ທ່ອງທ່ຽວຂອງລາວຢູ່ຍາກ ຕ່າງຊາຕ ເຂົ້າມາມີບົດບາດ
2019.11.07

ໃນປີ 2019 ນີ້, ຣັຖບານລາວ ໄດ້ປະກາດໃຫ້ເປັນປີທ່ອງທ່ຽວລາວ-ຈີນ, ໂດຍຕັ້ງເປົ້າໝາຍດຶງດູດນັກທ່ອງທ່ຽວຈີນໃຫ້ໄດ້ 1 ລ້ານຄົນ ຈາກການຕັ້ງເປົ້າໝາຍດຶງດູດນັກທ່ອງທ່ຽວໝົດປີ ໃຫ້ໄດ້ 4 ລ້ານ 5 ແສນຄົນ.
ຜ່ານໄປໄດ້ 9 ເດືອນ, ເປົ້າໝາຍດັ່ງກ່າວ ເບິ່ງຄືວ່າມີຄວາມຄືບໜ້າເປັນທີ່ໜ້າພໍໃຈພໍສົມຄວນ ເພາະສາມາດດຶງດູດນັກທ່ອງທ່ຽວຈີນໃຫ້ເຂົ້າມາທ່ຽວລາວເພີ້ມຂຶ້ນເຖິງ 26 ເປີເຊັນ ເມື່ອທຽບໃສ່ປີກາຍ, ອີງຕາມການຣາຍງານຈາກໜັງສືພິມວຽງຈັນທາມສ໌ ເມື່ອເດືອນຕຸລາ ທີ່ຜ່ານມາ, ໂດຍອ້າງອີງຂໍ້ມູນຈາກທ່ານ ສູນ ມະນີວົງສ໌, ເອກອະທິບໍດີກົມພັທນາການທ່ອງທ່ຽວ, ກະຊວງຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວຂອງລາວ.
ເຖິງຢ່າງໃດກໍຕາມ, ໂຕເລຂນັກທ່ອງທ່ຽວຈີນ ແລະ ນັກທ່ອງທ່ຽວໂດຍລວມ ຈະເພີ້ມຂຶ້ນຫຼາຍ ເມື່ອທຽບໃສ່ປີກາຍ, ແຕ່ຜູ້ປະກອບການທ່ອງທ່ຽວພາຍໃນ ພັດພາກັນຈົ່ມວ່າ ຜົລປໂຍດທີ່ໄດ້ຮັບຈາກການເຂົ້າມາຂອງນັກທ່ອງທ່ຽວຕ່າງປະເທດນັ້ນ, ມັນຕົກຢູ່ທີ່ໃຜກັນແທ້.
ຜູ້ປະກອບການທ່ອງທ່ຽວ ທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ໄດ້ໃຫ້ສັມພາດແກ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ເມື່ອທ້າຍເດືອນຕຸລາ ວ່າ ປີນີ້ ນັກທ່ອງທ່ຽວໂດຍລວມແມ່ນເພີ້ມຂຶ້ນແທ້, ແຕ່ຜົລປໂຍດຈາກການທ່ອງທ່ຽວ ຍັງຄົງຕົກເປັນຂອງຜູ້ປະກອບການຕ່າງປະເທດເປັນສ່ວນໃຫຍ່, ໂດຍສະເພາະນັກທ່ອງທ່ຽວຈີນ ແລະ ເກົາຫຼີໃຕ້ ທີ່ເຂົ້າມາທ່ອງທ່ຽວລາວ, ແຕ່ພັດໃຊ້ແຕ່ບໍຣິການຂອງຜູ້ປະກອບການຂອງຊາຕເຂົາເຈົ້າເອງ.
ສຽງ1: “ປີນີ້ ເພິ່ນເອີ້ນວ່າເປັນປີທ່ອງທ່ຽວລາວ-ຈີນ. ຈີນນີ້ເຂົ້າມາທ່ຽວລາວເຮົາຫຼາຍໄດ໋. ຖືວ່າຍ້າຍຈາກໄທມາເລີຍກໍວ່າໄດ້, ຫັ້ນແຫຼະ. ໂດຍສະເພາະທີ່ຫຼວງພຣະບາງຂຶ້ນໄປນີ້ ຄົນຈີນມາຫຼາຍ. ມັນຣາຍໄດ້ຄວນທີ່ຈະກະຈາຍໃຫ້ຄົນລາວ ຜູ້ປະກອບການຄົນລາວຄວນຈະມີຣາຍໄດ້. ຢ່າງເຊັ່ນໂຮງແຮມຫັ້ນນ່າ, ມັນກະຄວນເປັນຄົນລາວເນາະ ນັກທ່ອງທ່ຽວເຂົ້າມາ ເຂົາກະຕ້ອງໄດ້ຮັບ. ຮ້ານອາຫານ ມັນກະຄວນຈັດຢູ່ໃນເຂດຈັດສັນລວມກັນເລີຍ ເປັນຮ້ານອາຫານລາວ, ຮ້ານອາຫານຈີນແມ່ນຫຍັງ, ເຂົາເຂົ້າໄປ ໃຫ້ເຂົາສາມາດເຫັນ. ແຕ່ມັນຊິແຕກຕ່າງ ເຂົາຄົນຈີນເຂົາເອງເລີຍ ທີ່ເຂົາມາປະມູລເອງ ມາເຮັດເອງ ມາເປີດເປັນຮ້ານອາຫານຮັບທົວເຂົາເອງ. ຄົນທີ່ໄດ້ແມ່ນຜູ້ໃດ? ຜູ້ປະກອບການຂອງເຂົາເອງ. ໂຮງແຮມເດ? ກະຂອງຄົນຈີນ ມັນຈະເປັນແບບນີ້ເນາະ. ບໍ່ໄດ້ຫຍັງເລີຍຄົນລາວເຮົາ, ມັນເປັນແບບນີ້.”
ທ່ານກ່າວຕື່ມວ່າ ຜູ້ປະກອບການດ້ານການທ່ອງທ່ຽວຈີນ ແລະ ເກົາຫຼີໃຕ້ ເຂົ້າມາເປີດບໍຣິການດ້ານການທ່ອງທ່ຽວແບບຄົບວົງຈອນ ເຮັດໃຫ້ຜູ້ປະກອບການທ້ອງຖິ່ນ ຍັງບໍ່ໄດ້ຮັບຜົລພອຍໄດ້ຈາກໂຕເລຂນັກທ່ອງທ່ຽວທີ່ເພີ້ມຂຶ້ນໃນປີນີ້ ເທົ່າທີ່ຄວນຈະເປັນ.
ເຊັ່ນດຽວກັນກັບຜູ້ປະກອບການເຮືອນພັກ ໃນເຂດນະຄອນຫຼວງພຣະບາງ ທ່ານກໍໄດ້ກ່າວຕໍ່ຜູ້ສື່ຂ່າວພວກເຮົາໃນວັນທີ 7 ພຶສຈິກາ ວ່າ ຜູ້ປະກອບການດ້ານການທ່ອງທ່ຽວຈີນ ເຂົ້າມາມີບົດບາດໃນນະຄອນຫຼວງພຣະບາງຫຼາຍຂຶ້ນເລື້ອຍໆ ຈົນເຮັດໃຫ້ຜູ້ປະກອບການທ້ອງຖິ່ນຢູ່ຍາກ, ເຖິງວ່າສມາຄົມຜູ້ປະກອບການເຮືອນພັກ ແລະ ໂຮງແຮມ ຈະເຄີຍຮ້ອງຂໍໃຫ້ພາກສ່ວນກ່ຽວຂ້ອງແກ້ໄຂບັນຫາດັ່ງກ່າວແລ້ວ, ແຕ່ກໍເຮັດຫຍັງຫຼາຍບໍ່ໄດ້.
ສຽງ2: “ເອີ່ກະແມ່ນ ຕາມຄວາມຈິງ. ມັນກໍຄືວ່າຫັ້ນ ເພາະວ່າເຂົາເຈົ້າເປັນເຄືອຂ່າຍດຽວກັນເນາະ ເປັນແບບເຂົາເຈົ້າເປັນພາສາຈີນແດ່ ຈີນບໍຣິຫານແດ່, ບາງເທື່ອເຂົາເຈົ້າລົມກັນອາຈດີກວ່າຄົນລາວເຮົາເນາະ. ເຂົາເຈົ້າກໍມັກໄປແຕ່ທາງນັ້ນພຸ້ນໝົດ. ເພາະວ່າຄັນບໍ່ມີເຂົາເຈົ້າກໍ ຄັນເຂົາເຈົ້າບໍ່ມີບ່ອນນອນ ເຂົາເຈົ້າກໍມານອນຂອງເຮົາພີ້. ແຕ່ອັນນີ້ເຂົາເຈົ້າມາຕັ້ງແລ້ວກໍ ເຂົາເຈົ້າກໍໄປພຸ້ນ ເຮົາກໍມັນກໍຂາດໄປ. (ຜູ້ສື່ຂ່າວວິທຍຸເອເຊັຽເສຣີຖາມ: ຄືໂຕນີ້, ສມາຄົມໂຮງແຮມອີ່ຫຍັງພວກເຮົາກໍໄດ້ເຄີຍ ມີການຕໍ່ວ່າຕໍ່ຂານຢູ່ບໍ? ຕໍ່ເຈົ້າໜ້າທີ່ກ່ຽວຂ້ອງວ່າ ຢ່າງໜ້ອຍຄວນປົກປ້ອງຜູ້ປະກອບການທ້ອງຖິ່ນແດ່, ຈັ່ງຊີ້ຫັ້ນນ່າ.) ຕອບ: ມັນກໍມີແຕ່ວ່າ ໄທເຮົາກໍວ່າເຮັດຫຍັງກໍບໍ່ໄດ້.”
ບໍ່ພຽງແຕ່ທຸຣະກິຈໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານເທົ່ານັ້ນ ທີ່ຖືກຜູ້ປະກອບການຕ່າງຖິ່ນ ເຂົ້າມາທ້າທາຍທຸຣະກິຈຂອງຕົນ. ຜູ້ປະກອບການເຮືອທ່ອງທ່ຽວ ຂຶ້ນລ່ອງຕາມລຳແມ່ນ້ຳຂອງ ແລະ ສາຍນ້ຳຄານ ກໍພອຍໄດ້ຮັບຜົລກະທົບໄປນຳດ້ວຍ ເພາະໃນປະຈຸບັນ, ມີຜູ້ປະກອບການດ້ານການທ່ອງທ່ຽວຈາກຈີນ ແລະ ເກົາຫຼີໃຕ້ ເຂົ້າມາເຮັດທຸຣະກິຈເຮືອທ່ອງທ່ຽວແຂ່ງກັບພວກຕົນ. ດັ່ງຜູ້ປະກອບການເຮືອທ່ອງທ່ຽວໃນເຂດບ້ານຊຽງແມນ, ນະຄອນຫຼວງພຣະບາງ ໄດ້ກ່າວຕໍ່ຜູ້ສື່ຂ່າວພວກເຮົາໃນມື້ດຽວກັນວ່າ:
ສຽງ3: “ມັນມີຈີນ ມີຈີນແຂ່ງນຳ. ມີຈີນມີເກົາຫຼີໃຕ້, ເຂົາເຈົ້າເຂົ້າມາມີສ່ວນໃນຂອດບໍຣິການ ການທ່ອງທ່ຽວ. (ຜູ້ສື່ຂ່າວວິທຍຸເອເຊັຽເສຣີຖາມ: ຄັນຊັ້ນພວກຈີນກັບພວກເກົາຫຼີໃຕ້ເຂົາເຂົ້າມາສັມປະທານ ເຮັດແລ່ນເຮືອອີ່ຫຍັງນີ້ ຖືວ່າມີຜົລກະທົບຕໍ່ພວກເຮົາບໍ່?) ຕອບ: ເອີ່ມີ ກະມີຜົລກະທົບເຣື້ອງການບໍຣິການແຫຼະ, ເຮົາກໍບໍ່ໄດ້ໄປ. ເຮົາກະບໍ່ໄດ້ໄປຫຼາຍ ຄັນຄົນປະເທດເຂົາເຈົ້າ ເຂົາກະເອົາລະເດ, ເຮົາກະບໍ່ໄດ້. ເອີ່ຂອງປະເທດໃດກະປະເທດນັ້ນ, ເຂົາມີເຮືອຂອງເຂົາ. ອັນນີ້ລະແມ່ນຕາມຫຼັກມັນແລ້ວ ຢູ່ລາວເຮົາມັນເປັນແນວນີ້ ເຂົາເຈົ້າເຮັດລະເຂົາເຈົ້າໃຫ້ຄົນລາວເປັນຜູ້ອອກຊື່ຄົນລາວ, ແຕ່ເຂົາເປັນຜູ້ເຮັດ. (ຜູ້ສື່ຂ່າວວິທຍຸເອເຊັຽເສຣີຖາມ: ຫຼັງຈາກທີ່ເກົາຫຼີໃຕ້ກັບຈີນ ເຂົາເຂົ້າມາສັມປະທານ ຫຼືວ່າມາແລ່ນເຮືອແຂ່ງຈັ່ງຊີ້ນີ້ນ່າ ເຮັດໃຫ້ຣາຍຮັບພວກເຮົາຫຼຸດລົງບໍ່ ຫຼືວ່າລູກຄ້າຫຼຸດລົງບໍ່ໂຕນີ້?) ຕອບ: ຫຼຸດລົງ, ຫຼຸດລົງຫຼາຍ.”
ໃນຂນະດຽວກັນ, ການທ່ອງທ່ຽວໃນແຂວງຈຳປາສັກ ປີນີ້ ພັດຫງຽບເຫງົາຫຼາຍ ເພາະນັກທ່ອງທ່ຽວຂ້ອນຂ້າງບາງຕາ. ເຮືອນພັກ ແລະ ໂຮງແຮມ ກໍບໍ່ຄ່ອຍມີການຈອງລ່ວງໜ້າເຂົ້າມາ ເມື່ອທຽບໃສ່ 2-3 ປີຜ່ານມາ ທັງທີ່ໃນໄລຍະນີ້ ເປັນຣະດູທີ່ນັກທ່ອງທ່ຽວຄວນເຂົ້າມາທ່ຽວແລ້ວ. ດັ່ງຜູ້ປະກອບການໂຮງແຮມໃນນະຄອນປາເຊ ນາງນຶ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວພວກເຮົາໃນມື້ດຽວກັນນີ້ວ່າ:
ສຽງ4: “ບໍ່, ບໍ່ຄ່ອຍມີປານໃດໄດ໋ຫັ້ນ ໄລຍະນີ້. ເຮົາກໍບໍ່ເຂົ້າໃຈຄືກັນ ມັນເປັນໄລຍະມັນບໍ ຫຼືຈັ່ງໃດ, ບໍ່ຄ່ອຍເຫັນ. ປີນີ້ບໍ່ຄ່ອຍມີປານໃດເດີ້. (ຜູ້ສື່ຂ່າວວິທຍຸເອເຊັຽເສຣີຖາມ: ສະພາບໂດຍລວມແລ້ວ ແຂກຖືວ່າບາງຕາບໍ່ປີນີ້ ຫຼືຈັ່ງໃດ?) ຕອບ: ບໍ່ຄ່ອຍມີນ່າ ໄລຍະນີ້ ມັນໜ້ອຍ ບໍ່ຮູ້ສາເຫຕ.”
ທັງໝົດນັ້ນ, ແມ່ນສຽງສະທ້ອນຂອງຜູ້ປະກອບການທ້ອງຖິ່ນຈາກຫຼາຍແຂວງໃນລາວ ທີ່ກຳລັງໄດ້ຮັບຄວາມເຈັບປວດຈາກຜູ້ປະກອບການຕ່າງປະເທດ ທີ່ເຂົ້າມາເຮັດທຸຣະກິຈແຂ່ງກັບພວກຕົນໃນອຸດສາຫະກັມການທ່ອງທ່ຽວຂອງລາວ ທີ່ພວມຂຍາຍໂຕນີ້ ແລະ ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ຫັນມາໃຫ້ຄວາມສຳຄັນຂອງຜູ້ປະກອບການທ້ອງຖິ່ນ. ຖ້າບໍ່ດັ່ງນັ້ນ, ຜູ້ປະກອບການທ້ອງຖິ່ນ ກໍອາຈທຍອຍລົ້ມຫາຍຕາຍຈາກໄປເທື່ອລະໜ້ອຍໃນທີ່ສຸດ.