ການປາບປາມສໍ້ຣາສບັງຫຼວງ ໃນລາວ
2014.05.08
ເຈົ້າໜ້າທີ່ ລາວ ທີ່ ບໍ່ປະສົງ ອອກຊື່ ໃຫ້ ຄໍາເຫັນ ວ່າ ການ ສະກັດກັ້ນ ແລະ ປາບປາມ ການ ສໍ້ຣາດ ບັງຫລວງ ໃນລາວ ເລີ້ມ ມີ ບົດບາດ ສູງຂຶ້ນ ເພາະ ເຫັນວ່າ ມັນ ເປັນການ ນາບຂູ່ ຕໍ່ ການ ພັທນາ ຂອງຊາຕ ຂອງ ສັງຄົມ. ທ່ານວ່າ ການ ດໍາເນີນ ການສະກັດ ແລະ ປາບປາມ ນີ້ ແມ່ນອີງ ເອົາຕາມ ບົດຮຽນ ຂອງໂລກ ຂອງ ພາກພື້ນ ແລະ ປະຕິບັດ ຕາມ ການຊີ້ນໍາ ຂອງ ພັກ ແລະ ຣັຖ ທັງໄດ້ຮັບ ການຮ່ວມມື ຈາກ ສາກົນ ແລະ ພາກພື້ນ. ພ້ອມນັ້ນ ແມ່ນ ອີງໃສ່ ການ ເປັນຫູ ເປັນຕາ ຂອງ ພະນັກງານ ແລະ ປະຊາຊົນ.
ການ ສະກັດ ແລະ ປາບປາມ ມີຄື ແນວໃດ ແດ່ນັ້ນ ເຮົາໄດ້ ສັມພາດ ເຈົ້າໜ້າທີ່ ຜ່ານ ທາງ ໂທຣະສັບ ເມື່ອ ວັນທີ 5 ພຶສພາ ໃນ ຄໍາຖາມ ດັ່ງ ຕໍ່ໄປນີ້:
- ການ ປະຕິບັດ ງານ ປ້ອງກັນ ແລະ ປາບປາມ ການ ສໍ້ຣາດ ບັງຫລວງ ໄດ້ຜົນ ຫລາຍ ຂຶ້ນບໍ່ ນັບແຕ່ ທ່ານ ທອງສິງ ທັມມະວົງ ນາຍົກ ຣັຖມົນຕຣີ ໄດ້ເປີດ ບັ້ນ ປາບປາມ ການສໍ້ຣາສ ບັງຫລວງ ໄດ້ຫລາຍ ເດືອນ ມານີ້? ທ່ານ ກໍຕອບວ່າ: ..ສຽງ..
- ມາເບິ່ງ ຂະບວນ ການ ກ່ຽວກັບ ການ ສະກັດ ແລະ ຕ້ານ ການສໍ້ຣາດ ບັງຫລວງ ໃນ ຣະຍະ ນີ້ເນາະ ຄັນວ່າ ທຽບໃສ່ ໃນ ຣະຍະ ກ່ອນ ກໍເຫັນວ່າ ມີອັນຄືບ ຫລາຍອັນ ເປັນຕົ້ນ ຣະບຽບ ກົດໝາຍ ກໍປັບປຸງ ຂຶ້ນມາ ໃໝ່ ບັນດາ ການ ຈັດຕັ້ງ ປະຕິບັດ ນິຕິກັມ ກໍອອກ ມາໃໝ່ ໃຊ້ ປະຕິບັດ ຢູ່ແຕ່ ລະ ແຂວງ ທີ່ເຫັນວ່າ ມີການ ເຄື່ອນໄຫວ ບໍ່ປອດໂປ່ງ ກ່ຽວກັບ ການ ດໍາເນີນ ວຽກງານ ຂອງ ພະນັກງານ ຣັຖ ຫລື ວ່າ ທຸຣະກິດ ຕ່າງໆ ກໍຖືກ ມີການ ກວດກາ ເປັນຕົ້ນ ມີການ ເຄື່ອນໄຫວ ຫລື ວ່າຕັດໄມ້ ເຄື່ອນໄຫວ ເອົາໄມ້ອອກ ຫລືວ່າ ບັນຫາ ຕ່າງໆ ກ່ຽວກັບ ໂຄງການ ຣັຖຕ່າງໆ ມາທຽບໃສ່ ໃນ ຣະຍະ ກ່ອນ ກໍເຫັນວ່າ ໄດ້ລົງ ກວດກາ ແລະ ເຫັນຫລາຍ ບັນຫາ.
- ເມື່ອ ຖາມວ່າ ພາກສ່ວນ ໃດ ທີ່ ກວດເຫັນ ແລະ ພົບວ່າ ມີການ ສໍ້ຣາດ ບັງຫລວງ ຫລາຍ ກ່ວາໝູ່ ທ່ານ ກໍຕອບວ່າ:
"ສ່ວນຫລາຍ ມັນເປັນ ການ ລົງທຶນ ຂອງຣັຖ ການລົງທຶນ ຂອງຣັຖ ມັນເປັນ ເງິນ ຮ່ວງ ງົບປະມານ ເງິນໂອນ ເງິນຊັກຊ້າ ເງິນ ອີ່ສັງ ຕ່າງໆ ນີ້ລະ".
- ໃນ ຄໍາຖາມວ່າ ການ ກວດການີ້ ແມ່ນ ອັນໃດ ຫຍຸ້ງຍາກ ຫລາຍ ທີ່ສຸດ? ທ່ານກໍຕອບວ່າ:
"ການ ກວດກາ ໃນ ປັດຈຸບັນ ຖ້າທຽບໃສ່ ຄືນຫລັງ ກໍເຫັນວ່າ ມີຄວາມ ສະດວກ ຂຶ້ນ ເພາະວ່າ ແຕ່ກ່ອນ ນີ້ ພວກເຮົາ ບໍ່ໄດ້ ພິຈາຣະນາ ແລະ ຕັດສີນ ບັນຫາ ແລະ ບໍ່ແກ້ ບັນຫາ ເຖິງກົກ ເຖິງຮາກ ປານໃດ. ມາຮອດ ປັດຈຸບັນ ນີ້ ຖ້າເຫັນ ບັນຫາ ແລ້ວຕ້ອງ ໄດ້ລົງມື ພິຈາຣະນາ ແກ້ໄຂ".
- ໃນ ຄໍາຖາມ ວ່າ ການ ກວດການີ້ ເປັນໄປແບບ ສະເໝີ ພາບ ບໍ່ ໝາຍຄວາມ ວ່າ ກວດກາ ທັງ ຂັ້ນເທິງ ທັງ ຂັ້ນລຸ່ມ ທ່ານ ກໍຕອບວ່າ:
"ໂຕນີ້ ເຫັນວ່າ ແນ່ນອນ ດຽວນີ້ ໂຕຢ່າງ ບັນດາ ການ ສັບຊ້ອນ ຕໍາແໜ່ງ ຂັ້ນ ການນໍາ ບັນດາ ຂັ້ນ ກະຊວງ ດັ່ງທີ່ ບັນດາທ່ານ ໄດ້ຮູ້ນັ້ນ ແລ້ວ ບໍ່ໄປບໍ່ມາ ກໍຈໍາເປັນ ຕ້ອງ ໂຍກຍ້າຍ ຊ້າຍສວຍ".
- ເມື່ອຖາມວ່າ ການ ປະຕິຮູບ ຂັ້ນ ກະຊວງ ຫ່ວາງ ແລ້ວນີ້ ກໍເປັນ ສ່ວນນຶ່ງ ຫລືບໍ່ ທ່ານ ກໍຕອບວ່າ:
"ເອີ້ ອັນນີ້ ກໍເປັນ ສ່ວນນຶ່ງ ທີ່ເຮັດໃຫ້ ການ ນໍາພາ ຂອງພັກ ຂອງຣັຖ ເສັຽ ບົດບາດ ມັນກໍໄດ້ ມີວິທີ ແລະ ມີວິທີ ແບບແຜນ ໃນການ ສັບຊ້ອນ ຫັ້ນແລ້ວ, ແຕ່ວ່າ ຫາກວ່າ ການສັບຊ້ອນ ເຮົາບໍ່ໄດ້ ເຮັດຄື ປະເທດ ອື່ນ ເປັນການ ນິ້ມນວນ ມັນເປັນ ຍຸທສາດ ຂອງພັກ ຂອງຣັຖ ເຮົາດອກ".
- ໃນ ຄໍາຖາມ ກ່ຽວກັບ ບັນຫາ ນຶ່ງອີກ ທີ່ ຂ້າພະເຈົ້າ ອ່ານ ຣາຍງານ ຂອງ ແຂວງ ຄໍາມ່ວນ ເພິ່ນວ່າ ການ ປ້ອງກັນ ແລະ ປາບປາມ ນີ້ ອັນນຶ່ງ ແມ່ນ ອົບຮົມ ແນວຄິດ ການເມືອງ ໃຫ້ ພະນັກງານ ການ ອົບຮົມ ນີ້ ມີຄື ແນວໃດ ນໍທ່ານ? ທ່ານກໍຕອບວ່າ:
"ໂຕນີ້ເປັນ ຍຸທສາດ ຫລັກ ຂອງພັກ ຂອງຣັຖ ກ່ຽວກັບ ການ ສຶກສາ ອົບຮົມ ການເມືອງ ແນວຄິດ ຖືວ່າເອົາການ ເຜີຽແຜ່ ຣະບຽບ ກົດໝາຍ ບັນດາ ນິຕິກັມ ກ່ຽວ ການຕ້ານ ການສໍ້ຣາດ ບັງຫລວງ ຈຸດໜັກ ແມ່ນ ການ ໂຄສະນາ ເຜີຽແຜ່ ໃຫ້ເຫັນ ໄດ້ຜົນດີ ຜົນຮ້າຍ ມັນເປັນ ແນວໃດ. ຖ້າຜູ້ໃດ ກະທໍາຜິດ ກໍມີ ການ ປະຕິບັດ ຫັ້ນແລ້ວ ຄັນວ່າ ທຽບໃສ່ ແຕ່ກ່ອນ ພວກເຮົາ ຍັງ ນະໂຍບາຍ ຫລາຍ ຮູບ ຫລາຍແບບ ຫລາຍສີ,
ມາຮອດ ດຽວນີ້ ກ່າ ຖືວ່າ ປະຕິບັດ ສ່ວນຫລາຍ ເລີ້ມ ປະຕິບັດ ເນາະ ເຫັນວ່າ ຜ່ານມາ ພວກເຮົາ ກ່າບໍ່ໄດ້ ບໍຣິຫານ ຣັຖ ຕາມ ລະບຽບ ກົດໝາຍ. ມາ ຄູ່ມື້ນີ້ ກໍເຫັນວ່າ ມີການ ປັບປຸງ ມີຮູບ ມີຮອຍ ຂື້ນຫລາຍ ເຫັນ ເສັ້ນທາງ ຫລາຍອັນ ທີ່ເຮັດ ໃຫ້ ປອດໂປ່ງ ເປັນຕົ້ນ ຢູ່ ຂົງເຂດ ຣາຍຮັບ ຣາຍຈ່າຍ ຢູ່ແຕ່ລະ ຂົງເຂດ.
- ໃນຄໍາຖາມ ວ່າ ບັດນີ້ ທາງພັກ ແລະຣັຖ ຢາກໃຫ້ ພະນັກງານ ແລະ ປະຊາຊົນ ມີ ສ່ວນຮ່ວມ ໃນການ ລາຍງານ ການ ສໍ່ຣາດ ບັງຫລວງ ຂອງ ພະນັກງານ ຣັຖ ທີ່ ສົມຮູ້ ຮ່ວມຄິດ ກັບ ບໍຣິສັດ ເອກກະຊົນ ຫລືວ່າ ໃດໆ ກໍຢ່າ ອັນນີ້ ໄດ້ຈັດຕັ້ງ ປະຕິບັດ ແລ້ວ ຫລືບໍ່? ທ່ານ ກໍຕອບວ່າ:
"ໄດ້ຖືກ ຈັດຕັ້ງ ປະຕິບັດ ແລ້ວ ເພາະວ່າ ຢູ່ກົມ ຕ້ານ ການ ສໍ້ຣາດ ບັງຫລວງ ໄດ້ມີການ ຮັບການ ສະເໜີ ການ ລາຍງານ ຈາກ ພໍ່ແມ່ ປະຊາຊົນ ຫລາຍຮູບ ຫລາຍສີ ຈະເປັນ ລັກສນະ ທາງ ໂທຣະສັບ ຫລື ເປັນ ລາຍລັກ ອັກສອນ ຫລືວ່າ ສ້າງຕູ້ ຮັບ ຄໍາຮ້ອງ ຄໍາສະເໜີ ຄໍາຄິດ ຄໍາເຫັນ ຢູ່ແຕ່ລະ ຂົງເຂດ ຢູ່ແຕ່ລະ ບ່ອນ ຢູ່ແຕ່ ລະແຂວງ ເພາະວ່າ ອີງໃສ່ ແນວຄິດ ຈິດໃຈ ຂອງ ປະຊາຊົນ ລາວ ເຮົານີ້ ສ່ວນຫລາຍ ມັນບໍ່ກ້າ ອອກໜ້າ ອອກຕາ ໃນການ ປະກອບ ຄວາມຄິດ ຄວາມເຫັນ ຫລື ວ່າ ຊີ້ບອກ ໂຕ ໃນເມື່ອ ເຫັນວ່າ ບໍ່ມີຄວາມ ປອດປົ່ງ ຫລື ການສວຍໃຊ້ ຕໍາແຫນ່ງ ໜ້າທີ່ ອັນໃດ ອັນນຶ່ງ ຫັ້ນ. ເມື່ອຮັບ ຄໍາແຈ້ງ ແລ້ວ ກໍໄດ້ ລົງໄປ ຕິດຕາມ ເບິ່ງ ຂໍ້ມູນ ຫລັກຖານ ອັນນັ້ນ ມີ ລະດັບໃດ ຄັນຖ້າມີ ພວກເຮົາ ກໍໄດ້ລົງ ດໍາເນີນ ກວດກາ ເບິ່ງ".
- ເມື່ອຖາມ ວ່າ ມີ ປະຊາຊົນ ຫລື ພະນັກງານ ເຂົ້າຮ່ວມ ຫລາຍບໍ່? ທ່ານກໍ ຕອບວ່າ:
"ມີເປັນ ຂະບວນ. ຢູ່ ຫ້ອງການ ກໍມີການ ຮັບເອົາ ຄໍາຮ້ອງຮຽນ ຂອງ ພະນັກງານ ແລະ ປະຊາຊົນ ແລະ ເຫັນວ່າ ມີຈໍານວນ ຫລາຍ ເປັນ ຂະບວນ.
- ໃນ ຄໍາຖາມ ວ່າ ການ ປະຕິບັດ ງານ ຂອງ ຫ້ອງການ ຕ້ານການ ສໍ້ຣາດ ບັງຫລວງ ນີ້ ໄດ້ຮັບ ກໍາລັງໃຈ ສນັບ ສນູນ ຫລາຍບໍ່? ທ່ານກໍວ່າ:
"ຖ້າທຽບໃສ່ ລະຍະ ຜ່ານມາ ກໍເຫັນວ່າ ມີ ກໍາລັງໃຈ ແລະ ມີບົດບາດ ຫລາຍຂຶ້ນ ເພາະວ່າ ທັງ ກົມ ການເມືອງ ທັງ ສູນກາງ ພັກ ເພິ່ນ ກໍໄດ້ ເອົາໃຈໃສ່ ວຽກງານ ອັນນີ້ ສູງກວ່າ ເກົ່າ ຊີ້ນໍາ ນໍາພາ ອັນນີ້ມັນ ສະແດງອອກ ບ່ອນວ່າ ມີການ ປັບປຸງ ຣະບຽບ ກົດໝາຍ ນິຕິກັມ ແລະ ບັນດາ ກົງຈັກ ການຈັດຕັ້ງ ຕໍ່ໆໄປ ກໍຈະ ຂະຫຍາຍ ໃຫ້ ໃຫ່ຽຂຶ້ນຕື່ມ ເປັນ ລະຍະໆ".
- ໃນ ຄໍາຖາມ ວ່າ ຢູ່ໃນ ຣາຍງານ ສື່ມວນຊົນ ເຫັນວ່າ ມີແຕ່ ຣາຍງານ ໃນເວລາ ສລຸບ ບາດ ກໍຣະນີ ເກີດຂຶ້ນ ຄື ບໍ່ຣາຍງານ ໂລດ? ທ່ານ ກໍຕອບວ່າ:
"ການຄວບຄຸມ ສື່ ແມ່ນຢູ່ໃຕ້ ການຊີ້ນໍາ ນໍາພາ ຂອງພັກ ຂອງຣັຖ ວ່າອັນໃດ ຄວນ ອັນໃດ ບໍ່ຄວນ, ແຕ່ວ່າ ໃນການ ປະຕິບັດ ນີ້ ພວກເຮົາ ໄດ້ ອີງຕາມ ບົດຮຽນ ພື້ນຖານ ຂອງໂລກ ຂອງ ພູມີພາກ ບໍ່ວ່າ ປະເທດ ນ້ອຍ ທັງ ປະເທດ ໃຫ່ຽ ກ່າ ຫລີກລຽງ ບໍ່ໄດ້ ກ່ຽວກັບ ການສໍ້ຣາດ ບັງຫລວງ ນີ້. ການສໍ້ຣາດ ບັງຫລວງ ນີ້ ພວກເຮົາ ເຫັນວ່າ ເປັນການ ນາບຂູ່ ຂອງຊາຕ ຂອງ ປະຊາຊົນ. ດຽວນີ້ ເພິ່ນ ກໍມີ ດໍາຣັດ ວ່າດ້ວຍ ການ ແຈ້ງ ຊັພສິນ ຂອງ ພະນັກງານ ທັງໝົດ ທັງ ຂັ້ນເທິງ ແລະ ຂັ້ນລຸ່ມ ທະຫານ ແລະ ຕໍາຣວດ. ທາງກົມ ຕ້ານການ ສໍ້ຣາດ ບັງຫລວງ ກໍກໍາລັງ ສ້າງ ແຜນການ ວ່າຈະລົງ ເຜີຽແຜ່ ແລະ ເກັບກໍາ ຂໍ້ມູນ ຈາກ ພະນັກງານ. ນອກຈາກ ໄດ້ເຮັດ ແນວນີ້ ແລ້ວ ທາງ ຫ້ອງການ ຍັງໄດ້ ຮັບການ ສນັບ ສນູນ ຈາກ ສາກົນ ແລະ ພາກພື້ນ ກ່ຽວກັບ ວຽກງານ ສະກັດກັ້ນ ແລະ ຕ້ານການ ສໍ້ຣາດ ບັງຫລວງ ນີ້".
ທ່ານວ່າ ການ ສະກັດກັ້ນ ແລະ ປາບປາມ ການສໍ້ຣາດ ບັງຫລວງ ນີ້ ນັບມື້ ກາຍເປັນ ຂະບວນ ໃຫ່ຽ ຍ້ອນວ່າ ປະຊາຊົນ ແລະ ພະນັກງານ ປະກອບ ສ່ວນນໍາ ຣັຖ.