50 ພັນຄົນຕົກງານໄລຍະ ໂຄວິດ-19 ລະບາດ

ອຸ່ນແກ້ວ ສຸກສະຫວັນ
2021.05.26
50 ພັນຄົນຕົກງານໄລຍະ ໂຄວິດ-19 ລະບາດ ສ່ວນນຶ່ງຂອງຄົນງານ ທີ່ຕົກງານຂາດຣາຍໄດ້ ຢູ່ ນະຄອນຫຼວງວຽງຈັນ ພາກັນອອກມາຖ້າຮັບ ເຄື່ອງກິນນໍ້າດື່ມ ຈາກຜູ້ໃຈບຸນ ນໍາມາແຈກ.
RFA

ມີຄົນງານລາວຈຳນວນ 50 ພັນຄົນ ໃນທົ່ວປະເທດ ຖືກໂຈະວຽກງານ ຍ້ອນຜົນກະທົບ ຈາກການລະບາດຂອງໂຄວິດ-19 ຮອບ ທີສອງ ຕັ້ງແຕ່ເດືອນເມສາ ເປັນຕົ້ນມາ. ເຈົ້າໜ້າທີ່ ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 26 ພຶສພາ ວ່າ:

"ແມ່ນ 50 ພັນ ນີ້ທັງທາງໃນ [ຢູ່ໃນລະບົບ ປະກັນສັງຄົມ] ແລະ ທາງເອກຊົນ [ບໍ່ຢູ່ໃນລະບົບ ປະກັນສັງຄົມ] ສະເພາະຊ້ວງທີ່ມັນ ລະບາດໃໝ່ ຫັ້ນແຫຼະ ກະລວມກັນ ຄັນວ່າເຈົ້າ [ຄົນງານ] ບໍ່ໄດ້ເປັນສະມາຊິກ ຫັ້ນນ່າ [ປະກັນສັງຄົມ] ມັນຈະບໍ່ໄດ້ຮັບ."

ທ່ານກ່າວຕື່ມວ່າ ຄົນງານ 50 ພັນຄົນ ທີ່ຖືກໂຈະວຽກ ໃນນັ້ນ 10 ພັນຄົນ ມາຈາກ ໂຮງງານຕັດຫຍິບ 11 ແຫ່ງ ແລະໂຮງງານ ຜລິດເຫຼັກ 2 ແຫ່ງ ຢູ່ນະຄອນຫຼວງວຽງຈັນ ທີ່ປິດ ກິຈການຊົ່ວຄາວ ສ່ວນວ່າ ອີກ 40 ພັນຄົນ ແມ່ນກະຈາຍຢູ່ແຕ່ລະແຂວງ ທົ່ວ ປະເທດ.

ຄົນງານທີ່ຖືກໂຈະວຽກໃນຄັ້ງນີ້ ຖ້າວ່າເປັນສະມາຊິກ ປະກັນສັງຄົມແຫ່ງຊາດ ຈະໄດ້ຮັບເງິນອຸດໜູນ ຈາກກອງທຶນປະກັນສັງຄົມ ແຫ່ງຊາດຢ່າງໜ້ອຍ 3 ເດືອນ ເລີ່ມແຕ່ເດືອນ ພຶສພາ ເປັນຕົ້ນໄປ ສ່ວນຄົນງານບໍ່ເຂົ້າເປັນ ສະມາຊິກປະກັນສັງຄົມ ກໍຈະບໍ່ໄດ້ ເງິນອຸດໜູນ.

ຄົນງານລາວຢູ່ນະຄອນຫຼວງວຽງຈັນ ທີ່ຖືກໂຈະວຽກຊົ່ວຄາວມາໄດ້ 1 ເດືອນ ໄດ້ກ່າວຕໍ່ເອເຊັຽເສຣີວ່າ ບໍ່ໄດ້ຮັບເງິນຊ່ວຍເຫຼືອຫຍັງ ຈາກທາງການລາວ ຍ້ອນບໍ່ໄດ້ເຂົ້າເປັນສະມາຊິກ ປະກັນສັງຄົມ ໂດຍໃນຊ້ວງຫວ້າງງານນີ້ ກໍຈ່າຍເງິນທີ່ທ້ອນໄວ້ກ່ອນ ໃນຂນະທີ່ ຄ່າຄອງຊີບ ຢູ່ນະຄອນຫຼວງວຽງຈັນ ກໍແພງ.

"ບໍ່ ບໍ່ມີເລີຍ ພວກນ້ອງເຮັດວຽກນີ້ ກະຍັງຖືກຫັກເງິນອີກ ເຮົາກະເຫັນໃຈຫົວໜ້າ ຫັ້ນນ່າ. ສຸດໆແຫຼະ ຊ້ວງເດືອນນີ້ ຊິກັບບ້ານກະ ກັບບໍ່ໄດ້ ກະເອີ ຈຳເປັນໄດ້ອົດທົນ ແລ້ວກະໄດ້ສູ້ ແບບນີ້ແຫຼະ ພໍຢູ່ກິນໄປວັນໆ. ຄືວ່າຫັ້ນແຫຼະ ຊ້ວງໂຄວິດ ນີ້ອັນໃດມັນກະແພງ."

ຄົນງານທີ່ເຮັດວຽກຢູ່ໂຮງແຮມແຫ່ງນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວຕໍ່ເອເຊັຽເສຣີວ່າ ຖືກໂຈະວຽກຊົ່ວຄາວຕັ້ງແຕ່ບຸນປີໃໝ່ລາວ ແຕ່ຕ້ອງໄດ້ເສັຽຄ່າເຊົ່າເຮືອນພັກ ລາຍເດືອນ ແລະ ດຽວນີ້ ກະຍັງບໍ່ໄດ້ຮັບການຊ່ວຍເຫລືອຫຍັງ.

"ຂະເຈົ້າກະໃຫ້ຢຸດໄປກ່ອນ ຈັງຊີ້ນ່າ ຄືວ່າແຫຼະເນາະ ບໍຣິສັດ ກະໄດ້ຮັບຄວາມເດືອດຮ້ອນ ອັນຫລັງສົງການເດ້ ຊຸມເຮົາກະລະບາດ ໜັກ ກະບໍ່ໄດ້ອອກໄປໃສ ບໍ່ໄດ້ພົບປະກັບໃຜ ຈັ່ງຊີ້ນ່າ ບໍ່ຢາກຮັບຂໍ້ສະເໜີ ນີ້ກະຈຳເປັນ."

ຜູ້ປະກອບການໂຮງແຮມແຫ່ງນຶ່ງ ຢູ່ນະຄອນຫຼວງວຽກຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າໄດ້ໂຈະວຽກ ຄົນງານປະມານ 30 ຄົນ ແລ້ວ ຈ່າຍເງິນອຸດໜູນໃຫ້ເຂົາເຈົ້າ 3 ເດືອນ ແລະ ປິດໂຮງແຮມຊົ່ວຄາວ ຍ້ອນວ່າ ແບກຫາບພາລະຄ່າໃຊ້ຈ່າຍບໍ່ໄຫວ.

"ຢູ່ລາວຍາກ ບໍ່ໄດ້ຫຍັງຊົດເຊີຍ ຈາກຣັຖບານ ກະມີແຕ່ພຽງໂຈະການເສັຽອາກອນ ລາຍໄດ້ໃຫ້ຣັຖບານ, ລູກຈ້າງນີ້ເຮົາກະປິດ ບໍ່ມີ ລາຍໄດ້ ຂະເຈົ້າກະເຂົ້າໃຈແລ້ວ ກະຂະເຈົ້າໄປຫາ ອາຊີບໃໝ່ ໄລຍະທຳອິດ 3 ເດືອນ ເຮົາກະຈ່າຍຢູ່ ແຕ່ວ່າຫລັງຈາກ 3 ເດືອນ ສະພາບການມັນບໍ່ປ່ຽນແປງ ຫຍັງໜັກກ່ອນເກົ່າ ເຮົາກະບໍ່ໄດ້ຈ່າຍໃຫ້ຂະເຈົ້າ."

ອີງຕາມຫລັກການປະກັນສັງຄົມ, ຄົນງານຖືກໂຈະ ວຽກໃນຄັ້ງນີ້ ຖ້າເປັນສະມາຊິກປະກັນສັງຄົມ ແລະ ຕ້ອງການເງິນອຸດໜູນໃນ ໄລຍະທີ່ຫວ້າງງານ ສາມາດເອົາໃບຢັ້ງຢືນ ກໍຣະນີ ຖືກໂຈະວຽກ ຈາກຫົວໜ່ວຍທຸຣະກິດນັ້ນໆ ເຂົ້າໄປພົວພັນກັບອົງການປະກັນ ສັງຄົມ ເພື່ອໃຫ້ເຈົ້າໜ້າທີ່ ພິຈາຣະນາ ເງື່ອນໄຂ ແລະ ຖ້າຢູ່ໃນເງື່ອນໄຂ ເຂົາເຈົ້າກໍຈະໄດ້ຮັບເງິນ ອຸດໜູນ.

ເງື່ອນໄຂຄົນງານທີ່ຈະໄດ້ຮັບເງິນອຸດໜູນ ຄັ້ງນີ້ ຕ້ອງຖືກໂຈະວຽກ ຈາກຫົວໜ່ວຍທຸຣະກິດ ທີ່ຖືກປິດກິຈການ ຍ້ອນໄດ້ຮັບຜົນກະທົບ ຈາກໂຄວິດ-19 ເທົ່ານັ້ນ. ເຈົ້າໜ້າທີ່ປະກັນ ສັງຄົມ ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 26 ພຶສພາ ວ່າ:

"ພະນັກງານທີ່ປົດປ່ອຍອອກເນາະ ສາເຫດທີ່ຖືກປົດປ່ອຍອອກ ຍ້ອນຫຍັງ ຈະມີຊື່ ນາມສະກຸນ ເລກບັດປະກັນສັງຄົມແລ້ວ ລະກະ ວັນທີ ທີ່ຖືກປົດປ່ອຍອອກເນາະ ໄດ້ໃບປົດປ່ອຍ ໃຫ້ແຕ່ລະບຸກຄົນແລ້ວ ລົບກວນໃຫ້ເພິ່ນ ເຂົ້າມາສອບຖາມ ນຳພວກເຮົາກ່ອນ ເຮົາຈະອ່ານເບິ່ງເນື້ອໃນ ໃບປົດປ່ອຍເນາະ ວ່າ ມັນຈະຖືກຢູ່ໃນເງື່ອນໄຂ ອຸດໜູນວ່າງງານບໍ່."

ທ່ານ ກ່າວຕື່ມວ່າ ສຳລັບບັນດາຫົວໜ່ວຍ ທຸຣະກິດໃດ ທີ່ຖືກປິດກິຈການຊົ່ວຄາວ ຍ້ອນໄດ້ຮັບຜົນກະທົບ ຈາກມາຕການປ້ອງກັນ ໂຄວິດ-19 ໃນເທື່ອນີ້ ກໍໃຫ້ເຮັດໜັງສື ຢັ້ງຢືນ ແລະ ເຫດຜົນທີ່ຈະແຈ້ງ ສເນີໄປຍັງອົງການ ປະກັນສັງຄົມແຫ່ງຊາດ ເພື່ອຂໍຮັບ ເງິນອຸດໜູນ.

ໃນຂນະທີ່ ທ່ານ ປະເດີມພອນ ສົນທະນີ ຮອງຣັຖມົນຕຼີ ກະຊວງແຮງງານ ແລະ ສວັດດີການສັງຄົມ ໃຫ້ສຳພາດຕໍ່ ສື່ມວນຊົນລາວ ເມື່ອບໍ່ດົນມານີ້ວ່າ ຈາກການລະບາດຂອງໂຄວິດ-19 ໃນຮອບສອງ ທັງຫົວໜ່ວຍທຸຣະກິດ ແລະ ຄົນງານໃນຂອບເຂດ ທົ່ວປະເທດ ໄດ້ຮັບຜົນກະທົບໜັກ ສົມຄວນ ແລະ ໄດ້ເຕືອນຫົວໜ່ວຍ ທຸຣະກິດ ໃຫ້ສືບຕໍ່ປະຕິບັດ ກົດໝາຍ ແລະ ບໍໃຫ້ເອົາປຽບຄົນງານ ດ້ວຍການສວຍໂອກາດ ຍົກເລີກສັນຍາ ຈ້າງງານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.