ຄົນງານລາວມັກໄປຕ່າງ ປະເທດ
ຄົນງານ ຕ່າງດ້າວ ເຂົ້າມາເຮັດວຽກ ຢູ່ລາວ ຫຼາຍຂຶ້ນ ແຕ່ຄົນງານລາວ ໜີໄປ ເຮັດວຽກຢູ່ໄທ ແລະ ໃນປະເທດອື່ນໆ.
-
ຈໍາປາທອງ
2017-09-08 -
-
-
Your browser doesn’t support HTML5 audio
ຄົນງານຕ່າງປະເທສ ຢູ່ ສປປລາວ ເກືອບວ່າທັງໝົດ ເປັນ ກຳມະກອນ, ຄົນງານ ແລະ ຄົນຂາຍເຄື່ອງຍ່ອຍ ວຽດນາມ ແລະຈີນ ພາກັນ ເຂົ້າມາເຮັດວຽກ ແລະ ທຳມາຫາກິນ ຢູ່ລາວ ເປັນຈຳນວນ ຫລວງຫລາຍ ຊຶ່ງຂະນະນີ້ ກໍາມະກອນຈີນ ກໍາລັງພາກັນ ເຂົ້າມາກໍ່ສ້າງ ທາງ ຣົດໄຟ ຄວາມໄວສູງ ລາວ-ຈີນ ແຕ່ກໍຍັງ ບໍ່ຮູ້ວ່າມີ ຈຳນວນເທົ່າໃດ ກັນແທ້ ຍ້ອນ ທາງການລາວ ບໍ່ເປີດເຜີຍ ຈຳນວນຕົວຈິງ ຫລືອາຈບໍ່ ທັນມີ ການສຳຣວດເທື່ອ ມີແຕ່ກົມຄຸ້ມຄອງ ແຮງງານ ກະຊວງແຮງງານ ແລະ ສະຫວັດດິການສັງຄົມ ສປປລາວ ຣາຍງານ ວ່າໃນປີ 2016 ມີຄົນງານ ຕ່າງປະເທສ ຮວມທັງ ນັກທຸຣະກິດ ຢູ່ລາວທັງໝົດ 50,000 ຄົນ ຊຶ່ງຄວາມເປັນຈິງ ຫຼາຍຄົນ ເວົ້າວ່າ ມີຫລາຍກວ່ານັ້ນ ຫລາຍເທົ່າຕົວ ຄືອາຈມີຫລາຍ ແສນຄົນ ໃນຂະນະທີ່ ຄົນງານລາວ ເປັນຕົ້ນ ຊາຍໜຸ່ມ ຍິງສາວ ແລະເດັກນ້ອຍ ທີ່ທຸກຍາກ ຂາດເຂີນ ຕັ້ງແຕ່ເໜືອ ຕລອດໃຕ້ ໃນທົ່ວປະເທສ ຫຼັ່ງໄຫຼໄປ ຊອກຫາວຽກເຮັດ ງານທຳ ດ້ວຍຄວາມຈໍາເປັນ ຢູ່ປະເທສໄທ ຢ່າງເປັນຂະບວນ ຊຶ່ງມີ ຂ່າວວ່າຫຼາຍເຖິງ ສີ່ຫາຫ້າແສນຄົນ ເປັນຕົ້ນຄົນງານ ບໍ່ມີສີມື ແລະ ໃນຂະນະທີ່ ຢາກໄປອອກແຮງງານ ຫາເງິນ ຢູ່ສະຫະຣັຖ ອະເມຣິກາ ແຮງທີ່ສຸດ ທຽບໃສ່ໄທ ແລະ ປະເທສຕ່າງໆ ໃນຂົງເຂດນີ້ ແຕ່ກໍມີໂອກາດ ໄດ້ໄປຈຳນວນນຶ່ງ ໃນຮູບແບບ ຂອງການ ໄປຢ້ຽມຢາມ.
ຍ້ອນສາເຫດຕົ້ນຕໍອັນໃດແທ້ ທີ່ພາໃຫ້ເປັນຄືແນວນັ້ນ ຫລາຍຄົນເວົ້າວ່າ ຍ້ອນໄດ້ເງິນດີ ແລະ ມີຜົລປໂຍດ ຫລາຍຢ່າງ ດັ່ງທີ່ທ່ານ ສົມຈິດ ສຸວັນນະຄີລີ ຊາວລາວ ທີ່ຣັຖເທັກຊັດ ສະຫະຣັຖ ອະເມຣິກາ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນໂອກາດ ວັນແຮງງານ ສະຫະຣັຖ ອະເມຣິກາ ວ່າ:
ທ່ານກ່າວຕື່ມອີກວ່າ ເງິນເດືອນ ແລະເງິນໂມງ ທີ່ໄດ້ຮັບມານັ້ນ ນອກຈາກຈະໄດ້ຈັບຈ່າຍ ຊື້ສິ່ງຂອງ ສໍາລັບ ຊີວິດການເປັນຢູ່ ປະຈໍາວັນ ນັ້ນແລ້ວ ກັມມະກອນ ແລະ ຄົນງານ ກໍຍັງມີ ເງິນທ້ອນຫອມ ເອົາໄວ້ ຈົນວ່າໄດ້ຊື້ ເຮືອນຢູ່, ຊື້ຣົດຂີ່. ບໍ່ພຽງເທົ່າ ນັ້ນຍັງມີເງິນ ເຫລືອໄວ້ ເພື່ອໄປທ່ອງທ່ຽວ ພັກຜ່ອນ ກັບຄອບຄົວ, ຊຶ້ເຄື່ອງນຸ່ງຂອງຖື, ຄ່ານໍ້າຄ່າໄຟ ທຸກຢ່າງກໍຢູ່ ໃນຫັ້ນໝົດ.
ໝາຍຄວາມວ່າ ເງິນເດືອນຂັ້ນຕໍ່າ ແມ່ນພຽງພໍ ສໍາລັບຄ່າໃຊ້ຈ່າຍ ທີ່ຈໍາເປັນພື້ນຖານ ໃນການດໍາຣົງຊີວິດ ຄືວ່າເຂົາເຮັດ ໃຫ້ມັນພຽງພໍ ສໍາລັບຢູ່ໃນ ສະຫະຣັຖ ອະເມຣິກາ ນີ້ ເວັ້ນເສັຍແຕ່ ຜູ້ທີ່ໄປຫລິ້ນ ຟຸມເຟືອຍ ອັນນັ້ນມັນ ກໍເປັນເຣຶ່ອງ ນຶ່ງອີກ.
ແລະທ່ານ ບຸນເຫລື່ອມ ບົວລະພັນ ຊາວລາວທີ່ຣັຖ ມິນເນໂຊຕາ ສະຫະຣັຖ ອະເມຣິກາ ກໍກ່າວຕໍ່ ວິທຍຸເອເຊັຍເສຣີ ໃນໂອກາດ ວັນ ແຮງງານ Labor Day ຂອງສະຫະຣັຖ ອະເມຣິກາ ມື້ວັນທີ 4 ກັນຍາ ຊຶ່ງເປັນມື້ ທີ່ມີຄວາມສຳຄັນຍິ່ງ ໃນການລະນຶກ ເຖິງຜົລງານ ແລະຄຸນງາມ ຄວາມດີ ຂອງກຳມະກອນ ແລະຜູ້ອອກແຮງງານ ທີ່ໄດ້ອອກເຫື່ອ ເທແຮງ ທັງສະຕິປັນຍາ ແລະເຮື່ອແຮງ ບໍ່ຈັກວ່າເທົ່າໃດ ໃນການພັທນາ ເສຖກິດ-ສັງຄົມ ແຫ່ງຊາດ ເພື່ອຄວາມ ສົມບູນພູນສຸກ ແລະຄວາມມັ້ງຄັ້ງ ຂອງປະຊາຊົນ ອາເມຣິກັນ ທັງມວນ, ເພື່ອ ຄວາມຈະເຣີນ ຮຸ່ງເຮືອງ ແລະຄວາມເຂັ້ມແຂງ ຂອງປະເທສ ເພື່ອສັນຕິພາບ ໂລກ ແລະ ເສຣີພາບ ປະຊາທິປະໄຕ ຂອງ ມວນມະນຸດ ນັ້ນວ່າ:
ເມື່ອເວົ້າເຖິງເງິນເດືອນ ໂດຍສະເພາະ ເງິນເດືອນຂັ້ນຕໍ່າ ຊຶ່ງພຽງພໍ ສໍາລັບການ ດໍາລົງຊີວິດ ຕາມທັມດາ ທີ່ກໍາມະກອນ ແລະຄົນງານ ຢູ່ສະຫະຣັຖ ອະເມຣິກາ ໄດ້ຮັບແລະຢູ່ ສປປລາວ ທີ່ບໍ່ກຸ້ມຢູ່ ບໍ່ກຸ້ມກິນ ຊຶ່ງສະຫະພັນ ກັມບານລາວ ເວົ້າວ່າ ເມື່ອປີຜ່ານມາ ປະເທສລາວ ມີຄົນງານ ປະມານ 551,000 ຄົນ ທີ່ເຮັດວຽກ ໃນທຸຣະກິດ ຕ່າງໆຊຶ່ງ ຈໍານວນ ຫຼວງຫຼາຍ ບໍ່ມີວິຊາສະເພາະ ນັ້ນ ທ່ານ ສົມຈິດ ເວົ້າວ່າ:
ທ່ານກ່າວຕື່ມອີກວ່າ ແຕ່ເມື່ອເບິ່ງໄປ ທາງກັມກອນ ແລະຄົນງານ ທີ່ເຮັດວຽກຢູ່ ສປປ ລາວ ທ່ານເຫັນວ່າ ພວກເຂົາເຈົ້າ ເຮັດວຽກຫລາຍ ເຮັດວຽກໜັກ ແຕ່ຍັງໄດ້ຮັບ ເງິນຄ່າ ແຮງງານ ແບບບໍໍ່ເປັນທັມ, ຄ່າແຮງງານຕໍ່າຫລາຍ ບໍ່ກູ້ມຢູ່ບໍ່ກູ້ມກິນ ຍ້ອນຣາຄາເຄື່ອງຢູ່ຂອງກິນ ເຄື່ອງໃຊ້ຂອງສອຍ ຖີບຕົວສູງຂຶ້ນ ມາໂດຍຕລອດ ເພາະວ່າ ການຜລິດ ສິນຄ້າຢູ່ ສປປລາວ ບໍ່ມີພໍເທົ່າໃດ, ສ່ວນຫຼວງຫຼາຍ ແມ່ນເພີ່ງພາ ອາສັຍ ແຕ່ສິນຄ້າ ຂອງ ຕ່າງປະເທສ. ແລະ ທ່ານ ບຸນເຫລື່ອມ ກໍເວົ້າເຖິງ ເຮຶ່ອງດຽວກັນ ນັ້ນວ່າ:
ເວົ້າເຖິງເງິນເດືອນຂັ້ນຕໍ່າ ຂອງກໍາມະກອນແລະຄົນງານ ທີ່ເຮັດວຽກຢູ່ ສປປ ລາວ ຊຶ່ງໄດ້ 9 ແສນກີບ ໃນປັດຈຸບັນນີ້ນັ້ນ ຄົນງານລາວ ທີ່ເຮັດວຽກ ຢູ່ໃນປະເທສ ເວົ້າວ່າ:
ໃນຣະຍະ 5 ປີຜ່ານມານີ້ ຣັຖບາລ ສປປລາວ ຂຶ້ນເງິນເດືອນຂັ້ນຕໍ່າ ຂອງກໍາມະກອນ ແລະຄົນງານ ທີ່ເຮັດວຽກ ຢູ່ຕາມໂຮງຈັກໂຮງງານ ຕ່າງໆ ໃນທົ່ວປະເທສ ມາແລ້ວ 2 ຄັ້ງ ຄືຄັ້ງທີ 1 ໃນປີ 2012 ຂຶ້ນຈາກ 380,000 ກີບ ເປັນ 626,000 ກີບ ແລະຄັ້ງທີ 2 ໃນປີ 2015 ຈາກ 626,000 ກີບ ເປັນ 900,000 ກີບ ແລະໃນປີ 2017 ນີ້ກໍວ່າຈະຂຶ້ນ ໃຫ້ເປັນ 1,200,000 ຫລື 1,500,000 ກີບ ຍ້ອນ ຣາຄາ ສິນຄ້າຕ່າງໆ ໃນທ້ອງຕລາດ ແພງຂຶ້ນຫຼາຍ ເຮັດໃຫ້ ຄ່າຄອງຊີບ ຖີບຕົວສູງຂຶ້ນ ນັບມື້. ດັ່ງທ່ານ ວັນລັງ ຄໍາສຸກ ຮອງປະທານ ພັນທະມິດ ເພື່ອປະຊາທິປະໄຕ ໃນລາວ ໄດ້ກ່າວຕໍ່ ວິທຍຸເອເຊັຍເສຣີ ເມື່ອບໍ່ນານມາ ນີ້ວ່າ:
ແຕ່ກໍຍັງບໍ່ຮູ້ວ່າ ເງິນເດືອນຂັ້ນຕໍ່າໃໝ່ນັ້ນ ຈະຂຶ້ນໃຫເມື່ອໃດກັນແທ້.