ປັຈຈຸບັນ ມີ 32 ບໍຣິສັດ ໃນລາວ ໃຫ້ ຄວາມສົນໃຈ ທີ່ ຈະຂຸດຄົ້ນ ຫີນ Alabaster ຊຶ່ງເປັນ ຫີນ ທີ່ ນຳໄປເຮັດ ເປັນ ເຄື່ອງເອ້ ປະ ດັບເຮືອນ ທີ່ຢູ່ເຂດ ພູກາງໂຮງ ເມືອງພູວົງ ແຂວງ ອັຕຕະປື ຫຼັງ ຈາກ ໄດ້ມີການ ລົງ ສຳຣວດ ແລ້ວ ພົບວ່າ ໃນ ພື້ນທີ່ນັ້ນ ມີຫີນ ຊນິດນັ້ນ ຢູ່ຢ່າງ ຫລວງຫລາຍ ແຕ່ທາງ ຣັຖບານລາວ ໄດ້ສັ່ງໂຈະ ການຂຸດຄົ້ນ ໄວ້ກ່ອນ. ດັ່ງ ເຈົ້າໜ້າທີ່ ແຂວງ ອັຕຕະປື ໄດ້ກ່າວ:
"ເຂົ້າໄປ ສຳຣວດ 32 ບໍຣິສັດ ແລ້ວເດ ທາງແຂວງ ເພິ່ນ ອະນຸ ມັດ ໃຫ້ເຂົ້າ ແລ້ວເດ ແຕ່ວ່າ ຣັຖບານ ວ່າ ສັ່ງ ຢຸດກ່ອນ ໂຈະ ກ່ອນ".
ທ່ານກ່າວ ຕໍ່ໄປວ່າ ບໍຣິສັດ ທີ່ ໃຫ້ຄວາມ ສົນໃຈນັ້ນ ແມ່ນມີແຕ່ ບໍຣິສັດ ໃນລາວ ທັງໝົດ ຊຶ່ງດຽວນີ້ ພວກເຂົາເຈົ້າ ໄດ້ສເນີໃຫ້ ທາງແຂວງ ໄປຂໍ ອະນຸຍາດ ຈາກທາງ ສູນກາງ ເພີ່ມຕື່ມ ເພື່ອທີ່ ຈະຕັ້ງ ໂຮງງານ ແລະ ສາມາດ ຂຸດຄົ້ນຫີນ ໄດ້ ຊຶ່ງເບື້ອງຕົ້ນ ໄດ້ຂໍເນື້ອທີ່ ສຳຣວດ ປະມານ 5 ເຮັກຕາ ຕໍ່ 1 ບໍຣິສັດ ແລະໄດ້ ເສັຽຄ່າ ສຳຣວດ ແລ້ວ ບໍຣິສັດ ລະ 400 ລ້ານ ກີບ ແຕ່ບໍ່ຮູ້ວ່າ ທາງ ຣັຖບານ ຈະໃຫ້ຂຸດຄົ້ນ ຫລືບໍ່. ແລະກໍມີ ບາງ ບໍຣິສັດ ໄດ້ ສເນີ ສ້າງທາງ ປະມານ 80 ກິໂລແມັຕ ຈາກ ເມືອງພູວົງ ໄປຫາ ເຂດ ພູກາງໂຮງ ເພື່ອ ຄວາມສດວກ ແກ່ການ ເດີນທາງ ເພາະ ເປັນເຂດ ທີ່ ຍັງບໍ່ມີ ເສັ້ນ ທາງ ມີແຕ່ທາງ ຕາມ ທັມຊາດ. ແຕ່ ແຜນການ ດັ່ງກ່າວ ຍັງບໍ່ໄດ້ ຮັບ ອະນຸມັດ ໃຫ້ສ້າງ ແຕ່ຢ່າງໃດ.
ໜັງສືພິມ ວຽງຈັນທາມ ຣາຍງານ ວ່າ ບໍຣິສັດ ທີ່ໄດ້ເຊັນ ສັນຍາ ສຳຣວດ ພື້ນທີ່ ໃນເຂດ ພູກາງໂຮງ ມີທັງໝົດ 48 ບໍຣິສັດ ແລະ ຄາດວ່າ ຍັງມີອີກ ຫລາຍກວ່າ 100 ບໍຣິສັດ ທີ່ ສົນໃຈ ຈະ ຂຸດຄົ້ນຫີນ ຢູ່ເຂດ ດັ່ງກ່າວ. ເຂດ ພູກາງໂຮງ ມີຫີນຢູ່ ປະມານ 250 ພັນຕັນ ໃນເນື້ອທີ່ 1 ພັນ 20 ເຮັກຕາ, ຖ້າສຳຣວດ ເປັນໄປໄດ້ ດີ ກໍຈະມີການ ຂຸດຄົ້ນ ແຕ່ລະ ບໍຣິສັດ ຈະຂໍຊື້ ຫີນ ຈາກ ທາງການ ແຂວງ ອັຕຕະປື ໃນຣາຄາ 40 ພັນກີບ ຕໍ່ ກິໂລກຣາມ. ເມື່ອ 3 ເດືອນ ຜ່ານມາ ຊາວບ້ານ ໄດ້ຂຸດຄົ້ນຫີນ ຢູ່ເຂດ ພູກາງໂຮງ ແລ້ວນຳ ໄປຂາຍໃນ ກິໂລກຣາມ ລະ 50 ພັນກີບ ເຖິງ150 ພັນກີບ ແຕ່ຕໍ່ມາ ກໍຖືກ ທາງ ການ ສັ່ງຫ້າມ ຂຸດຄົ້ນ.