ສປປລາວ ຕ້ອງແກ້ໄຂ ທັງວິກິດການເງິນ ແລະ ຈ່າຍໜີ້, ແຕ່ຣັຖບານລາວ ກໍຢືນຢັນ ຜ່ານບົດຣາຍງານວ່າ ເສຖກິຈ ຍັງຂຍາຍໂຕ ໃນປີນີ້ ແລະ ຈະສາມາດ ແກ້ວິກິດ ເຂົ້າສູ່ພາວະ ປົກກະຕິໄດ້ ໃນທ້າຍປີນີ້.
ໄມຊູລີ: ສະບາຍດີ ທ່ານຜູ້ຟັງ ຂໍຕ້ອນຮັບ ເຂົ້າມາສູ່ຣາຍການ “ມາຟັງນຳກັນ” ສັປດານີ້ ພວກເຮົາ ຍັງຕິດຕາມ ການແກ້ໄຂ ບັນວິກິດ ຂອງຣັຖບານລາວ ໂດຍການຮິບໂຮມ ຣາຍລະອຽດ ຈາກກອງປະຊຸມສະພາແຫ່ງຊາດລາວ ຊຶ່ງເຣີ່ມເປີດ ມາແຕ່ວັນທີ 13 ມິຖຸນາ ຈະປິດ ໃນວັນທີ 8 ກໍຣະກະດາ 2022 ນີ້.
ເຣື່ອງທີ່ສຳຄັນ ໃນກອງປະຊຸມເທື່ອນີ້ ປະຊາຊົນ ກໍຄອງຄອຍ ມາຕການແກ້ໄຂວິກິຈ ຂອງຣັຖບານລາວເພາະໃນຍຸກ ເສຖກິຈ ທົດຖອຍ ເຂົ້າຢາກໝາກແພງ ຊຶ່ງບໍ່ເຄີຍເກີດຂື້ນມາກ່ອນ ໂດຍສະເພາະ ເງິນກີບອ່ອນຄ່າ ແລະ ນໍ້າມັນແພງ ພ້ອມທັງ ຂາດແຄນ. ອັນສົ່ງ ຜົລກະທົບຕໍ່ ຊີວິດປະຈຳວັນ ຂອງຄົນລາວຫຼາຍຕອນນີ້.
ສຳລັບ ຫົວຂໍ້ ໃນຣາຍການຂອງພວກເຮົານີ້ ແມ່ນທັງວິກິດ ທັງຕ້ອງ ສຳຣະໜີ້. ດຳເນີນຣາຍການ ໂດຍ ໄມຊູລີ ແລະ ໄຊຍາ.
ໄຊຍາ: ສະບາຍດີ ທ່ານຜູ້ຟັງ ກັບມາພົບກັບ ການສົນທະນາ ແລກປ່ຽນ ນຳກັນເຖິງ ສະຖານະການ ທີ່ເກີດຂຶ້ນ ກັບປະເທດລາວ ຕອນນີ້. ເວົ້າງ່າຍໆວ່າ ເຂົ້າສູ່ວິກິດແລ້ວ ຊຶ່ງສະພາບແບບນີ້ ບໍ່ເຄີຍເກີດມາກ່ອນ ດັ່ງເຊັ່ນ ເງິນກີບອ່ອນຄ່າ, ນໍ້າມັນແພງ ພ້ອມທັງ ຂາດແຄນ ສອງປັດຈັຍນີ້ ມັນເຮັດໃຫ້ ສະພາບການຜັນຜວນ ກະທົບ ຕໍ່ການພັທນາ ເສຖກິຈ-ສັງຄົມ ໂດຍມັນໄດ້ ກະທົບ ຕໍ່ການຂຍາຍໂຕ ທີ່ກ່ອນໜ້ານີ້ ປະເທດລາວ ມີການຂຍາຍເຖິງ 7-8% ແຕ່ ຕອນນີ້ ທົດຖອຍ ລົງມາຫຼາຍ.
ຊຶ່ງມາໄດ້ສະແດງ ຜ່ານກອງປະຊຸມ ສະພາສມັຍສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ 9 ຫຼື ກອງປະຊຸມສະພາ ທີ່ກຳລັງດຳເນີນກັນຢູ່ ໂດຍບັນຫາທີ່ ສະມາຊິກສະພາ ສເນີ ແບບບໍ່ໄດ້ ນັດໝາຽກັນເລີຍ ກໍຄື ມາຕການແກ້ໄຂ ວິກິດເງິນກີບອ່ອນຄ່າ, ນໍ້າມັນແພງ ພ້ອມທັງ ຂາດແຄນ ຊຶ່ງ ສະມາຊິກສະພາ ແຫ່ງຊາດ ແຕ່ລະຄົນ ອະພິປາຍ ເຈາະຈີ້ມ ຣັຖບານ ແບບບໍ່ເຄີຍເຫັນ ມາກ່ອນ ຫຼາຍທ່ານເຣີ່ມ ກ້າເວົ້າກ້າສເນີ ຄວາມຈິງຫຼາຍຂຶ້ນ ເຮັດໃຫ້ພາກຣັຖບານ ຈະຣາຍງານ ແບບປິດບັງບໍ່ໄດ້ ເພາະນີ້ ມັນເຂົ້າສູ່ວິກິດ ທີ່ສາກົລ ຕ່າງກໍເຫັນວ່າ ຍາກທີ່ຈະແກ້ໄຂ ກັບສູ່ພາວະ ປົກກະຕິໄດ້ ໂດຍໄວ. ຊຶ່ງພວກຈະມາຕິດຕາມ ການເຈາະຈີ້ມ ຂອງສະມາຊິກສະພາ ແລະ ບົດຣາຍງານ ຂອງຣັຖບານ ບາງປະເດັນ ໂດຍສະເພາະ ແມ່ນປະເດັນ ວິກິດການເງິນ ແລະ ນໍ້າມັນແພງ ພ້ອມທັງຂາດແຄນ.
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)