ້າໄປເຮັດວຽກ ຫຼັງຈາກພັກກິນເຂົ້າ ທີ່ໂຮງງານຕັດຫຍິບ ແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ, ເດືອນມີນາ 2023 Credit photos: ນັກຂ່າວພົລເມືອງ

ປັດຈຸບັນ, ໂຮງງານຕັດຫຍິບ ຫຼາຍແຫ່ງ ໃນລາວ ຍັງມີບັນຫາ ຂາດແຄນຄົນງານລາວ ຈໍານວນຫຼາຍພັນຄົນ, ອີງຕາມການຣາຍງານ ຂອງທ່ານ ໄຊບັນດິດ ຣາຊພົນ, ປະທານສະມາຄົມ ອຸດສາຫະກັມ ຕັດຫຍິບລາວ ໃນວັນທີ 09 ມີນາ ປີ 2024, ເຊິ່ງມີຫຼາຍສາເຫດ. ສ່ວນນຶ່ງ ແມ່ນຍ້ອນເງິນກີບອ່ອນຄ່າ ແລະ ຄ່າຄອງຊີບ ເພີ່ມສູງຂຶ້ນ ຈຶ່ງສົ່ງຜົລ ໃຫ້ຄົນງານລາວ ບໍ່ຢາກເຂົ້າໄປເຮັດວຽກ ໃນໂຮງງານຕັດຫຍິບ, ສ່ວນນຶ່ງ ກໍພາກັນຫຼັ່ງໄຫຼ ໄປເຮັດວຽກ ຢູ່ຕ່າງປະເທດ, ສ່ວນນຶ່ງ ກໍຫັນໄປປະກອບອາຊີບອື່ນ.

ຈາກການສໍາຣວດ ໂຕເລຂເບື້ອງຕົ້ນ ພົບວ່າ ຄົນງານລາວ ຂາດແຄນ ໃນໂຮງງານຕັດຫຍິບ ທັງໝົດປະມານ 10,000 ຄົນ, ເຊິ່ງສ່ວນໃຫຍ່ ຢູ່ໃນເຂດນະຄອນຫຼວງວຽງຈັນ. ດັ່ງເຈົ້າໜ້າທີ່ ສະມາຄົມ ອຸດສາຫະກັມ ຕັດຫຍິບລາວ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ທ່ານໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 11 ມີນານີ້ວ່າ:

“ຂາດຢູ່, ມັນຫາຍາກ, ຫັ້ນນ່າ. ເພິ່ນກໍໂຄສະນາຫຍັງຢູ່ເດ້, ແຕ່ວ່າ ຄວາມໝາຍອອກໄປ ກາຄືຢາກຫາຍາກ. ແລ້ວຄວາມຕ້ອງການ ເຮົາສຳຣວດຜ່ານມານ່າ ປະມານ 10 ພັນຄົນພຸ້ນເດ້. ໂຮງງານນ້ອຍ, ໂຮງງານໃຫຍ່ແຫຼະ. ມັນກໍຍັງປະຄັບປະຄອງ ໄປຢູ່ດອກ. ມັນຢູ່ເຂດນະຄອນຫຼວງ ສ່ວນໃຫຍ່, ຫັ້ນນ່າ.”

ທ່ານກ່າວຕື່ມວ່າ ເບື້ອງຕົ້ນ ກໍຍັງບໍ່ທັນຮູ້ ແຜນການແກ້ໄຂ ບັນຫາດັ່ງກ່າວນີ້ ຂອງຣັຖບານ ໂດຍຣາຍລະອຽດວ່າ ຈະມີການແກ້ໄຂແນວໃດ ກັບບັນຫາ ຄົນງານລາວ ຂາດແຄນ ຕາມໂຮງງານຕັດຫຍິບນີ້.

ເຈົ້າໜ້າທີ່ແຮງງານ ໃນນະຄອນຫຼວງວຽງຈັນ ກ່າວເຖິງ ບັນຫາດັ່ງກ່າວວ່າ ທາງຣັຖບານລາວ ກໍຈະມີການປະຊຸມກັນຢູ່ ໃນເຣື່ອງບັນຫາ ຄົນງານລາວ ຂາດແຄນນີ້, ເຊິ່ງເບື້ອງຕົ້ນ ທາງໂຮງງານ ແລະ ສະມາຄົມ ເຂົາເຈົ້າກໍສເນີ ຂໍນຳເຂົ້າຄົນງານ ຈາກຕ່າງປະເທດ, ສ່ວນໃຫຍ່ ຈະເປັນຄົນພະມ້າ ເຂົ້າມາເຮັດວຽກ ແທນຄົນລາວ, ແຕ່ຄ່າແຮງງານຂັ້ນຕໍ່າ ຄິດເປັນເງິນ 250 ບາທຕໍ່ມື້. ສະນັ້ນ, ທາງການ ກໍຄິດວ່າ ເງິນຈຳນວນນີ້ ຄວນຈະໃຫ້ຄົນງານລາວ ຫຼືບໍ່ ເພາະນຳເຂົ້າມາ ກໍມີຄ່າໃຊ້ຈ່າຍຫຼາຍ ແລ້ວຈະປຶກສາຫາລືກັນ ອີກເທື່ອນຶ່ງ ໃນກອງປະຊຸມ.

“ແມ່ນ, ຕ້ອງການກໍຕ້ອງການ, ຫຼາຍບໍຣິສັດ ສະມາຄົມ ເຂົາເຈົ້າກໍມີການສເນີ ຈະນຳເອົາ ແຮງງານຕ່າງປະເທດຫັ້ນ ເຂົ້າມາ, ໂດຍສະເພາະ ແມ່ນພະມ້າ, ແຕ່ວ່າ ຖ້ານຳແຮງງານເຂົ້າມາ ແລ້ວມັນເສັຽ ຄ່າໃຊ້ຈ່າຍຫຼາຍ. ຄິດໄລ່ເບິ່ງແລ້ວ ຄ່າແຮງງານນັ້ນ ຜູ້ນຶ່ງ 250 (ບາທ) ຈະເອົາເງິນໂຕນັ້ນ ມາໃຫ້ແຮງງານຄົນລາວ ຈະບໍ່ດີກ່ວາບໍ, ນີ້ນ່າ. ຊິມາປຶກສາ ໂຕນີ້ກັນຢູ່, ຄົ້ນຄ້ວາກັນຢູ່.”

ເຈົ້າໜ້າທີ່ ທີ່ເຮັດວຽກ ໃນໂຮງງານຕັດຫຍິບ ໃນນະຄອນຫຼວງວຽງຈັນ ກ່າວວ່າ ປັດຈຸບັນ, ທາງໂຮງງານຕັດຫຍິບ ທີ່ທ່ານເຮັດວຽກຢູ່ນີ້ ກໍຍັງຂາດແຄນຄົນງານ ຈຳນວນຫຼາຍ, ເຊິ່ງທາງໂຮງງານ ກໍຍັງຕ້ອງການ ຄົນງານລາວ 1,000 ຫາ 2,000 ຄົນ ແລະ ກໍຄິດວ່າ ໂຮງງານອື່ນ ກໍຍັງຕ້ອງການ ຄົນງານລາວ ຫຼາຍເຊັ່ນກັນ. ເບື້ອງຕົ້ນ, ທາງໂຮງງານ ກໍມີແຕ່ໄດ້ປະກາດ ຮັບສມັກຄົນງານ ຜ່ານເຟສບຸກຄ໌ ແລະ ທາງສື່ສັງຄົມ ອອນລາຍນ໌ຕ່າງໆ ເພື່ອໃຫ້ຄົນລາວ ສົນໃຈເຂົ້າສມັກເຮັດວຽກ, ແຕ່ມີມາສມັກໜ້ອຍ 2-3 ຄົນເທົ່ານັ້ນ.

“ແມ່ນແຫຼະ ກໍຍັງຕ້ອງການພະນັກງານ ຈໍານວນຫຼາຍຢູ່ ເພາະວ່າ ເຮົາກໍຂາດພະນັກງານ, ຫັ້ນນ່າ. ບໍ່ແມ່ນແຕ່ທາງນີ້, ຫຼາຍໂຮງງານ ກໍໜ້າຈະຕ້ອງການ, ແຕ່ທາງເຮົາ ກໍຕ້ອງການຄືກັນ ເປັນພັນ ສອງພັນ ພຸ້ນເດ້. ທາງບໍຣິສັດເຮົາ ກໍປະກາດຮັບສມັກ ພະນັກງານ, ຫັ້ນນ່າ ຕາມເພຈ ຂອງບໍຣິສັດ ຊ່ອງທາງອື່ນນຳ, ຫັ້ນນ່າ. ຕຳແໜ່ງງານ ທີ່ວ່າຍັງຫວ່າງ, ແຕ່ມັນກໍບໍ່ຫຼາຍເນາະ ມີ 2-3 ຄົນຈັ່ງຊີ້.”

ກ່ຽວກັບເຣື່ອງນີ້, ຄົນງານລາວ ກ່າວວ່າ ທີ່ບໍ່ຢາກໄປເຮັດວຽກ ກັບໂຮງງານ ໃນລາວ ກໍຍ້ອນໄດ້ເງິນເດືອນຕໍ່າ ບໍ່ພໍກິນ ໃນແຕ່ລະເດືອນ ເພາະຄ່າຄອງຊີບ ໃນລາວ ສູງ. ຫຼາຍຄົນ ກໍພາກັນໄປເຮັດວຽກ ທີ່ປະເທດໄທຍ ເພາະໄດ້ເງິນເດືອນສູງກ່ວາ ຢູ່ລາວ ຫຼາຍເທົ່າ.

“ຄ່າແຮງງານນີ້ແຫຼະ ມັນຕໍ່າ, ຄ່າຄອງຊີບ ມັນສູງ, ປະມານລ້ານປາຍໆ ນີ້ແຫຼະ, ບໍ່ຮອດສອງລ້ານດອກ ຂັ້ນຕໍ່າທຳອິດ ນີ້, ລ້ານ 6 ນີ້ແຫຼະ, ຄົນທີ່ມີສີມື ບວກກັບໂອທີ ກໍຊິລື່ນນີ້ແດ່. ມັນບໍ່ກຸ້ມກິນ ມັນແພງຢູ່ແລ້ວ ຄ່າຄອງຊີບເຮົາ ທຸກມື້ນີ້. ເຂົາກະບໍ່ຢາກເຮັດແລ້ວ ມັນບໍ່ພໍກິນ, ກະຢູ່ໄທຍ ພຸ້ນແລ້ວຫຼາຍ.”

ຄົນງານລາວ ອີກນາງນຶ່ງ ກໍກ່າວວ່າ ທີ່ຄົນລາວ ບໍ່ຍອມເຮັດວຽກ ໃນໂຮງງານຕັດຫຍິບ ກໍຍ້ອນວ່າ ໄດ້ເງິນເດືອນຕໍ່າ, ແຕ່ຄ່າຄອງຊີບ ໃນລາວ ພັດສູງ ບໍ່ກຸ້ມກິນ. ພ້ອມນີ້, ກໍໄດ້ຍິນຂ່າວວ່າ ໂຮງງານຢູ່ແຖວບ້ານ ຂອງນາງ ກໍຍັງເປີດຮັບຄົນງານ ຫຼາຍພັນຄົນ, ແຕ່ກໍຍັງມີຄົນ ໄປສມັກໜ້ອຍ ເພາະເງິນເດືອນຕໍ່າ ເຂົ້າເຈົ້າກໍຕ້ອງການ ໄປບ່ອນທີ່ ໄດ້ເງິນເດືອນສູງ ເຊັ່ນ ໄທຍ, ເຊິ່ງໄປເດືອນນຶ່ງ ກໍໄດ້ເງິນເດືອນ 1 ໝື່ນກວ່າບາທ ຕ່າງຈາກລາວ ໄດ້ 2 ພັນບາທ.

“ເຂົາເຈົ້າໃຫ້ ຄ່າແຮງງານຕໍ່າ, ລ້ານກ່ວາ ມີແຕ່ຕົກເປັນເງິນໄທຍ ແຕ່ 2 ພັນ (ບາທ). ຄັນສົມທຽບໃສ່ໄທຍ ມັນກໍໄປເດືອນນຶ່ງ ມັນກໍໄດ້ເປັນໝື່ນກວ່າ ຄືບໍຣິສັດ ທຣີໂອຕັດຫຍິບ ເມືອງນາຊາຍທອງ ນີ້ເນາະ ເຮົາໄດ້ຍິນຂ່າວ ເຂົາເຈົ້າເອົາແຮງງານຕື່ມ ເປັນພັນ, ແຕ່ວ່າ ກໍບໍ່ມີຄົນໄປດອກ ຄ່າຄອງຊີບ ມັນສູງເນາະ, ເງິນເດືອນຕໍ່າ ເຂົາກໍໜີໄປບ່ອນໃໝ່ ພຸ້ນແຫຼະ.”

ທາງສະມາຄົມ ອຸດສາຫະກັມ ຕັດຫຍິບລາວ ກໍໄດ້ຊີ້ນໍາ ບັນດາໂຮງງານຕັດຫຍິບ ໃຫ້ປັບປຸງ ຫຼາຍວຽກງານ ເຣີ່ມຈາກເຣື່ອງຄ່າແຮງງານ, ແຕ່ຫຼ້າສຸດ ທາງກະຊວງແຮງງານ ແລະ ສວັດດີການສັງຄົມ ກໍໄດ້ປັບ ຄ່າແຮງງານຂັ້ນຕໍ່າ ເປັນ 1.6 ລ້ານກີບ ແລະ ນະໂຍບາຍຕ່າງໆ ເຊັ່ນ ເງິນຄ່າລ່ວງເວລາ ນະໂຍບາຍເວລາເຈັບເປັນ, ອີງໃສ່ກົດໝາຍ ແລະ ນິຕິກັມ ທີ່ກ່ຽວຂ້ອງ ທີ່ມີຢູ່.

ນອກຈາກນີ້, ທາງສະມາຄົມ ໄດ້ແຕ່ງຕັ້ງ ຄະນະຮັບຜິດຊອບ ເພື່ອຊອກຫາຄົນງານລາວ, ໂດຍການພົບພໍ້ ຜແນກແຮງງານ ແລະ ສວັດດີການສັງຄົມ ບັນດາແຂວງ ພົບພໍ້ເຈົ້າເມືອງ ແລະ ນາຍບ້ານ ທົ່ວປະເທດເພື່ອນໍາສເນີ ຄວາມຕ້ອງການແຮງງານ ແລະ ຜົລດີ ຂອງການໄປເຮັດວຽກ ຢູ່ໂຮງງານຕັດຫຍິບ ພາຍໃນປະເທດນໍາດ້ວຍ ແລະ ຢາກໃຫ້ຄົນງານລາວ ທີ່ຍັງບໍ່ທັນ ມີວຽກເຮັດງານທຳ ໄປສມັກວຽກ ໃນໂຮງງານຕັດຫຍິບ ໃນລາວ ຫຼາຍຂຶ້ນ ເພາະທາງໂຮງງານ ຫຼາຍແຫ່ງ ກໍໄດ້ເປີດຮັບສມັກ ຈຳນວນຫຼາຍ ທັງຜູ້ເປັນວຽກ, ມີປະສົບການ ແລະ ບໍ່ມີປະສົບການ, ເຊິ່ງຜູ້ໃດ ບໍ່ມີປະສົບການ ທາງໂຮງງານ ເຂົາເຈົ້າກໍຈະມີ ການຝຶກສອນ ຈົນໃຫ້ເປັນຄົນ ທີ່ມີທັກສະ ໃນການເຮັດວຽກ.

ປັດຈຸບັນ, ມີ 78 ໂຮງງານ ທີ່ຂຶ້ນກັບສະມາຄົມ ຕັດຫຍິບລາວ ມີຄົນງານລາວ ທັງໝົດ 25,000 ຄົນ, ເຊິ່ງໃນນີ້ ສະເພາະຜລິຕເຄື່ອງ ສົ່ງອອກໂດຍຕຣົງ ມີ 50 ໂຮງງານ, ໂດຍມີຕລາດສົ່ງອອກ ຕົ້ນຕໍ ແມ່ນປະເທດ ໃນຢຸໂຣປ, ອອສເຕຣເລັຽ, ຢີ່ປຸ່ນ ແລະ ຕລາດໃນອາຊ້ຽນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org