ຍິງລາວເຜົ່າມົ້ງ 14 ປີ ຖືກບັງຄັບ ໃຫ້ແຕ່ງດອງ

ສິດນີ
2021.05.05
ຍິງລາວເຜົ່າມົ້ງ 14 ປີ ຖືກບັງຄັບ ໃຫ້ແຕ່ງດອງ ຍິງລາວເຜົ່າມົ້ງ ອາຍຸ 14 ປີ ເຮັດວຽກນຳພໍ່ແມ່ ຢູ່ສວນກ້ວຍຈີນ ຢູ່ ແຂວງບໍຣິຄຳໄຊ ຖືກໃຫ້ແຕ່ດອງ ກັບຜູ້ຊາຍວັຍ 40 ປີ.
ນັກຂ່າວພົລເມືອງ

ເດັກນ້ອຍຜູ້ຍິງລາວເຜົ່າມົ້ງ ອາຍຸ 14 ປີ ມີພູມລຳເນົາຈາກ ແຂວງໄຊສົມບູນ ແຕ່ມາເຮັດວຽກນຳພໍ່ແມ່ ຢູ່ສວນກ້ວຍຈີນ ຢູ່ແຂວງ ບໍຣິຄຳໄຊ ຖືກຜູ້ເປັນແມ່ໃຫ້ແຕ່ດອງ ກັບຜູ້ຊາຍວັຍ ອາວຸໂສ 40 ປີ ເພື່ອໃຊ້ຫນີ້ ຍ້ອນພໍ່ຖືກຄຸກໃນຄະດີ ຢາເສບຕິດ ແລະ ໄດ້ ຕິດຫນີ້ຜູ້ຊາຍຄົນນີ້ ປະມານ 15 ລ້ານກີບ ແລະ ນາງບໍ່ມີເງິນໄຊ້ຄືນ ຈຶ່ງເອົາລູກມາໄຖ່ຫນີ້ແທນ ໂດຍການ ໃຫ້ແຕ່ງດອງກັບ ເຈົ້າຫນີ້.

ຫລ້າສຸດເຈົ້າຫນ້າທີ່ໄດ້ນຳໂຕຜູ້ຊາຍຄົນນີ້ ໄປສອບສວນ-ສືບສວນ ເພື່ອດຳເນີນຄະດີ ໃນຂນະດຽວກັນ ເດັກນ້ອຍແມ່ຍິງຄົນນີ້ ກໍຍັງ ອາສັຍຢູ່ນຳແມ່ຢູ່ສວນກ້ວຍຈີນ, ຕາມຄໍາເວົ້າ ຂອງ ເຈົ້າຫນ້າທີ່ ສະຫະພັນແມ່ຍິງລາວ ທ່ານນືງຢູ່ ແຂວງບໍຣິຄຳໄຊ ຕໍ່ເອເຊັຽເສຣີ ໃນມື້ວັນທີ 4 ພຶສພາ ນີ້ວ່າ:

"ປັດຈຸບັນນີ້ ຖືວ່າເຈົ້າຫນ້າທີ່ ໄດ້ເຂົ້າໄປຮອດລາວແລ້ວ ຕອນນີ້ຫັ້ນລາວຍັງບໍ່ທັນອອກມາ ເພາະວ່າ ເອົາຄູ່ກໍຣະນີຫັ້ນນ່າຜູ້ຊາຍ ທີ່ບັງຄັບລາວອອກມາແລ້ວ ຜູ້ຍິງເອົາອອກມາບໍ່ໄດ້ ບໍ່ມີຜູ້ໃດຮັບຮອງລາວ ຄອບຄົວຂອງລາວ ພໍ່ແມ່ລາວຍັງຢູ່ຫັ້ນ ຊິເອົາອອກມາ ຢູ່ນຳໃຜ ແມ່ລາວຫັ້ນຍັງມີລູກນ້ອຍຢູ່ ຊິເອົາໄປກໍເອົາໄປບໍ່ໄດ້ ຄັນຊິເອົາໄປກໍຍັງມີລູກ ລູກຊີິຢູ່ນຳໃຜ ບໍ່ມີບ່ອນອາສັຍຫັ້ນນ່າ.”

ຍານາງ ກ່າວຕື່ມວ່າ ປັດຈຸບັນຄອບຄົວ ຂອງເດັກນ້ອຍລາວ ອາຍຸ 14 ປີ ຄົນນີ້ ປະກອບດ້ວຍແມ່ແລະນ້ອງ ອີກຄົນນື່ງ ທັງຫມົດ ຢູ່ນຳກັນ ທີ່ເຮືອນພັກພະນັກງານ ເຝົ້າສວນກ້ວຍຈີນ ຢູ່ບ້ານຊົມຊື່ນ ເມືອງບໍຣິຄັນ ແຂວງບໍ່ຣິຄຳໄຊ.

ເຈົ້າຫນ້າທີ່ສະຫາພັນແມ່ຍິງລາວ ອີກຄົນນື່ງຢູ່ ແຂວງບໍຣິຄຳໄຊ ເວົ້າວ່າ ຈາກການສືບສວນ-ສອບສວນ ຜູ້ຊາຍຄົນດັ່ງກ່າວ ແລະ ເດັກນ້ອຍແມ່ຍິງຊາວມົ້ງຄົນນີ້ ທັງສອງເວົ້າຕົງກັນ ວ່າບໍ່ໄດ້ມີເພດສຳພັນຣະຫວ່າງກັນ ມີແຕ່ນອນນຳກັນຊື່ໆ ແຕ່ເຈົ້າຫນ້າທີ່ບໍ່ເຊື່ອ ຈື່ງເອົາເດັກນ້ອຍແມ່ຍິງຄົນນີ້ ໄປຫາຫມໍເພື່ອກວດຮ່າງກາຍ ເພື່ອໃຊ້ເປັນຫລັກຖານໃນຄະດີ.

“ເຈົ້າຫນ້າທີ່ກໍາລັງສອບສວນຢູ່ ກໍຊິຫຼາຍຂໍ້ຫັ້ນແຫຼະ ຄ້າຢາເສບຕິດແດ່ ຄັນຖ້າວ່າມາເຮັດກັບເດັກນ້ອຍນີ້ອີກ ແຕ່ວ່າຕາມເຂົາເຈົ້າ ເວົ້າເບຶື້ອງຕົ້ນ ຂະເຈົ້າສອບສວນ ເຂົາເຈົ້າວ່ານອນ ນຳກັນຊື່ໆ ບໍ່ໄດ້ເຮັດຫຍັງ ຄັນເວົ້າສິດທິຂອງເດັກນ້ອຍ ກໍອາຍຸ ບໍ່ທັນເຖິງກະ ສຽນ ແລະກໍແບບບີບບັງຄັບ ໂດຍບໍ່ມັກກັນຫັ້ນນ່າ ບັງຄັບໃຫ້ເອົາ ແລ້ວເອົາໄປໃຊ້ຫນີ້ໃຊ້ສິນ.”

ທົ່ວໂລກ ຈະບໍ່ມີປະເທດໃດ ໃຫ້ສິດທິບຸກຄົນໃດ ລ່ວງລະເມີດທາງເພດເດັກນ້ອຍ ຫລື ບັງຄັບໃຫ້ເດັກນ້ອຍແຕ່ງດອງກ່ອນອາຍຸ ອັນຄວນ ສປປລາວ ກໍເຊັ່ນກັນ ເພາະເປັນເຣື້ອງ ຜິດກົດຫມາຍວ່າດ້ວຍສິດທິຂອງເດັກນ້ອຍ ຜູ້ກະທຳຜິດຈະຖືກດຳເນີນຄະດີ ຕາມກົດຫມານ. ເຈົ້າຫນ້າທີ່ສະຫະພັນ ແມ່ຍິງລາວ ຢູ່ ແຂວງບໍຣິຄຳໄຊ ຄົນທຳອິດ ກ່າວຕື່ມວ່າ:

"ກໍຣະນີມັນຕາມສິດທິເນາະ ຕາມກົດຫມາຍ ກໍຄືກົດຣະບຽບທຸກໆປະເທດ ທຸກໆຊາດນ່າ ມັນກໍບໍໍ່ມີໃຜ ມີແຕ່ນະໂຍບາຍແບບນີ້ເນາະ ມັນກໍເກີດເປັນບາງບ່ອນ ຫຼາຍເທື່ອຊື່ໆຫັ້ນນ່າ ແຕ່ວ່າບໍ່ຫມາຍຄວາມວ່າ ໃຫ້ເປັນແບບນີ້ດອກ ຄັນວ່າ ມັນເປັນກໍຕ້ອງໄດ້ຊອກວິທີ ແກ້ໄຂ ຕ້ອງໄດ້ຊ່ອຍຜິດຢູ່ແລ້ວ ວ່າຊັ້ນສ່າ ຄັນຖ້າເຮັດແບບນີ້ເນີ."

ສ່ວນເຈົ້າຫນ້າທີ ສະຫະພັນແມ່ຍິງລາວ ຢູ່ແຂວງໄຊສົມບູນ ກ່າວວ່າ ຕໍ່ເຫດການດັ່ງກ່າວ ກໍແມ່ນວ່າ ພໍ່ແມ່ຂອງເດັກນ້ອຍແມ່ຍິງ ຄົນນີ້ ເປັນຄົນເຫັນແກ່ຕົວ ແລະ ຮູ້ເທົ່າບໍ່ເຖິິງການ ບັງຄັບໃຫ້ເດັກນ້ອຍ ມີເພດສຳພັນກັບຄົນ ອາຍຸ 40 ປີ ຖືວ່າເປັນການບໍ່ ຖືກຕ້ອງ.

"ຜູ້ຊາຍທີ່ຂົ່ມຂືນລາວຫັ້ນນ່າ ຜູ້ທີ່ຢາກໄດ້ລາວມາເປັນເມັຽຫັ້ນນ່າ ຫມາຍຄວາມວ່າລາວຫັ້ນ ຄ້າຢາອີກຫັ້ນນ່າ ບັນຫາກ່ອນພໍ່ແມ່ ຊິຕິດຕາມລາວຫັ້ນ ຍ້ອນວ່າ ເອົາຢາຂອງລາວຫັ້ນ ມາເສບແລ້ວກໍມາຂາຍ ແລ້ວກໍບໍ່ສົ່ງເງິນ ກໍມີຂໍ້ບັງຄັບຫັ້ນນ່າ ພໍ່ແມ່ບາງຄົນເຂົາ ກໍຄິດບໍ່ເທົ່າເຖິງການ ມີຄວາມເຫັນແກ່ຕົວເກີນໄປ ບໍ່ຄິດເຖິງຜົລກະທົບ ຂອງລູກຫັ້ນນ່າ ກໍຢາກບັງຄັບ ນາງອັນນີ້ ໄປມີເພດສັມພັນ ກັບຜູ້ນັ້ນຫັ້ນ.”

ຊາວບ້ານຢູ່ບ້ານສີສວາດ ເມືອງບໍຣິຄັນ ແຂວງບໍຣິຄຳໄຊ ທ່ານນຶ່ງເວົ້າວ່າ ການທີ່ບັງຄັບໃຫ້ລູກສາວ ອາຍຸບໍ່ເຖິິງກະສຽນແຕ່ງດອງ ກັບຄົນອື່ນ ຖືວ່າເປັນເຣື້ອງບໍ່ຖືກຕ້ອງ ເນື່ອງຈາກ ກົດຫມາຍລາວຣະບຸໃວ້ ຢ່າງຈະແຈ້ງວ່າ ຜູ້ກ່ຽວຕ້ອງມີອາຍຸ 18 ປີ ຈຶ່ງຈະແຕ່ງ ດອງໄດ້ ແຕ່ຖ້າຫາກອາຍຸ ພຽງແຕ່ 14 ປີ ຖືວ່າຜິດກົດຫມາຍ.

“ອັນນີ້ ມັນບໍ່ຖືກຢູ່ແລ້ວເນາະ ກົດຫມາຍລາວເຮົາ ມັນກໍມີຢູ່ບັນຫານຶ່ງມາ ຜູ້ກ່່ຽວຫັ້ນກໍອາຍຸບໍ່ຣອດ 18 ເນາະກ່ອນຈະສ້າງຄອບ ສ້າງຄົວ ມັນກໍອາຍຸຕ້ອງຮອດ 18 ປີ ເພີ່ນຈຶ່ງຈະ ອະນຸຍາດໃຫ້.”

ຊາວບ້ານຢູ່ບ້ານວັດທາດ ເມືອງບໍຣິຄັນ ແຂວງບໍຣິຄຳໄຊ ເວົ້າວ່່າ ການບັງຄັບໃຫ້ລູກສາວ ໄປແຕ່ງດອງໂດຍອາຍຸບໍ່ເຖິງກະສຽນ ຫລືລູກສາວບໍ່ເຕັມໃຈນັ້ນ ຖືວ່າເປັນເຣື້ອງທີ່ບໍ່ຖືກ ຕ້ອງຕາມປະເພນີລາວ ແຕ່ໃນກໍຣະນີ ປະເພນີຊາວມົ້ງ ສ່ວນໃຫຍ່ອາຍຸ 13-14 ປີ ພໍ່ແມ່ ຈະໃຫ້ແຕ່ງດອງກັນ ແຕ່ຕ້ອງເປັນຄວາມພໍໃຈທັງສອງຝ່າຍ.

“ຄັນຖືກບັງຄັບສ່ວນຫຼາຍກໍບໍ່ຖືກຕ້ອງແລ້ວ ສ່ວນຫຼາຍເຜົ່າມົ້ງນີ້ມັນ 13-14 ປີ ມັນຢາກໄດ້ເມັຽຜູ້ເຖົ້່າແດ່ ຈະເປັນນ້ອຍເຂົາເດີ ຮີດຄອງປະເພນີລາວ ລະແມ່ນບໍ່ຖືກ ຮີດຄອງປະເພນີ ລາວຄັນວ່າຜູ້ຍິງມັກ ຊາຍມັກລະເອົາໄດ້ ແຕ່ວ່າຄັນບໍ່ມັກກັນ ລະເອົາບໍ່ໄດ້ ຂົ່ມຂຶນເອົານີ້ ມັນບໍ່ໄດ້.”

ໃນທີ່ສຸດ ເຈົ້າຫນ້າທີ່ສະຫະພັນ ແມ່ຍິງລາວ ແຂວງບໍຣິຄຳໄຊ ຄົນດັ່ງກ່າວເວົ້າວ່າ ສຳລັບກໍຣະນີ ຜູ້ຊາຍອາຍຸ 40 ປີ ຄົນນີ້ຈະຖືກ ດຳເນີນຄະດີ ໃນຂໍ້ຫາໃດນັ້ນ ຍັງຢູ່ໃນຣະຫວ່າງ ການສືບສວນ-ສອບສວນ ຢູ່ ແຕ່ເບື້ອງຕົ້້ນ ເຈົ້າຫນ້າທີ່ໄດ້ຕັ້ງຂໍ້ຫາ ໃສ່ລາວ ໃນຄະດີຄ້າຢາເສບຕິດ ສ່ວນຄະດີຄ້າມະນຸດ ແລະ ຣະເມີດສິດທິເດັກນ້ອນ ນັ້ນ ຕ້ອງໄດ້ລໍຖ້າ ຜົລກວດ ຮ່າງກາຍ ຂອງເດັກນ້ອຍ ແມ່ຍິງຄົນອາຍຸ 14 ປີ ຄົນນີ້ກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.