ຊາວກະສິກອນລາວ ເຣີ່ມນິຍົມປູກມັນຕົ້ນ ຫຼາຍຂຶ້ນ
ຊາວກະສິກອນລາວ ໃນຫລາຍແຂວງ ຫັນກັບມາປູກມັນຕົ້ນຫລາຍຂຶ້ນ ໃນປີນີ້ ຍ້ອນປູກງ່າຍ ແລະ ຂາຍໄດ້ລາຄາດີຂຶ້ນ ໃນຂະນະທີ່ ການປູກຢູ່ບາງບ່ອນ ບໍ່ປະສົບຜົລສໍາເຣັດ ຍ້ອນບັນຫາພັຍແຫ້ງແລ້ງ.
-
ພອນ ພູມມີທອນ
2023-04-20 -
-
-
Your browser doesn’t support HTML5 audio
ນັບຕັ້ງແຕ່ຕົ້ນປີ 2023 ນີ້ ເປັນຕົ້ນມາ ຊາວກະສິກອນ ໃນຫລາຍແຂວງ ໂດຍສະເພາະພາກກາງ ແລະ ພາກໃຕ້ ໄດ້ຫັນມາປູກມັນຕົ້ນຫລາຍຂຶ້ນ ຍ້ອນເປັນພືດທີ່ປູກງ່າຍກວ່າປູກເຂົ້າ ແລະ ພືດປະເພດອື່ນໆ ອີກທັງບໍ່ຈໍາເປັນຕ້ອງໃສ່ປຸ່ຍ ຫລື ໃສ່ປຸ່ຍເຄມີ ໃນຂະນະທີ່ລາຄາຮັບຊື້ມັນຕົ້ນ ກໍມີລາຄາດີກ່ວາປີທີ່ຜ່ານມາ ເປັນຕົ້ນ ລາຄາຮັບຊື້ມັນຕົ້ນແຫ້ງ ຕົກຢູ່ທີ່ 4,000 ກີບ ຕໍ່ ກິໂລກຣາມ ເຊິ່ງດີຂຶ້ນກ່ວາປີກາຍ ທີ່ລາຄາຕົກຢູ່ປະມານ 3,000 ກີບ ຕໍ່ກິໂລກຣາມ ແລະ ລາຄາມັນຕົ້ນດິບ ປັດຈຸບັນຢູ່ທີ່ 1,500 ກີບ ຕໍ່ ກິໂລກຣາມ ສູງຂຶ້ນ.
ກ່ວາປີກາຍທີ່ ລາຄາຢູ່ທີ່ປະມານ 1,200 ກີບ ຕໍ່ ກິໂລກຣາມ, ຈຶ່ງເປັນສາເຫດທີ່ເຮັດໃຫ້ ກາຍເປັນພືດປູກຍອດນິຍົມ ໃນຫລາຍພື້ນທີ່.
ດັ່ງ ຊາວກະສິກອນປູກມັນຕົ້ນ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນວັນທີ 20 ເມສາ ນີ້ວ່າ:
“ເຂົາກະເຣີ່ມຫາປູກປີນີ້ແຫລະ ເຂົາເຈົ້າເຣີ່ມນິຍົມປູກປີນີ້ ໂອ ນັບບໍ່ໄດ້ ຫລາຍໂພດ ຊ່ວງນີ້ ກະໄປດ້ວຍດີເນາະ ມັນເຮັດງ່າຍແດ່ ມັນມີເຂດໂພນໂຮງ ແລະ ຫລັກ 52 ວັງວຽງ ເຂົາເຈົ້າມາເອົາ.”
ໃນຂະນະທີ່ ຊາວກະສິກອນອີກນາງນຶ່ງ ກ່າວວ່າ ສໍາລັບຢູ່ນະຄອນຫລວງວຽງຈັນ ແທ້ໆ ຈະບໍ່ຄ່ອຍນິຍົມປູກມັນຕົ້ນ ເຊິ່ງໃນໄລຍະນີ້ສ່ວນໃຫຍ່ ມັກປູກມັນຕົ້ນຢູ່ຫລາຍແຂວງ ທາງພາກໃຕ້ ສາເຫດຍ້ອນເປັນພືດທີ່ລົງທຶນປູກງ່າຍ ແລະ ບໍ່ຈໍາເປັນຕົ້ນໃຊ້ຕົ້ນທືນສູງ ໃນການປູກ.
ດັ່ງ ຍານາງກ່າວວ່າ:
“ວຽງຈັນແທ້ກະບໍ່ຫລາຍ ຫລາຍແທ້ຢູ່ທາງພາກໃຕ້ຫັ້ນລະ ທາງປາກເຊ ແຂວງຈໍາປາສັກ ແລ້ວກໍ ອັດຕະປື ສາຣະວັນ ພາກໃຕ້ຈະຫລາຍກ່ວາໜູ່ ທຸກແຂວງ”
ສ່ວນຊາວກະສິກອນ ຢູ່ນະຄອນປາກເຊ ແຂວງຈໍາປາສັກ ກ່າວວ່າ ສໍາລັບການປູກມັນຕົ້ນຢູ່ເຂດນະຄອນປາກເຊ ກໍມີຫລາຍຂຶ້ນ ຈົນເກືອບໝົດທົ່ວທັງເມືອງ ເຊິ່ງຜູ້ທີ່ບໍ່ເຄີຍປູກມັນຕົ້ນມາກ່ອນ ຫາກໍມາເຣີ່ມປູກໃນປີນີ້ ເປັນຈໍານວນຫລາຍ ສາເຫດຍ້ອນເປັນພືດທີ່ສາມາດປູກໄດ້ ແບບຕາມທັມຊາຕ ແລະ ໃນໄລຍະນີ້ ກໍຖືວ່າ ຂາຍໄດ້ລາຄາດີ.
ດັ່ງ ທ່ານກ່າວວ່າ:
“ຢູ່ປາກເຊ ແມ່ນເຈົ້າ ປູກທົ່ວເລີຍ ສ່ວນຫລາຍປູກແມ່ນ ປູກຕາມທັມຊາຕ ປູກພື້ນທີ່ໃນດິນຕົວເອງ ມັນເຣີ່ມມາ 4-5 ປີແລ້ວ ກະໃຫ້ລາຄາສົມຄວນ.”
ໃນຂະນະດຽວກັນ ຢູ່ອີກຫລາຍພື້ນທີ່ ທາງພາກໃຕ້ ຫາກໍເຣີ່ມປູກມັນຕົ້ນ ໃນໄລຍະເດືອນ ເມສາ ນີ້ ເປັນຕົ້ນ ຊາວກະສິກອນຢູ່ເມືອງປາກຊັນ ແຂວງບໍຣິຄໍາໄຊ ຫລາຍຄົນຫາກໍເຣີ່ມປູກມັນຕົ້ນ ນັບແຕ່ເດືອນ ເມສາ ເປັນຕົ້ນມາ ໂດຍສາເຫດນຶ່ງ ຍ້ອນຫລາຍຄົນຫາກໍຟື້ນຟູ ສະພາບເສຖກິຈໃນຄອບຄົວໄດ້ ຈຶ່ງຫັນມາປູກມັນຕົ້ນຫລາຍກ່ວາ ທີ່ຈະໄປປູກເຂົ້າ ຫລື ພືດອື່ນໆ.
ດັ່ງ ຊາວກະສິກອນ ຢູ່ເມືອງປາກຊັນ ກ່າວວ່າ:
“ເຣີ່ມປູກແລ້ວດຽວນີ້ນ່າ ໄລຍະນີ້ ໄລຍະເດືອນນີ້ແຫລະເຣີ່ມປູກແລ້ວ ເດືອນນີ້ແຫລະ ເພິ່ງເຣີ່ມ ປູກງ່າຍໆ ແບບທັມຊາຕເລີຍ ຂຸດລົງດິນ ແລ້ວ ກະຖົມເລີຍ ບໍ່ໄດ້ໃສ່ປຸ່ຍ ຫາກໍຂຶ້ນແຜນເນາະ.”
ສ່ວນກະສິກອນ ຢູ່ທາງພາກເໜືອຂອງລາວ ຫລາຍຄົນກໍຍັງປູກມັນຕົ້ນ ໃນຫລາຍພື້ນທີ່ເຊັ່ນດຽວກັນ ແຕ່ການປູກມັນຕົ້ນຢູ່ພາກເໜືອ ມັກບໍ່ປະສົບຜົລສໍາເຣັດ ຄືຢູ່ທາງພາກໃຕ້ ສາເຫດ ຍ້ອນສະພາບດິນ ບໍ່ເອື້ອອໍານວຍຄືຢູ່ພາກໃຕ້ ໃນຂະນະທີ່ລາຄາຮັບຊື້ມັນຕົ້ນຢູ່ພາກເໜືອ ກໍມີລາຄາບໍ່ແຕກຕ່າງກັນກັບຢູ່ແຂວງພາກໃຕ້.
ດັ່ງ ຜູ້ປະກອບການຮັບຊື້ມັນຕົ້ນ ຢູ່ແຂວງໄຊຍະບູຣີ ກ່າວວ່າ:
“ປູກຫລາຍຢູ່ ແຕ່ມັນແລ້ງ ມັນຕາຍໝົດແລ້ວ ບາງຄົນກະຕາຍແລ້ວ ບາງຄົນກະບໍ່ມີລໍາມັນແລ້ວ ມັນແຫ້ງ 8 ບາດ ປີກາຍ 6 ບາດປາຍ ມັນຫົວຫັ້ນ 3 ບາດປາຍ ອິງຕາມປີກາຍ 2 ບາດປາຍນຶ່ງ.”
ທາງດ້ານເຈົ້າໜ້າທີ່ ຫ້ອງການກະສິກັມ ແລະ ປ່າໄມ້ ຢູ່ເມືອງໜອງບົກ ແຂວງຄໍາມ່ວນ ກໍຍອມຮັບວ່າ ສໍາຮັບຢູ່ເມືອງຫນອງບົກເອງ ກໍເຣີ່ມມີຊາວກະສິກອນ ປູກມັນຕົ້ນຫລາຍຂຶ້ນ ເປັນພືດທີ່ປູກງ່າຍ ແລະກໍມີລາຄາຂາຍດີກ່ວາທີ່ຜ່ານມາ ເຊິ່ງຕັ້ງແຕ່ຕົ້ນປີ 2023 ເປັນຕົ້ນມາ ນັບສະເພາະຢູ່ເມືອງຫນອງບົກແລ້ວ ມີປະມານ 800 ຄົນເຊິ່ງປີກາຍປີແຕ່ປະມານ 600 ຄົນເທົ່ານັ້ນ, ແຕ່ການປູກມັນຕົ້ນ ຢູ່ເຂດເມືອງຫນອງບົກ ໃນໄລຍະນີ້ ບໍ່ປະສົບຜົລສໍາເຣັດ ຄືຢູ່ແຂວງອື່ນໆ ເນື່ອງຈາກຂ້ອນຂ້າງແຫ້ງແລ້ງຫລາຍ.
ດັ່ງ ທ່ານກ່າວວ່າ:
“ໂອ ປີນີ້ກະຊິຫລາຍກ່ວາປີກາຍພຸ້ນແຫລະ ລະດັບ 700-800 ບໍ່ຈັກແລ້ວເດີ້ ມັນມີພໍ່ຄ້າຄົນກາງ ຄົນລາວຫັ້ນແຫລະໄປຊື້ເອົານ່າ ລາຄາກະຢູ່ໃນເບື້ອງຕົ້ນກະປະມານ 3,600-3,700 ນີ່ແຫລະ ປີນີ້ກະຫຍຸ້ງຍາກກ່ວາປີກາຍ ຝົນບໍ່ທັນຕົກ ປູກແລ້ວກະຖືວ່າ ຕາຍນ່າ.”
ເຖິງຢ່າງໃດກໍຕາມ ນອກຈາກຄົນລາວທີ່ປູກມັນຕົ້ນແລ້ວ, ຢູ່ບາງແຂວງກໍມີນັກລົງທຶນ ຈີນ ໄດ້ໃຫ້ຄວາມສົນໃຈເຂົ້າມາປູກມັນຕົ້ນນໍາດ້ວຍ ເປັນຕົ້ນ ເມື່ອເດືອນ ມີນາ ປີ 2023 ນີ້ ທາງການແຂວງອັດຕະປື ໄດ້ອານຸຍາດໃຫ້ບໍຣິສັດ ຄູນທະວີຊັບ ຮ່ວມມື ພັທນາ ຄົບວົງຈອນ ເຊິ່ງເປັນບໍຣິສັດຂອງນັກລົງທືນຈີນ ເຂົາມາສືກສາຄວາມເປັນໄປໄດ້ ໃນການປູກມັນຕົ້ນ,ຖົ່ວລຽນ ແລະ ກ້ວຍ ໃນເນື້ອທີ່ 103 ເຮັກຕ້າຣ໌ ຢູ່ບ້ານຕະມໍຢອດ ເມືອງສນາມໄຊ ແຂວງ ອັດຕະປື ເຊິ່ງປັດຈຸບັນຢູ່ໃນລະຫວ່າງຫາລື ຜົລກະທົບຕໍ່ສິ່ງແວດລ້ອມ.
ສໍາລັບເນື້ອທີ່ ປູກມັນຕົ້ນຢູ່ລາວ ປັດຈຸບັນບໍ່ມີຂໍ້ມູນຄັກແນ່ວ່າ ມີທັງໝົດຈັກເຮັກຕ້າຣ໌ ມີແຕ່ຂໍ້ມູນຫລ້າສຸດ ຂອງ ເວັບໄຊຕ໌ໃນປີ 2020 ຣະບຸວ່າ ທົ່ວປະເທດລາວ ມີເນື້ອທີ່ປູກມັນຕົ້ນຫລາຍກ່ວາ 1 ແສນ ເຮັກຕ້າຣ໌ ແລະ ການສົ່ງອອກມັນຕົ້ນຢູ່ລາວ ໄປຕ່າງປະເທດ ໃນ 6 ເດືອນ ຂອງປີ 2022 ມີມູນຄ່າທັງໝົດ 250 ລ້ານ ໂດລ້າຣ໌ສະຫະຣັຖ.