ພະນັກງານຣັຖຖືກໄລ່ອອກ 8 ຄົນ ຍ້ອນ ສໍ້ຣາສບັງຫຼວງ

ມະນີຈັນ
2018.09.21
F-corruption ກົມກວດກາພາຍໃນ ເພື່ອ "ສະກັດກັ້ນ" ແລະ "ຕ້ານ" ການສໍ້ຣາສບັງຫລວງ
RFA/LX

ກະຊວງການເງິນ ສປປລາວ ໄລ່ພະນັກງານ 8 ຄົນ ອອກຢ່າງຖາວອນ ຍ້ອນສໍ້ຣາດບັງຫລວງ ສ້າງຄວາມເສັຽຫາຍ ແກ່ງົບປະມານ ຂອງຣັຖບານ. ກະຊວງ ຈະຍຶດຣົດປະຈຳຕຳແໜ່ງຂອງພວກເຂົານັບແຕ່ວັນທີ 1 ຕຸລາ 2018 ນີ້ເປັນຕົ້ນໄປ.

ພະນັກງານທັງ 8 ຄົນ ທີ່ວ່ານັ້ນ ມີທັງຜູ້ຊ່ວຍວຽກ ຄນະການນໍາ ກະຊວງການເງິນ, ຫົວໜ້າສະຖາບັນເສຖກິຈການເງິນ, ຜແນກກົມຄຸ້ມຄອງ ວິສາຫະກິດຣັຖລົງທຶນແລະປະກັນພັຍຮວມຢູ່ດ້ວຍ. ກ່ຽວກັບເຣື່ອງດັ່ງກ່າວ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາກົມກວດກາ ກະຊວງການເງິນ ເພື່ອຂໍຮູ້ລາຍລະອຽດ ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ຍັງບໍ່ສາມາດ ໃຫ້ຄໍາເຫັນໄດ້ ຍ້ອນ ຍັງຄາປະຊຸມ ຫາຣືກັນຢູ່.

ຢ່າງໃດກໍຕາມ ອະດີດເຈົ້າໜ້າທີ່ທາງການລາວ ທ່ານນຶ່ງ ກ່າວກ່ຽວກັບເຣື່ອງນີ້ວ່າ ເຖິງກະຊວງການເງິນ ຈະໄລ່ພະນັກງານອອກກໍຕາມ ແຕ່ການສໍ້ຣາດບັງຫລວງ ໃນຂແນງການອື່ນໆ ຍັງມີຫຼາຍ ທີ່ຣັຖບານ ຈະຕ້ອງໄດ້ປາບປາມ

"ຄືຄວາມຈິງຫັ້ນນະ ເຣື່ອງສໍ້ຣາດບັງຫລວງ ໂດຍສະເພາະຢູ່ລາວພວກເຮົານີ້ ມັນກະທຸກຢ່າງຍ່ອມຫຍ້າເນາະ ມັນບໍ່ແມ່ນແຕ່ເງິນໂຕນີ້ ມັນປາບຍາກນະຢູ່ລາວ ກະປຽບສເມືອນສຸພາສິດ ຄືໄກ່ເຫັນຕີນງູ ງູເຫັນນົມໄກ່ຫຍັງປະມານນີ້ ຕ້ອງຜູ້ທີ່ມີຫາງສູງປົດໂຕເອງກ່ອນ ຈັ່ງໄປປົດຂັ້ນຕໍ່າ ພວກເພິ່ນນີ່ ກະຕ້ອງເຫັນແກ່ປະ ໄຫຍດບ້ານເມືອງ."

ເມື່ອປີ 2017 ອົງການກວດກາແຫ່ງຣັຖ ກວດພົບເງິນເສັຽຫາຍ ຈາກ ການສໍ້ຣາດບັງຫລວງ ຈໍານວນ 404 ຕື້ກີບ ໃນນັ້ນສາມາດກູ້ເງິນຄືນ ໄດ້ແລ້ວ 317 ຕື້ປາຍກີບ. ການສໍ້ຣາດບັງຫລວງສ່ວນຫລາຍເກີດຈາກການຊໍາຣະໜີ້ສິນໂຄງການທີ່ບໍ່ມີຕົວຕົນ 3 ໂຄງການ ແລະຈ່າຍເງິນ ຊໍ້າຊ້ອນ ຢູ່ 12 ແຂວງ ນະຄອນຫລວງວຽງຈັນ ແລະກະຊວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.