ຄົບ 5 ປີ ຜູ້ເສັຽຫາຍ ເສັຽເງິນໃຫ້ ບໍຣິສັດ ພີເອັສ
ຄົບຮອບ 5 ປີ ການປະທ້ວງໃຫຍ່ ຄະດີສໍ້ໂກງຊັພພົລເມືອງ ຂອງ ບໍຣິສັດ ພີເອັສ ເຖິງຕອນນີ້ ຍັງບໍ່ມີຄວາມຄືບໜ້າໃດໆ ກ່ຽວກັບການສົ່ງເງິນຄືນ ໃຫ້ກັບຜູ້ເສັຽຫາຍ ຂະນະທີ່ຜູ້ເສັຍຫາຍ ຫຼາຍຮ້ອຍຄົນ ໄດ້ແຕ່ຫວັງວ່າ ມື້ນຶ່ງຈະໄດ້ຮັບເງີນ ຂອງຕົນຄືນ.
-
ອຸ່ນແກ້ວ
2022-09-09 -
-
-
Your browser doesn’t support HTML5 audio
ວັນທີ 11 ກັນຍາ ນີ້ ເປັນມື້ຄົບຮອບ 5 ປີ ເຫດການປະທ້ວງໃຫຍ່ ເພື່ອທວງເງິນຄືນຈາກຄະດີສໍ້ໂກງຂອງ ບໍຣິສັດ ພີເອັສ ສົ່ງເສີມກະສິກັມ ແລະ ອຸດສາຫະກັມຄົບວົງຈອນ ຂາເຂົ້າ-ຂາອອກ ຈຳກັດ ແຕ່ມາຮອດປັດຈຸບັນ ບໍ່ມີຄວາມຄືບໜ້າໃດໆ ກ່ຽວກັບການສົ່ງເງິນຄືນ ໃຫ້ກັບຜູ້ທີ່ໄດ້ຮັບຄວາມເສັຽຫາຍ ຊຶ່ງມີປະມານ 200,000 ປາຍຄົນ ໃນທົ່ວປະເທດ ຮວມມູນຄ່າຄວາມເສັຽຫາຍ ປະມານ 1,000 ຕື້ກີບ.
ກ່ຽວກັບເຣື່ອງນີ້ ຜູ້ເສັຽຫາຍຄົນນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າຕລອດໄລຍຍະເວລາ 5 ປີ ທີ່ຜ່ານມາບໍ່ມີຄວາມຄືບໜ້າ ເຣື່ອງການສົ່ງເງິນຄືນ ໃຫ້ກັບຜູ້ເສັຽຫາຍເທື່ອ ໂດຍຢາກໃຫ້ຣັຖບານລາວ ແລະພາກສ່ວນທີ່ກ່ຽວຂ້ອງ ກັບຄະດີ ບໍຣິສັດ ພີເອັສ ອອກມາເປີດເຜີຍຂໍ້ມູນ ແລະແຈ້ງຄວາມຄືບໜ້າ ກ່ຽວກັບຄະດີດັ່ງກ່າວ ໃຫ້ຜູ້ເສັຽຫາຍໄດ້ຮັບຮູ້.
ດັ່ງຜູ້ເສັຽຫາຍນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 9 ກັນຍາ ນີ້ວ່າ:
“ບໍ່ມີໃຜໄດ້ເງິນຄືນເລີຍນ່າ ຢູ່ແຖວບ້ານເຮົາກາຫຼາຍຄົນໃດ໋. ບາງຄົນກາ 100 ປາຍລ້ານ ຖາມຜູ້ໃດກາບໍ່ໄດ້ ຂະເຈົ້າເຮັດຍຫຍັງບໍ່ໄດ້ນ່າ ເສັຽດາຍຄືກັນ ແຕ່ວ່າບໍມີວີ່ແວວເລີຍ ຫົວໜ້າທີ່ເຮັດຫັ້ນ ກາຄືວ່າຢູ່ຄຸກຈັກຢູ່ແທ້ບໍ່ ຢູ່ກາບໍ່ຮູ້ຫັ້ນນ່າ.”
ຍານາງໄດ້ກ່າວຕື່ມວ່າ ໄດ້ລົງທຶນໄປກັບບໍຣິສັດ ພີເອັສ ເປັນຈຳນວນ 50 ລ້ານກີບ ກໍຫວັງເປັນຢ່າງຍິ່ງວ່າ ພາກສ່ວນທີ່ກ່ຽວຂ້ອງ ຂອງຣັຖບານລາວ ຈະເລັ່ງແກ້ໄຂຄະດີ ແລ້ວສົ່ງເງິນຄືນ ໃຫ້ກັບຜູ້ເສັຽຫາຍ ເຖິງຈະບໍ່ໄດ້ຮັບເງິນລົງທຶນຄືນ 100% ແຕ່ກາຂໍໃຫ້ໄດ້ຄືນມາ ປະມານ 50% ຫຼື ສ່ວນໃດ ສ່ວນນຶ່ງກາຍັງດີ ກ່ວາບໍ່ໄດ້ເງິນຄືນມາເລີຍ.
ຜູ້ເສັຽຫາຍອີກຄົນນຶ່ງ ໃນແຂວງວຽງຈັນກ່າວວ່າ ໄດ້ລົງທຶນໄປກັບບໍຣິສັດ ພີເອັສ ເປັນຈຳນວນເງິນ 100 ລ້ານກີບ ຊຶ່ງໄລຍະຜ່ານມາ ກໍໄດ້ໄປແຈ້ງຄວາມກັບເມືອງ ແລະ ນະຄອນຫຼວງວຽງຈັນແລ້ວ ພາຍຫຼັງສານຕັດສິນຄະດີ ບໍຣິສັດ ພີເອັສ ໃຫ້ຈຳຄຸກປະທານ ແລະ ຄະນະ ກໍພະຍາຍາມຕິດຕາມ ຄວາມຄືບໜ້າກ່ຽວກັບ ການສົ່ງເງິນຄືນ ໃຫ້ຜູ້ເສັຽຫາຍ ກັບເຈົ້າໜ້າທີ່ ສານປະຊາຊົນສູງສຸດ ນະຄອນຫຼວງວຽງຈັນ ແຕ່ກໍບໍ່ໄດ້ຮັບຄວາມຮ່ວມມື ຈາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງເທົ່າທີ່ຄວນ.
ດັ່ງຍານາງຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ລໍສານ. ລໍແລ້ວ, ລໍອີກຢູ່. ໄປຕາມຢູ່ສານ ບ່ອນນຶ່ງກາວ່າບ່ອນນຶ່ງ ຢູ່ນ່າ. ຈັກຊິເຮັດແນວໃດ ຄືຊັກຊ້າເອົາແທ້ ເອົາວ່າຫັ້ນນ່າ.”
ຄະນະທີ່ຜູ້ເສັຽຫາຍ ອີກຄົນນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ຜູ້ເປັນແມ່ໄດ້ລົງທຶນ ໄປກັບ ບໍຣິສັດ ເປັນຈຳນວນ 30 ລ້ານກີບ ແຕ່ໃນໄລຍະເວລາ 5 ປີຜ່ານມາ ບໍ່ໄດ້ຮັບຂ່າວສານ ແລະຄວາມຄືບໜ້າໃດໆ ກ່ຽວກັບຄະດີດັ່ງກ່າວເທື່ອ ມາຮອດດຽວນີ້ ກໍບໍ່ຄາດຫວັງຫຍັງແລ້ວ ແລະບອກໃຫ້ຜູ້ເປັນແມ່ ທຳໃຈແລ້ວວ່າ ບໍ່ໄດ້ຮັບເງິນຄືນມາ.
ດ່ັງຍານາງຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ກາບໍ່ໄດ້ຕິດຕາມມັນເລີຍຫັ້ນນ່າ ກາຄືຊິບໍ່ໄດ້ຫຍັງແລ້ວຕິເບາະ ຄືວ່າຫັ້ນແຫຼະ ທຳໃຈເອົາໂລດ ເພາະວ່າຄືຊິບໍ່ໄດ້ດອກ ເພາະວ່ານີ້ກາມີແຕ່ໃຫ້ກຳລັງໃຈແມ່ ແບບນັ້ນແຫຼະ ບໍ່ໃຫ້ລາວໄປຄິດນໍາ.”
ພາຍຫຼັງເກີດການປະທ້ວງ ຄັ້ງໃຫຍ່ຢູ່ໜ້າ ບໍຣິສັດ ພີເອັສ ໃນມື້ວັນທີ 11 ກັນຍາ 2017 ໂດຍບໍ່ມີທ່າທີວ່າການປະທ້ວງ ໃນຄັ້ງນັ້ນຈະມີສະຖານະການດີຂຶ້ນ ຣັຖບານລາວ ຈຶ່ງໄດ້ແຕ່ງຕັ້ງຄະນະສະເພາະກິຈ ແກ້ໄຂຄະດີ ບໍຣິສັດ ພີເອັສ ຂຶ້ນມາປະກອບ ມີຜູ້ຕາງໜ້າຈາກທະນາຄານ ແຫ່ງຊາຕລາວ, ຜູ້ຕາງໜ້າຕຳຣວດເສຖກິຈ, ຜູ້ຕາງໜ້າຂແນງຊັພສິນ ກະຊວງການເງິນ ແລະ ຜູ້ຕາງໜ້າ ກະຊວງອຸດສາຫະກັມແລະການຄ້າ ເພື່ອແກ້ໄຂຄະດີ ບໍຣິສັດ ພີເອັສ ເປັນຄະດີພິເສດ.
ຕໍ່ມາຄະນະສະເພາະກິຈ ແກ້ໄຂຄະດີ ບໍຣິສັດ ພີເອັສ ໄດ້ດຳເນີນການ ເກັບກຳຂໍ້ມູນຫຼັກຖານ ກັບຜູ້ເສັຽຫາຍ, ໃຫ້ຜູ້ເສັຽຫາຍເຂົ້າໄປແຈ້ງຄວາມ, ຮີບໂຮມຊັພສິນຕ່າງໆ ຂອງ ບໍຣິສັດ ເພື່ອນໍາມາເປີດປະມູນເປັນຕົ້ນ ອຸປກອນເຄື່ອງໃຊ້ຕ່າງໆ ຂອງບໍຣິສັດ, ສັດລ້ຽງ, ເຂົ້າ, ນໍ້າ ແລະ ທີ່ດິນຂອງບໍຣິສັດ ຈຳນວນ 100 ປາຍເຮັກຕ້າຣ໌.
ນອກຈາກນີ້ຍັງມີ ຊັພສິນສ່ວນໂຕ ຂອງ ທ້າຍ ປໍເຮີ້ ແລະ ຍານາງ ສຸກນາລີ ເທບສີເມືອງ ອີກຫຼາຍລາຍການ ທີ່ນຳອອກມາປະມູນຂາຍ ເປັນຕົ້ນຄຳແທ່ງ, ສາຍຄໍ, ສາຍແຂນ, ທີ່ດິນ, ຣົຖໃຫຍ່ ຈຳນວນນຶ່ງແຕ່ເຈົ້າໜ້າທີ່ ພາກສ່ວນທີ່ກ່ຽວຂ້ອງ ກໍບໍ່ມີການຣາຍງານ ແລະເປີດເຜີຍມູນຄ່າຊັພສິນວ່າ ໄດ້ປະມູນຂາຍໄດ້ເງິນໜ້ອຍຫຼາຍຊໍ່າໃດ.
ກ່ຽວກັບເຣື່ອງນີ້ ຕາງໜ້າຄະນະສະເພາະກິຈ ແກ້ໄຂຄະດີ ບໍຣິສັດ ພີເອັສ ທ່ານນຶ່ງກ່າວວ່າ ພາຍຫຼັງທີ່ສຳເຣັດ ການແກ້ໄຂຄະດີ ບໍຣິສັດ ພີເອັສ ກໍໄດ້ຣາຍງານໃຫ້ຣັຖບານລາວ ໄດ້ຮັບຮູ້ ຫຼັງຈາກນັ້ນກໍໄດ້ສົ່ງຂໍ້ມູນ, ຫຼັກຖານ, ຊັພສິນຕ່າງໆ ໃຫ້ກັບສານປະຊາຊົນສູງສຸດ ນະຄອນຫຼວງວຽງຈັນ ເປັນຜູ້ດຳເນີນການໃນຂັ້ນຕອນຕໍ່ໄປ.
ປັດຈຸບັນ ຄະນະສະເພາະກິຈ ແກ້ໄຂຄະດີ ບໍຣິສັດ ພີເອັສ ໄດ້ຖືກຫຍຸບເລີກໄປແລ້ວ ຈຶ່ງບໍ່ມີສ່ວນກ່ຽວຂ້ອງ ກັບຄະດີດັ່ງກ່າວ ແລະບໍ່ຮູ້ວ່າຄະດີດັ່ງກ່າວ ມີຄວາມຄືບໜ້າໄປຮອດໃສແລ້ວ.
ດັ່ງອະດີຕເຈົ້າໜ້າທີ່ ຄະນະສະເພາະກິຈ ແກ້ໄຂຄະດີ ບໍຣິສັດ ພີເອັສ ຂັ້ນກະຊວງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຂ້ອຍບໍ່ຮູ້ນ່າ ຕອບບໍ່ໄດ້ເນາະ ຂ້ອຍຫັ້ນກາບໍ່ໄດ້ໄປເຮັດວຽກແລ້ວ ເພິ່ນກາບໍ່ໄດ້ແຕ່ງໄປແລ້ວເນາະ ກາເລີຍຣາຍງານຂັ້ນເທິງເພິ່ນແລ້ວ ແລ້ວກາເລີຍບໍ່ຮູ້ຫຍັງ ເລີຍວ່າເພິ່ນເຮັດແນວໃດເນາະ.”
ທາງດ້ານເຈົ້າໜ້າທີ່ ສານປະຊາຊົນສູງສຸດ ນະຄອນຫຼວງວຽງຈັນ ກ່າວວ່າສຳລັບຄະດີ ບໍຣິສັດ ພີເອັສ ນັ້ນ ສານປະຊາຊົນຂັ້ນຕົ້ນ ໄດ້ມີການຕັດສິນຄະດີໄປແລ້ວ ໃນມື້ວັນທີ 21 ພຶສຈິກາ ປິ 2018 ທີ່ຜ່ານມາ ແລະ ປັດຈຸບັນຢູ່ລະຫວ່າງ ການຄົ້ນຄ້ວາແກ້ໄຂ ເຣື່ອງຊັພສິນຕ່າງໆ ເພື່ອສົ່ງເງິນຄືນ ໃຫ້ກັບຜູ້ເສັຽຫາຍ. ດັ່ງເຈົ້າໜ້າທີ່ ສານປະຊາຊົນສູງສຸດ ນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຄຳຕັດສິນ ມັນຢູ່ໃນຂັ້ນສານຕີ້ ພວກເຈົ້າໜ້າທີ່ ເພິ່ນກາສຣຸບຄະດີ ຢູ່ຫ້ອງການສານປະຊາຊົນສູງສຸດແລ້ວ ໃນການຕັດສິນຫັ້ນນ່າ. ປັດຈຸບັນ ປະຕິບັດໃນການຄົ້ນຄ້ວາ ພິຈາຣະນາ ໃນການແກ້ໄຂໜີ້ສີິນ ພິສັງຫັ້ນນ່າ.”
ແນວໃດກໍຕາມ ເຈົ້າໜ້າທີ່ສານປະຊາຊົນສູງສຸດ ທ່ານນີ້ບໍ່ໄດ້ເປີດເຜີຍ ເຣື່ອງຄະດີ ບໍຣິສັດ ພີເອັສ ວ່າມີຄວາມຄືບໜ້າ ໄປຫຼາຍແນວໃດແລ້ວ ແລະຈະສົ່ງເງິນຄືນ ໃຫ້ກັບຜູ້ເສັຽຫາຍ ໄດ້ໃນມື້ໃດ.
ສຳລັບຄະດີ ບໍຣິສັດ ພີເອັສ ນັບວ່າເປັນຄະດີໃຫຍ່ ທັງສັງຄົມລາວ ທັງໃນປະເທດ ແລະ ຕ່າງປະເທດຕ່າງກໍໃຫ້ຄວາມສົນໃຈຫຼາຍ ເນື່ອງຈາກມີຜູ້ເສັຽຫາຍ ເປັນຈຳນວນຫຼາຍ ແລະສ້າງຄວາມເສັຽຫາຍ ມູນຄ່າສູງເຖິງ 1,000 ຕື້ກີບ.
ຜູ້ກ່ຽວຂ້ອງ ໃນຄະດີບໍຣິສັດ ພີເອັສ ຖືກສານປະຊາຊົນຂັ້ນຕົ້ນ ຕັດສິນຄະດີໃນມື້ວັນທີ 21 ພຶສຈິກາ ປີ 2018 ໂດຍໃຫ້ ທ້າວ ປໍເຮີ້ ແລະ ຍານາງ ສຸກນາລີ ເຈົ້າຂອງບໍຣິສັດ ພີເອັສ ພ້ອມກັບພນັກງານ ບໍຣິສັດ ຮວມທັງໝົດ 12 ຄົນມີຄວາມຜິດ ໃນຂໍ້ຫາສໍ້ໂກງຊັພພົລເມືອງ, ການຟອກເງິນ, ການໂຄສະນາຕ້ານ ສປປ ລາວ, ການເຕົ້າໂຮມກຸ່ມຄົນ ເພື່ອສ້າງຄວາມປັ່ນປ່ວນ, ການຊື້-ຂາຍ ອາວຸດ ແລະ ຄອບຄອງຊິ້ນສ່ວນອາວັຍຍະວະສັດປ່າ ປະເພດຫວງຫ້າມ ໂດຍບໍ່ໄດ້ຮັບອະນຸຍາດ.
ສະເພາະ ຍານາງ ສຸກນາລີ ເທບສີເມືອງ ປະທານ ບໍຣິສັດ ພີເອັສ ຖືກຕັດສິນຈຳຄຸກ 29 ປີ ປັບໃໝ 2.8 ຕື້ກີບ ແລະ ທ້າວ ປໍເຮີ້ ເຈົ້າຂອງ ບໍຣິສັດ ພີເອັສ ຖືກຕັດສິນຈຳຄຸກ 27 ປີ ປັບໃໝ 2.8 ຕື້ກີບ ແຕ່ທັງສອງຄົນ ຍອມຮັບສາຣະພາບ ຄວາມຈິງ ສານປະຊາຊົນຂັ້ນຕົ້ນ ຈຶ່ງເຫັນສົມຄວນຫຼຸດໂທດ ເຫຼືອພຽງຄົນລະ 15 ປີ. ສ່ວນພນັກງານ ບໍຣິສັດ ພີເອັສ ອີກ 10 ຄົນ ທີ່ມີສ່ວນກ່ຽວຂ້ອງ ກໍໄດ້ຮັບໂທດຕາມກົດໝາຽ ຕາມທີ່ສານປະຊາຊົນ ຂັ້ນຕົນຕັດສິນ.